ແມ່ຍິງ 10 ຄົນ ຖືກຊັກຊວນ ໄປເຮັດວຽກ ຢູ່ມາເລເຊັຽ

ຈຳປາທອງ
2022.07.19
ແມ່ຍິງ 10 ຄົນ ຖືກຊັກຊວນ ໄປເຮັດວຽກ ຢູ່ມາເລເຊັຽ ແຜນທີ່ ແຂວງຫົວພັນ ບ່ອນທີ່ ຄົນລາວທັງແມ່ຍິງແລະຜູ້ຊາຍ ຖືກຊັກຊວນໄປເຮັດວຽກ ຢູ່ປະເທດມາເລເຊັຽ.
ຮູບພາບ: OpenStreetMap contributors/Datawrapper

ຕໍາຣວດປ້ອງກັນຄວາມສງົບເມືອງຮ້ຽມ ແຂວງຫົວພັນ ໄດ້ເຮັດບົດບັນທຶກຢັ້ງ ຢືນກັບ ນາງ ຫລຽງ (ຊື່ສົມມຸດ) ຊຶ່ງເປັນແມ່ຍິງລາວ ທີ່ມີຜົວເຊື້ອຊາດຈີນ ຢູ່ປະເທດມາເລເຊັຽ ມາໂຄສະນາ ເອົາລູກຫລານ ທັງຊາຍ ແລະຍິງ ອາຍຸກາຍ 18 ປີ ຢູ່ບ້ານສາກົກ ເມືອງຮ້ຽມ ທັງໝົດ 10 ປາຍຄົນ ໄປເຮັດວຽກເປັນຄົນເສີບເບັຍ ແລະຂົນສົ່ງເບັຍຢູ່ມາເລເຊັຽ ຍ້ອນທາງພໍ່ແມ່ຜູ້ປົກຄອງ ຢ້ານວ່າລູກຫລານ ຂອງພວກຕົນຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ.

ຖ້າຜິດສັນຍາ ຕາມທີ່ໄດ້ລະບຸໄວ້ຢູ່ໃນບົດບັນທຶກນັ້ນ ນາງ ຫລຽງ ຈະຕ້ອງຖືກ ດໍາເນີນຄະດີຕາມລະບຽບກົດໝາຍ ແລະເຈົ້າໜ້າທີ່ລາວ ສາມາດຕິດຕາມຫາຕົວ ພົລເມືອງລາວ ທີ່ໄປເຮັດວຽກຢູ່ມາເລເຊັຽ ແລະຕົວນາງໄດ້.

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫົວພັນ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ກໍຣະກະດານີ້.

ກໍຣະນີ ຫາກໄປຂາຍແລ້ວ ພໍ່ແມ່ກໍບໍ່ຮູ້ບ່ອນຢູ່ ບໍ່ຮູ້ທີ່ມາ ບໍ່ຮູ້ທີ່ຢູ່ ສິບໍ່ຮັບຜິດຊອບ ສິມອບມັນເປັນຜູ້ຮັບຜິດຊອບ ເຈົ້າໜ້າທີ່ຈະບໍ່ກ່ຽວ ຂ້ອງນໍາ ເຮັດບົດບັນທຶກ ຢ້ານຢ້ານມັນເກີດ ມັນເປັນ ບໍ່ຮູ້ທີ່ຢູ່ທີ່ມາ ເຂົາເຮັດບັນທຶກ ຢ້ານລູກຢ້ານຫລານເຮົາໄປ ບໍ່ມີລະບົບລະບຽບ ບໍ່ມີບັດມີເບີ ... ຄົບ.

