ລາວ ຢາກໃຫ້ໄທຍ ລົງທຶນໃນໂຄງການ ທາງດ່ວນ ສວັນນະເຂດ-ວຽດນາມ

ຈຳປາທອງ
2023.08.28
ລາວ ຢາກໃຫ້ໄທຍ ລົງທຶນໃນໂຄງການ ທາງດ່ວນ ສວັນນະເຂດ-ວຽດນາມ ແຜນທີ່ແຂວງສວັນນະເຂດ.
ຮູບພາບ: OpenStreetMap contributors/Datawrapper

ດຣ. ແສນສັກ ສຸລິສັກ ຮອງເຈົ້າແຂວງ ແຂວງສວັນນະເຂດ ສເນີໃຫ້ໄທຍ ພິຈາຣະນາ ສຶກສາຄວາມເປັນໄປໄດ້ ແລະລົງທຶນ ໃນໂຄງການສ້າງທາງດ່ວນ ແຕ່ເທສບານແຂວງສວັນນະເຂດ ຫາດ່ານສາກົນແດນສວັນ ຕິດກັບຊາຍແດນວຽດນາມ ໄລຍະທາງ 160 ກິໂລແມັດ,​ ໂຄງການໂຮງແຮມ 5 ດາວ ແລະ ສນາມກັອຟ, ການບໍຣິການຂົນສົ່ງ ລະຫວ່າງປະເທດ ແລະການລົງທຶນດ້ານພະລັງງານ ໃນໂອກາດທີ່ທ່ານ ສົນທິຣັດ ສົນທິຈິຣະວົງ, ອະດີດຣັຖມົນຕຣີ ກະຊວງພານິດ ແລະອະດີດຣັຖມົນຕຣີ ກະຊວງພະລັງງານຂອງໄທຍ ເດີນທາງຢ້ຽມຢາມ ແຂວງສວັນນະເຂດ ຢ່າງເປັນທາງການ ເມື່ອວັນທີ 14 ສິງຫານີ້.

ໃນການພົບພໍ້ກັບຝ່າຍໄທຍຄັ້ງນີ້ ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງສວັນນະເຂດທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ທາງການແຂວງສວັນນະເຂດ ໄດ້ສເນີໂຄງການພັທນາຕ່າງໆ ເພື່ອໃຫ້ທາງການໄທຍ ນໍາໄປພິຈາຣະນາ, ຫາກສົນໃຈໂຄງການໃດ ໃຫ້ເຂົ້າມາສຶກສາຄວາມເປັນໄປໄດ້ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ ຊຶ່ງທາງການແຂວງ ພ້ອມທີ່ຈະອໍານວຍຄວາມສະດວກໃຫ້ ໃນທຸກຂັ້ນຕອນ.

ດັ່ງທີ່ທ່ານກ່າວວ່າ:

ເພິ່ນຊິເຮັດເປັນແນວໃດ ຍັງບໍ່ທັນຮູ້ຣາຍລະອຽດເທື່ອ ເພາະວ່າໃນການສເນີເບື້ອງຕົ້ນຫັ້ນ ເພິ່ນກະມີແຕ່ສຶກສາຄວາມເປັນໄປໄດ້ ແປວ່າເພິ່ນຊິເຮັດຈັ່ງໃດຕໍ່ ຍັງຢູ່ໃນຂັ້ນຕອນທໍາອິດຢູ່.

ການເດີນທາງ ຢ້ຽມຢາມແຂວງສວັນນະເຂດ ຂອງທ່ານ ສົນທິຣັດ ສົນທິຈິຣະວົງ ໃນມື້ວັນທີ 14 ສິງຫານີ້ ແມ່ນເພື່ອຊອກຫາໂອກາດ ໃນການລົງທຶນໃໝ່ ແລະທ່ານເຫັນວ່າ ແຂວງສວັນນະເຂດ ມີສັກກະຍະພາບສູງ ໃນການລົງທຶນ ເພື່ອເຊື່ອມໂຍງກັບພາກພື້ນ ແລະສາກົລ ຊຶ່ງທ່ານຈະພະຍາຍາມ ເຊີນຊວນນັກທຸຣະກິຈໄທຍ ເຂົ້າມາລົງທຶນໃນແຂວງນີ້ຫລາຍຂຶ້ນ.

