ກະຊວງ ຮັບຝາກຄົນຂອງຜູ້ນຳ ລະດັບສູງ ເປັນຣັຖກອນ

ອຸ່ນແກ້ວ
2022.09.22
ກະຊວງ ຮັບຝາກຄົນຂອງຜູ້ນຳ ລະດັບສູງ ເປັນຣັຖກອນ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ.
ຮູບພາບ: ກະຊວງການເງິນ

ໃນ​ວັນ​ທີ 21 ກັນ​ຍາ 2022 ທີ່​ຜ່ານ​ມາ, ມີ​ໃຊ້​ເຟ​ສ​ບຸກ ຊື່​ວ່າ “Joseph Akaravong” ໄດ້​ເຜີຍ​ແຜ່ ​ເອກ​ສານ​ພາຍ​ໃນ ຂອງ​ກະ​ຊວງ​ການ​ເງິນ ກ່ຽວ​ກັບ​ການ​ສ​ເນີ ພິ​ຈາ​ຣະ​ນາ​ຮັບ​ເອົາລູກ-ຫຼານ ກຸ່ມ​ຜູ້​ນຳ​ລະ​ດັບ​ສູງ ເຂົ້າ​ເປັນ​ຣັ​ຖກອນ​ໃໝ່ ຈຳ​ນວນ​ 6 ຄົນ ທີ່​ເສັງ​ບໍ່​ຜ່ານ​ ສ່ວນ​ວ່າ ຜູ້​ທີ່​ເສັງ​ຜ່ານ ພັດ​ບໍ່​ມີ​ລາຍ​ຊື່​ເຂົ້າ​ເປັນ​ຣັ​ຖກອ​ນໃໝ່.

​ເຫດ​ການ​ດັ່ງ​ກ່າວ ໄດ້​ກາຍ​ເປັນ​ປະ​ເດັນ​ທີ່​ສັງ​ຄົມ ​ໃຫ້​ຄວາມ​ສົນ​ໃຈ ແລະ ມີ​ການ​ວິ​ພາກ ວິ​ຈານ ​ກັນ​ໃນ​ສື່​ສັງ​ຄົມ​ອອນ​ລາຍນ໌.

ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ເງິນ ກໍ​ໄດ້​ອອກໜັງ​ສື ຊີ້​ແຈງ​ກ່ຽວ​ກັບ​ເຣື່ອງ​ດັ່ງ​ກ່າວ ໂດຍອະ​ທິ​ບາຍ​ວ່າ ຈຳ​ນວນ 6 ຄົນ ດັ່ງ​ກ່າວ ແມ່ນ​ໄດ້​ເຂົ້າ​ຮ່ວ​ມ ​ການ​ສອບ​ເສັງ ຄັດ​ເລື​ອກ​ຕາມ​ລະ​ບຽບ​ການ ແລະ ໄດ້​ຜ່ານ​ມາ​ຕ​ຖານ​ ເງື່ອນ​ໄຂ ຂອງ​ກະ​ຊວງ​ ການ​ເງິນ ຈຶ່ງ​ໄດ້​ບັນ​ຈຸ​ເປັນ​ຣັ​ຖກອນ ​ຂອງ​ກະ​ຊວງ​ການ​ເງິນ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ ປະ​ຊາ​ຊົນ​ກໍ​ຮຽກ​ຮ້ອງ​ໃຫ້ ​ມີ​ການກວດ​ສອບ​ ຢ່າງ​ຈິງ​ຈັງ.

ຊາວ​ນະ​ຄອນ​ປາກ​ເຊ ແຂ​ວງ​ຈຳ​ປາ​ສັກ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ກັນ​ຍາ ວ່າ:

ມັນບໍ່ຖືກແລ້ວ, ເອົາແຕ່ລູກເຈົ້າຫຼານນາຍ ເຮັດມັນບໍ່ຖືກຕ້ອງ ບໍ່ວ່າລູກໃຜຫຼານໃຜ ໃຫ້ກວດສອບໃໝ່ເບິ່ງວ່າ ເຂົາເສັງເບາະ ຫຼືວ່າ ໄດ້ເບາະ ລະດັບໃດ ຂັ້ນຕອນໃດເຂົາເຮັດ ຕ້ອງເອົາພວກມີລະດັບ ແລະ ມີວັນະທັມສູງ.”

