ຣົຖຈັກ, ຣົຖໃຫຍ່ ຖືກລັກຫຼາຍຂຶ້ນ ໃນໄລຍະນີ້
2023.08.29

ໃນໄລຍະປັດຈຸບັນ ເກີດເຫດການລັກຣົຖເສັຽຫາຍ ທັງຣົຖຈັກ ແລະຣົຖໃຫຍ່ ຢູ່ຫຼາຍຂົງເຂດຂອງປະເທດລາວ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ, ແຂວງໄຊຍະບູຣີ, ແຂວງຫຼວງພຣະບາງ ແລະ ແຂວງຊຽງຂວາງ ໂດຍທີ່ຫຼາຍກໍຣະນີ ເຈົ້າໜ້າທີ່ໆກ່ຽວຂ້ອງ ຍັງບໍ່ທັນສາມາດຕິດຕາມ ເອົາຣົຖທີ່ຖືກເສັຽຫາຍ ແລະ ຜູ້ກະທຳຜິດ ມາລົງໂທດຕາມກົດໝາຍໄດ້.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽ ເສຣີ ໄດ້ສອບຖາມໄປຍັງຊາວບ້ານ ຜູ້ເສັຽຫາຍ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ແລະ ໄດ້ໃຫ້ຮູ້ວ່າ ຣົຖຈັກຂອງລາວ ຫາກໍຖືກລັກໄປຕອນເຊົ້ານີ້ ເຊິ່ງລາວກໍໄດ້ໄປຕິດຕໍ່ແຈ້ງຄວາມ ນຳເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ ກໍພວມລົງມາກວດກາ ພື້ນທີ່ເກີດເຫດຢູ່ໃນປັດຈຸບັນ ພ້ອມທັງໄດ້ປະກາດ ທາງສື່ສັງຄົມອອນລາຍນ໌ ເພື່ອຊອກຫາເບາະແສ ຕິດຕາມຣົຖຂອງລາວຕື່ມ.
ດັ່ງທີ່ລາວກ່າວ ໃນມື້ວັນທີ 25 ສິງຫາ 2023 ນີ້ວ່າ:
“ອໍ, ເສັຽເມື່ອເຊົ້ານີ້. ອໍ, ເຮົາຈອດຣົຖຢູ່ໄວ້ໜ້າບ້ານລະນ່າ ພໍດີ (ໂຈນ) ເຂົ້າມາເອົາຕອນເຊົ້າເນາະ ຕອນເຮົານອນ ກຳລັງຫຼັບສນິດ. ແມ່ນແຫຼະ, ໄປ (ຕິດຕໍ່ເຈົ້າໜ້າທີ່) ແລ້ວເຈົ້າ. ດຽວນີ້ເພີ່ນ (ເຈົ້າໜ້າທີ່) ກະລົງມາຢູ່ ດຽວນີ້ກໍຢູ່ນຳເພີ່ ນນີ້ແຫຼະ.”
ທາງດ້ານ ຊາວບ້ານ ຜູ້ເສັຽຫາຍ ອີກຜູ້ນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວວ່າ ຣົຖຈັກຂອງນາງ ຫາກໍຖືກລັກມື້ວານນີ້ ເຊິ່ງນາງກໍໄປແຈ້ງຄວາມ ນຳເຈົ້າໜ້າທີ່ຕຳຣວດ ເພື່ອດຳເນີນການສືບສວນ-ສອບສວນຕໍ່ໄປ ແຕ່ນາງກໍຍັງກັງວົນວ່າ ການສືບສວນ-ສອບສວນ ຈະໃຊ້ເວລາດົນນານທໍ່ໃດ ແລະ ຈະສາມາດຈັບຄົົນຮ້າຍ ພ້ອມທັງຂອງກາງໄດ້ເມື່ອໃດ ກະຍັງບໍ່ທັນຮູ້.
“ໂຕນີ້ກະມີການແຈ້ງຄວາມແລ້ວ ຕຳຣວດເພິ່ນກໍກຳລັງສືບສວນ-ສອບສວນຄະດີໃຫ້ຢູ່ຫັ້ນນ່າ. ກະບໍ່ຮູ້ວ່າອີໃດຫຼາຍແນວໃດ ຊ້າກະບໍ່ຮູ້ແນວໃດ. ໂທດກໍຄືຮູ້ນຳກັນນັ້ນແຫຼະ ລອຍນວນຢູ່. ເມື່ອຍນຳຄືກັນ.”
