ຕຣຽມພ້ອມ ຮັບມືຜົລກະທົບ ຈາກພາຍຸໂນຣູ

ເຂື່ອນໄຟຟ້ານ້ຳງື່ມ 1 (ເຂື່ອນທ່າລາດ) ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພວມປ່ອຍນ້ຳ ອອກຈາກເຂື່ອນ ທັງ 4 ປະຕູ (TS).
ເຂື່ອນໄຟຟ້ານ້ຳງື່ມ 1 (ເຂື່ອນທ່າລາດ) ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພວມປ່ອຍນ້ຳ ອອກຈາກເຂື່ອນ ທັງ 4 ປະຕູ (TS). (RFA)

0:00 / 0:00

ກົມຄຸ້ມຄອງຄວາມປອດພັຍ ອຸດສາຫະກັມພະລັງງານ ກະຊວງ ພະລັງງານ ແລະບໍ່ແຮ່ ອອກແຈ້ງການ ເຖິງບັນດາ ເຂື່ອນໄຟຟ້າ ໃນຂອບເຂດທົ່ວປະເທດ ໃຫ້ເຝົ້າລະວັງລະດັບນໍ້າ, ຕິດຕາມກວດກາ ສະພາບເຂື່ອນ ແລະ ກະຕຣຽມຄວາມພ້ອມຮັບມື ໃນກໍຣະນີເກີດເຫດສຸກເສີນ ໃນໄລຍະທີ່ ພະຍຸໂນຣູ (Noru) ເຄື່ອນຜ່ານ ບັນດາແຂວງພາກໃຕ້ ຂອງປະເທດລາວ ໃນລະຫວ່າງ ວັນທີ່ 27-29 ກັນຍາ 2022 ນີ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງສາຣະວັນ ກ່າວວ່າ ໄດ້ສັ່ງການໃຫ້ບັນດາເຂື່ອນໄຟຟ້າ ທຸກແຫ່ງ ພາຍໃນແຂວງສາຣະວັນ ເຝົ້າລະວັງ ແລະຕຣຽມພ້ອມຮັບມື 24 ຊົ່ວໂມງ ແລ້ວຍັງມອບໝາຍໃຫ້ ເຈົ້າໜ້າທີ່ຊ່ຽວຊານ ລົງພື້ນທີ່ຕິດຕາມ ເຂື່ອນທຸກແຫ່ງ ພ້ອມກັບແຈ້ງເຕືອນຊາວບ້ານ ທີ່ອາສັຍ ຢູ່ຕາມແຄມເຊ ໃຫ້ເຝົ້າລະວັງ ແລະມີສະຕິ ໃນການຕຣຽມພ້ອມຮັບມື ກັບພັຍນໍ້າຖ້ວມໃນຄັ້ງນີ້.

ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ່ 28 ກັນຍາ ນີ້ວ່າ:

“ແມ່ນແຫຼະເຈົ້າ ເພິ່ນກະແຈ້ງການອອກ ເຈົ້າແຂວງເພິ່ນ ກະອອກມາແຈ້ງການ ທາງພະນັກງານບໍ່ແຮ່ ກະແຈ້ງໄປຍັງເຂື່ອນ ທາງຄະນະຜແນກ ເພິ່ນກະລົງຕິດຕາມເຂື່ອນຢູ່ ເພິ່ນກະກໍາລັງໄປ.”

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ເຂື່ອນໄຟຟ້າທຸກແຫ່ງ ພາຍໃນແຂວງສາຣະວັນ ຖືວ່າຍັງແຂງແຮງຕາມມາຕຖານ ແຕ່ສິ່ງທີ່ຕ້ອເຝົ້າລະວັງເປັນພິເສດ ຄື ນໍ້າປ່າໄຫຼຊຸ ແລະນໍ້າລົ້ນຕາຝັ່ງ ເຊິ່ງອາຈເຮັດໃຫ້ຫຼາຍພື້ນທີ່ ຖືກຕັດຂາດ ໂດຍສະເພາະ ບັນດາບ້ານ ທີ່ຢູ່ຕາມລໍານໍ້າເຊໂດນ ແລະຕາດເລາະ ກໍຍັງຕ້ອງເຝົ້າລະວັງຢ່າງໃກ້ຊິດ.
ປັດຈຸບັນ ຫຼາຍພື້ນທີ່ ໃນເມືອງຊານໄຊ ເປັນຕົ້ນ ບ້ານຈະເລີນໄຊ, ບ້ານມີໄຊ ແລະ ບ້ານວັງໄຊ ເຊິ່ງເປັນບ້ານ ທີ່ຢູ່ຕິດກັບແຄມເຊ ກໍເກີດນໍ້າຖ້ວມແລ້ວ ຕັ້ງແຕ່ຕອນເຊົ້າຂອງມື້ນີ້ (28 ກັນຍາ) ສ່ວນບ້ານອື່ນໆ ກໍຍັງເຝົ້າລະວັງ ຢ່າງໃກ້ຊິດ.