ຊາວ​ນະ​ຄອນ​ປາກ​ເຊ​ທ່ານນີ້ ກ່າວ​ຕື່ມ​ວ່າ ຖ້າ​ລູກ-ຫຼານ ຂອ​ງ​ພວກ​ຜູ້​ນຳ​ລະ​ດັບ​ສູງ ຕ້ອງ​ການ​ເຂົ້າ​ເປັນ​ຣັ​ຖກອນ ກໍ​ຄວນ​ຈະ​ສ​ມັກ​ສອບ​ເສັງ ໄປ​ຕາມ​ລະ​ບຽບ​ການ ຕັ້ງ​ແຕ່​ຮອບ​ການ​ເຂົ້າ​ສ​ມັກ​ສອບ​ເສັງ, ການ​ເສັງ​ຂໍ້​ອ່ານ-ຂໍ້​ຂຽນ ແລະ ການ​ສັມ​ພາດ ແລະ ຖ້າ​ເສັງ​ຜ່ານ​ໝົດ​ທຸກ​ຂໍ້ ຢ່າງ​ໂປ່ງ​ໄສ ສັງ​ຄົມ​ກໍ​ໃຫ້​ການ​ຍອມ​ຮັບ ໂດຍບໍ່​ມີ​ຂໍ້​ໂຕ້​ແຍ້ງ​ໃດໆ.

ການ​ຮັບ​ເອົາ​ລູກ​-ຫຼານ​ ຂອງ​ຜູ້​ນຳ​ລະ​ດັບ​ສູງ ​ເຂົ້າ​ເປັນ​ຣັ​ຖກອນ ເປັນ​ບັນ​ຫາ​ຊຳ​ເຮື້ອ​ມາ​ດົນ​ແລ້ວ. ຊາວ​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ອັນນີ້ມັນເປັນພະຍາດຊຳເຮື້ອ ມາແຕ່ດົນແລ້ວ ເຖິງວ່າແມ່ນວ່າ ນາຍົກ ເພິ່ນຈະເວົ້າກໍຕາມ ແລ້ວເຣື່ອງການປະຕິບັດໜ້າທີ່ ວຽກງານຫັ້ນ ອັນນີ້ປະຊາຊົນກໍຮູ້ດີແຫຼະ ຜ່ານມາ ມັນໄປບໍ່ລອດ.”

ຜູ້​ທີ່​ຈະສ​ມັກ​ເຂົ້າ​ ເປັ​ນ​ຣັ​ຖ​ກອນຈຳ​ນວນ​ນຶ່ງ ຕ້ອງ​ມີ​ການ​ແລ່ນວິ້ງ​ເຕັ້ນ ແລະ ເຂົ້າ​ຫາບຸກ​ຄົນ ​ທີ່​ສາ​ມາດ​ຊ່ວຍ​ ໃຫ້​ເຂົ້າ​ເປັນ​ຣັ​ຖກອນ​ໄດ້.

ຊາວ​ໜຸ່ມ​ຄົນ​ນຶ່ງ ໃນ​ນະ​ຄອນ​ຫລວງວຽງ​ຈັນ ຜູ້​ທີ່​ມີ​ອ້າຍ ແລະ ເອື້ອຍ ໄດ້​ເຂົ້າ​ເປັນ​ຣັ​ຖກອນ ແບບ​ມີ​ເສັ້ນ​ສາຍ ໄດ້​ກ່າວ ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ກັນ​ຍາ ວ່າ:

ຄືກັນ! ອ້າຍຂ້ອຍກະເຂົ້ານຳເສັ້ນ ນຳສາຍ, ເອື້ອຍຂ້ອຍ ກະເຂົ້ານຳເສັ້ນນຳສາຍ. ມັຍ ເພິ່ນຮຽນຈົບມາໃໝ່ໆ ຄັນບໍ່ມີເສັ້ນສາຍ ແລ່ນເອົາກະຄືຊິຍາກ ຕ້ອງໄດ້ຈອງໄວ້ 2-3 ປີ ກ່ອນລ່ວງໜ້າ. ລູກເຈົ້າຫຼານນາຍທັງຫຼາຍ ຕ້ອງໃຊ້ຄົນແດ່ ຕ້ອງໃຊ້ແບບຄົນຮູ້ຈັກ ຮັກແພງເດ້.”

ຊາວ​ໜຸ່ມ​ຄົນ​ຣຸ້ນ​ໃໝ່ ໃນ​ລາວຫຼາຍ​ຄົນ ກໍ​ບໍ່​ຢາກ​ສ​ມັກ​ເຂົ້າ​ເປັນ​ຣັ​ຖກອນ ເພາະ​ຕ້ອງ​ໃຊ້​ເວ​ລາ​ຫຼາຍ​ປີ ຈຶ່ງ​ຈະ​ສາ​ມາດ​ສ້າ​ງ​ຖາ​ນະ​ຂອງ​ຕົນ​ເອງ​ໃຫ້​ໝັ້ນ​ຄົງ.

ຊາວ​ໜຸ່ມ​ຄົນ​ນຶ່ງ ຢູ່​ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ກັນ​ຍາ ວ່າ:

ຄົນຣຸ້ນໃໝ່ນີ້ ບໍ່ຄ່ອຍຢາກເຮັດວຽກຣັຖກອນດອກ ເນື່ອງຈາກວ່າ ມັນລາຍໄດ້ໜ້ອຍ ແລ້ວກະມັນບໍ່ກຸ້ມ ມັນກະເປັນປະກົດການທີ່ແບບ ບໍ່ຢາກເຮັດວຽກນຳຣັຖບໍ່ ຊາມຊິໄດ້ເຂົ້າເປັນຣັຖກອນ ມັນກະໃຊ້ເວລາດົນ ກວ່າຊິໄດ້ເກັບເງິນ ມັນກະຫຼາຍໆ ປັດໃຈຫັ້ນແຫຼະ.”

ຜູ້​ນຳ​ລະ​ດັບ​ສູງ​ຂອງ​ລາວ ກໍ​ຍອມ​ຮັບ​ວ່າ ຍັງ​ມີ​ການ​ບໍ​ຣິ​ຫານ​ແບບ​ອາ​ຍາ​ສິດ ແລະ ເກື້ອ​ກູນ. ທ່ານ ພັນ​ຄໍາ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ ສ​ມັຍ​ສາ​ມັນ ເທື່ອ​ທີ 3 ຂອງ​ສະ​ພາ​ແຫ່ງ​ຊາຕ ​ຊຸດທີ 9 ໃນ​ວັນ​ທີ 13 ມິ​ຖຸ​ນາ 2022 ຕອນ​ນຶ່ງວ່າ:  

ເຊິ່ງເຄີຍເວົ້າກັນຫຼາຍແລ້ວ ເຊັ່ນ ຄວາມຮັບຜິດຊອບບໍ່ສູງ ຄວາມເສັຽລະ ເພື່ອຜົໂຍດບໍ່ສ່ວນລວມມີໜ້ອຍ ບໍ່ຍອມປ່ຽນແປງ ສູ່ອັນໃໝ່ທີ່ດີກວ່າ ຍ້ອນຕິດພັນກັບຜົໂຍດສ່ວນຕົວ ແລະ ພາກສ່ວນກົນລໄກ ການບໍຣິຫານ ອາຍາສິດ ເກື້ອກູນ ແລະ ອື່ນໆ ສິ່ງເຫຼົ່ານີ້ ເປັນທັງຈຸດອ່ອນ ຂໍ້ຄົງຄ້າງ ແລະ ເປັນທັງສາເຫດ ທີ່ພາໃຫ້ສະພາບຄວາມຫຍຸ້ງຍາກ ຂອງປະເທດເຮົາ ບໍ່ໄດ້ຮັບການແກ້ໄຂ ໃຫ້ດີເທົ່າທີ່ຄວນ.”

