ຄົນເຈົ້າ ຄົນຂ້ອຍ ບັນຫາ ການບັນຈຸ ຣັຖກອນ ທີ່ຣັຖແກ້ໄຂບໍ່ຕົກ
2022.08.29
ຄົນເຈົ້າຄົນຂ້ອຍ ໃນອົງກອນຣັຖ ຍັງເປັນບັນຫາທີ່ຣັຖ ຍັງແກ້ບໍ່ຕົກ ທັງໃນກໍຣະນີ ຂອງການບັນຈຸເຂົ້າເປັນຣັຖກອນໃໝ່ ແລະ ການເລື່ອນຂັ້ນ ໃນອົງກອນຣັຖ. ເຖິງວ່າໃນປີ 2021 ຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ອອກຄຳແນະນໍາ ໃຫ້ອົງການປົກຄອງ ແຕ່ລະຂັ້ນປັບປຸງກົງຈັກການຈັດຕັ້ງ ແລະ ສ້າງແຜນລະອຽດຣາຍງານ ຕໍ່ໃຫ້ກະຊວງພາຍໃນ ເພື່ອຈະໄດ້ກຳນົດ ຕຳແໜ່ງງານ, ຈຳນວນຣັຖກອນ ທີ່ຈະບັນຈຸໃໝ່ ແລະ ຊັບຊ້ອນໃຫ້ເໝາະສົມ ແຕ່ໃນນັ້ນກະຊວງພາຍໃນກໍຍອມຮັບວ່າ ບັນຫາຄົນເຈົ້າຄົນຂ້ອຍໃນອົງກອນຣັຖ ທີ່ຍັງປະກົດເຫັນຝາກ ຫຼືໃຊ້ຕຳແໜ່ງເອື້ອປໂຍດ.
ຕໍ່ກັບການບັນຈຸ ຣັຖກອນໃໝ່ ແລະ ເລື່ອນຂັ້ນ ເຣື່ອງນີ້ກໍມີກໍມີຄຳຕອບຊັດເຈນ ຈົນປະຊາຊົນຖືເປັນເຣື່ອງປົກກະຕິໄປແລ້ວ ບໍ່ວ່າຈະເຂົ້າສອບເສັງເຂົ້າຮຽນ, ໂຄຕ້າໄປຮຽນຕ່າງປະເທດ, ໄປແລ່ນເອກສານ, ສອບເສັງເຂົ້າເປັນພນັກງານຣັຖ ແລະ ການເລື່ອນຕຳແໜ່ງ ກໍລ້ວນແລ້ວແຕ່ໃຊ້ເງິນ ແລະ ໃຊ້ເສັ້ນສາຍ ຫຼື ຄົົນເຈົ້າຄົນຂ້ອຍເພື່ອເອື້ອ ປໂຍດໃຫ້ຈຸ້ມເຈື້ອເຊື້ອສາຍ.
ດັ່ງອະດີດພນັກງານຣັຖ ໄດ້ກ່າວເຖິງການສອບເສັງ ເຂົ້າເປັນຣັຖກອນ ແລະ ການເລື່ອນຂັ້ນ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 15 ສິງ ຫາ ຜ່ານມາວ່າ:
“ເສັງເຂົ້າຣັຖກອນຫັ້ນນ່າ ມັນມີແຕ່ໃດມາເຣື່ອງເສັງ ແຕ່ເວົ້າເຖິງເບື້ອງຫຼັງ ມັນເປັນພຽງສາກສື່ໆ ຫັ້ນນ່າ ເບື້ອງເລິກເບື້ອງຫຼັງ ມັນຍັງມີການທຸຈຣິຕ ຊື້ໂຕເລຂການສອບເສັງຫັ້ນ. ຍົກໂຕຢ່າງວ່າການສອບເສັງນີ້ ເອີໂຕເລຂຊິໄດ້ມີ 10 ປາຍ ໂຕເລຂໃນ 100 ຄົນ ຄົນທີ່ວ່າມີເງິນ ເຂົາຈະຊື້ໄວ້ກ່ອນແລ້ວພຽງແຕ່ວ່າ ໄປມີໜ້າໃນຫ້ອງເສັງຫັ້ນທໍ່ນັ້ນສື່ໆ ແຫຼະ ສຸດທ້າຍຜູ້ໃດໄດ້ເຂົ້າ ເປັນຣັຖກອນກາແມ່ນຄົນມີເງິນຫັ້ນແຫຼະ.”
