ເຣື້ອງທີ່ເກັບບັນທຶກໄວ້
2023-08-31
ບໍຣິສັດ ຊົງຈຽນ ຢາງພາຣາ ສາກົລ ຈຳກັດ ຈາກປະເທດຈີນໄດ້ເຮັດພິທີວາງສີລາຣຶກ ກໍ່ສ້າງໂຮງງານປຸງແຕ່ງຢາງພາຣາ ຢູ່ບ້ານນໍ້າຍອນ ເມືອງຮຸນ ເຊິ່ງຈະເປັນໂຮງງານປຸງແຕ່ງຢາງພາຣາແຫ່ງທີ 3 ໃນແຂວງອຸດົມໄຊເພື່ອຂຍາຍ ການຮັບຊື້ນໍ້າຢາງພາຣາຂອງຊາວສວນຢາງພາຣາ ໃນແຂວງອຸດົມໄຊ ແລະ ແຂວງໃກ້ຄຽງປະມານ 20,000 ຕັນຕໍ່ປີເພື່ອສົ່ງໄປຂາຍໃຫ້ປະເທດຈີນ.
2023-08-31
ຊາວລາວໃນຫຼາຍແຂວງ ຍັງບໍ່ພໍໃຈ ຕໍ່ການປິ່ນປົວ ແລະ ການບໍຣິການ ຂອງໂຮງໝໍຣັຖ, ອັນມາຈາກຫຼາຍສາເຫດ ແລະ ຜົລການສຳຣວດຫຼ້າສຸດ ຕໍ່ຄວາມຄວາມໃຈ ໃນການບໍຣິການ ຂອງໂຮງໝໍຣັຖ ທີ່ສະພາແຫ່ງຊາຕສຳຣວດ ມີພຽງແຕ່ 20% ເທົ່ານັ້ນ ທີ່ປະຊາຊົນພໍໃຈ.
2023-08-31
ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ຕົກເປັນເຫຍື່ອການຄ້າມະນຸສ ຢູ່ກາສິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຫຣ່ຽງ ປະເທດພະມ້າ ແຈ້ງໃຫ້ວິທຍຸ ເອເຊັຽ ເສຣີ ຮູ້ວ່າ ວ່າງ ເດັກນ້ອຍລາວ ຈໍານວນ 23 ຄົນ ຖືກປ່ອຍອອກມາແລ້ວ, ແຕ່ຍັງບໍ່ມີຂໍ້ມູນ ລະບຸຢ່າງຈະແຈ້ງວ່າ ເດັກນ້ອຍເຫຼົ່ານັ້ນຖືກປ່ອຍໄປໃສແທ້.
2023-08-30
ຣັຖບານລາວເຊີນຊວນ ໃຫ້ນັກລົງທຶນ ເຂົ້າມາຂຸດຄົ້ນແຮ່ ໂປຕາສ ຢູ່ນະຄອນຫລວງວຽງຈັນ, ຂະນະທີ່ ຊາວບ້ານຄັດຄ້ານ ເນື່ອງຈາກວ່າ ຈະມີຜົລກະທົບຫລາຍດ້ານ ທັງຕໍ່ສິ່ງແວດລ້ອມ, ສັງຄົມ ແລະການຂຍາຍຕົວເມືອງ.
2023-08-30
ຣັຖບານລາວ ສ້າງປ້ອງກັນຕາຝັ່ງເຈື່ອນ ຕາມແຄມນໍ້າຂອງ ບໍ່ສາມາດບັນລຸ ໄດ້ຕາມແຜນການ ຍ້ອນການຂົນຂວາຍ ທຶນຈາກຕ່າງປະເທດ ຍັງມີຂອບເຂດຈຳກັດ.
2023-08-30
ສະຖານະການ ການບັງຄັບໃຫ້ຫາຍສາບສູນ ໃນລາວ ຍັງໜ້າເປັນຫ່ວງ ໂດຍສະເພາະ ກໍຣະນີຂອງທ່ານ ສົມບັດ ສົມພອນ ເຊິ່ງຍັງບໍ່ມີຄຳຕອບ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໃນ “ວັນແຫ່ງການລຳຣຶກ ເຖິງຜູ້ຖືກບັງຄັບ ໃຫ້ຫາຍສາບສູນສາກົລ” ນີ້ ຫຼາຍພາກສ່ວນ ບໍ່ມີການຈັດກິຈກັມໃດໆ ໃນການຕໍ່ຕ້ານ ຫຼື ທວງຫາ ຜູ້ຫາຍສາບສູນ ໃນ ສປປ ລາວ.
2023-08-30
ທາງການລາວ ຄາດການວ່າ ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ຈະປັບຂຶ້ນປະມານ 5-10% ໃນໄລຍະ 6 ເດືອນ ທ້າຍປີນີ້ ຍ້ອນບັນຫາ ເງິນກີບອ່ອນຄ່າ.
