ນາຍຈ້າງ ທີ່ຂົ່ມຂືນ ແມ່ຍິງລາວ ມອບໂຕແລ້ວ
2022.09.30

ເມື່ອວັນທີ 29 ກັນຍາ ທີ່ຜ່ານມານີ້ ທ້າວ ປັນຍາ ອັບດຸລລາ ອາຍຸ 34 ປີ ເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ໃນພື້ນທີ່ ເມືອງບາງບົວທອງ ແຂວງນົນທະບູຣີ ປະເທດໄທຍ ທີ່ເປັນຜູ້ຖືກກ່າວຫາຂົ່ມຂືນ ແລະທໍາຮ້າຍຮ່າງກາຍ ນາງນ້ອຍ (ນາມສົມມຸດ) ແມ່ຍິງລາວ ອາຍຸບໍ່ເກີນ 20 ປີນັ້ນ ໄດ້ເດີນທາງເຂົ້າມອບໂຕ ຕໍ່ເຈົ້າໜ້າທີ່ຕໍາຣວດ ເມືອງບາງບົວທອງແລ້ວ, ເຊິ່ງພາຍຫຼັງທີ່ເຈົ້າໜ້າທີ່ຕໍາຣວດ ໄດ້ມີການສອບສວນຜູ້ກ່ຽວສໍາເຣັດ ກໍໄດ້ມີການນໍາໂຕ ຜູ້ຖືກກ່າວຫາ ສົ່ງໄປຝາກຂັງ ຢູ່ສານແຂວງນົນທະບູຣີທັນທີ ເພື່ອດໍາເນີນຄະດີຕາມກົດໝາຍ ໂດຍບໍ່ໃຫ້ທາງຄອບຄົວ ປະກັນໂຕຢ່າງເດັດຂາດ ຍ້ອນເປັນການກະທໍາຜິດ ທີ່ບໍ່ຢ້ານຕໍ່ກົດໝາຍ.
ດັ່ງ ທ່ານ ເອກພົບ ເຫຼືອງປຣະເສີດ ຜູ້ກໍ່ຕັ້ງເຟສບຸກຄ໌ເພສ “Survive” ສາຍໄໝຕ້ອງລອດ ເຊິ່ງເປັນພາກສ່ວນ ທີ່ໃຫ້ການຊ່ອຍເຫຼືອ ແມ່ຍິງລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ່ 30 ກັນຍາ ນີ້ວ່າ:
“ໃນເບື້ອງຕົ້ນ ຜູ້ຖືກກ່າວຫາ ກໍໄດ້ເຂົ້າມາມອບໂຕແລ້ວ ແລ້ວກໍຖືກສົ່ງໄປຝາກຂັງ ເຊິ່ງທາງການທ່ານເອງ ກໍໄດ້ຮ້ອງຂໍໃຫ້ເຈົ້າໜ້າທີ່ ຕໍາຣວດຜູ້ເຮັດຄະດີນີ້ ຄັດຄ້ານການປະກັນໂຕ ຜູ້ຖືກກ່າວຫາ ຢ່າງເດັດຂາດ ເນື່ອງຈາກ ເປັນການກະທໍາຜິດ ທີ່ບໍ່ຢ້ານຕໍ່ກົດໝາຍ ເຮັດໃຫ້ປະເທດໄທຍ ເສື່ອມເສັຍຊື່ສຽງ ແລະໃນຂະນະດຽວກັນ ຂ້າພະເຈົ້າກໍໄດ້ພາຜູ້ເສັຍຫາຍ ໄປຍື່ນຮ້ອງຕໍ່ກະຊວງຍຸຕິທັມ ເພື່ອໃຫ້ມີການຕິດຕາມຄວາມຄືບໜ້າຂອງຄະດີນີ້ ແລະໃຫ້ການຄຸ້ມຄອງຜູ້ເສັຍຫາຍ.”
