ຂ.ສາລະວັນ ຕ້ອງການຄຣູ ເພີ່ມ
2019.02.14
ນັກສຶກສາຈົບວິຊາຄຣູ ຈາກສະຖາບັນຕ່າງໆໃນລາວ, ແລະຕ້ອງການກັບໄປສອນຢູ່ບ້ານເກີດ ທີ່ແຂວງສາລະວັນ ໃນຣະຍະສອງປີ ຜ່ານມາ, ປັດຈຸບັນ, ຍັງວ່າງງານປະມານ 1 ພັນປາຍຄົນ, ຊຶ່ງທາງແຂວງບໍ່ສາມາດຮັບຂະເຈົ້າ ເປັນຄຣູອາສາໄດ້ຍ້ອນວ່າ, ຄຣູອາສາສມັກມີຢູ່ແລ້ວ, ແລະຍັງບໍ່ໄດ້ບັນຈຸເປັນຣັຖກອນນັ້ນກໍຫຼາຍແລ້ວ, ແລະໂຄຕ້າຄຣູຈາກຣັຖບານກໍມີໜ້ອຍ, ດັ່ງເຈົ້າໜ້າທີ່ສຶກສາ ແຂວງສາລະວັນ ທ່ານນຶ່ງ, ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 14 ກຸມພາ ນີ້ວ່າ:
“ຄຣູອາສາຫັ້ນແມ່ນເຮົາຮັບບໍ່ໄດ້ເນາະ, ດຽວນີ້ຫັ້ນເຮົາກໍຢຸດໃນ 400 ປາຍຄົນຫັ້ນແຫຼະ ເຮົາບໍ່ໄດ້ຮັບ, ຍ້ອນວ່າເຮົາບໍ່ມີໂຄຕ້າໃຫ້ເພິ່ນເນາະ, ແຕ່ລະປີເຮົາກໍໃຫ້ຂະເຈົ້າໄປຈົດຊື່ມາ, ເຮົາກໍມີພັນປາຍພຸ້ນແຫຼະ, ດຽວນີ້ຄຣູທີ່ຈົບຈາກສະຖາບັນຕ່າງໆ ສໍາລັບແຂວງສາລະວັນຫັ້ນເນາະ.”
ທ່່ານອະທິບາຍຕື່ມວ່ານັບແຕ່ປີ 2017 ເປັນຕົ້ນມາ, ທົ່ວແຂວງສາລະວັນມີຄຣູຈົບໃໝ່ມາລົງຣາຍຊື່ ສມັກເປັນຄຣູອາສາ ປະມານພັນປາຍຄົນ ແລະກໍຍັງວ່າງງານ ຢູ່ໃນປັດຈຸບັນນີ້, ທາງແຂວງບໍ່ສາມາດຮັບໄດ້ ຍ້ອນວ່າ ຄຣູອາສາທີ່ມີຢູ່ ກໍເກືອບ 5 ຮ້ອຍ ຄົນແລ້ວ ແລະເກືອບອີກ 5 ຮ້ອຍຄົນໃນປີນີ້, ກໍຮັບໄດ້ແຕ່ 105 ຄົນ ສ່ວນອີກ 2 ຄົນ ແມ່ນຝ່າຍບໍຣິຫານ ຍ້ອນຣັຖບານໃຫ້ໂຄຕ້າພຽງແຕ່ 107 ຄົນ.
ສຳລັບຜູ້ທີ່ຈົບໃໝ່ ທີ່ຍັງວ່າງງານນັ້ນ ສ່ວນໃຫຍ່ເປັນຄຣູພາສາລາວ, ຄຣູປວັດສາດ ແລະສ່ວນນຶ່ງກໍເປັນຄຣູວິຊາຟີສິກ, ເຄມີ ແລະ ພາສາ ຕ່າງປະເທດ, ຊຶ່ງແທ້ຈິງແລ້ວ ແຂວງຍັງມີຄວາມຕ້ອງການຢູ່:
“ວິຊາ ພາສາລາວ ວິຊາທັມມະຊາດ ຄຣູມໍຕົ້ນ, ຄຣູມໍປາຍ, ຢູ່ໃນຟີສິກ,ເຄມີ, ຊີວະນີ້ແຫຼະເນາະ, ຄວາມຈໍາເປັນເຮົາຢາກໄດ້ຫັ້ນແຫຼະເນາະ, ແຕ່ວ່າເຮົາກໍ່ຮັບບໍ່ໄດ້, ເຖິງວ່າເຮົາຈະຕ້ອງການ ເຮົາກໍ່ຍັງຮັບບໍ່ໄດ້ ຢາກໄດ້ໝົດຫັ້ນແຫຼະ, ເພິ່ນກໍອະນຸມັດບໍ່ໄດ້ ຫັ້ນເນາະ, ກໍຄືເຫັນຫັ້ນແຫຼະ ແຕ່ລະປີ ກໍໂຕເລກ ໜ້ອຍໆ.”
ໃນປີ 2018 ຜ່ານມາ ສໍາຫຼັບແຂວງສາລະວັນນັ້ນ, ໄດ້ຮັບໂຄຕ້າຄຣູຣັຖກອນ 150 ຄົນ, ຂນະທີ່ແຂວງຢາກໄດ້ ໂຄຕ້າຄຣູ 4 ຮ້ອຍປາຍ ຄົນ, ສ່ວນໃນປີນີ້ນັ້ນ ແຂວງຕ້ອງການ 300 ຮ້ອຍປາຍ ເພື່ອຮັບເອົາຄຣູອາສາສມັກ ທັງໝົດເປັນຣັຖກອນ ແຕ່ຣັຖບານ ກໍສນອງໄດ້ແຕ່ 107 ຄົນ, ເຮັດໃຫ້ແຂວງ ຍັງບໍ່ສາມາດ ເປີດຮັບຄຣູຈົບໃໝ່ ທີ່ມາລົງລາຍຊື່ ຂໍເປັນຄຣູອາສາສມັກອີກ 1 ພັນປາຍຄົນໄດ້ ແລະອີກຈໍານວນ ຄຣູອາສາສມັກເກົ່າທີ່ມີຢູ່ແລ້ວ 1 ພັນປາຍຄົນໄດ້ເຊັ່ນດຽວກັນ.