ຄົນງານລາວ ອາດມີໂອກາດ ເຮັດວຽກໃນອຸດສາຫະກໍາກົນຈັກ-ລົດ ໃນປະເທດໄທ

ສຸພັດຕາ
2024.06.21
ຄົນງານລາວ ອາດມີໂອກາດ ເຮັດວຽກໃນອຸດສາຫະກໍາກົນຈັກ-ລົດ ໃນປະເທດໄທ ກອງປະຊຸມ ການສ້າງບຸກຄະລາກອນ ທີ່ມີທັກສະ ເພື່ອການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ ໃນພາກການຜະລິດກົນຈັກ-ລົດຂອງປະເທດໄທ, ນະຄອນຫຼວງບາງກອກ ວັນທີ 21 ມິຖຸນາ 2024.
International Labour Organization

ອົງການແຮງງານ ລະຫວ່າງປະເທດ ຫຼື International Labour Organization (ILO) ໄດ້ຈັດກອງປະຊຸມ ເລື່ອງ “ການສ້າງບຸກຄະລາກອນ ທີ່ມີທັກສະ ເພື່ອການດໍາເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ ໃນພາກການຜະລິດ ກົນຈັກ ແລະລົດໃຫຍ່ ຂອງປະເທດໄທ” ພ້ອມລະບຸວ່າ ປັດຈຸບັນ ຄົນງານທີ່ເຮັດວຽກຢູ່ໃນອຸດສາຫະກໍາ ການຜະລິດຊີ້ນສ່ວນ ກົນຈັກ ແລະລົດໃຫຍ່ ຢູ່ໃນໄທ ປະມານ 88% ແມ່ນເປັນຄົນໄທ ແລະໄດ້ຮັບການຈ້າງງານ ຜ່ານບໍລິສັດໂດຍກົງ ສ່ວນອີກປະມານ 12% ແມ່ນເປັນຄົນງານຕ່າງຊາດ ທີ່ໄດ້ຮັບການຈ້າງງານ ຜ່ານບໍລິສັດຈັດຫາງານ ເຊິ່ງໃນຈໍານວນດັ່ງກ່າວນີ້ ແມ່ນກວມເອົາຄົນງານລາວ ນໍາດ້ວຍ.

ປັດຈຸບັນ ຍັງມີຄົນງານລາວບໍ່ຫຼາຍ ທີ່ເຂົ້າມາເຮັດວຽກ ຢູ່ພາຍໃນອຸດສາຫະກໍາດັ່ງກ່າວນີ້ ແຕ່ຖ້າຫາກມີທັກສະ ທີ່ສອດຄ່ອງກັບຄວາມຕ້ອງການ ກໍ່ມີຄວາມເປັນໄປໄດ້ ວ່າ ຄົນງານລາວ ຈະສາມາດເຂົ້າມາເຮັດວຽກ ໃນຂະແໜງການດັ່ງກ່າວນີ້ ໄດ້ຫຼາຍຂຶ້ນ, ດັ່ງທ່ານ ເດວິດ ວິວລ້ຽມສ (David Williams) Resilient, Inclusive and Sustainable Supply Chains project in Thailand ຜູ້ຈັດການ ໂຄງການຕ່ອງໂສ້ ຜູ້ສະໜອງທີ່ຍືນຍົງ, ມີສ່ວນຮ່ວມ ແລະ ປັບສະພາບໄດ້ ໃນປະເທດໄທ ຂອງອົງການ ແຮງງານລະຫວ່າງປະເທດ ກ່າວຕໍ່ວິທຍຸເອເຊັຽເສຣີ ພາຍຫຼັງກອງປະຊຸມດັ່ງກ່າວນີ້ ໃນມື້ວັນທີ 21 ມິຖຸນາ 2024 ນີ້ວ່າ:

“ການທີ່ຄົນລາວ ຈະເຂົ້າມາເຮັດວຽກໃນຂະແໜງການຜະລິດກົນຈັກ ແລະລົດໃຫຍ່ ຂ້າພະເຈົ້າຄິດວ່າ ມັນຂຶ້ນຢູ່ກັບຈໍານວນຂອງຂະແໜງການ ມັນຂຶ້ນກັບ ການເຕີບໃຫຍ່ ຂອງຂະແໜງການດັ່ງກ່າວນີ້ໃນໄທ ວ່າຈະໄປເຖິງຂັັ້ນໃດ ຂ້າພະເຈົ້າ ຮັບຮູ້ວ່າ ອຸດສາຫະກໍາດັ່ງກ່າວນີ້ ມີແຜນທີ່ຈະເຕີບໃຫຍ່ ປະມານ 1 ລ້ານຢູນິດ/ປີ ແລະຕ້ອງການຮອດ 2,500,000 ຢູນິດ ພາຍໃນປີ 2030 ນີ້ ສະນັ້ນ ຖ້າຫາກ ອຸດສາຫະກໍາດັ່ງກ່າວນີ້ເຕີບໃຫຍ່ ກໍ່ໝາຍຄວາມວ່າ ຄວາມຕ້ອງການແຮງງານຂ້າມຊ້າ ກໍ່ຈະເພີ່ມຂຶ້ນນໍາ ແຕ່ຢ່າງໃດກໍ່ຕາມ ມັນກໍ່ຂຶ້ນຢູ່ກັບຄົນງານລາວ ຖ້າຫາກວ່າ ຄົນງານລາວມີທັກສະ ທີ່ຂະແໜງການ ກົນຈັກ ແລະລົດໃຫຍ່ ຕ້ອງການ ຍ້ອນຂະແໜງການນີ້ ກໍາລັງມີການປ່ຽນແປງ ເຊິ່ງຕ້ອງການທັກສະໃໝ່ໆ ໂດຍສະເພາະຢ່າງຍິ່ງ ຄື EV (Electric Vehicle). ຖ້າຫາກຄົນງານລາວ ມີທັກສະດັ່ງກ່າວນີ້ ພວກຂະເຈົ້າ ກໍ່ຈະເປັນທີ່ຕ້ອງການ ຍ້ອນວ່າ ປັດຈຸບັນ ປະເທດໄທ ຕ້ອງການແຮງງານຂ້າມຊາດຢູ່ແລ້ວ.”

ເຖິງແມ່ນວ່າ ອຸດສາຫະກໍາຜະລິດກົນຈັກ ແລະລົດໃຫຍ່ ຈະມີການນໍາໃຊ້ເຕັກໂນໂລຊີ ທີ່ກ້າວໜ້າ ແລະມີຄ່າຈ້າງງານທີ່ສູງ ແຕ່ອຸດສາຫະກໍາດັ່ງກ່າວນີ້ໃນໄທ ກໍ່ຍັງພົບຄວາມທ້າທາຍ ເປັນຕົ້ນ ຄວາມບໍ່ເທົ່າທຽມໃນການຈ້າງງານ ແລະການເຂົ້າເຖິງສວັດດີການທາງສັງຄົມອື່ນໆ ລະຫວ່າງ ຄົນງານໄທ ແລະຄົນງານຂ້າມຊາດ, ດັ່ງທ່ານ ເດວິດ ວິວລ້ຽມສ (David Williams) ຜູ້ຈັກການໂຄງການ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຕື່ມວ່າ:

“ໂດຍທົ່ວໄປແລ້ວ ບັນດາແຮງງານຂ້າມຊາດ ພວກເຂົາເຈົ້າມັກເຮັດວຽກດົນກວ່າ ແລະໄດ້ຄ່າຕອບແທນໜ້ອຍກວ່າ ພວກເຂົາຕົກຢູ່ໃນສັນຍາ ການຈ້າງງານທີ່ບໍ່ເປັນທໍາ ແລະມີໂອກາດ ທີ່ຈະເຕີບໃຫຍ່ໃນວຽກງານບໍ່ຫຼາຍ ໃນຂະແໜງການ ກົນຈົກ ແລະລົດໃຫຍ່ ເຊັ່ນດຽວກັບ ຂະແໜງການອື່ນໆໃນປະເທດໄທ ທີ່ບັນດາຄົນງານຂ້າມຊາດ ພັດໄດ້ຮັບໂອກາດໜ້ອຍກວ່າ.”

