ຊາວລາວວ່າ ເສຖກິຈຫຍຸ້ງຍາກ, ວຽກຕ່າງແດນ ຄືທາງເລືອກ ເພື່ອຢູ່ລອດ

ພູວົງສ໌
2023.08.28
ຊາວລາວວ່າ ເສຖກິຈຫຍຸ້ງຍາກ, ວຽກຕ່າງແດນ ຄືທາງເລືອກ ເພື່ອຢູ່ລອດ ນີ້ຄືຈຳນວນຄົນ ເດີນທາງເຂົ້າປະເທດໄທຍ ແລະຕໍ່ແຖວລໍຖ້າທີ່ດ່ານ ຂາເຂົ້າເມືອງ, ໜອງຄາຍ. ວັນທີ 28 ສິງຫາ 2023.
ນັກຂ່າວ ພົລເມືອງ

ນັບແຕ່ຕົ້ນປີ ຈົນມາເຖິງເດືອນສິງຫາ ປີ 2023 ນີ້, ປະຊາຊົນລາວ ໂດຍສະເພາະແມ່ນກຸ່ມຊາວໜຸ່ມລາວ ໃນວັຍເຮັດວຽກ ຍັງພາກັນຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະແມ່ນປະເທດໄທຍ ເພາະການເດີນທາງເຂົ້າ-ອອກ ງ່າຍ  ແລະ ພາສາ ກໍເຂົ້າໃຈກັນດີ. ສ່ວນໃຫຍ່ແລ້ວ ຈະເປັນຄົນລາວ ທາງເຂດພາກໃຕ້ ເປັນຕົ້ນ ແຂວງສວັນນະເຂດ, ຈຳປາສັກ, ສາຣະວັນ ແລະ ຄຳມ່ວນ.

ອີງຕາມການຣາຍງານ ຂອງກົມການຈັດຫາງານ ກະຊວງແຮງງານ ປະເທດໄທຍ ຫຼ້າສຸດນີ້ ໄດ້ລະບຸວ່າ ໃນໄລຍະເວລາ 7 ເດືອນ ຂອງປີ 2023 ຄືຕັ້ງແຕ່ເດືອນມົກກະຣາ ຫາເດືອນກໍຣະກະດາ ສາມາດຮິບໂຮມສະຖິຕິ ຂອງຄົນງານລາວ ເຂົ້າມາເຮັດວຽກໃນໄທຍ ແບບຖືກຕ້ອງຕາມກົດໝາຍ ໂດຍຜ່ານລະບົບ MOU ຈຳນວນ 52,600 ປາຍຄົນ ແລະ ຍັງມີອີກຫຼາຍແສນຄົນ ທີ່ຍັງບໍ່ສາມາດຮິບໂຮມຂໍ້ມູນໄດ້ ເພາະເຂົ້າມາແບບບໍ່ຖືກກົດໝາຍ.

ຂະນະທີ່ເມື່ອທຽບໃສ່ສະຖິຕິ ຂອງທາງການລາວ ໃນໄລຍະ 2 ປີເຄິ່ງທີ່ຜ່ານມາ ຖືວ່າຄົນລາວ ໄປເຮັດວຽກໃນຕ່າງປະເທດ ເພີ່ມຂຶ້ນເປັນຈຳນວນຫຼາຍ, ອີງຕາມການຣາຍງານ ຂອງກົມການຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ຣາຍງານໃນປີ 2021 ຫາເຄິ່ງປີ 2023 ວ່າ ມີຄົນງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ ຜ່ານລະບົບ MOU ຈຳນວນ 90,806 ຄົນ. ໃນນີ້, ເຮັດວຽກໃນປະເທດໄທຍ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ທີ່ສ່ວນໃຫຍ່ ເປັນຄົນງານໃນຂແນງການກະເສດ, ອຸດສາຫະກັມ ແລະ ບໍຣິການ.

