ສະຖານທູຕຈີນໃນລາວ ໃຫ້ທຶນນັກສຶກສາ, ພະນັກງານຣັຖ ໄປຮຽນຈີນ 350 ທຶນ

ພູວົງສ໌
2023.08.29
ສະຖານທູຕຈີນໃນລາວ ໃຫ້ທຶນນັກສຶກສາ, ພະນັກງານຣັຖ ໄປຮຽນຈີນ 350 ທຶນ ເຂດມະຫາວິທຍາໄລ ແຫ່ງຊາຕ (ມຊ). ເດືອນພຶສພາ 2021.
RFA

ສະຖານເອກອັຄຣັຖທູຕຈີນ ປະຈຳປະເທດລາວ ໄດ້ໃຫ້ທຶນແກ່ນັກສຶກສາລາວ ແລະ ພະນັກງານຣັຖກອນລາວ ຈຳນວນ 350 ທຶນຕໍ່ປີ ສຳລັບໄປສຶກສາຕໍ່ ທີ່ປະເທດຈີນ ໃນລະດັບປະຣິນຍາຕຣີ, ປະຣິນຍາໂທ ແລະ ປະຣິນຍາເອກ ປະຈຳສົກຮຽນປີ 2023-2025, ເຊິ່ງເມື່ອວັນທີ 24 ສິງຫາ ທີ່ຜ່ານມານີ້ ສະຖານເອກອັຄຣັຖທູຕຈີນ ປະຈຳປະເທດລາວ ກໍໄດ້ຈັດງານລ້ຽງສົ່ງ ແກ່ນັກສຶກສາລາວ ແລະ ພະນັກງານຣັຖກອນລາວ ຈຳນວນ 350 ຄົນທຳອິດ ທີ່ໄດ້ຮັບທຶນດັ່ງກ່າວ ກ່ອນທີ່ຈະເດີນທາງ ໄປປະເທດຈີນ, ອີງຕາມການຣາຍງານ ຂອງສຳນັກຂ່າວ ຂ່າວສານປະເທດລາວ ເມື່ອວັນທີ 25 ສິງຫາ ປີ 2023.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ສະຖານເອກອັກຄະຣັຖທູຕຈີນ ປະຈຳລາວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ສຳລັບຜູ້ທີ່ໄດ້ຮັບທຶນໄປສຶກສາຕໍ່ ທີ່ປະເທດຈີນ ຈຳນວນດັ່ງກ່າວ ແມ່ນໄດ້ເດີນທາງໄປປະເທດຈີນແລ້ວ, ໂດຍໄດ້ວີ່ຊ້ານັກສຶກສາ ໃນການເຂົ້າປະເທດຈີນ.

ດັ່ງຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 29 ສິງຫາ ນີ້ວ່າ:

“ນັກສຶກສາລາວ ໄປຮຽນຢູ່ຈີນຫວາ. ດຽວນີ້ນັກສຶກສາລາວໄປຈີນ ແມ່ນໄປໄດ້ຫຼາຍຄົນແລ້ວ ມີຫຼາຍຄົນ ເຂົາເຈົ້າເຂົ້າຮຽນແລ້ວ. ແມ່ນ, ໃຊ້ວີ່ຊ້າ.”

ໃນຂະນະທີ່ນັກສຶກສາລາວ ແລະ ພະນັກງານຣັຖກອນລາວ ທີ່ໄດ້ຮັບທຶນ ເພື່ອໄປສຶກສາຕໍ່ ປະເທດຈີນ ໃນຄັ້ງນີ້ ແມ່ນມາຈາກ ຫຼາຍສະຖາບັນການສຶກສາ ແລະ ຫຼາຍໜ່ວຍງານ ຂອງພາກຣັຖ, ໂດຍຜ່ານການຄັດເລືອກ ຈາກຄະນະກັມມະການ ທີ່ກ່ຽວຂ້ອງ ເປັນຕົ້ນ ນັກສຶກສາ ຈາກພາກວິຊາພາສາຈີນ ຂອງມະຫາວິທຍາລັຍແຫ່ງຊາຕລາວ ກໍໄດ້ຮັບທຶນດັ່ງກ່າວ ຈຳນວນ 2 ຄົນ. ດັ່ງເຈົ້າໜ້າທີ່ ພາກວິຊາພາສາຈີນ ຂອງມະຫາວິທຍາລັຍແຫ່ງຊາຕລາວ ກ່າວວ່າ:

“2 ຄົນ.​ ກະຈະມີເສັງແນ່ ແລ້ວອາຈມີຄັດເລືອກ ຕາມຜົລງານ ຂອງໂຕນັກຮຽນ, ຫັ້ນນ່າ.”