ສໍາລັບແມ່ຍິງລາວ ທີ່ເປັນຜູ້ເສັຍຫາຍດັ່ງກ່າວນີ້ ປັດຈຸບັນ ກໍຍັງຂໍສງວນຊື່ ຮວມທັງພູມລໍາເນົາໃນປະເທດລາວ ເຊິ່ງຫຼ້າສຸດນີ້ ກໍຍັງຢູ່ໃນການຄຸ້ມຄອງຂອງທີມງານ “Survive” ສາຍໄໝຕ້ອງລອດ. ໃນຂະນະດຽວກັນ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການຕໍາຣວດ ເມືອງບາງບົວທອງ ແລະສານແຂວງນົນທະບູຣີ ເພື່ອສອບຖາມ ຄວາມຄືບໜ້າຫຼ້າສຸດ ຂອງຄະດີນີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດເພີ່ມຕື່ມ.
ກ່ອນໜ້ານີ້ ທາງດ້ານຜູ້ຖືກກ່າວຫາຣາຍນີ້ ໄດ້ໃຫ້ການຍອມຮັບວ່າ ໄດ້ມີການຕິດຕໍ່ແມ່ຍິງລາວ ຄົນດັ່ງກ່າວ ມາເຮັດວຽກຢູ່ຮ້ານອາຫານ ຂອງຕົນແທ້ ເຊິ່ງເມື່ອຜູ້ເສັຍຫາຍ ໄດ້ມາຮອດເຮືອນ ຂອງຕົນ ກໍໄດ້ຮ້ອງຂໍຢືມເງິນ ຈໍານວນ 2,000 ບາທ ແລ້ວໃຫ້ສາມາດເຮັດຫຍັງກໍໄດ້ ຈາກນັ້ນ ຈຶ່ງມີເພດສັມພັນນໍາກັນ ໂດຍບໍ່ໄດ້ມີການບັງຄັບ ຫຼືຂົ່ມຂູ່ ແຕ່ຢ່າງໃດ, ແຕ່ໃນເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຣວດ ບໍ່ເຊື່ອຄໍາໃຫ້ການຂອງຜູ້ຖືກກ່າວຫາ ຈຶ່ງໄດ້ສົ່ງໄປຝາກຂັງ ຢູ່ສານແຂວງນົນທະບູຣີ, ອີງຕາມການຣາຍງານ ຂອງເຟສບຸກຄ໌ “Page 3 News” ໃນວັນທີ 29 ກັນຍາ ທີ່ຜ່ານມາ.
ທາງດ້ານ ທ່ານ ປະຣິນຍະວັຕ ປ່ຽມປິ່ນວົງ ຫົວໜ້າສູນຍຸຕິທັມ ສ້າງສຸຂ ກົມຄຸ້ມຄອງສິດທິ ເສຣີພາບ ກະຊວງ ຍຸຕິທັມ ຂອງໄທຍ ກ່າວວ່າ ພາຍຫຼັງທີ່ໜ່ວຍງານ ຂອງທ່ານ ໄດ້ຮັບເຣື່ອງດັ່ງກ່າວແລ້ວ ທາງເລຂາ ຂອງທ່ານຣັຖມົນຕຣີ ກະຊວງຍຸຕິທັມ ກໍໄດ້ສັ່ງການໄປຍັງ ເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງ ໃຫ້ມີການຕິດຕາມ ຄະດີນີ້ຢ່າງໃກ້ຊິດ ໃນຂະນະທີ່ທາງໜ່ວຍງານ ຂອງທ່ານເອງ ກໍໄດ້ໃຫ້ຄວາມຄຸ້ມຄອງ ແກ່ແມ່ຍິງລາວ ຜູ້ເສັຍຫາຍຣາຍນີ້ ພ້ອມທັງຈະໃຫ້ເງິນຢຽວຢາ ຕາມທີ່ໄດ້ກໍານົດໄວ້.
