ແມ່ຍິງລາວ ຮັບການຊ່ອຍເຫຼືອ ພາຍຫຼັງ ຖືກຕົວະ ໄປຂົ່ມຂືນ
2022.09.28

ໃນວັນທີ 28 ກັນຍາ ປີ 2022 ນີ້ທີມງານ ເຟສບຸກຄ໌ ເພຈ “Survive” ສາຍໄໝຕ້ອງລອດ ໄດ້ພານາງ ນ້ອຍ ນາມສົມມຸດ ແມ່ຍິງລາວອາຍຸບໍ່ເກີນ 20 ປີ ຍັງບໍ່ລະບຸວ່າ ມາຈາກແຂວງໃດ ຂອງລາວເຂົ້າແຈ້ງຄວາມ ຕໍ່ເຈົ້າໜ້າທີ່ ຫ້ອງການຕຳຣວດ ເມືອງບາງບົວທອງ ແຂວງນົນທະບູຣີ ປະເທດໄທຍ ພາຍຫຼັງເມື່ອວັນທີ 26 ກັນຍາ ທີ່ຜ່ານມາ ນາງໄດ້ຖືກນາຍຈ້າງ ຊາວໄທຍຜູ້ນຶ່ງ ຕົວະມາໃຫ້ເຮັດວຽກ ຢູ່ຮ້ານອາຫານແຫ່ງນຶ່ງ ໃນພື້ນທີ່ ເມືອງບາງບົວທອງ ແຕ່ຖືກນາຍຈ້າງຄົນດັ່ງກ່າວ ຍຶດໜັງສືເດີນທາງ (Passport) ໄວ້ ແລ້ວໃຊ້ມືດນາບຂູ່ ເພື່ອຂົ່ມຂືນນາງ ພ້ອມທັງທຳຮ້າຍຮ່າງກາຍ, ກັກຂັງ ແລະ ຂົ່ມຂູ່ ບໍ່ໃຫ້ແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຣວດ.
ຊຶ່ງພາຍຫຼັງຈາກ ທີ່ຍານາງໄດ້ລົບໜີ ອອກມາໄດ້ ກໍມີພົລເມືອງດີ ໄດ້ຕິດຕໍ່ຮ້ອງຮຽນ ໄປຍັງທີມງານເຟສບຸກຄ໌ເພຈ “Survive” ສາຍໄໝຕ້ອງລອດ ເພື່ອຮ້ອງຂໍໃຫ້ມີການຊ່ອຍເຫຼືອ ແລະກໍໄດ້ຮັບການຊ່ອຍເຫຼືອແລ້ວ ໃນເບື້ອງຕົ້ນ.
ດັ່ງ ທ່ານ ເອກພົບ ເຫຼືອງປຣະເສີດ ຜູ້ກໍ່ຕັ້ງເພຈ “Survive” ສາຍໄໝຕ້ອງລອດ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 28 ກັນຍານີ້ວ່າ.
“ເຫດເກີດຂຶ້ນວັນທີ 26 ກັນຍາ ທີ່ຜ່ານມາ ຕອນເວເລາປະມານ 3 ໂມງເຄິ່ງຕອນເຊົ້າ ຜູ້ເສັຽຫາຍຖືກຕົວະ ໃຫ້ມາເຮັດວຽກ ພໍ (ແຕ່) ແມ່ຍິງລາວຜູ້ນີ້ ມາເຖິງກໍຖືກລ່ວງລະເມີດ ທາງເພດ ແລະຂົ່ມຂືນ ອີງຕາມຄຳກ່າວອ້າງ ຂອງແມ່ຍິງຜູ້ເສັຽຫາຍ ມີການທຳຮ້າຍຮ່າງກາຍ ແລ້ວກັກຂັງໄວ້ນຳດ້ວຍ ຕອນນີ້ຮູ້ໂຕຜູ້ກະທຳຜິດແລ້ວ ຄັນມີການສອບສວນແລ້ວ ກໍຈະຂໍອະນຸມັດສານ ໃຫ້ອອກໝາຽຈັບ.”