ນາງກ່າວຕື່ມວ່າ ເຈົ້າໜ້າທີ່ຕຳຣວດ ໄດ້ກວດສອບກ້ອງວົງຈອນປິດ ທີ່ຈັບພາບໂຈນ ລັກຣົຖຂອງນາງໄວ້ແລ້ວ ຈົນຊາບໂຕຜູ້ກໍ່ເຫດ ເປັນຊາວບ້ານ ຢູ່ເມືອງປາກອູ ແຂວງຫຼວງພຣະບາງ ເຊິ່ງໃນຂະນະນີ້ ໂຕຂອງນາງ ແລະ ຜູ້ເສັຽຫາຍຣາຍອື່ນ ກຳລັງລົງປະກາດຢູ່ໃນສື່ສັງຄົມອອນລາຍນ໌ ເພື່ອຕິດຕາມຫາໂຕຜູ້ກໍ່ເຫດ ມາດຳເນີນຄະດີຕໍ່ໄປ. ຫຼ້າສຸດ, ຢູ່ທາງເມືອງປາກລາຍ ແຂວງໄຊຍະບູຣີ ໄດ້ເກີດເຫດຊາວບ້ານ ຖືກລັກຣົຖຈັກຫຼາຍມື້ຕິດຕໍ່ກັນ ລວມແລ້ວພາຍໃນອາທິດດຽວ ມີຜູ້ເສັຽຫາຍຖືກໂຈນລັກຣົຖກວ່າ 10 ກໍຣະນີ ໂດຍມີທັງກໍຣະນີ ຖືກລັກຣົຖຢູ່ໃນເຮືອນ ຍາມກາງຄືນ ແລະ ບາງກໍຣະນີ ກໍໄປລັກຣົຖຈັກ ຈາກຮ້ານຂາຍຣົຖຈັກ ເຮັດໃຫ້ຊາວບ້ານຕ້ອງໄດ້ລະມັດລະວັງ ແລະ ຫວາດລະແວງ ການຖືກລັກຣົຖ ຢູ່ຕລອດເວລາ.
ເຖິງຢ່າງໃດກໍຕາມ, ວິທຍຸເອເຊັຽ ເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຊາວບ້ານຜູ້ເສັຽຫາຍ ຢູ່ເຂດເມືອງປາກລາຍ ແຂວງໄຊຍະບູຣີ ແຕ່ບໍ່ມີຜູ້ໃດຮັບສາຍ. ຂະນະທີ່ ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ສແດງຄຳເຫັນວ່າ ສາເຫດທີ່ພາໃຫ້ເກີດການລັກຣົຖ ຫຼາຍຂຶ້ນໃນປັດຈຸບັນ ກໍຍ້ອນສະພາບເສຖກິຈຝືດເຄືອງ ແລະ ບັນຫາຢາເສບຕິດ ທີ່ແຜ່ກະຈາຍຢູ່ທົ່ວທັງສັງຄົມລາວ ເຊິ່ງກໍເຮັດໃຫ້ ຊາວບ້ານຈຳນວນນຶ່ງ ຕ້ອງໄດ້ຕັດສິນໃຈເປັນໂຈນລັກຣົຖ ເພື່ອນຳໄປຂາຍຫາເງິນລ້ຽງຊີບ ຫຼືໄປຊື້ຫາຢາເສບຕິດ.
“ມັນກະມີຫຼາຍແງ່ເນາະ ເຣື່ອງເງີນເຟີ້ແນ່ເຈົ້າ ເຣື່ອງບັນຫາຢາເສບຕິດແນ່ຫັ້ນແຫຼະ. ອັນນີ້ກະມີບັນຫາເຂົ້າມາຫຼາຍ. ຄຶດວ່າທາງໂຕນີ້ຫຼາຍກ່ອນ ເພາະວ່າ ສັງຄົມຊູ່ມື້ນີ້ ມັນກະຫາກິນຍາກເດ.”
ເຊັ່ນດຽວກັບ ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ນອກຈາກເຣື່ອງເສຖກິຈຝືດເຄືອງ ແລະ ຢາເສບຕິດແລ້ວ ກໍມີບັນຫາເຣື່ອງການພະນັນ ອ໋ອນລາຍນ໌ ທີ່ໄດ້ສ້າງພາຣະໜີ້ສິນ ແກ່ຜູ້ຫຼິ້ນການພະນັນຈຳນວນບໍ່ໜ້ອຍ ຈຶ່ງເຮັດໃຫ້ພວກເຂົາເຈົ້າ ຕ້ອງໄດ້ຊອກລັກຣົຖ ປຸ້ນຈີ້ຊັພສິນຂອງປະຊາຊົນ ເພື່ອຫາເງິນໄປແທນໜີ້ ເວັບໄຊຕ໌ ການພະນັນ ອອນລາຍນ໌.
ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽ ເສຣີວ່າ:
“ຕາມຂໍ້ມູນຂອງເຈົ້າຫນ້າທີ່ ມັນມີສາເຫດເນາະ ກໍມາຈາກເຣື່ອງການຕິດຢາເສບຕິດບໍ່, ຕິດການພະນັນນີ້ແຫຼະ. ເຣື່ອງການພະນັນເກມອອນລາຍນ໌ ມັນກຳລັງມາແຮງແດ່. ເຂົາກໍຫຼິ້ນນຳເຂົາ ແລ້ວກໍເສັຍເງິນຫຼາຍ ບໍ່ມີເງິນຕິດໜີ້ ແລ້ວກະຈຳເປັນຕ້ອງໄດ້ຊອກລັກ ຊອກປຸ້ນຈີ້ຊີງຊັພຫັ້ນແຫຼະ.”
