ເຈົ້າໜ້າທີ່ ຕຳຣວດ 11 ຄົນ ຖືກໄລ່ອອກ

ອຸ່ນແກ້ວ
2022.09.29
ເຈົ້າໜ້າທີ່ ຕຳຣວດ 11 ຄົນ ຖືກໄລ່ອອກ ພົລເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ.
ຮູບພາບ: ປກສ

ມີ​ຂ່າວ​ ​ຣາຍງານວ່າ ໄດ້ມີການປົດນັກງານຕຳຫຼວດ 11 ຄົນ ຢູ່ນະຄອນຫລວງວຽງຈັນ ອອກຈາກໜ້າທີ່ ຍ້ອນການສວຍໃຊ້ອຳນາດ ເອົາຜົໂຍດເຂົ້າໂຕເອງ, ແຕ່ ນັກວິຊາການ ແລະ ປະຊາຊົນເຫັນວ່າ ຜູ້ທີ່ຖືກໄລ່ອອກໄປນັ້ນ ເປັນເຈົ້າໜ້າທີ່ ທີບໍ່ມີເສັ້ສາຍ ຫຼື ບໍ່ເປັນຍາດພີ່ນ້ອງ ຂອງຄົນທີ່ມີອຳນາດ. ເຈົ້າໜ້າທີ່​​ອົງການ ພາກປະຊາສັງຄົມ ຂອງລາວ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັເສຣີ ວ່າ.

ນັກ​ຂ່າວ: ອີກທາງນຶ່ງ ເຂົາກະວ່າ ບໍ່ແມ່ນຊິໄລ່ອອກ ແຕ່ຜູ້ທີ່ບໍ່ມີແບກອັບຫັ້ນເບາະ ໂຕນີ້ເຮົາເຫັນວ່າຈັງໃດ

ເຈົ້າ​ໜ້າທີ່ ພາກປະຊາສັງຄົມ:

ຄັນຊິເວົ້າອີກແນວນຶ່ງ ກະສາມາດຕັ້ງຂໍ້ສັງເກດໄດ້ ສົມມຸດວ່າ ຄືບ້ານເຮົານີ້ ມັນມີສອງອັນ - ນຶ່ງ ຄົນສ້າງ ເດັກສ້າງ ເນາະ ຫຼືວ່າ ຄົນທີ່ເປັນລູກເຈົ້າຫຼານນາຍຫັ້ນ ລະອັນນັ້ນສ່ວນນຶ່ງ. ສ່ວນທີ່ສອງນັ້ນ ກະເວົ້າເລື່ອງສົມມຸດວ່າ ຜູ້ກ່ຽວອາມີຈຸດອ່ອນ ຫຼືວ່າ ປະເມີນຜົລບໍ່ຜ່ານເບາະ ຫຼືວ່າ ມີຄວາມຜິດ, ແຕ່ ກະບໍ່ປະຖິ້ມດອກ ອັນເວົ້າເລື່ອງລູກເຈົ້າ ຫຼາຂ້ອຍ ຫຼືວ່າ ຄົນທີ່ບໍ່ມີຜູ້ຢູ່ໜູນຫຼັງຫັ້ນນ່າ ກະຊິມີສ່ວນເຮັດໃຫ້ໄປບໍ່ໄດ້ສູງ. ກະອາເປັນໄປໄດ້ຄັນວ່າ ມີການສືບສາວລາວເລື່ອງດີໆ ຫັ້ນນ່າ ຄັນຖ້າວ່າ ມີການສືບສາວລາວເລື່ອງ ທີ່ໄປທີ່ມາຂອງຄວາມຜິດຫັ້ນ ມັນອາມີເລິກແລບກວ່າຫັ້ນກະມີ. ແຕ່ວ່າ ຊາເບິ່ງປະເດັນທີ່ອອກຂ່າວຫັ້ນ ກະມີແຕ່ ສ່ວນຫຼາຍກະມີແຕ່ຂຽນວ່າ ຜູ້ກ່ຽວປະຕິບັດໜ້າທີ່ ເກີນຂອບເຂດ ໃຊ້ອຳນາດໃຊ້ໜ້າເກີດຂອບເຂດ ອັນນັ້ນແມ່ນຂໍ້ມູນ ຄວາມຜິດທີ່ຂຽນໃສ່ເອກສານ. ຫາກແຕ່ວ່າ ບໍ່ໄດ້ຢູ່ໃນສາຍ ກໍອາຫຼຸດລອດໄປ.”