ທ່າວກ່າວຕື່ມວ່າ ສຳລັບຜູ້ຖືກກ່າວຫາ ຣາຍນີ້ມີອາຍຸປະມານ 30 ປີປາຍ ແລະ ກຳລັງຢູ່ໃນລະຫວ່າງ ການລົບໜີ ຊຶ່ງຫຼັງຈາກທາງທີມງານ ຂອງພວກທ່ານ ໄດ້ໄປຊ່ອຍແມ່ຍິງລາວ ຄົນດ່ັງກ່າວ ອອກມາໄດ້ ກໍໄດ້ມີການປະສານງານ ກັບຜູ້ເປັນພໍ່ຂອງຜູ້ຖືກກ່າວຫາຣາຍນີ້ ເພື່ອຂໍໃຫ້ໂອ້ລົມກັບລູກຊາຍ ຂອງລາວ (ຜູ້ຖືກກ່າວຫາ) ໃຫ້ມາມອບໂຕ ຕໍ່ເຈົ້າໜ້າທີ່ຕຳຣວດ. ສ່ວນວ່າ ຈະມີການດຳເນີນ ຄະດີໃນຂໍ້ຫາໃດແດ່ນັ້ນ ກໍຕ້ອງລໍຖ້າ ໃຫ້ເຈົ້າໜ້າທີ່ຕຳຣວດ ມີການສືບສວນ-ສອບສວນ ໃຫ້ສຳເຣັດກ່ອນ ຈຶ່ງຈະສາມາດລະບຸ ຂໍ້ຫາໄດ້ຢ່າງຄັກແນ່.
ດັ່ງທ່ານໄດ້ກ່າວຕື່ມວ່າ:
“ໄປພົບພໍ່ ຂອງຜູ້ຖືກກ່າວຫາ ມາແລ້ວ ພ້ອມທັງໄດ້ບອກວ່າ ຄັນວ່າພົບຜູ້ຖືກກ່າວຫາ ກໍພະຍາຍາມໂອ້ລົມ ໃຫ້ຕິດຕໍ່ມອບໂຕ ຕໍ່ເຈົ້າໜ້າທີ່ຕຳຣວດ. ກໍຈະມີການດຳເນີນຄະດີ ໃນທຸກຂໍ້ກ່າວຫາ ທີ່ມີແຕ່ ຂໍໃຫ້ເຈົ້າໜ້າທີ່ຕຳຣວດ ສືບສວນ-ສອບສວນ ໃຫ້ສຳເຣັດກ່ອນ ແລ້ວຈຶ່ງຈະຮູ້ວ່າ ມີຂໍ້ກ່າວຫາຫຍັງແດ່ ແຕ່ຢ່າງໜ້ອຍກໍມີ ຈະມີຂໍ້ຫາຂົ່ມຂືນ ແລະທຳຮ້າຍຮ່າງກາຍ.”
ໃນຂະນະທີ່ ຜູ້ຢູ່ໃນເຫດການນີ້ ກໍກ່າວວ່າ ນາຍຈ້າງຄົນດັ່ງກ່າວ ໄດ້ເບິ່ງສື່ສັງຄົມອ໋ອນລາຍນ໌ ແລ້ວຮູ້ວ່າແມ່ຍິງລາວ ຄົນດັ່ງກ່າວ ກຳລັງຊອກຫາວຽກ ຈຶ່ງໄດ້ຕິດຕໍ່ ມາຍັງຜູ້ເປັນເອື້ອຍ ແລະທ່ານເອງ ເພື່ອໃຫ້ສົ່ງແມ່ຍິງລາວຜູ້ນີ້ ໄປຍັງບ້ານພັກ ຂອງຜູ້ກ່ຽວ ຊຶ່ງເມື່ອໄປຮອດ ກໍໄດ້ຍຶດໜັງສືເດີນທາງໄວ້ ພ້ອມທັງໃຊ້ກຳລັງຂົ່ມຂືນ ຜູ້ເສັຽຫາຍ.
