ຈັບ ຂະບວນການ ແອບອ້າງ ແລ່ນຄົນເຂົ້າ ທະຫານ-ຕຳຣວດ

ສຸພັດຕາ
2022.09.29
ຈັບ ຂະບວນການ ແອບອ້າງ ແລ່ນຄົນເຂົ້າ ທະຫານ-ຕຳຣວດ ຮູບພາບ ບັນຍາກາດ ຕົວເມືອງ ນະຄອນຫຼວງວຽງຈັນ ທີ່ຂະບວນການ ແອບອ້າງ ແລ່ນເອົາຄົນເຂົ້າເປັນທະຫານ, ຕຳຣວດຖືກຈັບໄດ້.
RFA

ເຈົ້າໜ້າທີ່ ປກສ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ໄດ້ຈັບໂຕກຸ່ມຄົນບໍ່ດີ ຈໍານວນ 3 ຄົນ ໃນມື້ວັນທີ 27 ກັນຍາ 2022 ທີ່ຜ່ານມາ ຍ້ອນປອມແປງເອກສານ ແລະແອບອ້າງວ່າ ສາມາດແລ່ນຮັບຄົນເຂົ້າເປັນທະຫານ, ຕໍາຣວດໄດ້ ເຮັດໃຫ້ຊາວໜຸ່ມ ຈໍານວນນຶ່ງຫຼົງເຊື່ອ ສ້າງຄວາມເສັຍຫາຍ ຕໍ່ຜູ້ຫຼົງເຊື່ອ ແລະພາບພົດ ຂອງໜ່ວຍງານທະຫານ, ຕໍາຣວດເສັຍຫາຍ.

ດັ່ງທ່ານພັນໂທ ຕໍາຣວດ ພອນໃຈ ຜາມົງຄົນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ກ່າວຕໍ່ໂທຣະທັສ ປ້ອງກັນຄວາມສະຫງົບ ໃນມື້ວັນທີ່ 28 ກັນຍາ 2022 ນີ້ວ່າ:

“ພວກກ່ຽວແມ່ນ ມີເລ້ຫຼ້ຽມໃນການເຄື່ອນໄຫວ ເປັນກຸ່ມເປັນຂະບວນການ ມີຜູ້ປອມແປງເອກສານ ມີຜູ້ຊອກຫາຂົນຂວາຍ ເອົາບຸກຄົນທີ່ຕ້ອງການ ຢາກເຂົ້າກໍາລັງ ທະຫານ, ຕໍາຣວດ ຮວມທັງເຂົ້າເປັນພະນັກງານສັງກັດຣັຖ ຢູ່ແຕ່ລະກະຊວງ ໂດຍພວກເຂົາ ອ້າງວ່າ ພວກເຂົາ ຮູ້ຈັກກັບຜູ້ຫຼັກຜູ້ໃຫຍ່.”

ສໍາລັບຜູ້ຕ້ອງຫາທັງໝົດ 3 ຄົນ ປະກອບມີ ທ້າວ ແຕ ອາຍຸ 46 ປີ ຢູ່ບ້ານໂພນສະຫວ່າງ ເມືອງສີສັດຕະນາກ, ທ້າວ ຈິດສະຫວາດ ອາຍຸ 36 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ແລະ ທ້າວ ສອນນະພາ ອາຍຸ 36 ປີ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ.