ດັ່ງທ່ານກ່າວ ໃນວິດິໂອ ທີ່ເຜີຍແຜ່ ຜ່ານເຟສບຸກຄ໌ ສ່ວນຕົວ ຂອງທ່ານ ໃນມື້ວັນທີ 21 ສິງຫານີ້ວ່າ,

ທ່ານກ່າວວ່າ:

“ໂດຍຕໍາແໜ່ງທີ່ຕັ້ງ ຂອງປະເທດລາວ ບ່ອນນັ້ນ ຈະເປັນໂອກາດທີ່ຈະເຮັດໃຫ້ເຮົາ ເຮັດການຕລາດໂລກ ເຊັ່ນການສົ່ງອອກໄປຈີນ, ຂຍາຍຕລາດໄປວຽດນາມ ເຊື່ອມໂຍງວຽດນາມ ຫລື ຈະສົ່ງໄປສູ່ຕລາດອາເມຣິກາ ກໍມີຄວາມສະດວກຫລາຍ.”

ທາງດ່ວນ ໄລຍະທາງ 160 ກິໂລແມັດ ທີ່ວ່ານັ້ນ ເຈົ້າໜ້າທີ່ ກົມຂົວທາງ, ກະຊວງໂຍທາທິການ ແລະຂົນສົ່ງ ກ່່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ສິງຫານີ້ວ່າ ເປັນເສັ້ນທາງຍຸທສາດ ດ້ານເສຖກິຈ, ສັງຄົມ ແລະການທ່ອງທ່ຽວ ຂອງປະເທດລາວ ແລະພາກພື້ນ ຊຶ່ງຣັຖບານລາວ ມີແຜນນີ້ມາດົນແລ້ວ ແຕ່ບໍ່ມີງົບປະມານ ທີ່ຈະລົງທຶນສ້າງ.

ແຂວງສວັນນະເຂດ ມີເສັ້ນທາງ ເລກ 9 ຫລື 9E ເປັນເສັ້ນທາງສໍາຄັນ ທີ່ເຊື່ອມຕໍ່ລະຫວ່າງລາວ-ໄທຍ ແລະ ລາວ-ວຽດນາມ, ແຕ່ປັດຈຸບັນ ສະພາບເສັ້ນ ທາງສາຍນີ້ ບໍ່ມີຄວາມສະດວກເທົ່າທີ່ຄວນ ເພາະເປັນເສັ້ນທາງພຽງ 2 ເລນ ແລະເປັນບວກເປັນຫລຸມ ຢູ່ບາງຈຸດ.

ສ່ວນການພັທນາເສັ້ນທາງດ່ວນ ທີ່ວ່ານັ້ນ ທັງທາງການລາວ ແລະ ໄທຍ ມີຄວາມສົນໃຈ ທີ່ຈະພັທນາຮ່ວມກັນ ແຕ່ຍັງບໍ່ຮູ້ວ່າ ຈະຂຍາຍເສັ້ນທາງ ເລກ 9 ຈາກ 2 ເລນ ເປັນ 4 ເລນ ຫລື ຈະກໍ່ສ້າງເສັ້ນທາງແຫ່ງໃໝ່, ແລະ ຍັງຕ້ອງໄດ້ລໍຖ້າ ບໍຣິສັດ ທີ່ຈະເຂົ້າມາລົງທຶນ ແລະສຶກສາຄວາມເປັນໄປໄດ້ ຊຶ່ງປັດຈຸບັນຍັງບໍ່ທັນມີເທື່ອ.

ດັ່ງເຈົ້າໜ້າທີ່ ກົມຂົວທາງ ທ່ານດຽວກັນນີ້ກ່າວວ່າ:

ມີແຕ່ວ່າສິຮ່ວມມືກັນພັທນາ ສຶກສາຄວາມເປັນໄປໄດ້ ເສັ້ນທາງໂຕນີ້ ໃນຮູບແບບໃດ ລະຫວ່າງ 2 ປະເທດ ລາວ-ໄທຍ. ການຊອກແຫລ່ງທຶນ ເພື່ອກໍ່ສ້າງເສັ້ນທາງໂຕນີ້, ເຈົ້າ.