ສ່ວນຊາວບ້ານ ທີ່ອາສັຍຢູ່ຕາມລໍານໍ້າເຊກອງ ກໍໄດ້ຮັບການແຈ້ງເຕືອນ ພັຍລ່ວງໜ້າ ເນື່ອງຈາກເຂື່ອນໄຟຟ້າອາເລື້ອຍ (A Luoi) ຂອງວຽດນາມ ກໍໄດ້ແຈ້ງເຕືອນວ່າ ຈະເປີດປະຕູລະບາຍນໍ້າ ໃນມື້ວັນທີ່ 27 ກັນຍາ 2022 ນີ້ ແລະຄາດວ່າ ປະຣິມານນໍ້າ ທີ່ປ່ອຍອອກມາ ອາຈສູງເຖິງ 2,500 ແມັຕກ້ອນ ຕໍ່ວິນາທີ ໂດຍປະຣິມານນໍ້າທັງໝົດ ຈະໄຫຼຜ່ານແຂວງເຊກອງ ແລະແຂວງອັດຕະປື ຕາມລໍາດັບ ໃນໄລຍະວັນທີ່ 28-29 ກັນຍາ ນີ້.

ພາຍຫຼັງ ໄດ້ຮັບການແຈ້ງເຕືອນແລ້ວ ທາງການແຂວງເຊກອງ ແລະແຂວງອັດຕະປື ກໍໄດ້ອອກປະກາດເຕືອນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະຊາວບ້ານທຸກຄົນ ຕຣຽມພ້ອມຮັບມື ແລະເຝົ້າລະວັງ ເຫດສຸກເສີນນໍາດ້ວຍ.

ສໍາລັບເຂື່ອນໄຟຟ້າ ທຸກແຫ່ງ ພາຍໃນແຂວງອັດຕະປື ກໍຍັງແຂງແຮງ ບໍ່ມີຫຍັງເປັນກັງວົນ ແຕ່ກໍສັ່ງການໃຫ້ເຂື່ອນແຕ່ລະແຫ່ງ ໄດ້ຕຣຽມຄວາມພ້ອມ ເພື່ອຮັບມືກັບເຫດສຸກເສີນ ຕລອດເວລາ.

ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ແຂວງເຊກອງ ກະແຈ້ງເຕືອນມາ ວ່ານໍ້າກະພໍຮອດເຊກອງ ນໍ້າເຂົາປ່ອຍມາ ແຕ່ເຂື່ອນອາເລື້ອຍ (A Luoi) ຢູ່ວຽດນາມເດ້ ຄາດວ່າມື້ແລງຄືຊິຮອດອັດຕະປື ຊາວບ້ານຊາວຊ່ອງ ກະຖືວ່າຕຣຽມໝົດແລ້ວ ພາກຣັຖເຕືອນ ແຕ່ວານນີ້ພຸ້ນ ໃຫ້ໂຍກຍ້າຍອອກຈາກແຄມເຊ ບ່ອນທີ່ວ່າ ມີຄວາມສ່ຽງ."