ຜົລການສືບສວນ-ສອບສວນ ໃນເບື້ອງຕົ້ນ ຜູ້ຕ້ອງຫາທັງ 3 ຄົນ ຮັບສາຣະພາບວ່າ ໃນມື້ວັນທີ່ 26 ມິຖຸນາ 2022 ໄດ້ເຄື່ອນໄຫວ ຊອກຫາຄົນທີ່ຢາກເຂົ້າໄປເຮັດວຽກ ເປັນກໍາລັງທະຫານ, ຕໍາຣວດ ໂດຍອ້າງວ່າ ສາມາດແລ່ນໃຫ້ໄດ້ ແຕ່ຕ້ອງມີຄ່າແລ່ນເອກສານ ຄົນລະປະມານ 280,000 ບາດ ຫຼື ປະມານ 130 ປາຍລ້ານກີບ ຈາກນັ້ນ ທ້າວແຕ ແມ່ນໄດ້ຕິດຕໍ່ຄົນມາໄດ້ 2 ຄົນ ແລະຮຽກຮ້ອງໃຫ້ ຈ່າຍເງິນລ່ວງໜ້າ ຈໍານວນ 15,000,000 ກີບຕໍ່ຄົນ ແລະກໍໄດ້ໂອນເງິນໃຫ້ ທ້າວ ຈິດສະຫວາດ ທັງໝົດ 30,000,000 ກີບ.

ຕົກມາຮອດວັນທີ 12 ກໍຣະກະດາ 2022 ທ້າວ ຈິດສະຫວາດ ໄດ້ແຈ້ງມາວ່າ ຂໍ້ຕົກລົງ ຮັບເຂົ້າກໍາລັງອອກແລ້ວ, ຈາກນັ້ນ ກໍໄດ້ສົ່ງຂໍ້ຕົກລົງເຂົ້າກໍາລັງໃຫ້ ທ້າວ ແຕ ຜ່່ານທາງ “WhatsApp” ທັງສອງແມ່ນຮູ່ວ່າ ເປັນເອກສານປອມ ທີ່ ທ້າວ ສອນນະພາ ສ້າງຂຶ້ນມາ ໂດຍພິມຣາຍຊື່ປອມ ແບບບບໍ່ມີໂຕຕົນໃສ່ຂໍ້ຕົກລົງ ມີທັງໝົດ 137 ຣາຍຊື່ ໃນນັ້ນ ມີຣາຍຊື່ຂອງຜູ້ເສັຍຫາຍ 2 ຄົນ ທີ່ຈ່າຍເງິນ ມັດຈໍາລ່ວງໜ້າ ເພື່ອນໍາໄປຮຽກຮ້ອງ ເອົາເງິນສ່ວນທີ່ເຫຼືອ ນໍາຜູ້ເສັຍຫາຍ ພາຍຫຼັງຜູ້ເສັຍຫາຍ ກວດກາເບິ່ງ ຈຶ່ງຮູ້ວ່າ ເອກສານຖືກປອມແປງຂຶ້ນມາ ຈຶ່ງໄປແຈ້ງຄວາມດໍາເນີນຄະດີ.
ຂະນະທີ່ ຊາວລາວຈໍານວນນຶ່ງເຫັນວ່າ ໃນປັດຈຸບັນ ກໍຍັງສັງເກດເຫັນວ່າ ມີຊາວໜຸ່ມເປັນຈໍານວນຫຼາຍ ຖືກຊັກຊວນ ໃຫ້ເຂົ້າເປັນກໍາລັງ ທະຫານ
, ຕໍາຣວດ ຫຼື ເຂົ້າເປັນພະນັກງານ ຣັຖກອນ ໂດຍມີກຸ່ມຄົນບໍ່ດີ ຫຼື ກຸ່ມເຈົ້າໜ້າທີ່ ລະດັບສູງບາງຄົນ ແອບອ້າງ ເພື່ອຕ້ອງການຮຽກ ຮັບເງິນສິນບົນ ໂດຍບໍ່ຕ້ອງຜ່ານຂັ້ນຕາມລະບຽບການ.