ກ່ຽວກັບເຣື່ອງການຫຼັ່ງໄຫຼ ອອກໄປເຮັດວຽກຢູ່ຕ່າງປະເທດ ຂອງຊາວລາວນີ້, ເຈົ້າໜ້າທີ່ດ້ານແຮງງານ ໃນແຂວງຈຳປາສັກ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກໍກ່າວວ່າ ໃນປີ 2023 ນີ້, ທາງການລາວ ຍັງບໍ່ທັນຮິບໂຮມຂໍ້ມູນໄດ້ເທື່ອວ່າ ມີຄົນລາວ ໄປເຮັດວຽກ ຢູ່ຕ່າງປະເທດເທົ່າໃດ. ແຕ່ສະເພາະແຂວງຈຳປາສັກ ນີ້, ກ່ອນທີ່ຈະເກີດໂຄວິດ-19 ຣະບາດ ໄດ້ມີຄົນລາວ ໄປເຮັດວຽກໃນຕ່າງປະເທດ ຫຼາຍກວ່າ 30,000 ຄົນ ລວມຫຼາຍແຂວງ ກໍຫຼາຍແສນຄົນ ແລະ ຄາດວ່າ ປີນີ້ ຈະຫຼາຍຂຶ້ນກວ່າເກົ່າ ຍ້ອນວ່າ ປັດຈຸບັນ ປະເທດລາວ ປະສົບບັນຫາພັຍເງິນເຟີ້ ແລະ ເງິນກີບອ່ອນຄ່າລົງ ຢ່າງຮຸນແຮງ. ການຊອກວຽກເຮັດງານທຳ ໃນລາວ ກໍຍັງຫາຍາກ, ເງິນເດືອນຂັ້ນຕ່ຳ ກໍບໍ່ພໍກັບຄ່າຄອງຊີບ.

ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ສິງຫາ 2023 ທີ່ຜ່ານມາວ່າ:

“ໂຕເລຂສັງລວມເຮົາແຕ່ເກົ່າໆ, ກະບໍ່ຈື່ວ່າເທົ່າໃດ, ແຕ່ຮູ້ວ່າເປັນແສນໆ. ໄດ້ລວມໆກັນໝົດທົ່ວປະເທດ. ຫຼັງໂຄວິດນີ້ບໍ່ຫຼຸດ, ມັນແຮ່ງໄປຫຼາຍ ເຮົາບໍ່ໄດ້ເກັບກຳ ມັນແບບໂຕເລຂບໍ່ນິ້ງ. ສ່ວນນຶ່ງ ກໍໄປນຳພາສປອດ, ໄປນຳບໍຣິສັດ. ກະໄປເກົາຫຼີ ໄປຍີ່ປຸ່ນ. ປັດຈັຍມີໂຕເລຂເພີ່ມຂຶ້ນ ຢູ່ລາວຄູ່ມື້ນີ້ ມັນກະບໍ່ມີວຽກເຮັດງານທຳ ເສຖກິຈຄືຄູ່ມື້ນີ້ ພັຍເງິນເຟີ້ ກະມີສ່ວນ.”

ນອກຈາກນີ້, ໃນປີ 2022 ທີ່ຜ່ານມາ ມີຄົນງານລາວ ຈຳນວນ 500,712 ຄົນ ເດີນທາງໄປເຮັດວຽກ ໃນຕ່າງປະເທດ. ໃນນັ້ນ, ຫຼາຍທີ່ສຸດ ແມ່ນປະເທດໄທຍ ແລະ ມີປະມານ 2,800 ຄົນ ໄປເຮັດວຽກໃນປະເທດເກົາຫຼີໃຕ້, ອີງຕາມການຣາຍງານ ຂອງກົມພັທນາສີມືແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ທີ່ເປີດເຜີຍ ຕໍ່ໜັງສືພິມວຽງຈັນທາມສ໌ ໃນເດືອນພຶສພາ 2023 ທີ່ຜ່ານມານີ້.

