ຈະມີການປັບຂຶ້ນ ລາຄາເຄື່ອງອຸປະໂພກ-ບໍຣິໂພກ ຕື່ມອີກ
2023.08.30
ອີງຕາມຣາຍງານ ຂອງ ຜແນກອຸດສາຫະກັມ ແລະ ການຄ້ານະຄອນຫລວງວຽງຈັນ ລະບຸວ່າ ໃນໄລຍະ 6 ເດືອນ ທ້າຍປີ 2023 ນີ້ ລາຄາສິນຄ້າ ອຸປະໂພກ-ບໍຣິໂພກ ພາຍໃນປະເທດ ຈະປັບຂຶ້ນ ປະມານ 5-10% ຍ້ອນບັນຫາເສຖກິຈ-ການເງິນ ທີ່ເງິນອ່ອນຄ່າລົງເລື້ອຍໆ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການ ຄວບຄຸມລາຄາສິນຄ້າ ຢູ່ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແຫນ່ງ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 30 ສິງຫາ 2023 ນີ້ວ່າ:
“ເຈົ້າ, ອາຈຈະແມ່ນ ເພີ່ນອາດຈະປະເມີນຫລາຍໆ ດ້ານເນາະ ອັຕຣາເງິນເຟີ້ແດ່ ຫລືວ່າ ສະພາບ ອັນນັ້ນແດ່ຫັ້ນແຫລະເນາະ ເພິ່ນປະເມີນໄວ້ແລ້ວເນາະ ກໍມີ ໄທຍ ເນາະ ມີຈີນວຽດນາມ ເນາະ ດີແທ້ມັນ ເຄື່ອງອຸປະໂພກ-ບໍຣິໂພກ ລະແມ່ນ ສ່ວນຫລາຍກໍນໍາເຂົ້າມາຈາກ ໄທຍ ຫັ້ນແຫລະ ຫລາຍກ່ອນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ປະເທດລາວເນັ້ນນໍາເຂົ້າ ສິນຄ້າຈາກຕ່າງປະເທດ ຍ້ອນການສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນ ຜລິດ ແລະ ນໍາໃຊ້ສິນຄ້າຢູ່ພາຍໃນປະເທດ ຍັງບໍ່ທັນແຜ່ຫລາຍ ອີກທັງ ຜູ້ທີ່ຕ້ອງການຜລິດສິນຄ້າ ພາຍໃນ ກໍຈໍາເປັນຕ້ອງໄດ້ນໍາເຂົ້າ ວັດຖຸດິບ ແລະ ອຸປະກອນເຄື່ອງຈັກ ຈາກຕ່າງປະເທດ ປະກອບກັບຄ່າເງິນກີບອ່ອນຄ່າ ເມື່ອທຽບໃສ່ເງິນບາທ ແລະ ໂດລ້າຣ໌ສະຫະຣັຖ ຕິດຕໍ່ກັນເປັນໄລຍະ ເວລາດົນ ນັບແຕ່ການແຜ່ຣະບາດ ຂອງໂຄວິດ-19.
ໃນຮອບ 2 ເດືອນທີ່ຜ່ານມາ (ລະຫວ່າງເດືອນກໍຣະກະດາ ຫາ ເດືອນສິງຫາ), ໝາກໄມ້ສົດຊະນິດຕ່າງໆ ທີ່ໄດ້ນໍາເຂົ້າຈາກຕ່າງປະເທດ ເປັນຕົ້ນ ໄທຍ, ຈີນ ແລະ ວຽດນາມ ເຊັ່ນ ແອັບເປີ້ນ (Apple) ປັບລາຄາຂຶ້ນ 50,000 ຫາ 60,000 ກີບ/ແກັດ (1ແກັດ=18 ກິໂລກຣາມ) ເນື່ອງຈາກເງິນກີບອ່ອນຄ່າ ແລະ ມີຕົ້ນທຶນ ໃນການຂົນສົ່ງເພີ່ມຂຶ້ນ.
ດັ່ງ ແມ່ຄ້າຂາຍໝາກໄມ້ສົດ ນໍາເຂົ້າຈາກຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ກໍສູງຂຶ້ນບາງຢ່າງ ກໍຍົກໂຕຢ່າງ ແອັບເປີ້ນ ມັນກໍແບບ ຖ້າຂະເຈົ້າຂຶ້ນເປັນເງິນກີບກໍ 50 ພັນ 60 ພັນ ຈັ່ງຊີ້ຫັ້ນນ່າ ບໍ່ໆ ຕໍ່ແກັດນຶ່ງ 18 ໂລ ປະມານ 4 ແສນປາຍ.”