ສ່ວນຢູ່ວິຍາລັຍເຕັກນິກ ແຂວງວຽງຈັນ ກໍມີນັກສຶກສາ ຈຳນວນນຶ່ງ ທີ່ໄດ້ຮັບທຶນ ຈາກສະຖານທູຕຈີນ, ເຊິ່ງກໍຜ່ານການຄັດເລືອກ ຈາກຄະນະກັມມະການ ຂອງວິທຍາລັຍ ເພື່ອຊອກຫານັກສຶກສາ ທີ່ຈະໄປຮຽນຕໍ່ ໃຫ້ພໍດີກັບຈຳນວນໂຄ່ຕ້າ ທີ່ໄດ້ຮັບມາ. ດັ່ງເຈົ້າໜ້າທີ່ ວິຍາລັຍເຕັກນິກ ແຂວງວຽງຈັນ ກ່າວວ່າ:

“ທາງແຂວງວຽງຈັນ ດຽວນີ້ໄປແລ້ວ 19 ຄົນ, ເອົາເຂົ້າຣາຍຊື່ຮຽບຮ້ອຍ. ໂຕນີ້ເພິ່ນຜ່ານການຄັດເລືອກ ບໍ່ໄດ້ສອບເສັງ ເພາະວ່າເພິ່ນໄດ້ໂຕເລຂມາ ແລ້ວກະຄັດເລືອກຕາມໂຕເລຂ ກະຖືວ່າເອົາເຂົ້າຕາມຫັ້ນເລີຍ. ຜູ້ອຳນວຍການ ແລະ ຄະນະອຳນວຍການຮັບຜິດຊອບ ເພິ່ນຈະສັມພາດເອົາ. ຜູ້ໃດຊິໄປ ມາຈັ່ງໃດ ອີ່ຫຍັງຕ່າງໆ ຊິສອບຖາມແນວນັ້ນເນາະ.”

ທາງດ້ານຄຣູສອນພາສາຈີນ ທ່ານນຶ່ງ ກ່າວວ່າ ການທີ່ສະຖານເອກອັຄຣັຖທູຕຈີນ ໄດ້ໃຫ້ທຶນການສຶກສາ ແກ່ນັກສຶກສາ ແລະ ພະນັກງານຣັຖກອນລາວ ຈຳນວນ 350 ທຶນຕໍ່ປີ ກໍຖືວ່າເປັນເຣື່ອງທີ່ດີຫຼາຍ ເພາະວ່າ ຜູ້ທີ່ໄດ້ຮັບທຶນໄປສຶກສາຕໍ່ ທີ່ປະເທດຈີນ ແມ່ນຈະບໍ່ໄດ້ເສັຽຄ່າໃຊ້ຈ່າຍໃດໆ ອີກທັງຍັງຈະເຮັດໃຫ້ ນັກສຶກສາລາວຣຸ່ນໃໝ່ ຢາກໄປສຶກສາຕໍ່ ທີ່ປະເທດຈີນ ຫຼາຍຂຶ້ນ. ດັ່ງທ່ານກ່າວວ່າ:

“ເປັນເຣື່ອງທີ່ດີຫຼາຍ ເພາະວ່າ ຟຣີຄ່າຮຽນ, ຟຣີຄ່າຫໍເດ້, ຟຣີຄ່າທັສນະສຶກສາ. ມັນເຮັດໃຫ້ນັກຮຽນເຮົາ ມີຄວາມຮູ້ ບໍ່ໄດ້ເສັຽງົບປະມານ ໃນການໃຊ້ຈ່າຍ ໃນການຮຽນຫຼາຍ ກະຖືວ່າດີຫຼາຍ. ຢູ່ພີ້ກະຕ້ອງການ ຄົນທີ່ຮູ້ພາສາຈີນຫຼາຍ. ສ່ວນຫຼາຍນັກຮຽນຢູ່ພີ້ ກະມີຄວາມສົນໃຈ ທີ່ຢາກໄປຮຽນຢູ່ຈີນຫຼາຍ.”

ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ, ສະຖານເອກອັຄຣັຖທູຕຈີນ ປະຈຳປະເທດລາວ ກໍເຄີຍໃຫ້ທຶນ ແກ່ນັກສຶກສາລາວ ມາແລ້ວຫຼາຍເທື່ອ ເພື່ອຊ່ອຍເຫຼືອນັກສຶກສາລາວ ທີ່ມີຄຸນສົມບັດດີ ແລະ ຮຽນດີ, ແຕ່ບໍ່ມີທຶນ ເພື່ອສຶກສາຕໍ່ ເປັນຕົ້ນ ເມື່ອປີ 2019 ກໍໄດ້ໃຫ້ທຶນແກ່ນັກສຶກສາ ມະຫາວິທຍາລັຍແຫ່ງຊາຕລາວ ຈຳນວນ 60 ທຶນ ເພື່ອໄປສຶກສາຕໍ່ ທີ່ປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.