ດັ່ງ ທ່ານກ່າວວ່າ:
“ໃນເບື້ອງຕົ້ນເລຂາ ຂອງທ່ານຣັຖມົນຕຣີ ກະຊວງຍຸຕິທັມ ໄດ້ສັ່ງການໄປທີ່ ຜູ້ບັນຊາການ ຕໍາຣວດພາກທີ່ 1 ໃຫ້ເບິ່ງແຍງເຣື່ອງຄະດີນີ້ ສ່ວນໃນດ້ານການເບິ່ງແຍງເຣື່ອງອື່ນໆ ທາງເຈົ້າໜ້າທີ່ ກໍໄດ້ຮັບເຣື່ອງ ແລະກໍຈະໃຫ້ການຄຸ້ມຄອງ ຜູ້ເສັຍຫາຍຢູ່ແລ້ວ ສ່ວນໃນເຣື່ອງຂອງເງິນຢຽວຢາ ໃຫ້ແກ່ຜູ້ເສັຍຫາຍ ທາງກົມຄຸ້ມຄອງສິດ ກໍໄດ້ເບິ່ງແຍງຢູ່ແລ້ວ.”
ທ່ານກ່າວຕື່ມວ່າ ສໍາລັບກໍຣະນີນີ້ ທີ່ຜູ້ເສັຍຫາຍ ເປັນຄົນຕ່າງຊາຕ ເຊິ່ງໄດ້ຮັບຜົລກະທົບ ທັງດ້ານຮ່າງກາຍ ແລະສະພາບຈິຕໃຈ ມີສິດໄດ້ຮັບຄ່າຢຽວຢາຫຼາຍຢ່າງ ປະກອບດ້ວຍ ຄ່າປິ່ນປົວ ບໍ່ເກີນ 40,000 ບາທ, ຄ່າຟື້ນຟູສະພາບຮ່າງກາຍ ແລະຈິຕໃຈ ບໍ່ເກີນ 20,000 ບາທ, ຄ່າອັບປໂຍດໃນການເຮັດວຽກ ຕາມຄ່າຈ້າງຂັ້ນຕໍ່າ ບໍ່ເກີນ 1 ປີ ແລະຄ່າຕອບແທນ ຄວາມເສັຍຫາຍອື່ນໆ ບໍ່ເກີນ 50,000 ບາທ ໂດຍຂຶ້ນຢູ່ກັບການພິຈາຣະນາ ຂອງອະນຸກັມມະການ ແຂວງນົນທະບູຣີ.
ສ່ວນຊາວລາວ ທ່ານນຶ່ງ ທີ່ຮັບຮູ້ຂ່າວດັ່ງກ່າວ ຜ່ານທາງສື່ສັງຄົມອອນລາຍນ໌ ກໍມີຄວາມເປັນຫ່ວງແມ່ຍິງລາວ ທີ່ເປັນຜູ້ເສັຍຫາຍນັ້ນ ແລະຢາກໃຫ້ມີການດໍາເນີນຄະດີ ພ້ອມລົງໂທດ ຜູ້ກະທໍາຜິດຢ່າງຈິງຈັງ ເນື່ອງຈາກ ຄະດີຂົ່ມຂື່ນ ກໍຖືວ່າ ເປັນຄະດີທີ່ຫຼາຍປະເທດເຫັນວ່າ ເປັນຄະດີທີີ່ຮ້າຍແຮງ.
ດັ່ງ ທ່ານກ່າວວ່າ:
“ໂອ ກະຄິດແນວບໍ່ດີແຫຼະເນາະ ຄັນເປັນແນວນັ້ນເນາະ ແບບວ່າຄົນຕ່າງປະເທດໄປຫາກັນ ເຮັດແນວນັ້ນມັນກະຊິບໍ່ຖືກບໍ່ຕ້ອງ ຕາມກົດໝາຍແຫຼະເນາະ ບ້ານພີ່ ເມືອງນ້ອງກັນເນາະ ການໄປຂົ່ມຂືນກັນແນວນັ້ນມັນບໍ່ດີແລ້ວ ກະຢາກໃຫ້ທາງກົດໝາຍແຫຼະ ໄປປະຕິບັດຕາມກົດໝາຍ ລົງໂທດຖືກກົດໝາຍ ມາດຕຣາທີ່ເທົ່າໃດ ກະໄປຕາມມາດຕຣາໂຕນັ້ນແຫຼະ.”
