ແຂວງຫົວພັນ ປະເຊີນບັນຫາ ການສຶກສາ ທີ່ບໍ່ໄດ້ມາຕຖານ

ພອນ ພູມມີທອນ
2024.01.10
ແຂວງຫົວພັນ ປະເຊີນບັນຫາ ການສຶກສາ ທີ່ບໍ່ໄດ້ມາຕຖານ ນັກຮຽນກຳລັງເຂົ້າໂຮງຮຽນ ທີ່ໂຮງຮຽນແຫ່ງນຶ່ງ ໃນແຂວງພາກເໜືອ. ເດືອນ ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໃນກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ 2 ໃນວັນທີ 2 ມົກກະຣາ 2024 ທີ່ຜ່ານມາ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າຜແນກການສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ຣາຍງານ ເຖິງບັນຫາການຮຽນ-ການສອນ ພາຍໃນແຂວງຫົວພັນວ່າ ຍັງບໍ່ໄດ້ຄຸນນະພາບດີເທົ່າທີ່ຄວນ ສາເຫດສ່ວນນຶ່ງ ເປັນຍ້ອນ ຍັງພົບບັນຫາ ການຂາດແຄນຄຣູ ເຊິ່ງຄຣູຜູ້ນຶ່ງ ຕ້ອງເອົານັກຮຽນ ຈາກຫລາຍຊັ້ນ ມາສອນໂຮມກັນ ໃນຫ້ອງດຽວ ເຮັດໃຫ້ບໍ່ມີເວລາຄົ້ນຄ້ວາ ແຕ່ງບົດສອນ ແລະ ຄວາມເອົາໃຈໃສ່ໃນການສອນ ບໍ່ໄດ້ດີເທົ່າທີ່ຄວນ ແລະ ຍັງມີບັນຫາ ການປະລະການຮຽນ ຂອງນັກຮຽນທັງຊັ້ນປະຖົມ ແລະ ມັດທະຍົມ.

ເບື້ອງຕົ້ນ ອັດຕຣາ ການປະລະ ການຮຽນ ຂອງນັກຮຽນຊັ້ນປະຖົມ ປັດຈຸບັນນັກຮຽນ 100 ຄົນ ແມ່ນມີການອອກໂຮງຮຽນ 2 ຄົນ ສ່ວນອັດຕຣາ ການປະລະ ຂອງເດັກນ້ອຍ ມັດທະຍົມສຶກສາ ແມ່ນ ໂຕເລຂ ສູງພໍສົມຄວນ ແຕ່ບໍ່ໄດ້ມີການເປີດເຜີຍ. 

ສາເຫດສ່ວນນຶ່ງ ທີ່ເດັກນັກຮຽນ ປະລະການຮຽນ ແມ່ນເດັກນ້ອຍນັກຮຽນ ບໍ່ຕັ້ງໃຈຄົ້ນຄ້ວາຮ່ໍາຮຽນ ແລະ ຄອບຄົວທຸກຍາກ ຕ້ອງອອກໄປຊ່ວຍວຽກຄອບຄົວ ໂຮງຮຽນຕັ້ງຢູ່ຫໄກ ໂຮງຮຽນບໍ່ມີຫໍພັກ ເສັ້ນທາງຫຍຸ້ງຍາກ ພໍ່ແມ່ບໍ່ມີຍານພາຫະນະ ໃຫ້ລູກທ່ຽວໄປໂຮງຮຽນ. 

ສໍາລັບເຣື່ອງນີ້ ເຈົ້າໜ້າທີ່ການສຶກສາ ເມືອງນຶ່ງ ໃນແຂວງຫົວພັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງຍອມຮັບເຊັ່ນກັນວ່າ ການຮຽນການສອນ ຢູ່ພາຍໃນ ຍັງບໍ່ທັນໄດ້ຄຸນນະພາບດີພໍ ສ່ວນນຶ່ງ ກໍແມ່ນຂາດງົບປະມານ ທີ່ຈະຊ່ວຍຄຣູ ແລະ ຊ່ວຍນັກຮຽນ, ດັ່ງ ທ່ານກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 5 ມົກຣາ ນີ້ວ່າ:

ການຮຽນ ກໍບໍ່ຢາກມີຄຸນນະພາບ ມັນກວມຫລາຍຫ້ອງໄດ໋. ມີບາງບ້ານນີ້ກໍຄຣູ 1 ຄົນ ສອນ 4 ຫ້ອງ. ບາງບ້ານນີ້ກໍ ຄຣູ 2 ຄົນ ສອນ 5 ຫ້ອງຊີ້ນ່າ. ພາໃຫ້ນັກຮຽນປະລະ ພໍ່ແມ່ຄອບຄົວຫັ້ນນ່າ. ກໍຍັງທຸກຍກ ບໍ່ຢາກສົ່ງເສີມລູກ ຢູ່ຫ່າງໄກຫັ້ນນ່າ ມັຍົມນີ້ ສ່ວນຫລາຍບໍ່ມີຫໍພັກ ທາງພາກຣັຖເຮົານີ້ ກໍບໍ່ມີງົບປະມານເຮັດ.” 

ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ຢາກຂໍໂຄຕ້າຄຣູເພີ່ມຂຶ້ນ ຈາກທາງກະຊວງສຶກສາທິການແລະ ກິລາ ເພາະປັດຈຸບັນນີ້ ຄຣູອາສາສມັກ ພາຍໃນແຂວງຫົວພັນ ກໍລາອອກໄປຈໍານວນນຶ່ງ ຍ້ອນວ່າ ພາກຣັຖບໍ່ມີເງິນຄ່າຕອບແທນໃຫ້ເຂົາເຈົ້າ ເຮັດວຽກມາຫລາຍປີ ແບບລ້າໆ ແລະ ຍັງຕ້ອງສອນຫລາຍຫ້ອງ ວຽກງານຫລາຍ ເຂົາເຈົ້າກໍໝົດຄວາມຫວັງ ທີ່ບໍ່ໄດ້ເປັນຣັຖກອນເທື່ອ ກໍຕັດສິນໃຈພາກັນລາອອກ.

ຄຣູອາສານີ້ ຈໍານວນນຶ່ງ ເຂົາກໍອາສາມາໄດ້ຫລາຍປີ ເຂົາກໍອອກ ເຮົານັ້ນບໍ່ມີອັນຕອບສນອງ ເຣື່ອງແຮງງານ ໃຫ້ເພິ່ນນ່າ. ໄດ້ແຕ່ສອນລ້າເດ້ເນາະ ກໍອອກ ເພິ່ນກໍຢາກເປັນຣັຖກອນຫັ້ນແຫລະ ບໍ່ມີຄວາມຫວັງ ເພິ່ນກໍອອກ ເປັນຄືກັນທົ່ວປະເທດນີ້ແຫລະ. ກໍຢາກຂໍໂຄຕ້າຄຣູຫັ້ນແຫລະ ໃຫ້ມັນມີຄຣູສອນ ໃຫ້ມັນພໍ. 

ທີ່ຜ່ານມາ ທາງການແຂວງ ທາງການເມືອງ ກໍມີການແກ້ໄຂຢູ່ ໃນເຣື່ອງຄຣູບໍ່ພຽງພໍ ໂດຍໃຫ້ຄຣູທີ່ມີຢູ່ແລ້ວ ໄປສອນຫລາຍຫ້ອງເທົ່ານັ້ນ ບໍ່ໄດ້ມີແນວທາງແກ້ໄຂອື່ນ.

ສ່ວນການ ປະລະການຮຽນ ຂອງເດັກນ້ອຍ ໃຫ້ກັບມາຮຽນຕໍ່ນັ້ນ ກໍໄດ້ແຕ່ປຸກລະດົມ ໃຫ້ພໍ່ແມ່ຜູ້ປົກຄອງ ຊ່ວຍກັນສົ່ງເສີມ ລູກຫລານເທົ່ານັ້ນ ເພາະທາງການກໍຂາດງົບປະມານທີ່ຈະສົ່ງເສີມ ໃນເຣື່ອງຕ່າງໆ. 

ສ່ວນທີ່ຣັຖບານລາວ ອອກແຈ້ງການ ເລຂທີ 09/ລບ ລົງວັນທີ 17 ກໍຣະກະດາ 2023 ໃນ 3 ມາຕຣາ, ມາຕຣານຶ່ງທີ່ສໍາຄັນ ແມ່ນຈະໃຫ້ເງິນເດືອນ ຄຣູອາສາສມັກ ເດືອນລະ 1.2-1.5 ລ້ານກີບ ແລະ ໃຫ້ເກັບກໍາ ຂໍ້ມູນໄປກ່ອນນີ້ ກໍຍັງບໍ່ເຫັນວ່າຈະເຣີ່ມດໍາເນີນ ການສມັກເທື່ອ. 