ສ່ວນຊາວບ້ານ ໃນເມືອງຊານໄຊ ແຂວງອັດຕະປື ກໍກ່າວວ່າ ໄດ້ຮັບການແຈ້ງເຕືອນ ຈາກທາງການລາວ ກ່ຽວກັບພະຍຸ ໂນຣູ ຈະເຄື່ອນຜ່ານ ປະເທດລາວແລ້ວ ເຊິ່ງແຕ່ລະຄອບຄົວ ກໍໄດ້ພາກັນເກັບມ້ຽນເຄື່ອງໄວ້ບ່ອນສູງ ເພື່ອຄວາມປອດພັຍແລ້ວ ແຕ່ກໍຍັງມີຊາວບ້ານຈໍານວນນຶ່ງ ທີ່ອາສັຍຢູ່ຕາມແຄມເຊ ທີ່ບໍ່ສາມາດເກັບມ້ຽນເຄື່ອງຂອງ ໄດ້ທັນເວລາ ເຮັດໃຫ້ຊັພສິນຈໍານວນນຶ່ງ ໄຫຼຊຸໄປຕາມກະແສນໍ້າ ໂດຍສະເພາະ ຜູ້ທີ່ຂາຍເຄື່ອງຢູ່ບໍຣິເວນຕາດຈໍ ແຫຼ່ງທ່ອງທ່ຽວຊື່ດັງ ຂອງເມືອງຊານໄຊ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊານໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ນໍ້າຖ້ວມບາງເຂດ ແຖວໃກ້ແມ່ນໍ້າ ແຖວກຕາດຈໍ ຖ້ວມໝົດແຫຼະ ແຖວນັ້ນ ຮັບຜົລກະທົບເຕັມໆເລີຍ ຖ້ວມໝົດ ຊຸດກ່ອນຫັ້ນກະຊຸໄປໝົດ ເອົານໍາບໍ່ທັນ ເພໝົດ ບາດນີ້ມາຖ້ວມອີກ.”

ຂະນະທີ່ ຜູ້ປະກອບການ ຮ້ານອາຫານເຮືອນແພ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ກ່າວວ່າ ໃນຕອນເຊົ້າຂອງມື້ນີ້ (28 ກັນຍາ) ຝົນເຣີ່ມຕົກໜັກ ແລະເຮັດໃຫ້ປະຣິມານນໍ້າ ໃນລໍານໍ້າເຊກອງ ເຣີ່ມໄຫຼຊຸແຮງຂຶ້ນເລື້ອຍໆ ຂະນະທີ່ ຊາວບ້ານທີ່ອາສັຍຢູ່ ຕາມແຄມລໍານໍ້າເຊກອງ ກໍພາກັນຕື່ນໂຕ ແລະເກັບມ້ຽນເຄື່ອງຂອງໄວ້ບ່ອນປອດພັຍ.
ແນວໃດກໍຕາມ ກໍຍັງເປັນກັງວົນ ເຣື່ອງການປ່ອຍນໍ້າ ອອກຈາກເຂື່ອນອາເລື້ອຍ ໃນປະເທດວຽດນາມ ແລະຄາດວ່າ ປະຣິມານນໍ້າທີ່ປ່ອຍອອກມານັ້ນ ຈະມາຮອດແຂວງອັດຕະປື ໃນຕອນບ່າຍຂອງວັນທີ່ 28 ກັນຍາ ຫາກກະແສນໍ້າໄຫຼຊຸແຮງ ກໍມີຄວາມສ່ຽງ ທີ່ຮ້ານອາຫານເຮືອນແພ ຈະໄດ້ຄວາມເສັຍຫາຍ.

ດັ່ງເຈົ້າຂອງຮ້ານອາຫານ ເຮືອນແພ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ຕອນນີ້ກະນໍ້າແຮງແລ້ວ ພະຍຸເຂົ້າແຮງເຕີບ ຊ່ວງ 11 ໂມງນີ້ ເຂົາວ່າມັນຊິເຂົ້າມາໜັກໆ ກົກໄມ້ກະລົ້ມ ຮ້ານກະເພແດ່ ຈັກໜ້ອຍບາງສ່ວນ ກະຕິດຕາມຂ່າວທາງແຈ້ງການແດ່ ທາງເຟສບຸກຄ໌ແດ່ ອິ່ຫຍັງນີ້ແຫຼະ ເຂົາປ່ອຍໜັກ (ນໍ້າຈາກເຂື່ອນ) ບາດດຽວເດ້."

