ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ທີ່ກາສິໂນຂອງຈີນ ໃນປະເທດພະມ້າ ຖືກປ່ອຍແລ້ວ 23 ຄົນ

ສຸພັດຕາ
2023.08.31
ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ທີ່ກາສິໂນຂອງຈີນ ໃນປະເທດພະມ້າ ຖືກປ່ອຍແລ້ວ 23 ຄົນ ກຸ່ມເຍົາວະຊົນລາວ ເປັນຈຳນວນນຶ່ງ ທີ່ຖືກຂາຍໄປ ຢູ່ໃນຣັຖກະຢິ່ນ (ປະເທດພະມ້າ) ແລະ ຖືກບັງຄັບໃຫ້ເຮັດວຽກ ຕົວະເອົາເງິນ ທາງອິນເຕີເນັດ ຫຼື ໄຊເບີ້ຣ໌-ສະແກມ.
RFA photo illustration

ໃນວັນທີ 30 ສິງຫາ 2023 ນີ້ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ລູກເຕົ້າຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ແຈ້ງໃຫ້ເອເຊັຽເສຣີ ຮູ້ວ່າ ວ່າງ 4-5 ມື້ຫຼັງມານີ້ ນາຍຈ້າງຄົນຈີນ ຢູ່ໂຮງກາສິໂນ ດັ່ງກ່າວ ໄດ້ປ່ອຍໂຕເດັກນ້ອຍລາວ ຈໍານວນ 23 ຄົນ ທີ່ເຮັດວຽກຫາເງິນໃຫ້ເຂົາບໍ່ໄດ້ ມາໄດ້ 5-6 ເດືອນນັ້ນ ແມ່ນໄດ້ປ່ອຍໂຕພວກເຂົາອອກແລ້ວ ສ່ວນອີກ 12 ຄົນ ທີ່ຍັງເຮັດວຽກຫາເງິນໃຫ້ເຂົາໄດ້ ຍັງສືບຕໍ່ເຮັດວຽກຢູ່ ແລະອີກປະມານ 2-3 ເດືອນ ນາຍຈ້າງຈີນ ຈຶ່ງຈະປ່ອຍໃຫ້ກັບບ້ານ.

ດັ່ງແມ່ຂອງເດັກນ້ອຍຊາຍຄົນນຶ່ງ ໃນ 23 ຄົນ ທີ່ຖືກປ່ອຍກັບບ້ານ ໄດ້ເວົ້າໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ 30 ສິງຫາ 2023 ວ່າ ຕອນນີ້ ຍັງບໍ່ຮູ້ຄັກແນ່ວ່າ ເດັກນ້ອຍທັງ 23 ຄົນດັ່ງກ່າວນັ້ນ ຢູ່ໃສແທ້.

“ແມ່ນແລ້ວ ອອກມາ ແຕ່ກະຍັງຢູ່ໃສບໍ່ຮູ້ເທື່ອ ຖ້າຂະເຈົ້າໂທຫາ ຍັງບໍ່ໄດ້ໂທຫາປານນີ້ ຂະເຈົ້າບອກວ່າ ລໍຖ້າຂະເຈົ້າຊິໂທຫາເດີ້ຊີ້ ຍັງບໍ່ໂທຫາປານນີ້ ໄປຄ້າງຢູ່ແຖວໃດບຸ ຍັງບໍ່ຮູ້ວ່າຊິເປັນແນວໃດນ່າ ການຄືບໜ້າຂອງເຂົາຫັ້ນ ຕາມແຊັດຫາ (ຄົນຄຸມງານໃນກາສິໂນ)... ມື້ວານນີ້ ລະວ່າ ຂະເຈົ້າເອົາອອກຈາກບໍຣິສັດລະເດີ້ ໜ້າຈະແມ່ນ ຂ້າມໄປຝັ່ງໄທຍພຸ້ນແຫຼະ ຢູ່ນໍາພວກຕໍາຣວດໄທຍບໍ ຫຼືວ່າແມ່ນແນວໃດ ຫຼືວ່າຂະເຈົ້າເຮັດແນວໃດ ຍັງບໍ່ຮູ້ເທື່ອນ່າດຽວນີ້ນ່າ ມີແຕ່ວ່າລໍຖ້າຂະເຈົ້າຊິໂທມານັ້ນ ເຂົາຊິໂທມາແບບໃດ ວິທີໃດແບບນັ້ນ ມີແຕ່ວ່າ ແມ່ນີ້ ລໍຖ້າຮັບໂທຣະສັບເດີ້ ຂະເຈົ້າຊິໂທມາວ່າຊິ ຍັງບໍ່ໄດ້ໂທຫາປານນີ້ ຍັງບໍ່ຮູ້ຂ່າວຄາວເຂົາເທື່ອນ່າ ດຽວນີ້.”

