ຕຣຽມເປີດ ສົກຮຽນໃໝ່ແລ້ວ, ແຕ່ໂຮງຮຽນຫຼາຍແຫ່ງ ຍັງຂາດເຂີນຄຣູສອນ

ຈຳປາທອງ
2023.08.29
ຕຣຽມເປີດ ສົກຮຽນໃໝ່ແລ້ວ, ແຕ່ໂຮງຮຽນຫຼາຍແຫ່ງ ຍັງຂາດເຂີນຄຣູສອນ ນັກຮຽນກຳລັງຮຽນໜັງສື ທີ່ໂຮງຮຽນແຫ່ງນຶ່ງ ໃນສົກຮຽນທີ່ຜ່ານມາ, ເດືອນ ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໂຮງຮຽນຢູ່ລາວ ຈະເປີດສົກຮຽນໃໝ່ 2023-2024 ພ້ອມກັນທົ່ວປະເທດໃນມື້ວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ແຕ່ຍັງຂາດຄຣູຢູ່ຄືເກົ່າ ໂດຍສະເພາະຢູ່ເຂດຊົນນະບົດ ຍິ່ງຂາດ ເຂີນຄຣູຫລາຍ. ຢູ່ແຂວງສວັນນະເຂດ ໃນຫລາຍເມືອງ ມີຄຣູບໍ່ພຽງພໍ, ແຕ່ທາງການແຂວງແກ້ໄຂບັນຫານີ້ ດ້ວຍການໃຊ້ຄຣູເທົ່າທີ່ມີ ສອນໄປກ່ອນ ຜັດປ່ຽນກັນສອນ ໃນຂະນະທີ່ຣັຖບານ ໂຄສະນາໃຫ້ຄຣູ ທີ່ອອກບໍານານ ແລະຄຣູອາສາ ສມັກ ທີ່ລາອອກໄປ ກັບເຂົ້າມາເຮັດວຽກ ໂດຍທີ່ຣັຖບານຈະໃຫ້ເງິນ.

ດັ່ງເຈົ້າໜ້າທີ່ ສຶກສາ ແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 29 ສິງຫານີ້ວ່າ:

ໂຕເປີດການຮຽນການສອນ ແມ່ນເຂົາໃຫ້ເປີດວັນທີ 1 ເດືອນ 9 ນີ້ແຫລະ ພາກສ່ວນທີ່ຍັງບໍ່ທັນພ້ອມ ກໍສິໄດ້ຄ່ອຍຈັດເອົາມັນຮອດມື້ ຮອດວັນມັນແລ້ວເດ້ ກໍຕ້ອງໄດ້ດາເນີນການຫັ້ນແຫລະ ຖ້າຄຣູຍັງບໍ່ພໍເຂົາກຕ້ອງໄດ້ດໍາເນີນສອນໄປກ່ອນເນາະ ຊໍາຊາໄດ້ຄຣູ ດຽວນີເຂົາກໍາລັງດໍາເນີນການເວົ້າເຣື່ອງໃຫ້ຄຣູອາຈານ ບຸກຄະລາກອນ ທີ່ມີຄວາມສົນໃຈເຂົ້າມາ.”

ພ້ອມກັນນັ້ນ ທ່ານກໍເວົ້າວ່າ ມີການປຸກລະດົມໃຫ້ພໍ່ແມ່ ຜູ້ປົກຄອງ ສົ່ງເສີມໃຫ້ລູກຫລານເຂົ້າໂຮງຮຽນຕາມເກນອາຍຸ, ແຕ່ກໍຍັງບໍ່ຮູ້ວ່າຈະມີນັກຮຽນຫລາຍເທົ່າ ໃດ ເພາະຍັງມີນັກຮຽນປະລະການຮຽນຢູ່ ຍ້ອນພັຍເງິນເຟີ້, ເງິນກີບອ່ອນຄ່າ ແລະນັກຮຽນຈົບ ມ.7 ສ່ວນໃຫຍ່ ກໍບໍ່ນິຍົມຮຽນຕໍ່ມະຫາວິທຍາໄລ ຍ້ອນເສຖກິຈລາວຕົກຕໍ່າ ເຮັດໃຫ້ຫລາຍຄົນດິ້ນຮົນຫາທາງໄປເຮັດວຽກຢູ່ໄທຍ.

