ເຣື້ອງທີ່ເກັບບັນທຶກໄວ້
2022-08-31
ເຫດຄວາຍຕາຍ ປະມານ 30 ໂຕ ຢູ່ເຂດບ້ານຫ້ວຍນໍ້າຍຸນ ແລະບ້ານໃກ້ຄຽງ ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ຕັ້ງແຕ່ວັນທີ່ 27-31 ເດືອນສິງຫາ 2022 ນີ້ ຊາວບ້ານເຊື່ອວ່າ ຄວາຍຕາຍ ຍ້ອນສານເຄມີ ຈາກສວນກ້ວຍຈີນ ບໍ່ແມ່ນຍ້ອນພຍາດເຕົ້າໂຮມເລືອດ ດັ່ງທີ່ທາງການເມືອງ ໄດ້ຖແລງຂ່າວໄປ.
2022-08-31
ແຂວງອຸດົມໄຊ ພ້ອມເປີດສົກຮຽນ ຕາມກຳນົດ ຍົກເວັ້ນໂຮງຮຽນ ສາມັນກິນນອນ ຊົນເຜົ່າ ເນື່ອງໂຮງຮຽນແຫ່ງນີ້ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ຢ່າງໜັກ ແລະຄອບຄົວ ຂອງນັກຮຽນ ບາງຄົນ ກໍອາຈຖືກກະທົບນຳດ້ວຍ.
2022-08-31
ສປປ ລາວ ມີແຜນການຈະສົ່ງ ຄົນງານລາວ ໄປເຮັດວຽກ ດ້ານການເບິ່ງແຍງ ຜູ້ສູງອາຍຸ ຢູ່ປະເທດຍີ່ປຸ່ນ ຂະນະທີ່ ຄົນລາວຫຼາຍຄົນ ໄດ້ຕັ້ງຄວາມຫວັງວ່າ ຈະມີໂອກາດ ໄດ້ໄປເຮັດວຽກ ແຕ່ກໍຈຳເປັນຕ້ອງໄດ້ລໍດົນ ເພາະຕ້ອງໄດ້ຮຽນຮູ້ ພາສາກ່ອນ.
2022-08-31
ຍັງມີການລັກລອບປູກຝິ່ນ ຢູເມືອງແອດ ແຂວງຫົວພັນ ໂດຍສະເພາະ ບ້ານທີ່ຢູ່ຫ່າງໄກສອກຫຼີກ ແລະສ່ວນໃຫຍ່ ເປັນຊົນເຜົ່າມົ້ງ ທີ່ຢູ່ຕິດກັບຊາຍແດນ ລາວ-ວຽດນາມ, ຜົລຜລິຕ ຈະຂາຍໃຫ້ນາຍທຶນວຽດນາມ ແລະລາວ ຂະນະທີ່ເຈົ້າໜ້າທີ່ ຍັງມີອຸປສັກ ໃນການເຂົ້າ ໄປກວດກາ ສວນຝິ່ນຫຼາຍໆບ່ອນ.
2022-08-30
6 ເດືອນຕົ້ນປີນີ້ ຢູ່ ສປປ ລາວ ມີທຸຣະກິຈ ເອສເອັມອີ໋ ຫຼື Small and Medium-sized Enterprise (SME) ຈົດທະບຽນເຖິງ 7,640 ແຫ່ງ ແຕ່ສ່ວນຫຼາຍ ເປັນແບບຄອບຄົວ ຄືບໍ່ໄດ້ມີການຈ້າງ ຄົນງານ ເພີ່ມ ແລະ ຄົນທີ່ບໍ່ມີຕົ້ນທຶນ ໃນການປະກອບ ທຸຣະກິຈ ກໍຕ້ອງໄປຊອກວຽກເຮັດ ງານທຳ ຢູ່ຕ່າງປະເທດເຊັ່ນເຄີຍ.
2022-08-30
ຊາວບ້ານ ໃນເມືອງນາໝໍ້ ແຂວງອຸດົມໄຊ ທີ່ຈະຖືກຜົລກະທົບ ຈາກໂຄງການ ພັທນາໂຕເມືອງອຸດສາຫະກັມ ທັນສມັຍ ຂອງກຸ່ມບໍຣິສັດ ອະມະຕະ ຂໍ້ໃຫ້ຜູ້ພັທນາໂຄງການ ຊົດເຊີຍເງິນຢ່າງ ເໝາະສົມ.
2022-08-30
ການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ ລາວ, ໄທຍ, ພະມ້າ ແລະຈີນ ຄັ້ງທີ 120 ຈົບລົງແລ້ວໃນມື້ວັນທີ 26 ສິງຫານີ້ ໂດຍໃຊ້ເວລາ 4 ມື້ 3 ຄືນ ຮວມໄລຍະທາງ 600 ກິໂລແມັດ ເພື່ອກວດກາ ຄວາມສງົບຮຽບຮ້ອຍ ແລະອາສຍາກັມຕ່າງໆ ຕາມລໍາແມ່ນໍ້າຂອງ ແຕ່ບັນຫາຢາເສບຕິດ ຍັງກໍມີຫລາຍຢູ່ຄືເກົ່າ.