2023-08-30
ໂຮງງານຫຼາຍແຫ່ງໃນ ສປປ ລາວ ລວມທັງໂຮງງານ ທີ່ມີຂອງເປັນຄົນຈີນ ຢູ່ເຂດເສຖກິຈພິເສດ ກວມລວມໄຊເສດຖາ ນະຄອນຫລວງວຽງຈັນ ຍັງຂາດເຂີນຄົນງານ ຈຳນວນຫລາຍພັນຄົນ, ສ່ວນຄົນງານລາວ ມັກໄປຊອກວຽກເຮັດ ຢູ່ຕ່າງປະເທດແທນການເຮັດວຽກ ຢູ່ພາຍໃນປະເທດ ຍ້ອນໃຫ້ເງິນເດືອນໜ້ອຍ.
2023-08-30
ຊາວລາວ ໃນເຂດຫ່າງໄກສອກຫຼີກ ຈຳນວນນຶ່ງ ຍັງບໍ່ສາມາດເຂົ້າເຖິງບໍຣິການ ດ້ານສາທາຣະນະສຸຂ ໄດ້ ຍ້ອນຂໍ້ຈຳກັດຫຼາຍດ້ານ
2023-08-29
ເກີດເຫດການ ລັກຣົຖຈັກ ແລະ ຣົຖໃຫຍ່ ຫລາຍຂຶ້ນ, ໂດຍສະເພາະ ໃນເຂດພາກກາງ ແລະ ພາກເໜືອ, ໃນຂະນະທີ່ ທາງເຈົ້າໜ້າທີ່ ກໍພະຍາຍາມ ຕິດຕາມ ຈັບຜູ້ກະທຳຜິດ ແລະ ເອົາຣົຖກັບຄືນມາ, ແຕ່ສ່ວນໃຫຍ່ ກໍຍັງບໍ່ສາມາດ ປະຕິບັດໄດ້ເທື່ອ.
2023-08-29
ສົກຮຽນໃໝ່ກຳລັງໃກ້ເຖິງແລ້ວ ໃນຂະນະທີ່ ຍັງມີການຂາດເຂີນຄຣູ, ອຸປະກອນການຮຽນ ແພງຂຶ້ນ ແລະເພື່ອແກ້ໄຂບັນຫາ ສະເພາະໜ້າ, ຣັຖບານໄດ້ຮຽກຮ້ອງໃຫ້ ຄຣູອາສາສມັກ ທີ່ລາອອກໄປນັ້ນ ກັບຄືນ ລວມທັງຄຣູທີ່ອອກບຳນານແລ້ວ.
2023-08-29
ສະຖານທູຕຈີນ ປະຈຳປະເທດລາວ ໄດ້ໃຫ້ທຶນແກ່ນັກສຶກສາລາວ ແລະ ພະນັກງານຣັຖກອນ ໄປຮຽນຢູ່ປະເທດຈີນ ຈຳນວນ 350 ທຶນຕໍ່ປີ ແລະ ໄດ້ມີການລ້ຽງສົ່ງນັກສຶກສາໄປຮຽນຈີນແລ້ວ ເມື່ອວັນທີ 24 ສິງຫາ ທີ່ຜ່ານມາ.
2023-08-29
ນໍ້າຖ້ວມເຂດເມືອງຫີນບູນ ແລະເມືອງຄູນຄໍາ ແຂວງຄໍາມ່ວນ, ເຮັດໃຫ້ໂຄງຮ່າງພື້ນຖານ ເຊັ່ນຖນົນ, ໄຟຟ້າ, ນໍ້າປະປາ ແລະອື່ນໆເສັຍຫາຍຫລາຍ ແລະ ຍັງບໍ່ທັນໄດ້ສ້ອມແປງ, ບັນຫານີ້ກະທົບກັບຊາວບ້ານ ແລະການຄົມມະນາຄົມ ໃນທົ່ງຂົງເຂດທີ່ຖືກນ້ຳຖ້ວມ.
2023-08-28
ຊາວໜຸ່ມລາວຈຳນວນຫຼາຍ ຍັງສືບຕໍ່ຫຼັ່ງໄຫຼໄປເຮັດວຽກ ຢູ່ປະເທດໄທຍ ແລະ ມີທ່າທີວ່າ ຈະເພີ່ມຂຶ້ນຫຼາຍອີກຕື່ມ ໃນສະພາບທີ່ເສຖກິຈຝືດເຄືອງ ປະຊາຊົນຕ້ອງດີ້ນຮົນເອົາໂຕລອດ ແລະ ຫາຫົນທາງເພື່ອປະຄັບປະຄອງຊີວິດ ໃນຊວງເວລາທີ່ເງິນກີບເຟີ້ໜັກ, ສິ່ງຂອງທຸກຢ່າງຂຶ້ນລາຄາ.
2023-08-28
ຣົຖບານລາວ ຢາກໃຫ້ທາງການໄທຍ ເຂົ້າມາສຶກສາຄວາມເປັນໄປໄດ້ ແລະລົງທຶນໃນການກໍ່ສ້າງ ທາງດ່ວນ ຈາກເທສບານແຂວງສວັນນະເຂດ ຫາຊາຍແດນວຽດນາມ ໂດຍທີ່ທາງການແຂວງສວັນນະເຂດ ຈະອຳນວຍຄວາມສະດວກ ທຸກຂັ້ນຕອນ.