ແຂວງອຸດົມໄຊ ລົງໂທດ ພະນັກງານ ພັກ-ຣັຖ ທີ່ສໍ້ຣາສບັງຫຼວງ
2022.05.10
ທາງການແຂວງອຸດົມໄຊ ປະຕິບັດວິນັຍພະນັກງານພັກ-ຣັຖຂັ້ນຕ່າງໆ ຈໍານວນ 35 ຄົນຍ້ອນສໍ້ຣາສບັງຫລວງ, ສ້າງຄວາມເສັຍຫາຍເຖິງ 17.43 ຕື້ກີບ. ໃນນັ້ນອົງການຈັດຕັ້ງເສັຍຫາຍປະມານ 7 ຕື້ກີບ ແລະບຸກຄົນເສັຍຫາຍປະມານ 10 ຕື້ກີບ, ອີງຕາມຣາຍງານຂອງທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງອຸດົມໄຊ ຕໍ່ກອງປະຊຸມກວດກາທີ່ແຂວງອຸດົມໄຊ ແຕ່ມື້ວັນທີ 6 ຫາວັນທີ 8 ພຶສພາ 2022 ໂດຍມີທ່ານ ຄໍາພັນ ພົມມະທັດ ກັມມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງຣັຖເຂົ້າຮ່ວມ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກວດກາພັກ-ຣັຖແຂວງອຸດົມໄຊເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 10 ພຶສພານີ້ວ່າ ຍ້ອນຜູ້ມີອໍານາດບາງຄົນຢູ່ໃນແຂວງ ສວຍໂອກາດໃຊ້ຕໍາແໜ່ງ ໜ້າທີ່ຂອງຕົນ ເອົາລູກຫລານ ແລະຍາດພີ່ນ້ອງເຂົ້າເຮັດວຽກ ແບບບໍ່ຖືກລະບຽບ ແລະໃຫ້ພວກເຂົາເຈົ້າຮັບຜິດຊອບ ໂຄງການພັທນາຕ່າງໆ ໂດຍບໍ່ມີການຕິດຕາມ, ກວດກາ, ເຮັດໃຫ້ເກີດຄວາມເສັຍຫາຍ ໃຫ້ແກ່ຣັຖໃນແຕ່ລະປີຢ່າງມະຫາສານ.
ດັ່ງທີ່ທ່ານກ່າວວ່າ:
“ກໍມີຄົນກຸ່ມນຶ່ງເນາະ ທີ່ເຂົາແລນຊື້ແລ່ນຂາຍ ແລ້ວກໍບ່ອນໃດສິໄດ້ເງິນກໍເອົາລູກເອົາຫລານເຂົ້າໄປ. ກ່ອນຈະເຂົ້າວຽກເຂົ້າງານກະເວົ້າເຣື່ອງເງິນເປັນໃຫຍ່. ໂຕນີ້ແຫລະມັນຈຸດອ່ອນຂອງເຈົ້ານາຍແຕ່ລະ ອົງການຈັດ ຕັ້ງ ນ້ອຍໜັກຈະໄດ້ເງິນຄືນ ຄືສິໄດ້ແລ້ວເງິນມັນໄປໃສຕໍ່ໃສ ບໍ່ຮູ້ແລ້ວ ບາງຄົນກະຖືກຈໍາຄຸກ.”
ທ່ານກ່າວຕື່ມວ່າ ຫາກເຈົ້າໜ້າທີ່ລະດັບສູງ ຍັງເຫັນແກ່ຜົລປໂຍດສ່ວນຕົວ ແລະພັກພວກ, ບໍ່ສົນໃຈຕໍ່ລະບຽບກົດໝາຍ ແລະບໍ່ລົບລ້າງຄວາມຄິດແບບເດີມໆນັ້ນ ບັນຫາການສໍ້ຣາສບັງຫລວງ ກໍຈະບໍ່ໝົດໄປໄດ້ຈາກປະເທດລາວ ແລະຜົລເສັຍຫາຍຈໍານວນມະຫາສານ ທີ່ສູນເສັຍໄປນັ້ນ ກໍຍາກທີ່ຈະຕາມຄືນມາໄດ້.
ມູນຄ່າຄວາມເສັຍຫາຍ 17.43 ຕື້ກີບທີ່ວ່ານັ້ນ ແມ່ນກວດກາພົບຢູ່ 2 ເປົ້າໝາຍໃນບໍຣິສັດຣັຖວິສາຫະກິຈ, ແຕ່ທາງການແຂວງອຸດົມໄຊບໍ່ໄດ້ເປີດເຜີຍວ່າ ເປັນບໍຣິສັດຣັຖວິສາຫະກິຈໃດແທ້ ແລະຜູ້ທີ່ຖືກປະຕິບັດວິນັຍນັ້ນເປັນພະນັກງານຂັ້ນໃດ ແລະຖືກດໍາເນີນຄະດີຈັກຄົນ.
