ຕຳຣວດ ແຂວງເຊກອງ 5 ຄົນ ຖືກປະຕິບັດ ວິນັຍ
2022.08.16
ເມື່ອສັປດາຜ່ານມານີ້ ເຈົ້າໜ້າທີ່ຕໍາຣວດແຂວງເຊກອງ ຈໍານວນ 5 ຄົນ ໄດ້ຖືກປະຕິບັດວິນັຍ ໂດຍການໃຫ້ອອກຈາກກອງກໍາລັງປ້ອງກັນຄວາມສງົບ ໂດຍບໍໍ່ໄດ້ຮັບນະໂຍບາຍອຸດໜູນ ຍ້ອນພົວພັນກັບຢາເສບຕິດປະເພດຢາບ້າ, ອີງຕາມການຣາຍງານ ຂອງທ່ານພັນໂທ ພອນວິຈິດ ກີບເກສອນ ຮອງຫົວໜ້າຫ້ອງການການເມືອງ ປກສ ແຂວງເຊກອງ.
ເຈົ້າໜ້າທີ່ຕໍາຣວດ 5 ຄົນດັ່ງກ່າວ ທີ່ຖືກປະຕິບັດວິນັຍ ປະກອບດ້ວຍ:
- ຮ້ອຍຕຣີ ຈະເລີນທອງ ແກ້ວມີສີ ອາຍຸ 34 ປີ ຫົວໜ້າໜ່ວຍງານ ຫ້ອງການຕໍາຣວດ ປກສ ແຂວງເຊກອງ.
- ວາທີ ໄພສະຫວັນ ເພັດກຸມເມືອງ ອາຍຸ 33 ປີ ຮອງຫົວໜ້າໜ່ວຍງານ ສັງກັດຮອງການຕໍາຣວດ ປກສ ແຂວງເຊກອງ.
- ວາທີ ລັດຕະນະ ດວງຄໍາ ອາຍຸ 28 ປີ ວິຊາການ ສັງກັດຫ້ອງການຕໍາຣວດ ປກສ ແຂວງເຊກອງ.
- ຮ້ອຍໂທ ນາງ ສຸດຖະໜອມ ວໍລະດາ ອາຍຸ 33 ປີ ວິຊາການ ສັງກັດ ປກສ ເມືອງທ່າແຕງ ແລະ
- ຮ້ອຍຕຣີ ພົງເພັດ ໃພທິສານ ອາຍຸ 36 ປີ ຫົວໜ້າໜ່ວຍງານ ປກສ ເມືອງດາກຈື້ງ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກອງບັນຊາການ ປກສ ແຂວງເຊກອງ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ຊີ້ແຈງສັ້ນໆວ່າ ກໍາລັງປະຕິບັດຕາມຂັ້ນຕອນທາງກົດໝາຍຕໍ່ຜູ້ກ່ຽວທັງ 5 ຄົນຢູ່ ບໍ່ສາມາດໃຫ້ຮູ້ຣາຍລະອຽດຫຼາຍໄປກວ່ານີ້ໄດ້.
ແຕ່ເຖິງຢ່າງໃດກໍຕາມ ສໍາລັບເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງກັບຄະດີຢາເສບຕິດນັ້ນ ນອກຈາກຈາກ ຈະໃຫ້ອອກຈາກກອງກໍາລັງ ປ້ອງກັນຄວາມສງົບແລ້ວ ຍັງຈະຕ້ອງຖືກດໍາເນີນຄະດີນໍາດ້ວຍ.
ດັ່ງອະດີດເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 16 ສິງຫາ ນີ້ວ່າ:
“ຜູ້ໃດພົວພັນໜັກໄດ້ອອກ ດຽວນີ້ ໂອເຂົາເອົາອອກນ່າດຽວນີ້ ຣັຖບານໃໝ່ນີ້ນ່າ ເຈົ້າເຮັດຜິດ ເຈົ້າເຮັດບໍ່ຖືກລະບຽບກັບໜ້າທີ່ວຽກງານເຈົ້າ ຖືວ່າໄດ້ອອກໝົດແຫຼະ ອອກໄປກະມີຄະດີ ຜູ້ໜັກກະຕິດຄຸກຄືກັນ ຄັນແມ່ນຜູ້ເບົາເຂົາກະຕັກເຕືອນ ປົດຊັ້ນປົດຕໍາແໜ່ງເຈົ້າ.”
ສໍາລັບເຈົ້າໜ້າທີ່ຕໍາຣວດ ທີ່ມີຄວາມຜິດ ໃນຂໍ້ຫາພົວພັນກັບຢາເສບຕິດ ກໍຖືວ່າຈະຖືກດໍາເນີນຄະດີອາຍາ ແຕ່ນໍ້າໜັກຄວາມຜິດຂອງຄະດີ ຈະໜັກກວ່າປະຊາຊົນທົ່ວໄປ.
ດັ່ງນັກກົດໝາຍ ທ່ານນຶ່ງ ກ່າວວ່າ:
“ຖ້າເປັນເຈົ້າໜ້າທີ່ ມັນກໍຕົກເປັນສະຖານນຶ່ງ ມັນການສໍ້ຣາສບັງຫຼວງ ໂທດໂຕນີ້ມັນຈະສູງກວ່າຂອງປະຊາຊົນໂດຍທົ່ວໄປ ຄັນເປັນປະຊາຊົນທົ່ວໄປ ມັນກໍເປັນເຣື່ອງການໃຫ້ສິນບົນແດ່ ມັນຈະນອນຢູ່ໃນສະຖານໃດນຶ່ງແລ້ວ ໂທດໂຕນີ້ມັນຈະເບົາກວ່າ ໂຕຂອງເຈົ້າໜ້າທີ່ຣັຖ.”