ສ່ວນເຈົ້າໜ້າທີ່ ດ້ານແຮງງານ ໃນແຂວງຄຳມ່ວນ ທ່ານນຶ່ງ ກໍກ່າວວ່າ ໃນປີ 2023 ນີ້, ຄົນລາວໃນແຂວງຄຳມ່ວນ ກໍໄປເຮັດວຽກໃນໄທຍ ຫຼາຍເຊັ່ນກັນ, ແຕ່ຍັງບໍ່ສາມາດລະບຸໂຕເລຂໄດ້ເທື່ອວ່າ ມີຈັກຄົນ. ສ່ວນໃນປີ 2022 ກໍຈື່ໂຕເລຂບໍ່ໄດ້, ແຕ່ສ່ວນໃຫຍ່ ເປັນພວກຊາວໜຸ່ມ ມັກໄປຊອກວຽກເຮັດ ຢູ່ຕ່າງປະເທດ. ຈົນມາເຖິງປັດຈຸບັນ, ກໍຍັງຢູ່ລະວ່າງການຮິບໂຮມຂໍ້ມູນຢູ່.

“ຄົນລາວກໍຫຼັ່ງໄຫຼໄປ ກະວັຍໜຸ່ມຫັ້ນແຫຼະ, ສ່ວນຫຼາຍ. ເຂົາກະບໍ່ໄດ້ຜ່ານແຮງງານ ລາວເຮົາກໍມີໄດ໋. ຂໍ້ມູນບໍ່ໄດ້ ໂຕນີ້ເນາະ, ມີແຕ່ວ່າ ເຮັດພາສປອດອອກໄປ, ແຕ່ບາງເທື່ອເຂົາວ່າ ໄປຢາມພີ່ນ້ອງ ພັດລັກເຮັດວຽກເລີຍ, ຫັ້ນນ່າ. ມັນບໍ່ໄດ້ແນ່ໃຈ.”

ຂະນະດຽວກັນ, ເຈົ້າໜ້າທີ່ ດ້ານແຮງງານ ໃນແຂວງສວັນນະເຂດ ທ່ານນຶ່ງ ກໍກ່າວວ່າ ຄົນລາວທີ່ອາສັຍຢູ່ ໃນແຂວງສວັນນະເຂດ ທີ່ໄປເຮັດວຽກຢູ່ຕ່າງປະເທດ ໃນປີ 2023 ນີ້, ຍັງບໍ່ສາມາດລະບຸໂຕເລຂໄດ້ ເພາະຢູ່ລະວ່າງຮິບໂຮມຂໍ້ມູນຢູ່, ແຕ່ຖ້າເວົ້າເຖິງວ່າ ເປັນຫຍັງ ຄົນລາວໃນແຂວງສວັນນະເຂດ ຈຶ່ງພາກັນຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດຫຼາຍ ສາເຫດກໍຄົງເປັນຍ້ອນວ່າ ສະພາບເສຖກິຈ ທີ່ພວມປະສົບກັບພັຍເງິນເຟີ້ ແລະ ເງິນກີບອ່ອນຄ່າລົງ ບວກກັບຄ່າແຮງງານຂັ້ນຕ່ຳ ທີ່ຕ່ຳຫຼາຍ ຄົງຈະເປັນຄຳຕອບ ຂອງປະເດັນນີ້.

“ແມ່ນຢູ່ແຮງງານລາວ ຫຼັ່ງໄຫຼອອກໄປ ກໍຍ້ອນວ່າ ມີຫຼາຍປັດຈັຍ. ນຶ່ງມັນກໍມີຄ່າຄອງຊີບ ອີງຕາມຄ່າແຮງງານຫັ້ນແຫຼະ. ສອງມັນກະເຣທເງິນເນາະ ເປັນຕົວປ່ວນ, ຫັ້ນນ່າ. ແລ້ວເຮັດໃຫ້ເຂົາເຈົ້າເດີນທາງອອກໄປ.”