ແມ່ຂອງເດັກນ້ອຍຊາຍຄົນນີ້ ຍັງເວົ້າເຖິງຄວາມຮູ້ສຶກ ຕອນທີ່ຮູ້ວ່າ ລູກຂອງຕົນ ເປັນ 1 ໃນ 23 ຄົນ ທີ່ໄດ້ອອກມາຈາກ ກາສິໂນ ນັ້ນວ່າ:

“ແມ່ກໍດີໃຈຕື່ນເຕັ້ນແລ້ວກໍ ບໍ່ຮູ້ແນວຊິເວົ້າເລີຍ ກໍວ່າ ໂອ່ຍ...ເປັນແຕ່ບຸນແຕ່ໂຊກບຸ ແມ່ນແລ້ວໆ ບໍ່ຄຶດວ່າ ຊິໄດ້ຍິນຄໍານີ້ເລີຍຫັ້ນນ່າ (ລູກໄດ້ອອກມາ) ເວົ້າວ່າລູກຊິໄດ້ຢູ່ໃນຫັ້ນຕລອດບຸຫັ້ນນ່າ ມີແຕ່ລໍຖ້າທາງການເພິ່ນ ຄັນທາງການເພິ່ນຊ່ວຍໄດ້ກໍຈະຊ່ວຍ ຊ່ວຍບໍ່ໄດ້ກໍ ຄືຊິບໍ່ໄດ້ອອກມາ ຄືລູກຊາຍເວົ້າຫັ້ນແຫຼະ ແຕ່ວ່າບາດນີ້ ບາດໄດ້ຍິນວ່າແບບນີ້ ປ່າ....ຄວາມຕື່ນເຕັ້ນບໍ່ໃຫ້ວ່າເລີຍ ແມ່ນແລ້ວຄຶດວ່າແມ່ນຝັນບຸ ລະກໍຍັງຄຶດໄປຄຶດມາ ບາງທີກໍອາຈແມ່ນປະຕິຫານ ຂອງລູກໂຕເອງບໍ ແຕ່ກໍດີໃຈນໍາລູກເດີ້ ເພາະວ່າເລັ່ງໆແລ່ນໆຊ່ວຍ ບາງທີ ເຂົາເຈົ້າອາຈຮູ້ວ່າ ເອີ່ທາງການ ເພິ່ນຊິເຂົ້າມາຊ່ວຍແບບນີ້ແບບນັ້ນ ລະກໍຂະເຈົ້າກະເລີຍວ່າ ປ່ອຍອອກມາ ລະກໍໄດ້ທໍ່ໃດກະໄດ້.”

ນາງຍັງເລົ່າໃຫ້ຟັງຕື່ມອີກ ຕາມທີ່ໄດ້ລົມກັບຫົວໜ້າຄຸມງານ ທີ່ເປັນຄົນລາວ ປະຈໍາຢູ່ໃນກາສິໂນ ຂອງຈີນ ຢູ່ພະມ້າ ເວົ້າເຖິງການໄດ້ອອກມາ ຂອງເດັກນ້ອຍທັງ 23 ຄົນ ນີ້ວ່າ:

“ແມ່ນແລ້ວ ຂະເຈົ້າເຮັດວຽກບໍ່ໄດ້ ແລ້ວບໍຣິສັດຂະເຈົ້າສົ່ງອອກມາເດີ້ວ່າຊີ້. ອໍ ຊັ້ນຂະເຈົ້າບໍ່ຮຽກຄ່າໄຖ່ຕີ້ຍັງວ່າ ກະຍັງບໍ່ຮູ້ເທື່ອເດີ້ ອັນນີ້ມີແຕ່ລໍຖ້າຂະເຈົ້າຊິໂທຫາ ແລ້ວເປັນແນວໃດແລ້ວ ແມ່ຄ່ອຍຖ້າຮັບໂທຣະສັບເດີ້ ແມ່ກໍວ່າໂດຍໆບໍ່ເປັນຫຍັງ ແມ່ກໍເລີຍລໍຖ້າ ຈົນເທົ້າມື້ນີ້ແຫຼະ ຈັກເປັນແນວໃດ ວ່າມື້ນີ້ຊິໂທຫາ ຈັກແມ່ນແນວໃດ ຫຼືວ່າຕອນແລງຄໍ່າບໍ່ ຫຼືວ່າຈັ່ງໃດ.”