ຜູ້ນຶ່ງໃນຈໍານວນແມ່ຍິງລາວ ທີ່ໄປເຮັດວຽກກັບ ນາງ ຫລຽງ ນັ້ນແມ່ນ ນາງ ເຜິ້ງ (ຊື່ສົມມຸດ) ຫລັງຈາກນາງຮຽນໄດ້ປະຣິນຍາຕຣີແລ້ວ ວ່າງງານ ຍ້ອນການຣະບາດ ຂອງໂຄວິດ-19. ນາງຕັດສິນໃຈໄປເຮັດວຽກ ເປັນພະນັກງານເສີບເບັຍ, ມາເຖິງປັດຈຸບັນ ກໍໄປເຮັດວຽກຢູ່ມາເລເຊັຽ ໄດ້ຄົບນຶ່ງເດືອນແລ້ວ ແລະນາງໄດ້ສົ່ງເງິນໃຫ້ພໍ່ແມ່ 6,000 ຣິງກິຈ ຫລື 20 ລ້ານກີບ. ນາງຕິດຕໍ່ຫາພໍ່ແມ່ ເລົ່າເຖິງວຽກງານ, ເຖິງຊີວິຕການເປັນຢູ່ ແລະຄວາມປອດພັຍຂອງນາງ ໃຫ້ພໍ່ແມ່ຮູ້.

ດັ່ງພໍ່ຂອງນາງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ລູກພໍ່ກໍຢູ່ມາເລ ຫັ້ນເດ໋ ບໍ່ເປັນຫຍັງ ພໍ່ແມ່ກໍຍັງໂທຫາຕລອດນີ໊ ຢູ່ບ້ານກໍບໍ່ມີວຽກເຮັດງານທໍາ ຄືແນວລູກພໍ່ນີ້ ໄປຮຽນຫັ້ນນ່າ, ບໍ່ໄດ້ວຽກຫັ້ນນ່າ. ມັນເປັນ ໂອ໋ ບໍ່ຮູ້ແນວ ແລ້ວເສັຽທຶນເສັຽຮອນ ແລ່ນປະກອບເອກສານຈັ່ງໄປ.

ພໍ່ຂອງນາງເຜີ້ງ ເວົ້າຕື່ມວ່າ ກ່ອນທີ່ລູກສາວຂອງຕົນ ຈະໄປເຮັດວຽກຢູ່ມາເລເຊັຽ ນາງ ຫລຽງ ໄດ້ອອກເງິນຈໍານວນ 25,000 ບາດ ເປັນຄ່າແລ່ນເອກສານໄປ ແລະຜ່ານດ່ານກວດຄົນເຂົ້າເມືອງ ຂອງລາວ ແລະມາເລເຊັຽໄດ້. ນາງ ຫລຽງ ເປັນຄົນບ້ານສາກົກ, ມີຊີວິຕການເປັນຢູ່ດີຂຶ້ນ ຍ້ອນໄດ້ຜົວຈີນ ຢູ່ມາເລເຊັຽ. ນາງມາໂຄສະນາເອົາ ຄົນບ້ານດຽວກັນ ທີ່ສົນໃຈຢາກມີຊີວິຕ ການເປັນຢູ່ດີຂຶ້ນ ໄປເຮັດວຽກຢູ່ມາເລເຊັຽຄືກັນກັບຕົວເອງ ແລະ ນາງ ຫລຽງ ບໍ່ໄດ້ໂຄສະນາຢູ່ແຕ່ບ້ານດຽວ ແຕ່ຍັງຮວມເຖິງບ້ານອື່ນ ທີ່ຢູ່ເມືອງວຽງທອງ ນໍາດ້ວຍ.