ກ່ຽວກັບເຣື່ອງນີ້ ຊາວບ້ານຫຼາຍຄົນ ຢູ່ແຂວງເຊກອງ ກໍບໍ່ສາມາດສະແດງຄວາມເຫັນ ຢ່າງຕຣົງໄປຕຣົງມາໄດ້ ສາມາດເວົ້າໄດ້ພຽງແຕ່ວ່າ ປັດຈຸບັນຢູ່ພາຍໃນແຂວງ ກໍໄດ້ເພີ່ມການກວດກາ ຢາເສບຕິດຢ່າງເຂັ້ມງວດ ເພື່ອປະຕິບັດຕາມວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
ດັ່ງຊາວບ້ານ ຢູ່ເມືອງລະມາມ ທ່ານນຶ່ງ ກ່າວວ່າ:
“ກະເຂັ້ມງວດແຫຼະ ຢູ່ໃສກະເຂັ້ມງວດແຫຼະ ຢາມ້ານະ ກະບໍ່ສ່າງວ່າ ເຂົາກະເຂັ້ມງວດແຫຼະ ຊິໄດ້ເຂັ້ມງວດທົ່ວປະເທດ ຢູ່ໃສເພິ່ນກະກວດຫັ້ນແຫຼະ ຄັນຢາມ້ານີ້ມັນກະບໍ່ໄດ້ແຫຼະ.”
ການເຂັ້ມງວດກວດກາ ເຣື່ອງບັນຫາຢາເສບຕິດ ຢູ່ແຂວງເຊກອງ ຍັງໄດ້ລົງໄປໂຄສະນາຕາມເຮືອນພັກ ແລະໂຮງແຮມຕ່າງໆ ເພື່ອໃຫ້ເຈົ້າຂອງເຮືອນພັກ-ໂຮງແຮມ ແຈ້ງເບາະແສ ໃຫ້ແກ່ເຈົ້າໜ້າທີ່ ຄັນພົບເປົ້າໝາຍໜ້າສົງສັຍ.
ດັ່ງເຈົ້າຂອງເຮືອນພັກແຫ່ງນຶ່ງ ຢູ່ເມືອງທ່າແຕງ ກ່າວວ່າ:
“ຢ້ານແຕ່ວ່າເຂົາ ມີເບາະແສເນາະ ວ່າເອີ່ຈັ່ງຊີ້ໆຫັ້ນນ່າ ແບບນັ້ນຫັ້ນ ເຂົາກະມາແຈ້ງເຮົາ ເຂົາກະຕ້ອງເຂົ້າມາກວດຈັ່ງຊີ້ນ່າ ຄືກຸ່່ມທີ່ມັນບໍ່ດີບໍ ແບບວ່າມີເບາະແສເຂົາຮູ້ຈັ່ງຊີ້ນ່າ ເຂົາກະຕ້ອງເຂົ້າມາກວດ.”
ກ່ອນໜ້ານີ້ ທ່ານພົລເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວກ່ຽວກັບບັນຫາເຈົ້າໜ້າທີ່ ພົວພັນກັບຢາເສບຕິດ ຢູ່ກອງປະຊຸມສມັຍສາມັນເທື່ອທີ່ 3 ຂອງສະພາແຫ່ງຊາຕຊຸດທີ່ 9 ເມື່ອເດືອນມິຖຸນາ ທີ່ຜ່ານມາວ່າ:
“ສ່ວນທີ່ພົວພັນ ເຖິງການຄ້າ-ການຂາຍ ການຢູ່ເບື້ອງໜ້າ-ເບື້ອງຫຼັງ ການບໍ່ມີຄວາມເປັນທັມ ວ່າຕັ້ງແຕ່ພວກເຮົາຮູ້ ປະຕິບັດວິນັຍເບິດດຽວນີ້ ບໍ່ຈົ່ງຈັກຄົນ ຊັ້ນສູງເທົ່າໃດກະຢ່າມັນ ເພາະມັນເຮັດຜິດ ພວກເຮົາໄດ້ເຮັດແນວນັ້ນເດັດຂາດເຮັດແນວນັ້ນ ຮູ້ມື້ເຊົ້າ ມື້ແລງກໍປະຕິບັດວິນັຍໂລດແນວນັ້ນຫັ້ນ.”
ສໍາລັບກໍຣະນີ ເຈົ້າໜ້າທີ່ຕໍາຣວດ ພົວພັນກັບຢາເສບຕິດ ແມ່ນມີຄວາມຜິດໃນມາດຕຣາ 39 ຂອງກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສງົບປະຊາຊົນ ເຊິ່ງໄດ້ລະບຸ 11 ຂໍ້ຫ້າມ ຂອງກອງກໍາລັງປ້ອງກັນຄວາມສງົບ ໂດຍມີເຣື່ອງຢາເສບຕິດກວມຢູ່ນໍາ ອີກທັງຜິດຕໍ່ປະມວນກົດໝາຍອາຍາ ມາດຕຣາ 320.