ເວົ້າເຖິງເຣື່ອງການຂາດເຂີນຄຣູ ຢູ່ແຂວງສວັນນະເຂດ ທ່ານ ຄໍາພັນ ຂຸນສະຫັວນ ສະມາຊິກສະພາແຫ່ງຊາດ ເຂດ 13 ແຂວງສວັນນະເຂດ ເຄີຍໄດ້ຣາຍງານຕໍ່ສື່ມວນຊົນລາວວ່າ ຢູ່ແຂວງສວັນນະເຂດ ຂາດແຄນຄຣູເຖິງ 223 ຄົນ ແລະມີໂຮງຮຽນ 7 ແຫ່ງປິດໄປແລ້ວ.

ໃນຂະນະດຽວກັນ ຢູ່ແຂວງຄໍາມ່ວນ ເຈົ້າໜ້າທີ່ສຶກສາເມືອງນາກາຍ ກໍເວົ້າວ່າ ໃນເມືອງນາກາຍນີ້ ກໍກຽມຄວາມພ້ອມເປີດສົກຮຽນໃໝ່ໄວ້ແລ້ວ ໂດຍສະເພາະຢູ່ເຂດ ທີ່ໄດ້ຖືກນໍ້າຖ້ວມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ໄປປັບປຸງ ສ້ອມແປງໂຮງ ຮຽນ, ໂຕະ, ຕັັ່ງ ແລະກະກຽມອຸປະກອນກາສອນຕ່າງໆ. ສ່ວນເຣື່ອງຄຣູສອນ ກໍຍັງບໍ່ພຽງພໍຢູ່ຄືເກົ່າ, ແຕ່ກໍເຮັດຫຍັງຫລາຍບໍ່ໄດ້ ມີແຕ່ໄດ້ໝຸນວຽນ ຜັດປ່ຽນກັນສອນໄປກ່ອນ.

ດັ່ງທີ່ທ່ານກ່າວວ່າ:

ພ້ອມແລ້ວໂຮງຮຽນທີ່ຖືກນໍ້າຖ້ວມ ກໍຖືວ່າພວກເຮົາກໍໄດ້ລົງໄປປັບປຸງປົວແປງ ທາງດ້ານໂຕະຕັ່ງແລ້ວກະອາຄານ ອຸປກອນ ເປັນກະດານອິຫຍັງທີ່ຖືກນໍ້າພັດໄປ ເພິ່ນສນອງໃຫ້ແລ້ວ ສໍາລັບຄຣູພວກເຮົານີ້ ກະຖືວ່າບໍ່ພຽງພໍ ເຂົາເຈົ້າກໍໄດ້ປ່ຽນກັນ ເຂົາເຈົ້າເຮັດເປັນກຸ່ມຢູ່ເນາະ.”

ຢູ່ແຂວງສາຣະວັນ ເຈົ້າໜ້າທີ່ສຶກສາເມືອງຄົງເຊໂດນ ເວົ້າວ່າ ຢູ່ເມືອງຄົງເຊໂດນນີ້ ກໍຂາດແຄນຄຣູ, ແຕ່ກໍໄດ້ແກ້ໄຂດ້ວຍການໃຫ້ຄຣູທີ່ມີ ຜັດປ່ຽນກັນໄປສອນ ຄືກັນກັບຢູ່ເມືອງ ແລະແຂວງອື່ນໆຂອງລາວ, ສ່ວນວ່າໂຮງຮຽນແຕ່ລະແຫ່ງ ແມ່ນກຽມພ້ອມແລ້ວ.

ແຕ່ລະໂຮງຮຽນແຕ່ລະແຫ່ງ ກະຄືວ່າມີຄວາມພ້ອມ ຄຣູອາຈານທີ່ຂາດນີ້ ກໍແມ່ນວິຊາວິທຍາສາດທັມມະຊາຕ ຄື ເຄມີ ຊີວະ, ຟີຊິກ ຊີ້ນ່າ ປີຜ່ານມາພວກເຮົາໄດ້ສ້າງຕັ້ງກຸ່ມເນາະ ກຸ່ມການສຶກສາ ພວກເຮົາສາມາດຊ່ວຍກັນໄດ້ຫັ້ນນ່າ ໂຮງຮຽນທີ່ຂາດຄຣູພວກເຮົາກໍຊ່ວຍກັນໄດ້.”