ສໍາລັບຄົນງານ ທີ່ສາມາດເຂົ້າເຖິງ ການຝຶກອົບຮົມທັກສະ ທີ່ກ່ຽວຂ້ອງກັບສາຍງານ ຈະຊ່ອຍໃຫ້ພວກເຂົາເຈົ້າ ຈະໄດ້ຮັບໂອກາດໃນຫຼາຍໆດ້ານ ເປັນຕົ້ນ ຄ່າຈ້າງງານ, ຕໍາແໜ່ງງານ ແລະມຸມມອງທີ່ມີຕໍ່ອະນາຄົດ ເຊິ່ງແຕກຕ່າງ ຈາກຜູ້ທີ່ບໍ່ສາມາດເຂົ້າເຖິງໂອກາດນີ້ ເຊິ່ງສ່ວນຫຼາຍ ແມ່ນເປັນຄົນງານຂ້າມຊາດ, ດັ່ງທ່ານ (Daniel Lindgren) ຜູ້ກໍ່ຕັ້ງອົງກອນ Rapid Asia ກ່າວໃນກອງປະຊຸມ ດັ່ງກ່າວນີ້ວ່າ:

“ສໍາລັບຄົນງານ ທີ່ໄດ້ຮັບການຝຶກອົບຮົມ ຢ່າງເປັນທາງການ ພວກເຂົາ ຈະມີໂອາກາດ ໄດ້ຮັບການເລື່ອນຕໍາແໜ່ງ ແລະພວກເຂົາ ຈະຮູ້ສຶກມີຄວາມໝັ້ນໃຈໃນໂຕເອງ ວ່າຈະໄດ້ຮັບການເລື່ອນຕໍາແໜ່ງ ໃນອະນາຄົດ ການໄດ້ຮັບການໂປໂໝດ ພວກຂະເຈົ້າ ກໍ່ຈະໄດ້ເງິນເດືອນທີ່ເພີ່ມຂຶ້ນ ພ້ອມສິດທິປະໂຫຍດຕ່າງໆ ແລະມີມຸມມອງທີ່ດີ ຕໍ່ອະນາຄົດ.”

ສໍາລັບໂຄງສ້າງ ການຈ້າງງານ ໃນອຸດສາຫະກໍາຜະລິດຊີ້ນສ່ວນ ກົນຈັກ ແລະລົດໃຫຍ່ ແບ່ງອອກເປັນ 3 ກຸ່ມ ຄື: ພະນັກງານ, ຜູ້ຮັບງານຕໍ່ ແລະການຈ້າງຜູ້ຜະລິດ ຈາກທາງນອກ (Staff, subcontractor and outsource) ທັງນີ້ ສໍາລັບຄົນງານຕ່າງຊາດ ທີ່ເຂົ້າມາເຮັດວຽກ ຢູ່ໃນຂະແໜງການນີ້ ໃນປັດຈຸບັນ ແມ່ນເປັນການຈ້າງງານ ແບບຜູ້ຮັບງານຕໍ່ ແລະ ຜູ້ຮັບຈ້າງຜະລິດຈາກທາງນອກ (subcontractor and outsource), ດັ່ງທ່ານ ສຸພົດ ສຸພິສານ ປະທານກຸ່ມອຸດສາຫະກໍາຊີ້ນສ່ວນ ແລະອາໄຫຼ່ ກົນຈັກ ແລລົດໃຫຍ່ ສະພາກອຸດສາຫະກໍາ ແຫ່ງປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄໍາວ່າ Subcontractor (ຄືຜູ້ຮັບງານຕໍ່) ຄືເຮົາມີວຽກໃຫ້ເຮັດ 1-2-3-4-5 ເຂົ້າມາເຮັດວຽກຕາມທີ່ເຮົາສອນ 1-2-3-3-4-5 ແລ້ວກໍ່ຈ່າຍຄ່າແຮງໄປ ອັນນີ້ ແມ່ນ Subcontractor ບໍ່ແມ່ນພະນັກງານຂອງເຮົາ ຄົນສວນ, ແມ່ບ້ານ, ຄົນຮັກສາຄວາມປອດໄພ, ຄົນຂັບລົດຜູ້ບໍລິຫານ ໂຕນີ້ ແມ່ນ outsource (ຜູ້ຮັບຈ້າງຜະລິດຈາກທາງນອກ) ເທົ່າທີ່ແນມເຫັນຄົນງານຕ່າງຊາດ ຈະເຂົ້າມາໃນ ຮູບແບບ Subcontractor ແລະ Outsource ຫຼາຍກ່ອນ.”