ດັ່ງທ່ານກ່າວວ່າ:
“ນາຍຈ້າງທີ່ພາແມ່ຍິງລາວໄປຂົ່ມຂືນ ໄດ້ຊັກຊວນໃຫ້ຜູ້ເສັຽຫາຍ ໄປເຮັດວຽກກັບເຂົາເຈົ້າ ໂດຍຈະໃຫ້ເງິນເດືອນ 9,000 ເຖິງ 13,000 ບາດ. ເຂົາເຈົ້າບອກວ່າ ຄັນສາມາດເຣີ່ມວຽກໄດ້ ກໍໃຫ້ຟ້າວມາທັນທີ ຫຼັງຈາກນັ້ນ ນາຍຈ້າງກໍສົ່ງຣາຍລະອຽດ ທີ່ຢູ່ໃຫ້ ເມື່ອໄປຮອດທີ່ໝາຽແລ້ວ ນາຍຈ້າງກໍພາແມ່ຍິງລາວ ຂຶ້ນຣົຖເມືອບ້ານພັກ ຂອງເຂົາເຈົ້າ ແລ້ວກໍພາເຂົ້າເຮືອນ ພໍອີກບໍ່ດົນ ກໍດຶງລາກໂຕ ເຂົ້າຫ້ອງນອນ ພ້ອມທັງຂົ່ມຂືນ ແລະທຳຮ້າຍຮ່າງກາຍ.”
ພ້ອມດຽວກັນນີ້ ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ພະຍາຍາມຂໍສັມພາດ ແມ່ຍິງລາວ ທີ່ເປັນຜູ້ເສັຽຫາຍ ແຕ່ເຈົ້າໜ້າທີ່ຕຳຣວດ ຍັງສງວນທ່າທີ ໃນການໃຫ້ສັມພາດ ເນື່ອງຈາກຢ້ານວ່າ ຈະສົ່ງຜົລກະທົບ ຕໍ່ຮູບຄະດີ. ໃນຂະນະທີ່ ເຈົ້າໜ້າທີ່ຕຳຣວດ ທີ່ຮັບຜິດຊອບຄະດີນີ້ ກໍຍັງບໍ່ສະດວກ ໃຫ້ສັມພດາ ຕໍ່ນັກຂ່າວໄດ້ເທື່ອ.
ຢ່າງໃດກໍຕາມ ສຳລັບຊາວລາວ ທີ່ມາຊອກວຽກເຮັດ ງານທຳ ຢູ່ປະເທດໄທຍ ແລ້ວຖືກຜູ້ເປັນນາຍຈ້າງ ເຮັດບໍ່ດີ ເປັນຕົ້ນ ທຳຮ້າຍຮ່າງກາຍ, ຂົ່ມຂືນ, ກັກຂັງ, ບັງຄັບໃຊ້ແຮງງານ ແລະ ອື່ນໆ ກໍສາມາດຮ້ອງຮຽນ ຕໍ່ເຈົ້າໜ້າທີ່ຕຳຣວດ ຫຼືປະສານງານ ມາຍັງທີມງານເຟສບຸກຄ໌ເພຈ “Survive” ສາຍໄໝ ຕ້ອງລອດ ເພື່ອຈະເຂົ້າໄປຊ່ອຍເຫຼືອ ແລະດຳເນີນຄະດີ ກັບນາຍຈ້າງດັ່ງກ່າວ. ສ່ວນການທີ່ນາຍຈ້າງ ຂົ່ມຂູ່ບໍ່ໃຫ້ໄປແຈ້ງຄວາມ ໂດຍໃຫ້ເຫດຜົລວ່າ ເຈົ້າໜ້າທີ່ຕຳຣວດ ບໍ່ຮັບຟັງການແຈ້ງຄວາມ ຂອງຄົນງານຊາວຕ່າງຊາຕ ນັ້ນ ແມ່ນເປັນເຣື່ອງທີ່ເປັນໄປບໍ່ໄດ້ ຍ້ອນປະເທດໄທຍ ເປັນຣັຖແຫ່ງກົດໝາຽ.