ສ່ວນແພດອາສາ ທີ່ຕ້ອງການເຂົ້າເປັນພນັກງານຣັຖ ພາຍຫຼັງທີ່ຮຽນຈົບມາ ໄດ້ຂໍເຂົ້າເປັນແພດອາສາຢູ່ໂຮງໝໍເມືອງ ໃນແຂວງອຸດົມໄຊ. ໃນຂະນະທີ່ເຮັດວຽກ ເປັນອາສາຜ່ານມາ 3 ປີ ບໍ່ມີໂຄຕ້າເຂົ້າມາແລະບໍ່ໄດ້ສອບເສັງ. ແຕ່ລະເດືອນ ບໍ່ໄດ້ຮັບເງິນເດືອນ ກໍມີແຕ່ເງິນອຸດໜູນ ເດືອນລະສອງແສນກີບ. ແຕ່ການເຮັດວຽກ ແມ່ນຄືກັບພນັກງານຣັຖ ທີ່ປະຈຳໂຮງໝໍ.
ດັ່ງແພດ ອາສາໄດ້ກ່າວເຖິງ ການສມັກເຂົ້າເປັນແພດອາສາ ຜູ້ຂໍສງວນຊື່ ແລະສຽງເພື່ອເຂົ້າເປັນຣັຖກອນວ່າ:
“ບໍ່ໆ ຂະເຈົ້າບໍ່ໃຫ້ມີເງິນກິນ ມີແຕ່ເຮັດວຽກລໍຖ້າເພື່ອຣັຖບານ ເພິ່ນແບ່ງໂຄຕ້າ ມາໃຫ້ເຮົາຈຶ່ງຈະໄດ້ຮັບຫັ້ນນ່າເດືອນນຶ່ງ ມີແຕ່ໄດ້ສອງແສນກີບ ພໍໃສ່ນໍ້າມັນຣົຖ ບໍ່ໄດ້ເສັງຣັຖກອນ ບໍ່ໄດ້ເສັງຫຍັງ ໄລຍະທີ່ນ້ອງເຮັດ 3 ປີຫັ້ນນ່າໂຄຕ້າ ບໍ່ມາຈັກປີເລີຍ.”
ແພດອາສາໄດ້ກ່າວຕື່ມວ່າ ພໍເຮັດວຽກໄດ້ 3 ປີຕົນໄດ້ເກີດອຸປັດຕິເຫດ ຂາຫັກບໍ່ສາມາດໄປເຮັດວຽກໄດ້ ແຕ່ກໍບໍ່ໄດ້ຮັບສວັດດີການໃດໆ ຈາກໂຮງໝໍແຫ່ງດັ່ງກ່າວ ທີ່ເຮັດວຽກເປັນອາສາຢູ່. ນອກຈາກນີ້ຍັງຕ້ອງຫາເງິນ ມາປີ່ນປົວຕົນເອງ ແຕ່ດ້ວຍຖານະປັດຈຸບັນ ກໍຕ້ອງໄດ້ອາສັຍເມັຽ ຜູ້ເຮັດວຽກເປັນແພດ ທີ່ໄດ້ຮັບສັງກັດຣັຖແລ້ວ ຫາເງິນມາລ້ຽງຄອບຄົວ.
ຄຣູອາສາ ທີ່ສອນຢູ່ໂຮງຮຽນແຫ່ງນຶ່ງ ໃນແຂວງໄຊຍະບູຣີ ທີ່ຂໍພຽງໄດ້ບັນຈຸ ເຂົ້າໂຄຕ້າ ກ່ອນທີ່ຈະຜ່ານເຂົ້າເປັນຣັຖກອນ. ຄຣູອາສາຜູ້ນີ້ ສອນມາ 3 ປີ ຍັງບໍ່ໄດ້ບັນຈຸເຂົ້າໃນໂຄຕ້າ ຂອງແຂວງຈຶ່ງຈຳເປັນລາອອກ.
ດັ່ງຄຣູອາສາ ທີ່ຂໍສງວນຊື່ ແລະສຽງໃນ ແຂວງໄຊຍະບູຣີກ່າວວ່າ:
“ໂຮງຮຽນເຂົາເຈົ້າ ເກັບກັບນັກຮຽນ ຜູ້ລະເລັກຜູ້ລະໜ້ອຍເນາະ ເປັນເງິນເດືອນໃຫ້ຄຣູອາສາສະມັກ ທີ່ວ່າບໍ່ໄດ້ເຂົ້າໂຄຕ້າເນາະ ຜ່ານມາກາເປັນເວລາ 3 ປີ ຄ່ານໍ້າມັນຣົຖ ຄ່າລາຍຈ່າຍຕ່າງ ບໍ່ມີກາເລີຍຕັດສິນໃຈອອກ.”