ສໍາລັບຊີ້ນໝູ ເຊິ່ງເປັນສິນຄ້າທີ່ຈໍາເປັນ ໃນຊີວິດ ປະຈໍາວັນ ໄດ້ທະຍອຍປັບລາຄາຂຶ້ນ ຢ່າງຕໍ່ເນື່ອງ ປະມານ 10-20% ໃນຮອບ 6 ເດືອນ ຕົ້ນປີ ທີ່ຜ່ານມາ ເມື່ອທຽບໃສ່ໄລຍະທ້າຍປີ 2022 ແລະ ຄາດວ່າ ໃນໄລຍະທ້າຍປີ 2023 ນີ້ ສິນຄ້າດັ່ງກ່າວນີ້ ຈະປັບຂຶ້ນລາຄາອີກ ຢ່າງໜ້ອຍ 5-10% ຖ້າຫາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດ ຊອກຫາແນວທາງ ໃນການແກ້ໄຂໄດ້.
ດັ່ງ ແມ່ຄ້າຂາຍຊີ້ນໝູ ຢູ່ຕຫລາດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ນາງນຶ່ງ ກ່າວວ່າ:
“ກໍຂຶ້ນລາຄາຫລາຍຢູ່ ຂຶ້ນລາຄາ ປະມານ 5 ພັນ 10 ພັນ ຈັ່ງຊີ້ນ່າ ຈາກເຄີຍຊື້ໝູ ຢູ່ຕຫລາດ ໂລນຶ່ງ 50 ພັນ ກໍຂຶ້ນ 60-70 ພັນ ຂຶ້ນບາທຂຶ້ນໄລ່ໄດ້ບໍ່ ອັນເຄື່ອງແຕ່ລະຢ່າງ ກໍຂຶ້ນໆ ຈັ່ງຊີ້ນ່າ ແບບຄ່ານ້ໍາມັນຣົຖ ອິຫຍັງຊີ້ນ່າ ບໍຣິສັດມາສົ່ງ ຄ່ານ້ໍາມັນຣົຖຂຶ້ນ ແມ່ນຂຶ້ນເບີດທຸກຢ່າງເລີຍ ຂຶ້ນລາຄາປະມານເທົ່າໆກັນ ຫັ້ນແຫລະ.”
ທາງດ້ານສິນຄ້າ ທີ່ນໍາເຂົ້າຈາກປະເທດໄທຍ ໃນປັດຈຸບັນ ຍັງລາຄາຄືເກົ່າ ເມື່ອທຽບໃສ່ເງິນບາທ ແຕ່ເນື່ອງຈາກຄ່າເງິນກີບ ອ່ອນຄ່າລົງເລື້ອຍໆ ຈຶ່ງເຮັດໃຫ້ການຊື້-ຂາຍສິນຄ້າໄທຍ ຈໍາເປັນຕ້ອງໃຊ້ເງິນກີບ ໃນຈໍານວນທີ່ຫລາຍຂຶ້ນ ເປັນຕົ້ນ ສິນຄ້າໄທຍ ລາຄາ 1,000 ບາທ ແຕ່ເມື່ອໄລ່ເປັນເງິນກີບ ຈະມີການປັບປ່ຽນຫລາຍຄັ້ງຕໍ່ເດືອນ ແລະຫລ້າສຸດແມ່ນໄລ່ຢູ່ທີ່ 1,000 ບາທ ເທົ່າກັບ 6 ແສນກີບ.
ດັ່ງ ພໍ່ຄ້າ ຂາຍສິນຄ້າສົດ ຢູ່ຕລາດ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ໂອ້ໂຫ້ ຂຶ້ນຕລອດເລີຍ ເດືອນນຶ່ງປະມານ 3 ເທື່ອ ແຕ່ວ່າເປັນເງິນບາທແລ້ວມັນບໍ່ຂຶ້ນ ຖ້າວ່າເປັນເງິນກີບລະມັນຂຶ້ນ ເງິນກີບລາວມັນອ່ອນຄ່າແຮງ ຫລາຍໆ ດຽວນີ້ ມັນມີຂອງຄວາມຫວັງໃໝ່ ຂອງຈີນ ແລ້ວກໍຂອງ ກິ່ງເພັດ ກິ່ງເພັດ ມັນເປັນຂອງວຽດນາມ ມາຕັ້ງໂຮງງານຢູ່ລາວ ສ່ວນຫລາຍເພີ່ນກະໃຊ້ຂອງໄທຍຫັ້ນແຫລະ ຂອງຈີນຖືກກວ່າ ຂອງວຽດນາມ ຄຸນພາບດີກວ່າ ດຽວນີ້ຂອງໄທຍ ເພີ່ນກໍໃຊ້ຢູ່ ອັດຕຣາແລກປ່ຽນມັນຂຶ້ນທຸກວັນ ວ່າຊັ້ນສ່າ ລົງທຸກວັນ.”