ບັນຫາດັ່ງກ່າວນີ້ ພໍ່ແມ່ຜູ້ປົກຄອງນັກຮຽນ ໃນແຂວງຫົວພັນ ທ່ານນຶ່ງ ກໍໄດ້ກ່າວເຖິງບັນຫາ ທີ່ເດັກນ້ອຍນັກຮຽນ ມັກປະລະການຮຽນ ຍ້ອນວ່າ ຄອບຄົວທຸກຍາກ ໂຮງຮຽນກໍຢູ່ຫ່າງໄກ ບໍ່ມີຣົຖພາຫະນະຮັບສົ່ງ ແລະ ສ່ວນນຶ່ງ ເຫັນວ່າ ເມື່ອຮຽນຈົບແລ້ວ ຈົບມາກໍບໍ່ມີວຽກງານທໍາ ເຮັດໃຫ້ລູກຫລານອອກຮຽນ ໄປຊ່ວຍພໍ່ແມ່ເຮັດວຽກ ຫາເງິນດີກວ່າ. 

ລະດັບປະຖົມນີ້ບໍ່ມີເດ້ ການປະລະໂຮງຮຽນ ມີຢູ່ມັດທະຍົມພຸ້ນແລ້ວ ສາເຫດໂຕນີ້ນ່າ ມັນຢູ່ໄກບ້ານ ກະບໍ່ມີເງິນອຸດໜູນໃຫ້ລູກ ທີ່ຂາດເຂີນຫັ້ນນ່າ. ບໍ່ມີພາຫະນະແລ່ນ ເຂົາໄປບໍ່ໄດ້ ແລ້ວເຂົາມອງເບິ່ງ ສະພາບອນາຄົດ ຮຽນຈົບຊັ້ນມໍໃດກະຕາມ ກະບໍ່ມີວຽກເຮັດງານທໍາ ໄປຫາເງິນຫາຄໍາ ຢູ່ວຽງຈັນພຸ້ນແລ້ວ. 

ດ້ານອະດີດ ຄຣູອາສາສມັກ ທ່ານນຶ່ງ ກ່າວເຖິງບັນຫາ ທີ່ນັກຮຽນປະລະການຮຽນຫລາຍຂຶ້ນ ວ່າ ສ່ວນນຶ່ງ ມີບັນຫາດ້ານເສຖກິຈຄອບຄົວ ຂາດເຂີນເງິນຄໍາ ພໍ່ແມ່ບໍ່ສາມາດສົ່ງຮຽນໄດ້ ແລະ ສ່ວນນຶ່ງກໍເປັນນໍາແນວຄິດຂອງນັກຮຽນເອງ ທີ່ບາງເທື່ອເຫັນໝູ່ໄປເຮັດວຽກ ມີເງິນມີຄໍາ ກໍຢາກໄປເຮັດວຽກນໍາເຂົາ. 

ອີງໃສ່ເສຖກິຈຄອບຄົວຫັ້ນ ພໍ່ແມ່ກໍບໍ່ສາມາດສົ່ງຮຽນ ຫລືວ່າ ບາງຄົນກະ ເປັນນໍາແນວຄິດຫັ້ນ ແນວຄິດຂຶ້ນກັບນັກຮຽນຫັ້ນ ບາງຄົນກໍເຫັນໝູ່ ໄປເລາະໄປທ່ຽວ ໄປເຮັດວຽກໃນເມືອງມາໄດ້ເງິນໄດ້ຄໍາເນາະ ເຂົາກໍຈິດໃຈລັ່ງເລ ຢາກໄປຊີ້ນ່າ. 

ອະດີດຄຣູອາສາສມັກ ທ່ານນຶ່ງ ຍັງກ່າວເຖິງບັນຫາທີລາອອກ, ກໍຍ້ອນວ່າ ເຮັດວຽກມາຫລາຍປີ ບໍ່ໄດ້ເງິນເດືອນ ແລະ ໃນຍຸກເສຖກິຈບໍ່ດີແບບນີ້ ຄ່າຄອງຊີບແພງອີກ ຢູ່ບໍ່ໄດ້ ເພາະ ມີລາຍຈ່າຍ ທັງທີ່ຕົນເອງ ໃຊ້ປັນຍາອອກແຮງງານ ສອນເດັກນ້ອຍຫລາຍຫ້ອງ ທຸກຢ່າງທີ່ເຮັດບໍ່ເປັນ ຕ້ອງໄດ້ພະຍາຍາມ ສອນເດັກນ້ອຍໃຫ້ໄດ້ ແລ້ວ ບໍ່ໄດ້ຄ່າຕອບແທນ ຈື່ງຕັດສິນໃຈ ລາອອກ ແລະ ເຫັນວ່າຈະໃຫ້ເງິນເດືອນຄຣູອາສາ ຍັງບໍ່ເຫັນມີຂ່າວຫຍັງເທື່ອ. 