ພາຍຫຼັງຄຣູອາສາຄົນນີ້ ໄດ້ລາອອກເມື່ອປີ 2020 ປັດຈຸບັນຜູ້ກ່ຽວ ກໍໄດ້ປ່ຽນອາຊີພມາເປັນຊ່າງໄມ້ ຊຶ່ງປັດຈຸບັນໄດ້ເດີນທາງ ໄປເຮັດວຽກທີ່ປະເທດເກົາຫຼີໃຕ້. ຄວາມຄືບໜ້າ ຫຼ້າສຸດຖືວ່າ ຜູ້ກ່ຽວມີລາຍຮັບດີ ແລະມີຄວາມກ້າວໜ້າ ໃນວຽກງານຕອນນີ້ ຍັງອາສັຍຢູ່ເກົາຫຼີໃຕ້ ຖືກຕ້ອງຕາມກົດໝາຽ. ໂດຍຜູ້ກ່ຽວເດີນທາງ ໄປເຮັດວຽກຈາກສູນພັທນາ ສີມືແຮງງານ ຂອງກະຊວງແຮງງານ ແລະສວັດດີການສັງຄົມ ສົ່ງໄປ.
ອະດີດພນັກງານຣັຖ ທີ່ປັດຈຸບັນຜັນໂຕເອງ ມາເຮັດວຽກພາເອກຊົນ ໄດ້ໃຫ້ຄຳເຫັນວ່າ ເປັນຫຍັງຄົນລາວ ຈຶ່ງຕ້ອງເຂົ້າໄປເປັນພນັກງານຣັຖ ເປັນຈຳນວນຫຼາຍ. ເພາະເຮັດວຽກກັບຣັຖ ແມ່ນສະບາຍ, ໄດ້ຮັບສວັດດີການດີ, ມີໂອກາດກ້າວໜ້າຫຼາຍກ່ວາ ເຮັດວຽກພາກເອກຊົນ ຖ້າມີຈຸ້ມເຈື້ອເຊື້ອສາຍ ແລະ ຜູ້ໃຫຍ່ສົ່ງເສີມ.
ດັ່ງທ່ານໄດ້ກ່າວວ່າ:
“ເຣື່ອງວ່າເຮົາເຮັດວຽກກັບຣັຖ ມັນມີຄວາມໝັ້ນຄົງ ອານາຄົດສິມີຄົນເບິ່ງແຍງ ຫຼາຍຄົນມັກເວົ້າເນາະຄັນເຮັດວຽກັບຣັຖ ບໍ່ມີເສັ້ນ ບໍ່ມີສາຍ ບໍ່ມີເຈົ້າມີນາຍສນັບສນູນ ມັນກໍຖືກຊັບຊ້ອນ ຫຼືເລື່ອນຂັ້ນຍາກເນາະ.”
ທ່ານໄດ້ກ່າວຕື່ມວ່າ ການເຮັດວຽກພາກເອກຊົນ ໃນປັດຈຸບັນລາຍໄດ້ຕໍ່າຫຼາຍ ບໍ່ພຽງພໍກັບຄ່າຄອງຊີພ ແລະສວັດດີການ ກໍຕໍ່າກ່ວາເຮັດວຽກພາກຣັຖ. ສ່ວນຜູ້ທີ່ເຮັດວຽກນຳຣັຖ ໄດ້ນະໂຍບາຍທັງນໍ້າມັນ, ປະກັນສຸຂພາບ, ມີໂອກາດໄດ້ໄປຍົກລະດັບ, ໄປຝຶກງານຕ່າງປະເທດ ຖ້າເຂົ້າເປັນສະມາຊິກພັກ ກໍມີໂອກາດໄດ້ເລື່ອນຕຳແໜ່ງຂຶ້ນໄປ.
ໃນປີ 2022 ການຊັບຊ້ອນຣັຖກອນ ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສະມາຊິກສະພາ ໃນກອງປະຊຸມສະພາ ເມື່ອເດືອນມິຖຸນາຜ່ານມາວ່າ. ສະເພາະໃນປີນີ້ແມ່ນເໜັ້ນໜັກ ໃຫ້ບູຣິມະສິທ ຄຣູອາສາ ເຂດຊົນນະບົດກ່ອນ ແຕ່ກໍຕ້ອງຜ່ານການສອບເສັງ.