ໂດຍທາງເຈົ້າໜ້າທີ່ຕຳຣວດລາວ ໄດ້ຣາຍງານວ່າ ໃນປີ 2022 ທີ່ຜ່ານມາ ມີການມ້າງຄະດີ ລັກຣົຖຈັກ ຈຳນວນ 592 ກໍຣະນີ, ຈັບຜູ້ຖືກກ່າວຫາໄດ້ 1,758 ຄົນ ໄລ່ເປັນມູລຄ່າເສັຽຫາຍ ໄດ້ຫຼາຍກວ່າ 28 ລ້ານໂດລ້າຣ໌ສະຫະຣັຖ.
ທີ່ຜ່ານມາ, ການຈັບກຸມ ໂຈນລັກຣົຖ ຂອງເຈົ້າໜ້າທີ່ຕຳຣວດ ກໍຍັງປະກົດໃຫ້ເຫັນຢູ່ ເປັນຕົ້ນ ໃນວັນທີ 25 ກໍຣະກະດາ 2023, ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ໄດ້ກັກຕົວຜູ້ກໍ່ເຫດ ລັກຣົຖຈັກ ຄືທ້າວ ຂັນທະຈັກ ຫຼື ເປເລ້ ອາຍຸ 40 ປີ ເຊິ່ງຜູ້ກ່ຽວຫາກໍພົ້ນໂທດອອກຈາກຄ້າຍຄຸ້ມຂັງ ໃນເດືອນພຶສພາ 2023 ທີ່ຜ່ານມາ. ໂດຍໄດ້ກໍ່ເຫດ ລັກຣົຖຈັກ 3 ຄັນ ເພື່ອນຳໄປຂາຍຢູ່ຕ່າງເມືອງ ແລະ ນຳເງິນທີ່ໄດ້ມາຊື້ຢາບ້າ ສຳລັບເສບ ເຊິ່ງທາງເຈົ້າໜ້າທີ່ຕຳຣວດ ສາມາດຕິດຕາມເອົາຣົຖຈັກ ທັງ 3 ຄັນ ມອບຄືນໃຫ້ເຈົ້າຂອງຣົຖແລ້ວ.
ນອກຈາກບັນຫາ ຣົຖຖືກລັກເສັຽຫາຍແລ້ວ ຢູ່ປະເທດລາວ ກໍຍັງມີບັນຫາເຣື່ອງດັດແປງ ສະພາບເຕັກນິກຣົຖຈັກ ຂອງບັນດາໄວໜຸ່ມນ້ອຍ ຈຳນວນນຶ່ງ ຕາມຄວາມນິຍົມຊົມຊອບ ເປັນຕົ້ນການໃສ່ຢາງຣົຖ ທີ່ມີຂນາດນ້ອຍກວ່າມາຕຖານ, ການດັດແປງທໍ່ອາຍເສັຽ ໃຫ້ເກີດມີສຽງດັງ ເຊິ່ງກໍເຮັດໃຫ້ຣົຖຈັກ ບໍ່ຢູ່ໃນສະພາບທີ່ຖືກຕ້ອງ ຕາມມາຕຖານ ສ່ຽງຕໍ່ການ ເກີດອຸປະຕິເຫດ ແລະ ສ້າງຄວາມເດືອດຮ້ອນ ທາງດ້ານມົລພິດທາງສຽງ ແລະ ອາຍເສັຽ ແກ່ຊາວບ້ານ.
ໂດຍໃນວັນທີ 20 ສິງຫາ 2023 ທີ່ຜ່ານມາເຈົ້າໜ້າທີ່ຕຳຣວດ ປກສ ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ລົງແກ້ໄຂ ກັກຣົຖຈັກໄວໜຸ່ມນ້ອຍ ທີ່ດັດແປງສະພາບເຕັກນິກ ມາຂັບຂີ່ ຢູ່ອ່າງຝາຍນໍ້າສຸຍ ເຂດບ້ານທີ 10 ເມືອງຈໍາພອນ ໄດ້ຣົຖຈັກດັດແປງສະພາບ ຈໍານວນ 48 ຄັນ ພ້ອມທັງນໍາຣົຖຈໍານວນດັ່່ງກ່າວ ມາໄວ້ຫ້ອງການ ປກສ ເມືອງຈຳພອນ.
ຕໍ່ກັບຣົຖ ທີ່ດັດແປງສະພາບ ແມ່ນໃຫ້ນໍາເອົາອາໄຫຼ່ ທີ່ຖືກຕ້ອງມາປ່ຽນໃສ່ແລ້ວ ຈຶ່ງນໍາຣົຖອອກໄປນໍາໃຊ້ໄດ້ ແລະ ສໍາລັບອາໄຫຼ່ທີ່ດັດແປງ ເຈົ້າໜ້າທີ່ຈະຮັກສາໄວ້ ເພື່ອທໍາລາຍຖີ້ມ.