ທ່່ານກ່າວຕື່ີມວ່າ ທີ່ຜ່ານມາ ຄົນງານຕ່າງຊາດ ບໍ່ວ່າຈະເປັນມຽນມາ, ກໍາປູເຈຍ, ລາວ ແລະຫວຽດນາມ ໃນອຸດສາຫະກໍາຊີ້ນສ່ວນ ຜະລິດກົນຈັກ ແລະລົດໃຫຍ່ ສ່ວນຫຼາຍພວກຂະເຈົ້າ ຈະຖືກຈ້າງໃນອົງກອນຂະໜາດກາງ ແລະຂະໜາດນ້ອຍ ທີ່ໃຫ້ຄ່າຕອບແທນ ໂດຍອີງຕາມຄ່າຈ້າງແຮງງານຂັ້ນຕໍ່າ ບໍ່ແມ່ນການໃຫ້ຄ່າຕອບແທນ ທີ່ອີງຕາມທັກສະ ແລະສີມື ຂອງແຮງງານ ຂະນະທີ່ ອົງການຂະໜາດໃຫຍ່ ພັດບໍ່ທັນມີການຈ້າງງານ ຄົນງານກຸ່ມດັ່ງກ່າວນີ້ ພໍເທົ່າໃດ.

ອີງຕາມຂໍ້ມູນ ຂອງສໍານັກງານປະກັນສັງຄົມ ກະຊວງແຮງງານຂອງໄທ ໃນເດືອນສິງຫາ ປີ 2023 ລະບຸວ່າ ມີຄົນງານ ທີ່ເຮັດວຽກໃນຂະແໜງການ ຜລິດຊີ້ນສ່ວນ ກົນຈັກ ແລະລົດໃຫຍ່ ທີ່ຈົດທະບຽນ ໃນລະບົບປະກັນສັງຄົມ 413,878 ຄົນ ຫຼືປະມານ 80% ຂອງຄົນງານໃນໂຮງງານທັງໝົດ ທັງນີ້ ປະມານ 10% ຂອງການຈ້າງງານ ແມ່ນເປັນຄົນງານຕ່າງຊາດ.

ສ່ວນຂໍ້ມູນ ຂອງກົມການຈັດຫາງານ ໃນປີ 2023 ກໍ່ໄດ້ລະບຸວ່າ ມີຄົນງານຂ້າມຊາດ ເຮັດວຽກ ດ້ານອີເລັກໂທນິກ ແລະເອເລັກໂທນິກກົນຈັກ ແລະລົດໃຫຍ່ ຈໍານວນ 76,263 ຄົນ ໃນນີ້ ແມ່ນເປັນຄົນງານ ມຽນມາ 63,186 ຄົນ, ກໍາປູເຈຍ 10,038 ຄົນ, ລາວ 3,013 ຄົນ ແລະ ຫວຽດນາມ 26 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.