ຕຳຣວດ 11 ຄົນ ທີ່ສໍ້ຣາສ ບັງຫຼວງ ຖືກລົງໂທດ

ຈຳປາທອງ
2022.09.26
ຕຳຣວດ 11 ຄົນ ທີ່ສໍ້ຣາສ ບັງຫຼວງ ຖືກລົງໂທດ ພົລເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ.
ຮູບພາບ: ປກສ

ກະຊວງ ປ້ອງກັນຄວາມສງົບ ປະຕິບັດວິນັຍ ຕໍ່ເຈົ້າໜ້າທີ່ຕໍາຣວດ 11 ຄົນ ທີ່ເຮັດຜິດລະບຽບ ຂອງກະຊວງ ປ້ອງກັນຄວາມສງົບ ໂດຍສັ່ງປົດຕໍາແໜ່ງລົງ 1 ຂັ້ນ, ໂຍກຍ້າຍບ່ອນປະຈໍາການ, ໂຈະການຍ້ອງຍໍ ຜົນງານຕ່າງໆ 1 ປີ ແລະໂຈະການເລື່ອນຊັ້ນ 1 ສມັຍ. ຕໍາຣວດ 11 ຄົນນີ້ ມີຊັ້ນຮ້ອຍໂທ ເຖິງພັນໂທ ຢູ່ກອງບັນຊາການ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ, ໄດ້ເຮັດຜິດລະບຽບ ຂອງກະຊວງ ປ້ອງກັນຄວາມສງົບ ເປັນຕົ້ນເອົາເງິນຄໍາປະກັນ ຂອງຜູ້ຖືກກ່າວຫາ ແລະນັກໂທດ, ເຮັດບົດບັນທຶກ ຄໍ້າປະກັນຕົວຜູ້ຖືກກ່າວຫາ ແລະນັກ ໂທດອອກຈາກຄຸກ ແບບບໍ່ຖືກຕ້ອງຕາມກົດໝາຍ, ຍັກຍອກຊັພຂອງຣັຖ, ປະຕິບັດໜ້າທີ່ແບບຂາດສະຕິ ແລະອື່ນໆ, ອີງຕາມການເຜີຍແຜ່ ຂອງເຟສບຸກຄ໌ເພຈ ທີ່ໃສ່ຊື່ວ່າ ວັນພະຫັດ ໂດຍອ້າງອີງເຖິງຂໍ້ຕົກລົງ ວ່າດ້ວຍການປະຕິບັດວິນັຍ ນາຍຕໍາຣວດ ຂອງກະຊວງປ້ອງກັນຄວາມສງົບ ເມື່ອເດືອນສິງຫາທີ່ຜ່ານມາ.

ກ່ຽວກັບ ເຣື່ອງການປະຕິບັດວິນັຍ ຕໍາຣວດ 11 ຄົນນັ້ນ ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ວ່າທ່ານເອງກໍບໍ່ສາມາດ ໃຫ້ຄວາມຄິດເຫັນຢ່າງຕຣົງໄປຕຣົງມາໄດ້, ແຕ່ກໍເຫັນວ່າ ອີງຕາມກົດລະບຽບ ຂອງກະຊວງປ້ອງກັນ ຄວາມສງົບເປັນການເໝາະສົມແລ້ວ.

ຊາວລາວຫລາຍຄົນ ທີ່ຮູ້ຂ່າວຜ່ານການເຜີຍແຜ່ ທາງສື່ສັງຄົມອອນລາຍນ໌ ຕ່າງກໍເຫັນດີນໍາ ທີ່ກະຊວງປ້ອງກັນຄວາມສງົບ ໄດ້ປະຕິບັດວິນັຍ ເຈົ້າໜ້າທີ່ຜູ້ຝ່າຝືນກົດລະບຽບ ໂດຍໄດ້ເປີດເຜີຍຊື່, ຕໍາແໜ່ງ ແລະລະບຸຄວາມຜິດ ຂອງພວກເຂົາເຈົ້າ ເພື່ອບໍ່ໃຫ້ເປັນໂຕຢ່າງບໍ່ດີ ໃຫ້ເຈົ້າໜ້າທີ່ຕໍາຣວດ ຄົນອື່ນໆ.

ດັ່ງຊາວລາວຜູ້ນຶ່ງ ເວົ້າໃນມື້ວັນທີ 26 ກັນຍານີ້ວ່າ ການປະຕິບັດວິນັຍ ນາຍຕໍາຣວດກຸ່ມນີ້ ຖືວ່າເໝາະສົມ ແລະຖືກຕ້ອງແລ້ວ, ພາກສ່ວນທີ່ກ່ຽວຂ້ອງ ເພິ່ນເອົາຈິງເອົາຈັງ.

ເອາຈິງ ເອົາຈັງ ໄດ໋ວຽກໂຕນີ້ ມີຂໍ້ມູນຊັດເຈນ, ມັນກະຖືກວິນັຍຫັ້ນແຫລະ ກໍານຶ່ງກະຖືກໂຍກຍ້າຍ ໜ້າທີ່ ຖືກປົດຊັ້ນ ຮຸນແຮງກະຖືກປົດໜ້າທີ່.

ຊາວລາວອີກຜູ້ນຶ່ງ ກໍຍິນດີທີ່ ກະຊວງປ້ອງກັນຄວາມສງົບ ໄດ້ລົງວິນັຍເຈົ້າໜ້າທີ່ຕໍາຣວດ ທີ່ເຮັດວຽກບໍ່ຊື່ສັດ ຊຶ່ງທ່ານເຫັນວ່າ ເປັນການສໍ້ຣາສບັງຫລວງ ໃນຮູບແບບນຶ່ງ ແລະຖ້າຫາກສາມາດແກ້ໄຂໄດ້ ເລື້ອຍ ກໍຈະເປັນຜົລດີ ຕໍ່ການພັທນາປະເທດ.