ນອກຈາກນີ້ ບໍຣິສັດເຂື່ອນໄຟຟ້າເຊລະນອງ 1 ຈໍາກັດ ເຊິ່ງເປັນຜູ້ພັທນາ ໂຄງການເຂື່ອນເຊລະນອງ 1 ຢູ່ເມືອງນອງ ແຂວງສວັນນະເຂດ ກໍໄດ້ອອກແຈ້ງການ ເຖິງທາງການແຂວງສວັນນະເຂດ ກ່ຽວກັບການລະບາຍນໍ້າ ອອກຈາກເຂື່ອນ ຕັ້ງແຕ່ວັນທີ່ 28 ກັນຍານີ້ ໂດຍມີປະຣິມານການປ່ອຍນໍ້າ ຢູ່ທີ່ 500 ຫາ 8,500 ແມັຕກ້ອນ ຕໍ່ວິນາທີ ແລະຈະສິ້ນສຸດການລະບາຍນໍ້າ ໃນວັນທີ່ 15 ຕຸລາ ນີ້.

ສາເຫດ ໃນການລະບາຍນໍ້າ ຂອງເຂື່ອນເຊລະນອງ 1 ໃນຄັ້ງນີ້ ເນື່ອງຈາກ ຈະມີຝົນຕົກໜັກ ເຊິ່ງເປັນຜົລກະທົບຈາກພະຍຸ ໂນຣູ ສະນັ້ນແລ້ວ ທາງໂຄງການດັ່ງກ່າວ ຈຶ່ງແຈ້ງເຕືອນໄປຍັງບັນດາບ້ານ ແລະພວກຊາວບ້ານ ອາສັຍຢູ່ຕາມແຄມລໍານໍ້າເຊລະນອງ ຕອນເທິງ ແລະຕອນລຸ່ມ ຂອງເຂື່ອນ ໃຫ້ຫຼີກເວັ້ນ ການເຮັດກິຈກັມຕ່າງໆ ແລະພາກັນເກັບມ້ຽນເຄື່ອງຂອງ ແລະຊັພສິນມີຄ່າ ໃຫ້ມີຄວາມປອດພັຍສູງ.
ຂະນະທີ່ ຊາວບ້ານໃນເມືອງນອງ ແຂວງສວັນນະເຂດ ກ່າວວ່າ ພາຍຫຼັງທີ່ມີແຈ້ງການ ເຕືອນໃຫ້ຊາວບ້ານເຝົ້າລະວັງນໍ້າຖ້ວມ ຈາກການລະບາຍນໍ້າ ອອກຈາກເຂື່ອນ ຊາວບ້ານກໍພາກັນເກັບມ້ຽນເຄື່ອງຂອງໄວ້ບ່ອນສູງ ເພື່ອຄວາມປອດພັຍແລ້ວ ເຊິ່ງເວລາປະມານ 11 ໂມງເຊົ້າຂອງມື້ນີ້ (28 ກັນຍາ) ລະດັບນໍ້າ ໃນລໍານໍ້າເຊລະນອງ ກໍເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນ ນໍ້າກໍາລັງຂຶ້ນມື້ນີ້ນ່າ ເພາະວ່າຂະເຈົ້າປ່ອຍເຂື່ອນ ຂະເຈົ້າກະຕຣຽມໝົດແລ້ວ ໃຜກະຕຣຽມ ມີສະຕິໝົດຫັ້ນແຫຼະ ຄັນຊິເວົ້າກະ.”

ຊາວບ້ານໃນແຂວງສວັນນະເຂດ ອີກຄົນນຶ່ງກໍກ່າວວ່າ ມາຮອດຕອນນີ້ ຍັງບໍ່ໄດ້ຮັບຜົລກະທົບ ຈາກພະຍຸ ໂນຣູ ໜັກຫຼາຍປານໃດ ເຖິງແມ່ນວ່າ ຈະມີການລະບາຍນໍ້າ ອອກຈາກເຂື່ອນເຊລະນອງ 1 ກໍຕາມ, ແຕ່ແຂວງ ທີ່ຈະໄດ້ຮັບຜົລຈາກ ພະຍຸ ໂນຣູ ຫຼາຍທີ່ສຸດອາຈເປັນ ແຂວງສາຣະວັນ, ເຊກອງ ແລະອັດຕະປື ເຊິ່ງພະຍຸ ໂນຣູ ເຄື່ອນຜ່ານພື້ນທີ່ດັ່ງກ່າວ.