ທີ່ຜ່ານມາ ບັນຫາເສຖກິຈ-ການເງິນ ພາຍໃນປະເທດ ໂດຍສະເພາະປະເດັນເຣື່ອງເງິນກີບອ່ອນຄ່າ ແມ່ນສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນພາຍໃນປະເທດ ບໍ່ຕ່ໍາກ່ວາ 2 ປີ ແລ້ວ ແຕ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຊອກຫາແນວທາງ ໃນການຫລຸດຜ່ອນ ບັນຫາດັ່ງກ່າວນີ້ໄດ້ເທື່ອ ເຮັດໃຫ້ຊາວໜຸ່ມລາວຈໍານວນນຶ່ງ ຕັດສິນໃຈ ລາອອກຈາກໂຮງຮຽນ ເພື່ອເຮັດວຽກ ຫາລາຍໄດ້ ຊ່ອຍເຫລືອຄອບຄົວ.
ດັ່ງ ແມ່ຄ້າຂາຍສິນຄ້າສົດ ຜູ້ດຽວກັນນີ້ ກ່າວວ່າ:
“ອັນ ກະຢູ່ໄປນີ້ແຫລະ ບາງຄົນກໍ ຂະເຈົ້າກໍອອກໂຮງຮຽນ ໄປເຮັດວຽກຢູ່ໄທຍ ເພາະວ່າເງິນບາທເປັນລາຄາ ບາງຄົນກໍຮຽນຈົບ ມ.7 ແລ້ວກໍບໍ່ໄປຮຽນຕໍ່ ແລ້ວກໍໄປເຮັດວຽກຢູ່ໄທຍ ຈັ່ງຊີ້ນ່າ.”
ກ່ອນໜ້ານີ້ ໃນວັນທີ 22 ສິງຫາ ທີ່ຜ່ານມາ ຍານາງ ວັນມະນີ ພິມມະສານ ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ກ່າວວ່າ ໃນໄລຍະ 6 ເດືອນ ຕົ້ນປີ 2023 ທີ່ຜ່ານມາ ສະພາບລາຄາສິນຄ້າ ໄດ້ມີການເໜັ່ງຕີງປັບຂຶ້ນ ໃນບັນຊີ ກ. ສິນຄ້າລາຄາຄວບຄຸມ ແລະ ບັນຊີ ຂ. ສິນຄ້າທີ່ຕ້ອງຕິດຕາມ ການເໜັ່ງຕີງ ຂອງລາຄາສິນຄ້າ ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2022.
ທັງນີ້ ສາເຫຕທີ່ເຮັດໃຫ້ລາຄາສິນຄ້າ ເພີ່ມຫລາຍຂຶ້ນ ແມ່ນມາຈາກ ຕົ້ນທຶນການຜລິດ, ຄ່າແຮງງານ ຕິດພັນກັບຄ່າຄອງຊີບ, ການຜລິດ ພາຍໃນຍັງບໍ່ທັນເຂັ້ມແຂງ, ອັດຕຣາເງິນເຟີ້ເພີ່ມສູງຂຶ້ນ ໂດຍສະເລັ່ຍ ໃນຮອບ 6 ເດືອນ ຕົ້ນປີ ເທົ່າກັບ 40.25% ແລະເງິນກີບອ່ອນຄ່າ 1.6% ແລະ 1.9% ເມື່ອທຽບໃສ່ ເງິນໂດລ້າຣ໌ສະຫະຣັຖ ແລະ ເງິນບາທ ຕາມລໍາດັບ.
ອີງຕາມ ຣາຍງານຂອງສູນ ສະຖິຕິແຫ່ງຊາຕ ໃນວັນທີ 30 ສິງຫາ 2023 ລະບຸວ່າ ອັດຕຣາເງິນເຟີ້ ຂອງລາວ ໃນເດືອນສິງຫານີ້ ຢູ່ໃນລະດັບ 25.9% ສໍາລັບສິນຄ້າ ທີ່ມີອັດຕຣາສູງກວ່າໝູ່ ແມ່ນໝວດຮ້ານອາຫານ ແລະໂຮງແຮມເພີ່ມຂຶ້ນ 32.8%, ໝວດສະບຽນອາຫານ ແລະ ເຄື່ອງດື່ມ ບໍ່ມີທາດເຫລົ້າ ເພີ່ມຂຶ້ນ 31.9%, ໝວດເຄື່ອງນຸ່ງຫົ່ມ ແລະເກີບ ເພີ່ມຂຶ້ນ 27.1% ແລະ ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 24.5%.