ນັກ​ຂ່າວ: ຂັ້ນແມ່ນບໍ່ ຢູ່ໃນສາຍ ຄົນເຈົ້າ ຄົນຂ້ອຍ ມັນບໍ່ແມ່ນເດັກ ສ້າງຂອງຂ້ອຍ ເອີຜິດຊ່ຳນີ້ ກະເອົາອອກຊາ ຖ້າຖືໂອກາດເອົາຄົນຂອງຕົວເອງ ມາສຽບໃສ່ເລີຍ ໂຕນີ້ມັນເປັນໄປໄດ້ບໍ່?

ເຈົ້າ​ໜ້າທີ່ ພາກປະຊາສັງຄົມ:

ຢູ່ບ້ານເຮົານີ້ນະ ສັງຄົມລາວນີ້ນະ ເປັນໄປໄດ້ແທ້ໃນການກັ່ນແກ້ງກັນ ນີ້ກະມີຫຼາຍຮູບການ ເພາະວ່າ ອັນ ຄັນຖ້າວ່າ ບໍ່ສືບສາວລາວເລື່ອງອີ່ຫຼີ ຄັນຖ້າວ່າ ຟັງເບື້ອງດຽວ ສົມມຸດວ່າ ທີ່ຣາຍງານອອກໄປຫັ້ນ ກະຂຶ້ນຢູ່ກັບກອງບັນຊາການະຄອນຫລວງເນາະ. ກະພະນັກງານເມືງ ກອງບັນຊາການເມືອງສີໂຄດຈັ່ງຊີ້ ຖືກຂໍ້ຫາ ຫຼາຍໆ ທ່ານ ຖືກຂໍ້ຫາ ເປັນໄປໄດ້ຢູ່ ຄື ເວົ້າຫັ້ນແຫຼະວ່າ ບໍ່ຢູ່ໃນສາຍ ຕ້ອງການຈະໃສ່ຮ້າຍປ້າຍສີ ຕ້ອງການທີ່ຈະກຳຈັດ ປັດເປົ່າ ຄົນທີ່ບໍ່ແມ່ນຄົນສ້າງຄົນສາ ກໍອາຈະປັນໄປໄດ້.”

ພ້ອມ​ດຽວກັນນັ້ນ ປະຊາຊົນ ທ່ານນຶ່ງ ກໍກ່າວວ່າ ຜູ້ທີ່ມີຕຳແໜ່ງໃຫຍ່ ເມື່ອທຳຜິດແລ້ວ ບໍ່ໄດ້ມີການເປີດເຜີຍ ແຕ່ ພະນັກງານຜູ້ນ້ອຍ ຄືເອົາແທ້ເອົາວ່າ:

ເອີ ເວົ້າເລື່ອງຜິດຫັ້ນນ່າ ເຈົ້າເຮັດຫຍັງສົມມຸດວ່າ ແມ່ນເບາະ. ຄັນວ່າ ກົດໝາຍເມີພາບກັນ ຊິຊື່ ແລະ ນາມສະກຸນຫຍັງກະຢ່ານ່າຜິດ ກະຄືຜິດ.”

ນັກ​ຂ່າວ: ຄວາມໝາຍກໍຄືວ່າ ບໍ່ຢາກໃຫ້ມີການຍົກເວັ້ນ ຢ່າເອົາແຕ່ພວກທີ່ບໍ່ມີ ແບັກອັບໃຫຍ່?

ປະ​ຊາຊົນ:

ພວກທີ່ບໍ່ມີເສັ້ນມີສາຍ ພວກທີ່ບໍ່ມີພາວເວີຣ໌. ຜູ້ພາວເວີຣ໌ ລະເຮົາດຳລົງໄວ້ ມັນກະບໍ່ເປັນແຫຼເນາະ ທີ່ຜ່ານມາແມ່ນເບາະ ເຖິງຂັ້ນສູງສຸດ ກໍແລ້ວແຕ່ ອາດີດຣັມົນຣີ ການເງິນເຮົາກະຮູ້. ດຳເນີນຄະດີກະມີແຕ່ຍຶດຊັພ ແຕ່ພຽງບາງສ່ວນ ມັນກະບໍ່ໄດ້ເຮັດເອົາຈິງເອົາຈັງຫັ້ນນ່າ ບາດນີ້ ບາດພວກຜູ້ນ້ອຍ ລະເຮັດເອົາຈິງເອົາຈັງ ມັນກະບໍ່ເປັນຫັ້ນນ່າ.”