“ພາຍຫຼັງທີ່ກະຊວງພາຍໃນ ໄດ້ຄົ້ນຄວ້າການຈັດສັນໂຄຕ້າ ໃຫ້ບັນດາກະຊວງອົງການ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແລ້ວໂດຍຜ່ານກອງປະຊຸມຣັຖບານ ກະຊວງພາຍໃນກໍໄດ້ແຈ້ງໃຫ້ກະຊວງການ ທີກ່ຽວຂ້ອງເປັນຜູ້ມີບູຣິມະສິທ ໃນການຕັດສີນວ່າຈະຈັດສັນແນວໃດ ແຕ່ວ່າທິດຂອງຣັຖບານຄືຂ້າພະເຈົ້າ ໄດ້ສເນີໄປຫັ້ນເນາະກາສຸມໃສ່ ແກ້ໄຂຄຣູທີ່ຢູ່ເຂດຫ່າງໄກ ສອກຫຼີກໂດຍສະເພາະແມ່ນບັນດາ ຄຣູອາສະມັກທີ່ມີຄວາມຮູ້ ຄວາມສາມາດ ມີປະສົບປະການ ມີຜົລງານຂໍໃຫ້ຈັດບູຣິມະສິທກ່ອນແຕ່ວ່າກາຕ້ອງຜ່ານ ການສອບເສັງ ແຕ່ໃນທາງປະຕິບັດໂຕຈິງ ກໍຍັງເຮັດໄດ້ໜ້ອຍບັນດາທ່ານ.”
ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນການບັນຈຸຣັຖກອນ ຍັງມີຄົນເຈົ້າຄົນຂ້ອຍລະບົບ ອຸປຖັມຊຶ່ງມັນປະຕິເສດບໍ່ໄດ້ວ່າ ໃນການບັນຈຸ ແລະ ເລື່ອນຂັ້ນໃນອົງກອນຣັຖ ຍັງປະກົດໃຫ້ເຫັນບັນຫານີ້.
“ເວົ້າຄວາມເປັນຈິງແລ້ວ ຍັງມີກໍຣະນີຄົນເຈົ້າຄົນຂ້ອຍລະບົບ ອຸປຖັມເຈັ້ຽນ້ອຍເຈັ້ຽໃຫຍ່ ອັນນີ້ ປະຕິເສດບໍ່ໄດ້ ຈົນຮອດເທົ່າທຸກມື້ນີ້ບັນດາທ່ານ ໂຕນີ້ພວກເຮົາຕ້ອງບຸກທະລຸ ຄັນຊັ້ນພວກເຮົາຊິບໍ່ໄດ້ບຸກຄະລາກອນ ທີ່ເປັນມືອາຊີພແທ້ ອັນນີ້ມີຄວາມຈິງໃດ ແຕ່ວ່າມັນຕ້ອງເປັນບູຣິມະສິທ ຂອງກະຊວງການ ທີ່ກ່ຽວຂ້ອງເນາະ.”
ອີງຕາມການຣາຍ ຂອງກົມຄຸ້ມຄອງພະນັກງານ ກະຊວງພາຍໃນ ເມື່ອປີ 2021 ທີ່ຜ່ານມາວ່າ ມີຣັຖກອນທັງໝົດທົ່ວປະເທດລາວ ປະມານ 170,000 ຄົນ ຊຶ່ງຣັຖບານລາວຮັບປະກັນວ່າ ຈຳນວນດັ່ງກ່າວພຽງພໍກັບຄວາມຕ້ອງການ ຂອງພາກຣັຖ . ຕລອດໄລຍະ 5 ປີ ຜ່ານມາ ຣັຖບານລາວໄດ້ຫຼຸດໂຕເລຂ ຮັບຣັຖກອນລົງເປັນລຳດັບ. ດັ່ງໃນປີ 2017 ຣັຖບານໄດ້ຮັບຣັຖກອນໃໝ່ ຈຳນວນ 5,000 ຕຳແໜ່ງ, ປີ 2018 ຮັບ 3,000 ຕຳແໜ່ງ, ປີ 2019 ຮັບ 1,500 ຕໍາແໜ່ງ, ປີ 2020 ຮັບເອົາ 2,000 ຕໍາແໜ່ງ, ປີ 2021 ຮັບເອົາ 1,600 ຕໍາແໜ່ງ ແລະ ປີ 2022 ຮັບເອົາ 1,300 ຕຳແໜ່ງ ໃນນີ້ ໄດ້ອະນຸມັດຣັຖກອນຄຣູ 340 ຕຳແໜ່ງ ແລະ ຣັຖກອນແພດ 320 ຕຳແໜ່ງ.