ໃນຂະນະທີ່ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງໄຊ ແຂວງອຸດົມໄຊເວົ້າວ່າ ຫລັງໆມານີ້ ເຫັນທາງການເພິ່ນເຂັ້ມງວດຫລາຍຂຶ້ນ ໃນການຕິດຕາມ, ກວດກາພະນັກງານພັກ-ຣັຖ ເພື່ອປາບປາມການສໍ້ຣາສບັງຫລວງ ຍ້ອນວ່າທີ່ຜ່ານມາ ບັນຫານີ້ເກີດຂຶ້ນຫລາຍ. ພ້ອມກັນນັ້ນກໍໄດ້ຮຽກຮອງ ໃຫ້ທາງການຮັບເອົາພະນັກງານພັກ-ຣັຖ ຜູ້ຊື່ສັດເຂົ້າເຮັດວຽກ ເພື່ອບໍ່ໃຫ້ການສໍ້ຣາສບັງຫລວງເກີດຂຶ້ນອີກ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ສະເພາະພາກເໜືອເຮົານີ້ ຖືວ່າເຂັ້ມງວດໄດ໋ດຽວນີ້ ມັນໄລຍະຊ່ວງນຶ່ງທີ່ວ່າ ກວດຊັບສິນທີ່ວ່ານັ້ນເຂັ້ມງວດຫລາຍ ສົມມຸດວ່າໄປຮໍ່າໄປຮຽນ ກະເົາໂຕຈິງ ເອົາເກັ່ງຄົນນັ້ນແທ້ໆແລ້ວບາດນີ້.”
ແລະຊາວລາວຜູ້ນຶ່ງຢູ່ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ພຶສພານີ້ວ່າ ພະນັກງານພັກ-ຣັຖ ຜູ້ໃດສໍ້ຣາສບັງຫລວງ ຕ້ອງຖືກລົງວິນັຍ ແລະຕ້ອງໃຊ້ເງິນທີ່ຖືກສໍ້ໄປນັ້ນຄືນໃຫ້ຣັຖ.
“ທັມດາກະໃຫ້ໃຊ້ແທນຫັ້ນແຫລະ ຜູ້ກ່ຽວສໍ້ໂກງເອົາໄປຫັ້ນວ່າຊັ້ນສາ ໂຕທີ່ວ່າເປັນເງິນເປັນຄໍາ ແລ້ວກະປະຕິບັດວິນັຍ.”
ປະຊາຊົນລາວອີກຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າໃນມື້ດຽວກັນນີ້ວ່າ ເພື່ອຄວາມໂປ່ງໃສ ທາງການຄວນເປີດເຜີຍຣາຍລະອຽດກ່ຽວກັບໂຄງການ ແລະບຸກຄົນທີ່ສໍ້ຣາສບັງຫລວງ ແລະມີການລົງວິນັຍ, ໃຫ້ໃຊ້ແທນຄວາມເສັຍຫາຍນັ້ນຄືນ ຕາມລະບຽບກົົດໝາຍ.
“ໃນວົງີຣັຖການນີ້ ມັນກໍຕ້ອງໃຫ້ມັນຖືກລະບຽບແທ້ແລ້ວ ຜູ້ກ່ຽວມັນຜິດຫຍັງ ມັນກະຫລາຍສິ່ງຫລາຍຢ່າງ ຄວນເອົາມາເວົ້າ ຖ້າຜິດແທ້ມັນກໍຕ້ອງໄລ່ອອກ ປະຕິບັດວິນັຍແລ້ວກໍໃຫ້ໃຊ້ເງິນຄືນ ...ອີກແລ້ວຫັ້ນແລ້ວ ມັນຈັ່ງຄ່ອຍຖືກລະບຽບ.”
ການສໍ້ຣາສບັງຫລວງ ເປັນບັນຫາໃຫ່ຍ ຊຶ່ງມີມາແຕ່ດົນນານຂອງຣັຖບານ ສປປ ລາວ. ມັນສົ່ງຜົລກະທົບອັນໜັກໜ່ວງຕໍ່ການພັທນາເສຖກິຈ-ສັງຄົມຂອງປະເທດ. ເຖິງແມ່ນວ່າ ຈະໄດ້ມີການປັບປຸງ ຣະບຽບກົດໝາຍໃຫ້ຮັດກຸມຂຶ້ນ ເພື່ອສະກັດກັ້ນ ແລະປາບປາມບັນຫານີ້ໃຫ້ໝົດໄປກໍຕາມ ແຕ່ຣະບຽບກົດໝາຍທີ່ວ່່ານີ້ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເທົ່າທີ່ຄວນ, ຍັງມີການສໍ້ຣາສບັງຫລວງກັນຢູ່ທົ່ວໄປ ຊຶ່ງເປັນການຍາກທີ່ສຸດ ທີ່ຈະແກ້ໄຂໃຫ້ຫລຸດຜ່ອນ ແລະໝົດໄປໄດ້ ຍ້ອນພະນັກງານພັກ-ຣັຖ ຈໍານວນຫລວງຫລາຍ ຍັງເຫັນແກ່ຜົລປໂຍດສ່ວນຕົວຫລາຍກວ່າ ການພັທນາປະເທດຊາດ.
ນັບຕັ້ງແຕ່ປີ 2016 ມາເຖິງປັດຈຸບັນ ທາງການລາວສາມາດກວດກາໄດ້ 4,185 ເປົ້າໝາຍ, ກວດພົບຜົລເສັຍຫາຍທັງໝົດ 8,370 ຕື້ກີບ, 50 ລ້ານປາຍໂດລ້າຣ໌ສະຫະຣັຖ ແລະ 36 ລ້ານບາດ,ມາເຖິງປັດຈຸບັນ ຣັຖເກັບກູ້ໄດ້ຄືນ 1,782 ຕື້ກີບ, 3 ລ້ານປາຍ ໂດລ້າຣ໌ສະຫະຣັຖ ແລະ 11 ລ້ານປາຍບາດ.