ທ່ານ ແອນອຸ່ນ ອານົງນຸດ ຮອງປະທານຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຫົວພັນ ໄດ້ເວົ້າໃນມື້ວັນທີ 29 ມິຖຸນາ 2022 ໂດຍເນັ້ນເຖິງ 3 ເມືອງ ຄືເມືອງຫົວພັນ, ເມືອງຮ້ຽມ ແລະເມືອງຊ່ອນ ທີ່ຫັນເອົາວຽກງານ ຕ້ານການຄ້າມະນຸສ ລົງສູ່ພາກປະຕິບັດຕົວຈິງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຫົວພັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ບໍ່ເຄີຍໄດ້ຮັບງົບປະມານ ເພື່ອລົງໂຄສະ ນາເຜີຍແຜ່ວຽກງານ ຕ້ານການຄ້າມະນຸສ ໃຫ້ພະນັກງານຂັ້ນເມືອງ ໄດ້ເຂົ້າໃຈ ຢ່າງທົ່ວເຖິງ ເຖິງພາຣະບົດບາດຂອງວຽກງານ ຕ້ານການຄ້າມະນຸສ. ດັ່ງນັ້ນ ປີນີ້ ຈຶ່ງເປັນປີທໍາອິດ ທີ່ຈະເນັ້ນໃສ່ວຽກງານດັ່ງກ່າວ ເພື່ອໃຫ້ພະນັກງານເຂົ້າໃຈ ແລະສາມາດປະຕິບັດໜ້າທີ່ ເພື່ອບັນລຸໄດ້ເປົ້າໝາຍ, ບໍ່ໃຫ້ມີຄົນເຄື່ອນໄຫວຄ້າມະນຸສ ແລະກະທໍາຄວາມຜິດອື່ນໆຢູ່ພາຍໃນເມືອງຂອງຕົນ.

ຖືວ່າເປັນແຜນວຽກ ຂອງຄະນະກັມການ ຕ້ານການຄ້າມະນຸສຂັ້ນແຂວງ ເພື່ອລົງຊຸກຍູ້ບັນດາເມືອງ ເພາະ ວ່າໄລຍະຜ່ານມາຫັ້ນນ່າ. ໄທເຮົາ ກໍບໍ່ມີງົບປະມານ ອອກມາປີນີ້  ທາງແຂວງຕອບສນອງງົບປະມານໃຫ້ ໄທເຮົາໄດ້ລົງໄປຊຸກຍູ້ຂັ້ນເມືອງ ໃຫ້ເຂົາເຈົ້າຮັບຮູ້ ສິທແລະພາຣະບົດບາດ ໂດຍສະເພາະເລກທີ 245 ຫັ້ນແຫລະ ລົງໄປໂຄສະນາ ລົງໄປເຜີຍແຜ່ຂະເຈົ້າ ເພາະວ່າພະນັກງານຂັ້ນເມືອງ ເຂົາຍັງບໍ່ເຂົ້າໃຈ ຕໍ່ກັບວຽກງານດັ່ງກ່າວນີ້ນ່າ.

ທີ່ຜ່ານມາ ເຖິງແມ່ນວ່າ ຄະນະກັມມະການ ຕ້ານການຄ້າມະນຸສຂັ້ນແຂວງ ຈະບໍ່ມີງົບປະມານຫລາຍປານໃດກໍຕາມ ແຕ່ກໍໄດ້ລົງໂຄສະນາ ເຜີຍແຜ່ຜົລຮ້າຍແລະ ຮູບແບບຂອງການຄ້າມະນຸສ ແລະກົດໝາຍຕ້ານການຄ້າມະນຸສໃຫ້ເຍົາວະຊົນ, ໜຸ່ມ-ສາວ, ຕາມໂຮງຮຽນຕ່າງໆ. ພ້ອມດຽວກັນນັ້ນ ກໍໄດ້ປະສານງານກັບອໍານາດການປົກຄອງບ້ານ, ຄຣູ ອາຈານ, ເອົາໂປສເຕີ ທີ່ກ່ຽວກັບຮູບແບບ ການຕົວະຍົວະໄປຄ້າມະນຸສ ແລະຊ່ອງທາງ ການຂໍຄວາມຊ່ອຍເຫລືອ ໄປຕິດໄວ້ເກືອບທົ່ວທຸກມູມ ຂອງເມືອງນໍາດ້ວຍ.