ທາງດ້ານເຈົ້າໜ້າທີ່ ດ້ານແຮງງານ ໃນແຂວງບໍ່ແກ້ວ ທ່ານນຶ່ງ ກໍກ່າວວ່າ ທີ່ຜ່ານມາ ກໍມີຄົນລາວໃນແຂວງບໍ່ແກ້ວ ໄປເຮັດວຽກຢູ່ໄທຍ ຈຳນວນນຶ່ງ. ສ່ວນຫຼາຍ ກໍເຮັດພາສປອດຂ້າມໄປ, ເຊິ່ງກໍຍັງບໍ່ສາມາດລະບຸໂຕເລຂໄດ້ເຊັ່ນກັນ. ສ່ວນໃຫຍ່ ເປັນກຸ່ມຊາວໜຸ່ມ ຫຼາຍກວ່າກຸ່ມຄົນ ໃນເກນອາຍຸອື່ນໆ. ສາເຫດກໍຍ້ອນວ່າ ເສຖກິຈໃນລາວບໍ່ດີ, ຊາວລາວຫາກິນກໍບໍ່ພໍຢູ່ພໍກິນ ແລະ ເມື່ອບ່ອນໃດມີເງື່ອນໄຂ ເຂົາເຈົ້າກໍຫຼັ່ງໄປ ເພື່ອຫາເງິນ ໃຫ້ມີເງິນໄວ້ຈັບຈ່າຍໃຊ້ສອຍ ໃນຄອບຄົວ.

“ສ່ວນຫຼາຍ ເຂົາກໍເຮັດພາສປອດຂ້າມໄປຫັ້ນແຫຼະ ເຮັດພາສປອດໄປ ກໍໄປທຳງານຢູ່ພຸ້ນກໍມີ. ຈຳນວນນຶ່ງ ກະເງິນເດືອນບໍ່ພໍຢູ່, ເດືອນນຶ່ງ ພັນ, ສອງພັນ ເຂົາເຈົ້າກໍສູ້ບໍ່ໄຫວ, ຫັ້ນແຫຼະ. ເງິນກີບອ່ອນຕົວ ແລ້ວກະບໍ່ພໍຢູ່ພໍກິນ ເສຖກິຈປັດຈຸບັນ ກໍເຮົາຮູ້ນຳກັນຫັ້ນແຫຼະ, ບໍ່ມີເງິນກໍຢູ່ບໍ່ໄດ້ເດ້.”

ເຈົ້າໜ້າທີ່ ດ້ານແຮງງານ ແຂວງບໍ່ແກ້ວ ທ່ານນີ້ ຍັງເວົ້າໃຫ້ຟັງວ່າ ວ່າງບໍ່ດົນມານີ້ ທ່ານໄດ້ໄປທ່ຽວທາງເຂດພາກໃຕ້ ຂອງລາວ ກໍພົບວ່າ ເຮືອນຫຼາຍຫຼັງ ກາຍເປັນເຮືອນຮ້າງເກືອບໝົດ ເພາະເຂົາເຈົ້າຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດຫຼາຍ ເຫັນມີແຕ່ຄົນເຖົ້າ ຢູ່ເຮືອນລ້ຽງລູກ-ລ້ຽງຫຼານ.

“ຄືທາງພາກໃຕ້ ທາງຄຳມ່ວນ, ອັດຕະປື, ທາງປາກເຊ ທາງນັ້ນ ໂອ້ເຂົາໄປຫຼາຍ. ກະທ່ຽວພາກໃຕ້ 10 ກວ່າວັນຫັ້ນ ໄປບ່ອນໃດ ກໍເຫັນແຕ່ເຮືອນຮ້າງ. ຖາມຄົນທ້ອງຖິ່ນ ຄືເຫັນແຕ່ເຮືອນ ຄືບໍ່ເຫັນຄົນ ເຂົາໄປໃສໝົດ? ເຂົາໄປອອກແຮງງານ ຢູ່ຕ່າງປະເທດໝົດ, ກໍວັຍໜຸ່ມຫັ້ນແຫຼະ.”

05.JPG
ນີ້ຄືຈຳນວນຄົນ ເດີນທາງເຂົ້າ ປະເທດລາວ ທີ່ດ່ານຂາເຂົ້າເມືອງ, ນະຄອນຫຼວງວຽງຈັນ. ວັນທີ່ 28 ສິງຫາ 2023. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ຂັ້ນບ້ານ ໃນແຂວງສວັນນະເຂດ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ຊາວໜຸ່ມລາວ ໄປເຮັດວຽກ ຢູ່ຕ່າງປະເທດຫຼາຍ ເຊັ່ນ ເຂດບ້ານທີ່ທ່ານຢູ່ ມີຄົນລາວອາສັຍຢູ່ ປະມານ 1,000 ປາຍຄົນ, ເຊິ່ງມີເກີນເຄິ່ງນຶ່ງ ທີ່ພາກັນໄປເຮັດວຽກໃນໄທຍ.