ນັກ​ຂ່າວ: ຢູ່ບ້ານເຮົານີ້ ມັນເປັນຈັ່ງຊັ້ນຫວະ ກະລົງຢູ່ ລົງຜູ້ນ້ອຍ ປະກາດຢູ່ແຕ່ວ່າ ເອົາແທ້ໆລະກະ ຜູ້ທີ່ເຮັດຜິດຫຼາຍກວ່ານີ້ ເປັນເຊື້ອສາຍຜູ້ໃຫຍ່ໄມ້ສູງ ຈັ່ງຊີ້ກະປ່ອຍໄປ?

ປະ​ຊາຊົນ:

ກະປ່ອຍຫຼືບໍ່ປ່ອຍ ກະບໍ່ເຫັນວ່າ ເພິ່ນຊິລົງດາບ ບາງເທື່ອກະພຽງແຕ່ວ່າ ປົດອອກ ຫາກແຕ່ວ່າ ຊັພກະບໍ່ເຫັນຍຶດ ເປັນຂອງຣັຖຫັ້ນນ່າ ຄວາມໝາຍວ່າ ບໍ່ເຫັນຍຶດເປັນຂອງຫລວງຄືນ ຈະເປັນເຮືອນເບາະ ເປັນ.

ເຮົາກໍຮູ້ນີ້ນ່າ ຣັມົນຣີ ຫຼາຍໆ ທີ່ຜ່ານມາເນາະ ຕອນ 2016 ມີ ກະບໍ່ເຫັນເຮັດຫຍັງ ເຮືອນເຂົາກະຍັງຢູ່ ຣົເຂົາກະຍັງຂີ່ຢູ່ຄືເກົ່າ ຊ້ຳບໍ່ໜໍາກະໃຫ້ໄປກິນບຳນານກະຄືເກົ່າແຫຼະ.”

ນັກ​ຂ່າວ: ຫຼືວ່າ ເພິ່ນມີຂໍຍົກເວັ້ນເບາະ ຕຳແໜ່ງລະດັບເຈົ້າແຂວງ ຕຳແໜ່ງລະດັບ ຣັມົນຣີ ຂຶ້ນໄປ.

ປະ​ຊາຊົນ:

ຂັ້ນວ່າ ມີຂໍ້ຍົກເວັ້ນກະຂຽນເລີຍຊັ້ນນ່າ ເວລາເລືອກຕັ້ງ ເຈົ້າເປັນເມືອງເດີ ເວລາເຮັດຜິດແລ້ວ ຍົກເວັ້ນຈັ່ງຊີ້. ອັນນີ້ລະວ່າ ສິດເມີາບ ຕໍ່ໜ້າກົດໝາຍ ເວົ້າເຮັຫຍັງຊັ້ນ.”

ນັ​ຂ່າວ: ໂຕທີ່ລົງວິໄນ ທີ່ປະກົດເຫັນຢູ່ນີ້ ຕາມລາຍຊື່ນີ້ ມີເຊື້ອສາຍຂອງຜູ້ໃຫຍ່ ໄມ້ສູງບໍ່?

ປະ​ຊາຊົນ:

ເທົ່າທີ່ຟັງນາມສະກຸນນີ້ ຄືວ່າ ບໍ່ມີ ນາມສະກຸນປັດຈຸບັນນີ້ ບໍ່ມີ.”    

ປະ​ຊາຊົນອີກທ່ານນຶ່ງ ກໍໃຫ້ຄຳເຫັນວ່າ ຄັນຖ້າວ່າເຮັດ ໃຫ້ເຮັດແທ້ ແຕ່ ບໍ່ຄວນເລືອກປະຕິບັດ:

ຄັນຖ້າວ່າເຮັດ ລະໃຫ້ເຮັດແທ້ ແຕ່ວ່າ ເຮັດລະບໍ່ແມ່ນເຮັດພາກສ່ວນ ລະຄົນຜູ້ນັ້ນ ລະຄົນຜູ້ນີ້ ຄົນຂ້ອຍຄົນເຈົ້າຫັ້ນນ່າ.”