ເວົ້າສະເພາະເມືອງຮ້ຽມ ແຂວງຫົວພັນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ສະຫະ ພັນແມ່ຍິງເມືອງຮ້ຽມ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ແລ້ວແມ່ນວ່າ, ແຕ່ປີກາຍມາຮອດມື້ນີ້ ແມ່ນບໍ່ໄດ້ຮັບການຮ້ອງຮຽນ ຈາກພໍ່ແມ່ຜູ້ປົກຄອງ ທີ່ຕ້ອງ ການໃຫ້ຊ່ອຍລູກຫລານຂອງພວກເຂົາເຈົ້າ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສເທື່ອ, ມີແຕ່ໄດ້ຊ່ອຍເດັກນ້ອຍແມ່ຍິງອາຍຸ 5 ປີ ທີ່ຖືກວັຍລຸ້ນຊາຍ ອາຍຸ 18 ປີຂົ່ມຂືນເທົ່ານັ້ນ. ສ່ວນການໂຄສະນາ ແລະຕິດໂປສເຕີ້ຣ໌ ກ່ຽວກັບການຄ້າມະນຸສ ຢູ່ທຸກມູມເມືອງນັ້ນ ຫາກໍ່ເຫັນເປັນປີທໍາອິດ ແລະຄິດວ່າ ມັນຈະຊ່ອຍສ້າງຄວາມເຂົ້າໃຈ ໃຫ້ພໍ່ແມ່ປະຊາຊົນ ຊາຍໜຸ່ມ-ຍິງສາວ ຮູ້ກ່ຽວກັບເຣື່ອງດັ່ງກ່າວ.

ກໍຖືວ່າຊ່ວຍເນາະ ເຮັດໃຫ້ປະຊາຊົນຫັ້ນຮັບຮູ້ເຖິງຜົລຮ້າຍ ເຣື່ອງການຖືກ ການຄ້າມະນຸສຫັ້ນນ່າເນາະ ພໍ່ແມ່ຮູ້ຈັກວ່າ ອັນນຶ່ງມາ ກ່ຽວກັບການຊ່ວຍເຫລືອບໍ່ ຮູ້ວ່າເຮັດແນວນີ້ແມ່ນການຄ້າມະນຸສ.

ຄະນະກໍາມະການຕ້ານການຄ້າມະນຸສແຂວງຫົວພັນ ເອົາວຽກງານຕ້ານການຄ້າມະນຸສ ລົງສູ່ວຽກງານຕົວຈິງຢູ່ 3 ເມືອງຄືທີ່ວ່ານັ້ນ ເປັນການປະຕິບັດຕາມດໍາຣັຖ ນາຍົກຣັຖມົນຕຣີ ເລກທີ 245/ນຍ ວ່າດ້ວຍການຈັດຕັ້ງ ແລະເຄື່ອນໄຫວຂອງຄະນະກັມມະການ ຕ້ານການຄ້າມະນຸສ ແລະດໍາຣັຖເລກທີ 576/ນຍ ວ່າດ້ວຍການຮັບຮອງເອົາແຜນງານແຫ່ງຊາຕ ວ່າດ້ວຍການສະກັດກັ້ນ ແລະຕ້ານການຄ້າມະນຸສ ແຕ່ປີ 2021-2025 ຂອງຄະນະກັມການ ຕ້ານການຄ້າມະນຸສ ລະດັບຊາຕ.

ປັດຈຸບັນ ຢູ່ຕາມພື້ນທີ່ເປົ້າໝາຍ-ພື້ນທີ່ສ່ຽງ ກໍໄດ້ມີການເພີ່ມທະວີວຽກງານກວດ ກາ-ຕິດຕາມ-ຄຸ້ມຄອງ ການເຂົ້າ-ອອກເມືອງ ຢູ່ຕາມດ່ານ ທີ່ຕິດກັບຊາຍແດນເຂດຫລໍ່ແຫລມ,​ ເກັບກໍາເປົ້າໝາຍ ທີ່ເຂົ້າມາດໍາຣົງຊີວິຕ, ດໍາເນີນທຸຣະກິຈ ຕລອດເຖິງຄົນງານລາວ ແລະຄົນງານຕ່າງປະເທດ ເພື່ອສະກັດກັ້ນການຄ້າມະນຸສ ພາຍໃນແຂວງຫົວພັນ, ອີງຕາມຂໍ້ມູນຈາກຫ້ອງການ ຕໍາຣວດປ້ອງກັນຄວາມສງົບ ແຂວງຫົວພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.