ດັ່ງຊາວລາວຜູ້ນຶ່ງ ໃນເມືອງນອງ ແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນເຂົ້າສາຣະວັນເດີ້ໜັກ ເຂື່ອນກະ ຂະເຈົ້າແຈ້ງການເດ້ ປ່ອຍນໍ້າປ່ອຍຫຍັງ ກະປ່ອຍແລ້ວ ເຣີ່ມຈາກມື້ນີ້.”

ມາຮອດຕອນນີ້ ເຖິງແມ່ນວ່າຈະມີຫຼາຍພື້ນທີ່ ເຣີ່ມໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ແຕ່ທາງການລາວ ກໍຍັງບໍ່ສາມາດ ປະເມີນຜົລກະທົບ ແລະຄວາມເສັຍຫາຍ ທີ່ອາຈເກີດຈາກພາຍຸ ໂນຣູ ໃນຄັ້ງນີ້ໄດ້ ຈົນກວ່າພະຍຸຈະໝົດໄປ ແລະລະດັບນໍ້າຫຼຸດລົງຕາມປົກກະຕິ.

ກະຊວງ ພະລັງງານ ແລະບໍ່ແຮ່ ຍັງແນະນໍາໃຫ້ທຸກພາກສ່ວນ ໃນສັງຄົມ ຢູ່ແຂວງພາກໃຕ້ຂອງລາວ ຕິດຕາມຂ່າວສານ ແລະສະພາບນໍ້າຢ່າງໃກ້ຊິດ, ຂົນເຄື່ອງໃຊ້ໄຟຟ້າ ໄປໄວ້ບ່ອນສູງ, ຕ້ອງຮູ້ໝາຍເລຂໂທສຸກເສີນ, ຕ້ອງຮູ້ເສັ້ນທາງໜີນໍ້າ ຫາກເກີດນໍ້າມາ ຢ່າງກະທັນຫັນ ແລະສາກໂທຣະສັບມືຖືໃຫ້ພ້ອມ ເພື່ອຕິດຕໍ່ ເຈົ້າໜ້າທີ່ ຫາກຕ້ອງການ ຄວາມຊ່ອຍເຫຼືອ ຢ່າງຮີບດ່ວນ ຫຼືຕ້ອງການເຂົ້າສານ ແລະອາຫານແຫ້ງ ເພື່ອບັນເທົາທຸກ.
ຂະນະທີ່ ກົມອຸຕຸນິຍົມ ແລະອຸທົກກະສາຕ, ກະຊວງຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ກໍໄດ້ຣາຍງານ ສະພາບອາກາດ ໃນລະຫວ່າງວັນທີ່ 27-28 ກັນຍາ 2022 ວ່າ ພະຍຸ ໂນຣູ ໄດ້ອ່ອນກໍາລັງລົງ ເປັນພາຍຸໝຸນເຂດຮ້ອນ ປັດຈຸບັນ (28 ກັນຍາ) ໄດ້ເຄື່ອນທີ່ ຢູ່ທາງພາກກາງ ຂອງປະເທດວຽດນາມ ດ້ວຍຄວາມໄວ 19 ກິໂລແມັຕ ຕໍ່ຊົ່ວໂມງ.

ຈາກນັ້ນ ຈະສືບຕໍ່ຜ່ານແຂວງພາກກາງ ແລະພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາປານກາງຢູ່ທົ່ວໄປ ໃນແຕ່ລະພາກ ແລະຕົກໜັກ ຫາໜັກຫຼາຍ ພ້ອມມີລົມແຮງ ຢູ່ບາງທ້ອງຖິ່ນ ໃນເຂດພາກກາງ ແລະພາກໃຕ້ ເປັນຕົ້ນ ແຂວງບໍຣິຄໍາໄຊ, ຄໍາມ່ວນ, ສວັນນະເຂດ, ຈໍາປາສັກ, ສາຣະວັນ, ເຊກອງ ແລະອັດຕະປື.