“ກະໄປທຳງານບັກຫຼາຍໆໄດ໋, ສເລັ່ຽເທົ່າບ້ານຂ້ອຍນີ້ ກະລະດັບເຄິ່ງກັນພຸ້ນໄດ໋. ເຂົາວ່າມັນເງິນເຟີ້ ກະຫຼັ່ງໄຫຼໄປຫາເງິນຫາຄຳຫັ້ນແຫຼະ. ຮຽນຈົບມາກໍບໍ່ໄດ້ເຂົ້າຫຍັງ, ເຂົ້າທະຫານກໍຍາກ ເຂົ້າຕຳຣວດແຮ່ງຍາກ ເຂົ້າມິຫຍັງກະຍາກໝົດ. ຄັນຊິເຂົ້າກໍແມ່ນຈ້າງ ບໍ່ໄດ້ງ່າຍ ແພງ. ສ່ວນໃຫຍ່ຍັງແຕ່ພວກທີ່ເຂົ້າໂຮງຮຽນຫັ້ນແຫຼະ. ນັກຮຽນແຫຼະຍັງ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຄົນງານລາວໃນໄທຍ ທ່ານນຶ່ງ ກໍກ່າວວ່າ ໄດ້ມາເຮັດວຽກໃນໄທຍ ກໍຮູ້ສຶກພໍໃຈຫຼາຍຂຶ້ນ ເພາະມີເງິນສົ່ງໃຫ້ຄອບຄົວ ແລະ ໄດ້ປົດໜີ້ປົດສິນ ແລະ ຍັງມີເງິນເຫຼືອທ້ອນ. ແຕ່ຖ້າເຮັດວຽກໃນລາວ ຄົງບໍ່ກຸ້ມກິນ ບໍ່ພໍຄ່າໃຊ້ຈ່າຍ ເພາະຄ່າຄອງຊີບສູງ, ແຕ່ເງິນເດືອນຕ່ຳຫຼາຍ ມີແຕ່ໜີ້ສິນ ຈະເພີ່ມຂຶ້ນ.

“ເງິນເດືອນດີບໍ່? ດີ, ດີກວ່າຫຼາຍ ພໍປົດໜີ້ ປົດສິນຢູ່, ກະພໍຢູ່ໄດ້. ບໍ່ຄືລາວເຮົາ ກໍຄືໂຮ້, ຄ່າແຮງຕ່ຳ ຕ່ຳເກີນ, ຄ່າໃຊ້ຈ່າຍມັນສູງ. ຖ້າຢູ່ບ້ານເຮົາ ກໍມີແຕ່ໜີ້ເພີ່ມໆໆໆ.”

ຊາວລາວທ່ານນີ້ ກ່າວຕື່ມວ່າ ສ່ວນໃຫຍ່ແລ້ວ ຄົນລາວ ມັກເດີນທາງໄປປະເທດໄທຍ ເພື່ອໄປຫາຊອກວຽກເຮັດງານທຳ, ໂດຍອາສັຍພີ່ນ້ອງ ແລະ ໝູ່ຄູ່ ຫາວຽກໃຫ້ ແລະ ສ່ວນໃຫຍ່ ມັກເດີນທາງມາໄທຍ ດ້ວຍໜັງສືເດີນທາງ ຫຼືພາສປອດ ເພາະຈະລໍຖ້າ MOU ແມ່ນດົນເກີນໄປ ແລະ ໄດ້ເສັຽຄ່າໃຊ້ຈ່າຍແພງ.