ໃນຂະນະທີ່ ເຈົ້າໜ້າທີ່ແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງກ່າວວ່າ ຕາມປົກກະຕິແລ້ວ ກ່ອນທີ່ຊາວບ້ານ ໃນແຕ່ລະເມືອງ ແລະແຕ່ລະແຂວງຂອງລາວ ຈະໄປຊອກວຽກເຮັດ ງານທໍາຢູ່ປະເທດໄທຍ ຫຼືປະເທດອື່ນໆ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ມີການສຶກສາອົບຮົມ ແກ່ພວກເຂົາເຈົ້າ ເພື່ອໃຫ້ມີສະຕິລະວັງໂຕ ໃນການຖືກນາຍຈ້າງ ຫຼື ຄົນບໍ່ດີຕົວະໄປເຮັດວຽກ ເຊິ່ງຈະເຮັດໃຫ້ເກີດ ຄວາມເສັຍຫາຍ ຕໍ່ພວກເຂົາເຈົ້າ.
ດັ່ງ ທ່ານກ່າວວ່າ:
“ກະໄດ້ມີການສຶກສາອົບຮົມ ໄດ້ມີການເວົ້າຜົນຮ້າຍ ການໄປອອກແຮງງານ ບ່ອນຕ່າງປະເທດ ຈັ່ງຊັ້ນຈັ່ງຊີ້ ກະໄດ້ອະທິບາຍໃຫ້ເຂົາເຈົ້າຢູ່ ແຕ່ກ່ອນທີ່ຜ່ານມາ ເຂົາເຈົ້າໄປເຮັດວຽກ ເປັນປົກກະຕິຫັ້ນນ່າ ເປັນເດືອນເປັນຫຍັງ ແລ້ວກັບຄືນຊີ້ນ່າ ສ່ວນຫຼາຍເຂົາເຈົ້າກັບຄືນມາ ຊ່ວງໂຄວິດຫັ້ນແຫຼະໝົດນ່າ.”
ເຫດການຂົ່ມຂືນ ແລະທໍາຮ້າຍຮ່າງກາຍ ແມ່ຍິງລາວຣາຍນີ້ ເກີດຂຶ້ນໃນວັນທີ 26 ກັນຍາ ທີ່ຜ່ານມາ ໂດຍຜູ້ກ່າວຫາ ໄດ້ຊັກຊວນແມ່ຍິງລາວ ຄົນດັ່ງກ່າວ ມາເຮັດວຽກຢູ່ຮ້ານອາຫານ ຂອງລາວ (ຜູ້ຖືກກ່າວຫາ) ຢູ່ຕລາດແຫ່ງນຶ່ງ ໃນເຂດເມືອງບາງບົວທອງ, ແຕ່ເມື່ອແມ່ຍິງລາວ ຜູ້ເສັຍຫາຍ ເດີນທາງມາຮອດ ຈຸດໝາຍປາຍທາງ ທີ່ໄດ້ຕົກລົງກັນໄວ້ ກໍໄດ້ຖືກຜູ້ກ່ຽວພາໄປເຮືອນ ຂອງເຂົາເຈົ້າ ແລ້ວບັງຄັບຂົ່ມຂືນ, ທໍາຮ້າຍຮ່າງກາຍ, ກັກຂັງ ຈົນຝ່າຍເອື້ອຍຂອງແມ່ຍິງລາວ ຜູ້ຮູ້ເຫດການ ໄດ້ແຈ້ງເຣື່ອງໄປຍັງເຟສບຸກຄ໌ເພສ “Survive” ສາຍໄໝຕ້ອງລອດ ຈຶ່ງສາມາດຊ່ອຍເຫຼືອ ແມ່ຍິງລາວຣາຍນີ້ ອອກມາໄດ້.
ສໍາລັບ ປະມວນກົດໝາຍອາຍາ ຂອງໄທຍ ມາດຕຣາ 276 ໄດ້ລະບຸກ່ຽວກັບໂທດ ຂອງຄະດີຂົ່ມຂືນໄວ້ວ່າ ມີໂທດຈໍາຄຸກຕັ້ງແຕ່ 4 ປີ ຫາ 20 ປີ ແລະປັບໃໝຕັ້ງແຕ່ 80,000 ຫາ 400,000 ບາທ.