ສໍາລັບຜູ້ເປັນແມ່ອີກຄົນນຶ່ງ ທີ່ລູກຊາຍ ຍັງຕິດຄ້າງຢູ່ພະມ້າ ຍັງບໍ່ຖືກປ່ອຍໂຕກັບບ້ານນັ້ນ ກໍເລົ່າໃຫ້ເອເຊັຽເສຣີຟັງ ຕາມທີ່ໄດ້ລົມນໍາລູກຊາຍ ນັ້ນວ່າ:

“ແມ່ກະບໍ່ຢາກດີໃຈປານໃດ ເພາະລູກຊາຍບໍ່ທັນໄດ້ອອກ ກໍດີໃຈນໍາເຂົາຫັ້ນແຫຼະ ດີໃຈນໍາເຂົາທີ່ວ່າເອີ່ ໄດ້ຮູ້ຂ່າວວ່າ ເຂົາປ່ອຍມາ 23 ຄົນລະເດີ້ ບໍ່ຕ້ອງແລ່ນບ່ອນໃດແລ້ວ ວ່າແບບນີ້ ລູກກະ ບໍ່ດົນກະຊິໄດ້ອອກແລ້ວວ່າແນວນີ້ ວ່າ ລູກກໍໄປຖາມຂະເຈົ້າຢູ່ ວ່າຢາກກັັບແລ້ວ ໄປຖາມຂະເຈົ້າ ວ່າບໍ່ໃຫ້ກັບເທື່ອວ່າແນວນີ້ ໃຫ້ຢູ່ຫາເງິນກ່ອນວ່າແນວນີ້ ເຫຼົ້າປານ ວ່າ (ນາຍຈ້າງຈີນ) ອີກຕື່ມ 2-3 ຂໍໃຫ້ຢູ່ກ່ອນ ວ່າຊິບໍ່ທໍຣະມານແລ້ວ ວ່າແນວນີ້ ໃຫ້ຢູ່ຫາເງິນກ່ອນວ່າແນວນີ້ ສ່ວນທີ່ເຂົາປ່ອຍອອກມາຫັ້ນ ແບບວ່າ ຂະເຈົ້າເຮັດບໍ່ໄດ້ ໄດ້ 5-6 ເດືອນລະ ເຂົາເປີດບິນເຮັດອິຫຍັງບໍ່ໄດ້ ເຂົາລະຄັດເລືອກອອກມາ ຍັງແຕ່ 12 ຄົນ ຢູ່ຫັ້ນນ່າ.”

ແມ່ຂອງເດັກນ້ອຍຊາຍຄົນນີ້ ກ່າວຕື່ມວ່າ ລູກຊາຍໄດ້ເລົ່າເຖິງສະພາບການເຮັດວຽກ ສໍາລັບຄົນທີ່ຍັງເຫຼືອ ຢູ່ກາສິໂນ ໃນປັດຈຸບັນ ນໍາດ້ວຍ.

“ເຂົາວ່າ ຍັງ 12 ຄົນ ວ່າແນວນີ້ ລະກໍວ່າດຽວນີ້ຫັ້ນ ເຂົ້າໃຫ້ເລີກຫັ້ນ ເຂົາບໍ່ໃຫ້ຢູ່ແລ້ວຮອດ 1 ໂມງ (ກາງຄືນ) ເຂົາໃຫ້ເລີກ 10 ໂມງ ຫຼືວ່າ 11 ໂມງ (ກາງຄືນ) ເຂົາກໍໃຫ້ພັກຜ່ອນແລ້ວ ບໍ່ໃຫ້ຢູ່ເດິກແລ້ວ ແລ້ວກໍ ດຽວນີ້ ກໍຊິບໍ່ທໍຣະມານແລ້ວ.”

ໃນຂະນະທີ່ ແມ່ຂອງເດັກນ້ອຍຊາຍ ຄົນທີ່ 2 ທີ່ລູກຊາຍ ຍັງຕິດຄ້າງຢູ່ພະມ້າ ເຊັ່ນກັນ ກໍກ່າວວ່າ:

“ຄັນເປັນແບບຄືເຂົາເວົ້າ ກະດີໃຈນໍາ ຢ້ານແຕ່ວ່າ ເຂົາເຮັດວຽກໄດ້ລະ ຊິຕົວະວ່າ ໂອ້ວ່າ ເດືອນ 10 ຊິປ່ອຍ ຮອດເດືອນ 10 ມາລະວ່າ ເດືອນ 11 ຊິປ່ອຍ ພັດວ່າ ຕົວະໄປຕິກໆແນວນີ້ນ່າ ກະມີແຕ່ວ່າ ລໍຖ້າເຈົ້າໜ້າທີ່ຂັ້ນເທິງເພິ່ນໄປຊ່ວຍ ຈັ່ງຊິໄດ້ ຄັນວ່າທາງບໍຣິສັດ ເຂົາບໍ່ປ່ອຍ ມີແຕ່ລໍຖ້າທາງເຈົ້າໜ້າທີ່ຫັ້ນແຫຼະ ອີ່ແມ່ກະ ຄິດນ້ອຍໃຈໂອ້ເນາະ ຜູ້ອື່ນເຂົາອອກມາໝົດແລ້ວ ຍັງລູກໂຕເອງ ບໍ່ໄດ້ອອກຫັ້ນນ່າ ກະຈັ່ງວ່າຫັ້ນແຫຼະ ມັນບໍ່ທັນໝົດບາບ ໝົດກັມໝົດເວນອິຫຍັງມັນຫວາ.”

ເຖິງແນວໃດກໍຕາມ ບັນດາພວກພໍ່ຜູ້ປົກຄອງ ທີ່ລູກເຕົ້າຈໍານວນ 23 ຄົນ ຖືກປ່ອຍໂຕອອກມານັ້ນ ກໍຍັງຢາກຮູ້ຄວາມຄືບໜ້າ ວ່າປັດຈຸບັນ ພວກລູກເຕົ້ານັ້ນ ຕອນນີ້ຢູ່ໃສແທ້.

ດັ່ງແມ່ຂອງເດັກນ້ອຍຊາຍ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ປັດຈຸບັນນີ້ ໄດ້ຮູ້ວ່າ ຂະເຈົ້າໄດ້ອອກມາແລ້ວ ຢູ່ໃສ ຢູ່ຈັງຫວັດຕາກບໍ ຫຼືວ່າ ຢູ່ໃສຫັ້ນນ່າ ກໍບໍ່ມີໃຜຮູ້ເທື່ອ ບໍ່ມີໃຜສົ່ງຂ່າວໃຫ້ເທື່ອ ວ່າຮອດໃສ ຢູ່ໃສ ອັນນີ້ກໍ ພໍ່ແມ່ກະ ຜູ້ໃດກະຄອງຄອຍຢູ່ ໄດ້ຍິນວ່າລູກອອກມາ ຄືວ່າ ບໍ່ມີໃຜຕິດຕໍ່ມາຫາປານນີ້ ເຂົາເອົາໄປທາງອື່ນແລ້ວຫວາ ໄປຂາຍບໍຣິສັດອື່ນຫວາ ເຂົາກໍຄອງຄອຍຢູ່ແນວນີ້ແຫຼະ ໜ້າຈະມີຜູ້ໃດຜູ້ນຶ່ງວ່າ ໂອ້.. ດຽວນີ້ເຈົ້າໜ້າທີ່ໄທຍ ສົ່ງອອກມາຮອດບ່ອນນີ້ລະເດີ້ ໃຫ້ພໍ່ແມ່ດີໃຈເນາະ ອັນນີ້ບໍ່ມີໃຜ ເຂົາກະໝອງໃຈຢູ່ໃດ໋ ພໍ່ແມ່ກໍ.”

ພ້ອມດຽວກັນນີ້ ແມ່ຂອງເດັກນ້ອຍຊາຍຄົນທີ່ 3 ທີ່ລູກຊາຍ ຍັງຕິດຄ້າງຢູ່ພະມ້າ ເຊັ່ນກັນ ກໍກ່າວແບບບໍ່ແນ່ໃຈ ເຣື່ອງທີ່ເດັກນ້ອຍລາວ 23 ຄົນ ຖືກປ່ອຍອອກມາ ນັ້ນວ່າ:

“ກະຍັງວ່າແຫຼະ ຫຼືວ່າເຂົາຊິຂາຍຕໍ່ໄປ ຄັນເຂົາສົ່ງກັບມາກະດີເນາະ ຢ້ານແຕ່ເຂົາຂາຍຕໍ່ໄປຫັ້ນ ຕົວະພໍ່ຕົວະແມ່ຫວ່າ ພໍ່ແມ່ກະຍັງ ບໍ່ໄດ້ຮູ້ຂ່າວເທື່ອວ່າສົ່ງກັບຫັ້ນ ກັບຮອດໃສແລ້ວ ຍັງບໍ່ຮູ້ຂ່າວຄາວເທື່ອຫັ້ນເນ່ ມີແຕ່ວ່າ ສົ່ງອອກຈາກບ່ອນຫັ້ນ (ກາສິໂນ) ສົ່ງອອກແລ້ວ.”