ບາງ​ກໍຄົນກໍເຫັນວ່າ ມັນເປັນຈຸດເຣີ່ມຕົ້ນ ໃນການປາບປາມ ເຈົ້າໜ້າທີ່ຜູ້ສວຍໃຊ້ ຖານະຕຳແໜ່ງ ຕົນເອງ ເພື່ອເອົາຜົໂຍດ ເຂົ້າໂຕ.

ນັກ​ທຸຣະກິຈ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ປ່ຽນແປງຈິງ ປະຕິບັດຈິງ ຄັນວ່າ ເຮັດໜັກ ກະໜັກໄປເລື້ອຍໆ ບ້ານເມືອງກະຊິເຂົ້າເຖິງຄວາມຍຸຕິທັມຢ່າງແທ້ຈິງ ອັນທີນຶ່ງ ອັນທີສອງ ກະງົບປະມານຂອງແຜ່ນດິນ ກະຊິຍັງເຫຼືອຂຶ້ນມາ ເຫຼືອຂຶ້ນມເລື້ອຍໆ.”

ນັກ​ຂ່າວ: ໃນອີກມຸມນຶ່ງ ມັນຈະບໍ່ເປັນການວ່າ ຈັບແຕ່ຜູ້ເລັກຜູ້ນ້ອຍ ຈັບແຕ່ປາສ້ອຍປາຊິວ ເບາະ?

ນັກ​ທຸຣະກິຈ​:

ດຽວນີ້ ບໍ່ແມ່ນປາຊິວແລ້ວ ເລີ່ມເປັນປ່າຄໍ່ ປາເຂັງແລ້ວ ປາສ້ອຍປາຊິວແຕ່ດົນມາແລ້ວ ປາຄໍ່ປາເຂັງ ເຣີ່ມຈັບແລ້ວ.”

ໃນ​ວັນທີ 22 ກັນຍາ ທີ່ຜ່ານມາ, ຂ່າວຣາຍງານວ່າ ກະຊວງ ປ້ອງກັນຄວາມງົບ ໄດ້ອອກຕົກລົງ ວ່າດ້ວຍການປະຕິບັດວິໄນ ນາຍຕໍຣວດ 11 ຄົນ ໂດຍມີລາຍຊື່ດັ່ງນີ້:  

  1. ພັນ​ໂທ ຄຳປ່ຽນ ອຸດົມວິໄລ ອາຍຸ 47 ປີ, ສັງກັດຢູ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ.
  2. ຮ້ອຍ​ເອກ ນາງ ສຸລາວັນ ອຸປະໄຊ ອາຍຸ 31 ປີ, ສັງກັດຢູ່ ຫ້ອງການສັນຕິບານ ປກສ ນະຄອນຫລວງວຽງຈັນ.
  3. ພັນ​ໂທ ສົມພອນ ວົງຊາຕີ ອາຍຸ 57 ປີ ສັງກັດຢູ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ.
  4. ພັນ​ໂທ ນາງ ພຸດທອນ ແກ້ວບຸນຄົງ ອາຍຸ 40 ປີ ສັງກັດຢູ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ.
  5. ພັນ​ໂທ ສອນເພັດ ພິຈິດ ອາຍຸ 49 ປີ ສັງກັດຢູ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ.
  6. ພັນ​ໂທ ລັດສະໝີ ອຸ່ນດວງພະຈັນ ອາຍຸ 44 ປີ ສັງກັດຢູ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ.
  7. ພັນ​ໂທ ຄຳຫຼ້າ ພົມມະສານ ອາຍຸ 47 ປີ ສັງກັດຢູ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ.
  8. ພັນ​ໂທ ນາງອຳມະລີ ຈັນສະຫວ່າງ ອາຍຸ 50 ປີ ສັງກັດ ຢູ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ.
  9. ພັນ​ໂທ ຄຳໄຊ ແກ້ວວົງສາ ອາຍຸ 50 ປີ ສັງກັດຢູ່ ກອງບັນການ ປກສ ເມືອງສີໂຄດຕະບອງ.
  10. ຮ້ອຍ​ເອກ ນາງ ສີແພງ ອໍລະດົມ ອາຍຸ 43 ປີ ສັງກັດຢູ່ ຫ້ອງການສັນຕິບານ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ.
  11. ຮ້ອຍ​ໂທ ນາງ ພອນທິບ ເພັງພັກດີ ອາຍຸ 36 ປີ ສັງກັດຢູ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.