ທາງດ້ານຊາວໜຸ່ມລາວ ຄົນນຶ່ງ ທີ່ຢາກໄປເຮັດວຽກ ຢູ່ຕ່າງປະເທດ ກໍກ່າວວ່າ ໃນຄວາມເປັນຈິງ ກໍບໍ່ຢາກຈະຈາກບ້ານ ໄປເຮັດວຽກ ຢູ່ຕ່າງປະເທດ, ແຕ່ຍ້ອນວ່າ ປະເທດລາວ ປະສົບກັບບັນຫາເງິນເຟີ້ ແລະ ເງິນກີບອ່ອນຄ່າຢ່າງໜັກ ແລ້ວເງິນເດືອນພື້ນຖານໃນລາວ ກໍຕ່ຳ ຈົນບໍ່ພໍກິນ ພໍໃຊ້ຈ່າຍ. ຈຶ່ງເຮັດໃຫ້ຄຶດໄດ້ວ່າ ຖ້າໄປເຮັດວຽກຢູ່ໄທຍ ກໍຈະພໍຢູ່ພໍກິນ.

“ຄວາມຈິງກະບໍ່ຢາກໄປ, ແຕ່ວ່າສະພາບເປັນຈັ່ງຊີ້ ມັນກະຕ້ອງຢາກໄປ, ກະຄືໄປເຮັດວຽກຢູ່ໄທຍ ນີ້ ການເກັບຂອງເຮົາ ມັນມາທຽບໃສ່ສະກຸນເງິນເຮົາ ມັນກະພໍຢູ່ລອດ. ຍ້ອນມັນເງິນເຟີ້ ມາບວກຕື່ມ ລະມັນຈະເຮັດໃຫ້ໄປຫຼາຍຢ່າງ. ແຮງງານຂັ້ນຕ່ຳບໍ່ພໍໃຊ້, ຢ່າວ່າແຕ່ລ້ານ 6 ເລີຍ, ເງິນ 3 ລ້ານຍັງບໍ່ພໍແລ້ວ.”

ຢ່າງໃດກໍຕາມ, ໃນຕໍ່ໜ້າ ຄາດວ່າ ຄົນລາວຈະເດີນທາງ ໄປເຮັດວຽກ ຢູ່ຕ່າງປະເທດເພີ່ມຂຶ້ນອີກ, ໂດຍສະເພາະໃນໄທຍ, ເຊິ່ງມີຄວາມເປັນໄປໄດ້ວ່າ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ສາເຫດຫຼັກ ກໍຍ້ອນວ່າ ປະເທດລາວ ປະສົບກັບບັນຫາເງິນເຟີ້ ແລະ ເງິນກີບອ່ອນຄ່າ ຢ່າງຮຸນແຮງ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ, ສິນຄ້າແພງຂຶ້ນ ເພາະປະເທດລາວ ນຳເຂົ້າສິນຄ້າ ຈາກຕ່າງປະເທດຫຼາຍກວ່າສົ່ງອອກ.

ອີງຕາມບົດຣາຍງານ ຂອງທນາຄານໂລກ ກ່ຽວກັບສະພາບເສຖກິຈ ພາຍໃນປະເທດລາວ ທີ່ເຜີຍແຜ່ໃນເດືອນພຶສພາ 2023 ທີ່ຜ່ານມານີ້ ລະບຸວ່າ ພາຍຫຼັງການແຜ່ຣະບາດ ຂອງໂຄວິດ-19 ຫຼຸດຜ່ອນລົງ ເຮັດໃຫ້ອຸດສາຫະກັມການທ່ອງທ່ຽວ-ບໍຣິການ ແລະ ອຸດສາຫະກັມຜລິຕສິນຄ້າ ດ້ານການກະເສດ ພາຍໃນປະເທດລາວ ເຣີ່ມຟື້ນໂຕ, ແຕ່ເນື່ອງຈາກສະພາບເງິນເຟີ້ ທີ່ເພີ່ມສູງຂຶ້ນ ແລະ ເງິນກີບອ່ອນຄ່າ ຢ່າງໜັກໜ່ວງ ຄົນງານລາວ ຈຶ່ງບໍ່ສົນໃຈເຮັດວຽກ ໃນປະເທດລາວ ແລະ ພາກັນຫຼັ່ງໄຫຼ ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ຢ່າງຕໍ່ເນື່ອງ ຈົນເຮັດໃຫ້ໂຮງຈັກ-ໂຮງງານຫຼາຍແຫ່ງ ໃນປະເທດລາວ ປະສົບບັນຫາຂາດເຂີນຄົນງານ ຈຳນວນຫຼາຍ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.