ຊົມເຊີຍ ເຮັດໄດ້ຄືແນວນີ້ກະຊົມເຊີຍແຫລະ ບ້ານເມືອງກະສິຈະເລີນໄວຢູ່ ບັງຫລວງແນວນີ້ແນວນັ້ນ ກໍເຮັດຜິດລະບຽບກົດໝາຍ ຂອງພັກຂອງຣັຖ ຈັ່ງເຮັດໄດ້ແນວນີ້ເຮົາ ກະຊົມເຊີຍນໍາດີໃຈນໍາ ເຮົາກະບໍ່ຮູ້ລະບຽບວິນັຍຂອງກະຊວງ ຈັກເຂົາເຈົ້າຄິດລະບຽບແບບໃດ ເຮົາກະບໍ່ເຂົ້າໃຈນໍາເພິ່ນ.

ຜູ້ທີ່ມີຄວາມຮູ້ທາງ ດ້ານກົດໝາຍ ວ່າດ້ວຍກໍາລັງປ້ອງກັນ ຄວາມສງົບປະຊາຊົນ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 26 ກັນຍານີ້ວ່າ ເຈົ້າໜ້າທີ່ຕໍາຣວດທັງ 11 ຄົນນັ້ນ ອາຈເຮັດຄວາມຜິດ ທີ່ບໍ່ສ້າງຄວາມເສັຍຫາຍ ຕໍ່ຊັພສິນຂອງຣັຖຫລວງຫລາຍ ຈຶ່ງໄດ້ຮັບການລົງໂທດ ພຽງແຕ່ປະຕິບັັດວິນັຍເທົ່ານັ້ນ. ຖ້າມີຄວາມຜິດຮ້າຍແຮງ ແລະມີຄວາມເສັຍຫາຍຫລາຍ ກໍຈະຖືກໄລ່ອອກຈາກ ແລະຖືກດໍາເນີນຄະດີ.

ຫາກວ່າມັນລະດັບເບົາ ເຂົາເຈົ້າຈະມີລົງວິນັຍ ໃຊ້ຕາມລະບຽບເຂົາເຈົ້າ ແຕ່ຄັນເປັນກະທໍາຜິດທີ່ວ່າລະເມີດຕໍ່ປະມວນກົດໝາຍ ອາຍາບໍ່ ຜ່ານມາກະຖືວ່າມີການດໍາເນີນ ຄະດີຕາມກົດໝາຍ.

ເມື່ອເດືອນມິຖຸນາທີ່ຜ່ານມາ ພົລເອກ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ ກໍໄດ້ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໂດຍເນັ້ນໜັກໃສ່ ເຣື່ອງການເຮັດຜິດລະບຽບວິນັຍ ຂອງເຈົ້າໜ້າທີ່ຕໍາຣວດວ່າ ຖ້າເຈົ້າໜ້າທີ່ຕໍາຣວດ ກະທໍາຄວາມຜິດ ຈະບໍ່ຈົ່ງຈັກຄົນ  ຊັ້ນສູງເທົ່າໃດກໍຢ່າ.

ປະຕິບັດວິນັຍໝົດດຽວນີ້ ບໍ່ຈົ່ງຈັກຄົນ ຊັ້ນສູງເທົ່າໃດກະຢ່າມັນ ເພາະມັນເຮັດຜິດ ພວກເຮົາໄດ້ເຮັດແນວນັ້ນເດັດຂາດ ຕ່າງແຕ່ວ່າເຮົາບໍ່ເຫັນເທົ່ານັ້ນ ຄັນວ່າຜູ້ແທນເຫັນ ກໍຂໍໃຫ້ເອົາຂໍ້ມູນມາໃຫ້ ຮູ້ມື້ເຊົ້າມື້ແລງກໍປະຕິບັດວິນັຍໂລດ ແນວນັ້ນ.

ກ່ອນໜ້ານີ້ ກອງບັນຊາການ ປ້ອງກັນຄວາມສງົບ ໃນແຂວງຕ່າງໆ ກໍໄດ້ມີການປະຕິບັດວິນັຍ ຕໍ່ເຈົ້າໜ້າທີ່ຕໍາຣວດ ທີ່ເຮັດຜິດຢູ່ເລື້ອຍໆ ​ໃນນັ້ນຈໍານວນນຶ່ງ ກໍຖືກໄລ່ອອກ ພ້ອມທັງຖືກດໍາເນີນຄະດີ ເປັນຕົ້ນ ເມື່ອເດືອນສິງຫາ ທີ່ຜ່ານມານີ້ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງເຊກອງ ໄດ້ປະຕິບັດວິນັຍເຈົ້າໜ້າທີ່ ຕໍາຣວດແຂວງເຊກອງ ຈໍານວນ 5 ຄົນ ໂດຍໃຫ້ອອກ ຈາກກອງກໍາລັງ ປ້ອງກັນຄວາມສງົບ ແບບ ບໍ່ໄດ້ຮັບນະໂຍບາຍອຸດໜູນ ຍ້ອນນາຍຕໍາຣວດທັງ 5 ຄົນດັ່ງກ່າວ ພົວພັນກັບຢາເສບຕິດ ປະເພດຢາບ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.