2022-08-30
ປະຊາຊົນ ຜູ້ປະສົບພັຍນ້ຳຖ້ວມ ຢູ່ຫລາຍແຂວງພາກເໜືອ ຂອງລາວ ເປັນຕົ້ນແຂວງຜົ້ງສາລີ ແລະອຸດົມໄຊ ຍັງຄອງຖ້າ ການຊ່ອຍເຫລືອ ເຄື່ອງນຸ່ງຮົ່ມ, ນ້ຳດື່ມ, ອາຫານ, ບ່ອນພັກພາອາສັຍ, ເນື່ອງຈາກເຮືອນຖືກນ້ຳພັດໄຫຼ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ພຽງແຕ່ລະດົມນ້ຳດື່ມ, ອາຫານ ເພື່ອບັນເທົາທຸກ ໃນເບື້ອງຕົ້ນເທົ່ານັ້ນ.
2022-08-29
ການບັນຈຸຣັຖກອນ ໃນແຕ່ລະປີ ກະຊວງພາຍໃນ ທີ່ມີໜ້າທີ່ຮັບຜິດຊອບ ໂດຍກົງຍອມຮັບວ່າ ຄົນເຈົ້າຄົນຂ້ອຍ ຍັງແກ້ບໍ່ຕົກ ຍັງປະກົດເຫັນ ການເອື້ອປໂຍດ ນຳເອົາຈຸ້ມເຈື້ອ ເຊື້ອສາຍ ເຂົ້າເປັນພະນັກງານ ແລະ ເລື່ອນຂັ້ນ.
2022-08-29
ເປັນເວລາ 1 ເດືອນແລ້ວ ນັບແຕ່ ນາງ ພອນພິບ ໄຊປັນຍາ ອາຍຸ 30 ປີ ຖືກທາງການໄທຍຈັບ ແລະສົ່ງໃຫ້ທາງການລາວ, ມາເຖິງຕອນນີ້ ການດຳເນີນ ຄະດີຂໍ້ຫາ ໂກງເງິນປະຊາຊົນ ກໍຍັງມິດງຽບ ບໍ່ມີຄວາມຄືບໜ້າ ຈາກທາງການລາວ ຂະນະທີ່ ຜູ້ເສັຍຫາຍ ກໍໝົດຫວັງ ຈະໄດ້ເງິນຄືນ.
2022-08-29
ຣັຖບານລາວ ໄດ້ເຜີຍແພ່ດໍາຣັຖ ວ່າດ້ວຍການຈັດສົ່ງ ຄົນງານ ໄປຕ່າງປະເທດ ຕື່ມອີກ ເພື່ອບໍ່ໃຫ້ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສ ໂດຍໃຫ້ອໍານາດການປົກຄອງ ທ້ອງຖິ່ນ ຕິດຕາມ ແລະໃຫ້ການຊ່ອຍເຫລືອ.
2022-08-29
ລາວ ແລະ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ສ້າງໂຄງການ ນຶ່ງທາງ ສອງເຂດ ເພື່ອສົ່ງເສີມ ການຜລິຕສິນຄ້າກະສິກັມ ແລະ ນຳໃຊ້ເສັ້ນທາງຣົຖໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ, ແຕ່ ຍັງບໍ່ມີກຳນົດວ່າ ຈະເຣີ່ມເມື່ອໃດ.
2022-08-29
ຫລາຍເມືອງ ຢູ່ພາກເໜືອຂອງລາວ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ແລະດິນເຈື່ອນ ຍ້ອນຝົນຕົກໜັກ ທັງຢູ່ເມືອງຂວາ ແຂວງຜົ້ງສາລີ; ຢູ່ເມືອງຫລາ, ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ມີຜົລເສັຍຫາຍຫລາຍ ຮວມທັງມີຄົນຈົມນໍ້າເສັຍຊີວິຕ, ສ່ວນການຊ່ອຍເຫຼືອ ຈາກທາງການ ຍັງຢູ່ໃນລະຫວ່າງ ການປະເມີນຄວາມເສັຍຫາຍ.
2022-08-28
ສະຫະ ປະຊາຊາຕ ຣາຍງານວ່າ ການປະຕິບັດ ຕໍ່ຊົນກຸ່ມນ້ອຍ ຊາວວິກເກີ ຢູ່ແຂວງຊິນຈຽງ ຂອງຣັຖບານຈີນ ເປັນການປະຕິບັດ ແບບໄຮ້ມະນຸສ ປຽບເຫມືອນຂ້າທາດ ແບບໃໝ່ ຂະນະທີ່ທາງການຈີນ ກໍຍັງປະຕິເສດ ຕໍ່ບົດຣາຍງານດັງກ່າວ.
2022-08-28
ການຊ່ອຍເຫລືອ ດ້ານເສຖກິຈແກ່ລາວ ຂອງສະຫະຣັຖ ອາເມຣິກາ ໄດ້ເຮັດໃຫ້ ການດໍາເນີນຊີວິຕ ຂອງຊາວລາວ ດີຂຶ້ນ.