ແນວໃດກໍຕາມ ບໍ່ວ່າຈະເປັນກຸ່ມຄົນ ທີ່ປອມແປງເອກສານ ເພື່ອຫຼອກລວງເອົາເງິນ ກັບຊາວໜຸ່ມ ຫຼື ເຈົ້າໜ້າທີ່ລະດັບສູງ ເອົາພວກພ້ອງຂອງຕົນເອງ ເຂົ້າມາເຮັດວຽກ ເປັນກໍາລັງ ທະຫານ, ຕໍາຣວດ ແລະພະນັກງານຣັຖກອນ ກໍບໍ່ສົມຄວນເຮັດຜິດກົດໝາຍ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເສັຍເງິນຫຼາຍໃດ໋ ເທົ່າທີ່ຮູ້ນີ້ໃດ໋ ບາງຄົນເສັຍໃດ໋ ຂ້າພະເຈົ້າລະເວົ້າຊື່ແຫຼະ ຄັນອ້າຍນ້ອງ ລູກຫຼານມີເງິນ ຮອດ 2-3 ແສນບາທ ຢ່າຊິຈ້າງ ເສັຍດາຍເງິນ ແຕ່ວ່າເຈົ້ານາຍບາງຄົນນີ້ ກະບໍ່ປະຕິເສດເນາະ ຄືເຮົາເວົ້າແຫຼະ ເອົາເງິນໃຫ້ເພິ່ນ ເພິ່ນກະເອົາ ຍ້ອນຄົນໃກ້ຊິດ ເອົາໃຫ້ເນາະ ກະເອົາ.”

ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ເມື່ອເຈົ້າໜ້າທີ່ຣັຖກອນ ຕັ້ງແຕ່ລະດັບສູນກາງ ໄປຫາຂັ້ນທ້ອງຖິ່ນ ບໍ່ມີຄວາມເຂັ້ມງວດ ແລະຊື່ສັດຕໍ່ຕົນເອງ ໃນການປະຕິບັດຕາມ ກົດລະບຽບ ກໍຈະມີຊ່ອງວ່າງເກີດຂຶ້ນ ເພື່ອສວຍໂອກາດຫາຜົນປໂຍດ ໃຫ້ຕົນເອງ ແລະໝູ່ເພືຶ່ອນ.

ສະນັ້ນແລ້ວ ຣັຖບານລາວ ຄວນມີການບັງຄັບໃຊ້ ກົດໝາຍຢ່າງຈິງຈັງ ຕໍ່ຜູ້ທີ່ກະທໍາຄວາມຜິດ ບໍ່ວ່າຈະເປັນເຈົ້າໜ້າທີ່ ພັກ-ຣັຖ ຫຼື ບຸກຄົນທົ່ວໄປ ກໍຈະຕ້ອງຖືກ ດໍາເນີນຄະດີ ຢ່າງເຂັ້ມງວດ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນກະເປັນຊ່ອງວ່າງນຶ່ງ ທີ່ວ່າເຮັດໃຫ້ຄົນນີ້ ມີການສວຍໂອກາດ ຄັນຖ້າວ່າ ທາງພາກຣັຖ ບໍ່ເອົາຈິງ ເອົາຈັງແທ້ໆນີ້ ຈະປາບປາມ ກ່ຽວກັບການສວຍໂອກາດກ່ຽວກັບເຣື່ອງນີ້ໂອ້.... ຍາກ ມັນບໍ່ແມ່ນຜູ້ດຽວເຮັດນ່າ ມັນເປັນພັກພວກ ເປັນກຸ່ມ.”

ກ່ຽວກັບເຣື່ອງ ການປອມແປງເອກສານ ແລະແອບອ້າງ ແລ່ນຮັບຄົນ ເຂົ້າເປັນ ທະຫານ, ຕໍາຣວດ ຫຼື ພະນັກງານ ຣັຖກອນ ຂອງກຸ່ມຄົນບໍ່ດີ ຫຼື ຈະເປັນເຈົ້າໜ້າທີ່ ພັກ-ຣັຖ ກໍຕາມ ຫາກພົບເຫັນວ່າ ມີການກະທໍາຄວາມຜິດແທ້ ກໍຈະຖືກດໍາເນີນຄະດີ ໄປຕາມລະບຽບ ກົດໝາຍ ຢ່າງເຂັ້ມງວດ.