ທຸກມື້ນີ້ ມັນອອກແຮງງານບໍ່ໄດ້ສິ່ງຕອບແທນ ກໍບໍ່ຢາກເຮັດ ຄ່າຄອງຊີພມັນກໍແພງຂຶ້ນແພງຂຶ້ນທຸກມື້ ອີກຢ່າງນຶ່ງ ກໍໄດ້ສອນໝົດວິຊາຫັ້ນແຫລະ. ສອນບໍ່ເປັນ ກໍໄດ້ສອນເດ້ ຮ້ອງເພລງບໍ່ເປັນກໍໄດ້ໄດ້ຮ້ອງ ຮັບຜິດຊອບໝົດເດ້ ເຂົາວ່າເດືອນສິບຫັ້ນ. ອອກນະໂຍບາຍ ວ່າຈະໃຫ້ຄຣູອາສານີ້ 50 ເປີເຊັນ ຂອງເງິນເດືອນຫັ້ນ ນີ້ຮອດເດືອນນຶ່ງແລ້ວ ບໍ່ໄດ້ຍິນຂ່າວຫຍັງ. 

ດ້ານຄຣູອາສາ ທີ່ສອນຢູ່ ທ່ານນຶ່ງກ່າວວ່າ ຕົນເອງຍັງບໍ່ທັນໄດ້ລາອອກ ຍັງສອນເດັກນ້ອຍຮຽນຢູ່ ເຊິ່ງການສອນຫລາຍວິຊາ ຫລາຍຫ້ອງ ໃຫ້ນັກຮຽນແມ່ນຄວາມຈິງແທ້ ເຖິງແມ່ນວ່າຈະບໍ່ຖະນັດກໍຕາມ ກໍຕ້ອງຈໍາເປັນ ສອນຫລາຍຫ້ອງ.

ເຮົາຍັງບໍ່ທັນອອກ ຄືເຮົາຈົບສາຍສັງຄົມມານີ້ ສັງຄົມມັນຈະມີຢູ່ 3 ວິຊາເນາະ. ປະຫວັດສາດ, ພູມສາດ ແລະ ສຶກສາວິຊາການເມືອງ. ເຮົາໄດ້ສອນວິຊາພະລະສຶກສາພ້ອມ. 

ອີງຕາມຣາຍງານ ຂອງກະຊວງສຶກສາທິການ ແລະ ກິລາ ປີ 2022 ໃນທົ່ວປະເທດລາວ ມີນັກຮຽນຊັ້ນປະຖົມ ປະລະການຮຽນເພີ່ມຂຶ້ນ 8.6% ເມື່ອສົມທຽບໃນສົກຮຽນປີ 2021 ໂດຍສະເພາະນັກຮຽນຊັ້ນ ປ.1 ໃນປີ 2022 ປະລະການຮຽນເຖິງ 10.2% ທຽບໃສ່ປີ 2021 ທີ່ຊັ້ນ ປ.1 ປະລະ ການຮຽນພຽງ 5.4% 

ກະຊວງສຶກສາທິການ ແລະ ກິລາ ຍັງພົບອີກວ່າ ໃນປີ 2022 ໃນທົ່ວປະເທດ ຊັ້ນມັດທະຍົມຕອນຕົ້ນ ປະລະການຮຽນເພີ່ມຂຶ້ນເປັນ 13.5% ຂຶ້ນຈາກ 10.3% ເມື່ອສົກຮຽນປີ 2021.

ໃນແຕ່ລະປີ ກະຊວງສຶກສາ ຮັບສມັກຣັຖກອນຄຣູ ໜ້ອຍລົງທຸກປີ ຄື ໃນປີ 2020 ຮັບເອົາ 966 ຄົນ, ໃນປີ 2021 ຈໍານວນ 530 ຄົນ, ໃນປີ 2022 ຈໍານວນ 350 ຄົນ ສ່ວນໃນປີ 2023 ນີ້ ຮັບພຽງ 290 ຄົນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.