ນອກຈາກນັ້ນ ຢູ່ນະຄອນຫລວງວຽງຈັນ ກໍບໍ່ມີຄຣູພຽງພໍເຊັ່ນກັນ. ໃນປີ 2023 ນີ້ ກໍຂາດຄຣູເຖິງ 900 ປາຍຄົນ, ໄດ້ປິດໂຮງຮຽນ 7 ແຫ່ງ, ໃຫ້ພວກນັກຮຽນ ໄປຮຽນຮວມກັນຢູ່ໂຮງຮຽນອື່ນ ທີ່ຄຣູສາມາດຜັດປ່ຽນກັນສອນໄດ້.

ສໍາລັບພໍ່ແມ່ ຜູ້ປົກຄອງນັກຮຽນຫລາຍຄົນ ກໍໄດ້ຊື້ຊຸດນັກຮຽນໃຫ້ໃໝ່, ຊື້ອຸປະກອນການຮຽນໃຫ້ ແລະພ້ອມທີ່ຈະໃຫ້ລູກຫລານ ຂອງພວກຕົນໄປເຂົ້າໂຮງຮຽນ, ແຕ່ຫລາຍຄົນຈົ່ມວ່າ ລາຄາເຄື່ອງຂອງທີ່ວ່ານັ້ນ ແພງຂຶ້ນກວ່າເກົ່າຫລາຍ ເປັນ ຕົ້ນ ສົ້ງ-ເສື້ອນັກຮຽນ.

ດັ່ງທີ່ຜູ້ປົກຄອງນັກຮຽນ ຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ເວົ້າວ່າ:

ຊື້ເຄື່ອງນັກຮຽນແຫລະ ເສື້ອລາຄາ 90 ພັນ ຕາມເບີເບີ 40 ປາຍ ສົ້ງກໍ 90 ພັນ ເຮົາເອົາໂຕທີ່ຮຸ່ນຖືກສຸດ ... ມັນແສນປາຍ ມັນກໍຂຶ້ນຫັ້ນລະ ຄັນທຽບໃສ່ປີກາຍ ມັນກໍຄູນ 2 ປີກາຍຊື້ສົ້ງຜືນນຶ່ງປະມານ 50-60 ປີນີ້ກໍ 90 ຮ້ານປະຈໍາຮ້ານເກົ່າຫັ້ນແຫລະອັນນີ້.”

ຢູ່ເມືອງນາກາຍ ແຂວງຄໍາມ່ວນ ຜູ້ປົກຄອງນັກຮຽນຄົນນຶ່ງ ເວົ້າວ່າ ລາຄາອຸປະ ກອນການຮຽນ ແພງຂຶ້ນ 2 ເທົ່າ, ປີນີ້ ປື້ມຂຽນແພງຂື້ນຫລາຍ, ແຕ່ກໍຈໍາເປັນຕ້ອງໄດ້ຊື້.

ໄປຊື້ໃຫ້ຫລານຫັ້ນ ຫົວນຶ່ງ 4 ພັນມີ 50 ໜ້າ ແບບນີ້ແຫລະອີງຕາມຫົວໃຫຍ່ຫົວນ້ອຍ ຄັນທຽບແລ້ວກະຂຶ້ນ ເພາະວ່າປີກາຍນີ້ໄທເຮົາເຄີຍຊື້ກະແມ່ນ 2 ພັນປີນີ້ກໍຢູ່ໃນ 4 ພັນກໍຂຶ້ນທົບເຄິ່ງເນາະ.”

ເວົ້າເຖິງໂຮງຮຽນຢູ່ປະເທດລາວ ຫລາຍບ່ອນມີສະພາບເປ່ເພ, ບໍ່ສາມາດທີ່ຈະໃຊ້ໄດ້ໃນສົກຮຽນໃໝ່ນີ້ ເປັນຕົ້ນ ໂຮງຮຽນປະຖົມບ້ານຕາລົວ ເມືອງບົວລະພາ ແຂວງ ຄໍາມ່ວນ ຊຶ່ງເປັນໂຮງຮຽນນ້ອຍ, ມີອາຄານຮຽນພຽງຫລັງດຽວຍັງບໍ່ທັນໄດ້ຮັບການສ້ອມແປງ, ຫລັງຄາກໍບໍ່ມີ.