ສ່ວນຜູ້ປົກຄອງອີກຄົນນຶ່ງ ທີ່ລູກສາວຖືກຄ້າມະນຸດໄປພະມ້າ ແລະເຮັດວຽກຢູ່ບ່ອນດຽກັນນີ້  ກໍກ່າວວ່າ ລູກສາວ ບໍ່ສົ່ງຂ່າວມາ ໄດ້ 4 ມື້ແລ້ວ ບໍ່ຮູ້ເລີຍ ວ່າລາວ ໄດ້ອອກມານໍາເດັກນ້ອຍ ຈໍານວນ 23 ຄົນນັ້ນບໍ່ ມີແຕ່ລໍຖ້າຟັງເບິ່ງມື້ທີ່ຕໍາຣວດໄທຍ ເອົາໄປກັກໂຕຢູ່ໃສ ເພາະບໍ່ມີໃຜ ຕິດຕໍ່ຫາພໍ່ແມ່ໄດ້ຈັກຄົນເລີຍ ແລະ ຕາມທີ່ຖາມຄົນຢູ່ພາຍໃນ ກາສິໂນ ເຂົາກໍບອກວ່າ ຕອນເຂົາຈະອອກມາ ນາຍຈ້າງຈີນ ບໍ່ໃຫ້ຄົນທີ່ຍັງເຫຼືອຢູ່ນັ້ນ ຢູ່ຫ້ອງການເຫັນ ຫຼັງຈາກເລີກການແລ້ວ ມາຫ້ອງພັກບໍ່ເຫັນໃຜແລ້ວ ໄດ້ຍິນແຕ່ວ່າ ຕໍາຣວດໄທຍ ມາຮັບເດັກນ້ອຍຢູ່ໜ້າປະຕູ.

ກ່ຽວເຣື່ອງເດັກນ້ອຍລາວ 23 ຄົນ ທີ່ນາຍຈ້າງຈີນ ປ່ອຍໂຕອອກມານີ້ ທາງພໍ່ແມ່ຜູ້ປົກຄອງແຕ່ຄົນ ຍັງບໍ່ມີໃຜ ຮູ້ຣາຍຊື່ລະອຽດ ແລະເປັນຍິງຈັກຄົນ ຊາຍຈັກຄົນ ແລະມີຄົນແຂວງໃດແດ່ ກໍຍັງບໍ່ຮູ້ແນ່ນອນ ຈຶ່ງຍັງບໍ່ໄດ້ແຈ້ງເຣື່ອງດັ່ງກ່າວນີ້ ໃຫ້ເຈົ້າໜ້າທີ່ພາກສ່ວນໃດໃນລາວ ຮັບຊາບເທື່ອ.

ໃນໄລຍະເດືອນກັນຍາ ປີ 2022 ທີ່ຜ່ານມາ ມີເດັກນ້ອຍວັຍໜຸ່ມ-ຍິງສາວ ລາວ ອາຍຸລະຫວ່າງ 14-23 ປີ ຈໍານວນ 47 ຄົນ ຈາກເມືອງວຽງພູຄາ, ເມືອງນາແລ, ເມືອງສິງ, ເມືອງລອງ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຖືກກຸ່ມແກ໊ງຄ້າມະນຸດ ທີ່ເປັນຄົນລາວ ຕົວະຍົວະ ວ່າ ຈະພາໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ແລະໃນຈໍານວນດັ່ງກ່າວນີ້ ຖືກປ່ອຍໂຕອອກມາແລ້ວ ວ່າງຕົ້ນປີ 2023 ນີ້ ຈໍານວນ 12 ຄົນ ຍ້ອນການໄຖ່ໂຕຂອງຄອບຄົວ ແລະຍັງຕິດຄ້າງຢູ່ໃນກາສິໂນດັ່ງກ່າວ ອີກ 30 ປາຍຄົນ.

ປັດຈຸບັນ ເດັກນ້ອຍລາວ ຈາກຫຼາຍແຂວງ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນ ໂກຊາຍ ເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ຈໍານວນ 33 ຄົນ ໃນນີ້ ໄດ້ຖືກປ່ອຍໂຕອອກມາຕື່ມ 23 ຄົນ ວ່າງທ້າຍເດືອນ ສິງຫາ 2023 ນີ້ ແລະຍັງເຫຼືອອີກ 12 ຄົນ ແມ່ນຍັງຕິດຄ້າງ ຢູ່ກາສິໂນດັ່ງກ່າວ, ອີງຕາມຄວາມເວົ້າ ຂອງບັນດາພໍ່ແມ່ຜູ້ປົກຄອງຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.