ແນວໃດກໍຕາມ ໄລຍະຜ່ານມາ ກໍມີເຈົ້າໜ້າທີ່ລະດັບສູງ ບາງຄົນ ແລ່ນຮັບຄົນເຂົ້າ ມາເປັນກໍາລັງທະຫານ, ຕໍາຣວດ ແລະຮັບເອົາເງິນສິນບົນແທ້ ແຕ່ຕໍ່ມາ ກໍຖືກປະຕິບັດວິນັຍ ຕາມລະບຽບກົດໝາຍ ເຊິ່ງທາງກະຊວງ ປ້ອງກັນ ຄວາມສງົບ ແລະ ກະຊວງ ປ້ອງກັນປະເທດ ກໍຈະບໍ່ເປີດເຜີຍ ຂໍ້ມູນໃຫ້ສັງຄົມຮັບຮູ້ເທື່ອ.

ຂະນະທີ່ ກະຊວງ ປ້ອງກັນຄວາມສງົບ ກໍສັ່ງການໃຫ້ກອງບັນຊາການ ປກສ ທຸກແຂວງ ໃຫ້ເອົາໃຈໃສ່ ແລະເຂັ້ມງວດ ໃນການປະຕິບັດ ຕາມກົດລະບຽບທີ່ກໍານົດ ໂດຍສະເພາະ ການແລ່ນຮັບຄົນ ເຂົ້າມາເປັນກໍາລັງ ທະຫານ, ຕໍາຣວດ ຕ້ອງບໍ່ໃຫ້ເກີດຂຶ້ນ ຢ່າງເດັດຂາດ.

ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສງົບ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະຊວງ ປ້ອງກັນ ຄວາມສງົບ ເພິ່ນອອກແຈ້ງການ ແລະກະອອກ ເປັນບົດໃຫ້ ແກ່ກົມກອງ ເຜີຍແຜ່ແຕ່ລະກົມກອງ ຂອງໃຜຂອງມັນຫັ້ນໃດ໋, ມີຢູ່ດອກ ເຣື່ອງມີຫັ້ນ ແຕ່ເພິ່ນກະບໍ່ສາມາດຢາກເປີດເຜີຍ ເວົ້າເຣື່ອງໂຄສະນາ ມາແລ່ນເຂົ້າໃນກໍາລັງ ປ້ອງກັນຊາຕ ປ້ອງກັນຄວາມສງົບ.”

ສໍາລັບກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນ ຄວາມສງົບປະຊາຊົນ ມາດຕຣາ 53, ມາຕການຕໍ່ຜູ້ລະເມີດກົດໝາຍ ລະບຸວ່າ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ, ນາຍ ແລະພົນຕໍາຣວດ ທີ່ລະເມີດກົດໝາຍສບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິນັຍ, ປັບໃໝ, ໃຊ້ແທນຄ່າເສັຍຫາຍ ທາງແພ່ງ ຫຼື ຖືກລົງໂທດ ທາງອາຍາ ຕາມກໍຣະນີເບົາ ຫຼື ໜັກ.

ສ່ວນກົດໝາຍ ວ່າດ້ວຍການປ້ອງກັນຊາຕ ມາດຕຣາ 63, ມາຕການຕໍ່ຜູ້ລະເມີດ ກົດໝາຍ ລະບຸວ່າ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສບັບນີ້ ເຊິ່ງໄດ້ສ້າງຄວາມ ເສັຍຫາຍໃຫ້ແກ່ຜົລປໂຍດ ຂອງຣັຖ, ກອງທັບ, ສັງຄົມ ຫຼື ສິດຜົລປໂຍດ ອັນຊອບທັມ ຂອງນາຍ, ພົນທະຫານ, ກັມມະກອນ ແລະພາຣະກອນ ປ້ອງກັນຊາຕ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິນັຍ, ປັບໃໝ, ດໍາເນີນຄະດີຕາມລະບຽບກົດໝາຍ ຕາມແຕ່ລະກໍຣະນີໜັກ ຫຼື ເບົາ ທັງໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.