ເຣື່ອງການປະລະການຮຽນ ໃນສົກຮຽນປີ 2021-2022 ທົ່ວປະເທດ ມີນັກຮຽນຊັ້ນປະຖົມ ປະລະການຮຽນເພິ່ມຂື້ນ 8.6% ທຽບໃສ່ສົກຮຽນປີກ່ອນນັ້ນ, ນັກ ຮຽນຊັ້ນ ປ.1 ປະລະການຮຽນເຖິງ 10.2%, ສົກຮຽນປີກາຍມີພຽງ 5.4% ອີງຕາມຣາຍງານຂອງກະຊວງສຶກສາທິການ ແລະກິລາ.

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສຶກສາໃນແຕ່ລະເມືອງ, ຍັງບໍ່ສາມາດຄາດຄະເນໄດ້ ສົກຮຽນ 2023-2024 ນີ້ ຈະມີເດັກນ້ອຍເຂົ້າໂຮງຮຽນຫລາຍປານ ໃດ ເພາະເສຖກິຈລາວຫຍຸ້ງຍາກ, ເງິນກີບເຟີ້ແຮງ, ເງິນກີບອ່ອນຄ່າລົງຕໍ່ເນື່ອງ ເຮັດໃຫ້ນັກຮຽນຈໍານວນບໍ່ໜ້ອຍ ຊຶ່ງສ່ວນໄຫຍ່ແມ່ນຜູ້ທີ່ຮຽນ ມ.ປາຍ ແລະຈົບ ມ.ປາຍ ພາກັນຫລັ່ງໄຫລໄປຊອກຫາ ວຽກເຮັດຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ.

ເພື່່່ອແກ້ໄຂບັນຫາການຂາດເຂີນຄຣູ, ການປະລະການຮຽນ ແລະການສົ່ງເສີມເຂົ້າຮຽນວິຊາຊີບ ກະຊວງສຶກສາທິການ ແລະກິລາ ໄດ້ອອກແຈ້ງການໃນມື້ວັນທີ 17 ກໍຣະກະດາທີ່ຜ່ານມາ ເປັນຕົ້ນເຣື່ອງການຂາດແຄນຄຣູ ແມ່ນໃຫ້ປະຕິ ບັດນະໂຍບາຍເງິນເດືອນ ແກ່ຄຣູອາສາສມັກ ຕາມລະດັບການສຶກສາ ທີ່ໄດ້ຮຽນຈົບມາ ແລະໃຫ້ເປັນຣັຖກອນຄຣູຕາມເງື່ອນໄຂ ແລະໃຫ້ນະໂຍບາຍເງິນໂມງ ແກ່ຄຣູຣັຖກອນ, ແລະຄຣູ ທີ່ໄດ້ບໍານານໄປແລ້ວ ກໍສາມາດຕໍ່ອາຍຸ ການກັບມາສອນຕໍ່ໄປໄດ້ອີກ ໂດຍໃຫ້ເງິນເດືອນ ແລະເງິນອຸດໜູນໃນຕໍາແໜ່ງ ທີ່ເຄີຍໄດ້ມາ ແລະນໍາໃຊ້ເຈົ້າໜ້າທີ່ຂແນງການອື່ນ ເປັນຄຣູສອນ ບ່ອນທີ່ມີເງື່ອນໄຂ ເຊັ່ນ ທະຫານຊາຍແດນ ໂດຍຄິດໄລ່ເງິນນະໂຍບາຍໂມງສອນ ໃຫ້ຕາມທີ່ຣັຖບານກໍານົດ ແລະການແກ້ໄຂບັນຫາການ ປະລະການຮຽນ ໃນເບື້ອງຕົນ ແມ່ນມີອາຫານທ່ຽງ ໃຫ້ເດັກນ້ອຍນັກຮຽນ ນອກຈາກງົບປະມານ ຂອງຣັຖບານແລ້ວ ກໍລະດົມງົບປະມານຈາກຫລາຍແຫລ່ງທຶນ, ໃຫ້ນັກຮຽນ ທີ່ຮຽນຈົບ ມ.1 ຂື້ນໄປ ຊຶ່ງໄດ້ອອກໂຮງຮຽນໄປແລ້ວ ສາມາດເຂົ້າຮຽນຕໍ່ວິຊາຊີບໄດ້ ແລະລະດົມພາກທຸຣະກິຈ ໃຫ້ມີສ່ວນຮ່ວມ ໃນການສ້າງໂຮງຮຽນວິຊາຊີບ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.