ປະຊາຊົນຜູ້ນຶ່ງ ຢູ່ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ເວົ້າເຖິງການ ພັທນາເສັ້ນທາງ ທີ່ໄດ້ມາຕຖານສາກົລ ແລະສະດວກສະບາຍ ໃນການສັນຈອນ ວ່າ ເປັນເຣື່ອງທີ່ດີຫລາຍ ສໍາລັບປະຊາຊົນລາວ ແລະການຂົນສົ່ງສິນຄ້າ ເພາະເສັ້ນທາງດີ ຈະຊ່ອຍສົ່ງເສີມການພັທນາ ທາງດ້ານເສຖກິຈ-ການເງິນ ແລະການທ່ອງທ່ຽວ ໄດ້ເປັນຢ່າງດີ ແລະຖ້າຫາກທາງການລາວ ຈະສ້າງເສັ້ນທາງໃໝ່ ຫລື ຂຍາຍເສັ້ນທາງ ເລກ 9 ກໍຕ້ອງມີການສຶກສາ ຄວາມເປັນໄປໄດ້ຄັກແນ່ ດ້ວຍການສໍາຣວດ ປະເມີນຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ແລະໃຫ້ຄ່າຊົດເຊີຍແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຍ້ອນການສູນເສັຍທີ່ດິນ ແລະຖືກໃຫ້ໂຍກຍ້າຍ ອອກຈາກພື້ນທີ່ ຊຶ່ງອາດແພງແດ່.

ດັ່ງທີ່ທ່ານກ່າວ:

ມັນສິກະທົບຢູ່ ມັນກໍຕ້ອງມາແບບປຶກສາທາງການເມືອງ ຕ້ອງມາແບບສໍາຣວດກ່ອນແບບນີ້ຫັ້ນນ່າ ທາງພີ້ຮ້ານຄ້າມັນກະຫລາຍຫັ້ນແຫລະ ກະອາດຊິແພງແນ່ ເພາະວ່າມັນເປັນເຂດເຮົາຕ້ອງເປີດເສັ້ນທາງ ເພາະວ່າ ເງິນກະຂຶ້ນຕລອດແບບນີ້ຫັ້ນນ່າ ເສຖກິຈເຮົາກະມັນບໍ່ໄດ້ດີປານໃດ.

ກ່ຽວກັບເຣື່ອງນີ້ ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ສິງຫານີ້ວ່າ ຕົນເອງກໍສນັບສນູນ ໃຫ້ທາງການແຂວງສວັນນະເຂດ ພັທນາເສັ້ນທາງນັ້ນ ເພື່ອເຊື່ອມຕໍ່ໄປຫາວຽດນາມ ຖ້າເສັ້ນທາງໄດ້ມາຕຖານ, ສະດວກ ຈະຊ່ອຍສົ່ງເສີມເສຖກິຈໄດ້ດີ, ມີນັກທ່ອງທ່ຽວມາຫລາຍ.

ເຣື່ອງການສ້າງທາງ ພົວພັນເຣື່ອງການຄົມນາຄົມນີ້ ຄັນເວົ້າມາແລ້ວ ກະສະດວກສະບາຍນີ້ແຫລະ ມີນັກທ່ອງທ່ຽວເນາະ ທຽວໄປທຽວມາ.

ເວົ້າເຣື່ອງການກໍ່ສ້າງ ເສັ້ນທາງຢູ່ລາວ ທາງການລາວຍັງຈະກູ້ຢືມເງິນ ເພີ່ມຕື່ມ ຈາກທາງການໄທຍ ຈໍານວນ 1.8 ຕື້ບາທ ເພື່ອສ້າງເສັ້ນທາງເລກທີ R12 ຈາກເມືອງທ່າແຂກ ແຂວງຄໍາມ່ວນ ໄປຫາດ່ານສາກົລ ນໍ້າພາວ ຊາຍແດນ ລາວ-ວຽດນາມ ຊຶ່ງມີໄລຍະທາງ 147 ກິໂລແມດ. ເສັ້ນທາງສາຍນີ້ ຈະເຊື່ອມຕໍ່ໄປເຖິງ ທ່າເຮືອຫວຸ່ງອັງ ປະເທດວຽດນາມ. ປັດຈຸບັນ ທາງການໄທຍ ຢູ່ລະຫວ່າງກຽມອະນຸມັດເງິນກູ້ ທີ່ຍັງຊັກຊ້າ ຍ້ອນຍັງຢູ່ລະຫວ່າງການຈັດຕັ້ງ ຣັຖບານຊຸດໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.