ອີງ​ຕາມເອກ​ສານພາຍ​ໃນ ​ຂອງ​ກະ​ຊວງ​ການ​ເງິນ ກ່ຽວ​ກັບ​ກາ​ນ​ສ​ເນີ ພິ​ຈາ​ລະ​ນາຮັບ​ເອົາ​ລູກ-ຫຼານ ຂອງ​ຜູ້​ນຳລະ​ດັບ​ສູງ ເຂົ້າ​ເປັນ​ຣັ​ຖກອນ​ໃໝ່ ຈຳ​ນວນ 6 ຄົນ ເພື່ອ​ສ​ເນີ​ເຖິງ ກະ​ຊວງ​ພາຍ​ໃນ ບັນ​ຈຸ​ເຂົ້າໃນ​ງວດ​ທີ 3 ປີ 2022 ຕາມ​ການ​ຕົກ​ລົງ​ເຫັນ​ດີ ເປັນ​ເອກ​ພາບຂອງກອງ​ປະ​ຊຸມ ຄ​ະ​ນະ​ປະ​ຈຳ​ພັກ​ ກະ​ຊວງກາ​ນ​ເງິນ ຄັ້ງ​ວັນ​ທີ 19 ມົກ​ກະ​ຣາ 2022 ໂດຍ ລາຍ​ຊື່​ດັ່ງ​ນີ້: 

  1. ທ້າວ ຄຳ​ປະ​ສິດ ນິນ​ສະ​ຫວ່າງ ອາ​ຍຸ 31 ປີ, ຜູ້ສ​ເນີຝາກ ທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ຮອງ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ, ຄະ​ແນນ​ເສັງ30 ຄະ​ແນນ.
  2. ທ້າວ ທິນ​ນະ​ກອນ ຫລວງ​ລາດ ອາ​ຍຸ 33 ປີ, ຜູ້ສ​ເນີ​ຝາກ​ ຍາ​ນາງ ຄຳ​ເມິງ ວໍ​ລະ​ຈິດ ຄອບ​ຄົວ ທ່ານ ບຸນ​ຍັງ ວໍ​ລະ​ຈິດ ອະ​ດີຕປະ​ທານ​ປະ​ເທດ, ຄະ​ແນນ​ເສັງ10 ຄະ​ແນນ.
  3. ນາງ ມາ​ລິ​ນີ ກົມ​ມະ​ສິດ ອາ​ຍຸ 25 ປີ, ຜູ້ສ​ເນີ​ຝາກ ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ກັມມະ​ການ ກົມ​ການ​ເມືອງ​ສູນ​ກາງ​ພັກ, ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ຕ່າງ​ປະ​ເທດ, ຄະ​ແນນ​ເສັງ40 ຄະ​ແນນ.
  4. ນາງ ຈັນ​ສຸກ ຈິດ​ມະ​ນີ ອາ​ຍຸ 28 ປີ, ຜູ້ສ​ເນີ​ຝາກ ທ່ານ ບຸນ​ທອງ ຈິດ​ມະ​ນີ ຮອງ​ປະ​ທານ​ປະ​ເທດ, ຄະ​ແນນ​ເສັງ40 ຄະ​ແນນ.
  5. ນາງ ກະ​ຕ່າຍທອງ ຜາງ​ນິ​ວົງ ອາ​ຍຸ 22 ປີ, ຜູ້ສ​ເນີຝາກ ທ່ານ ບຸນ​ປອນ ວັນ​ນະ​ຈິດ ຮອງ​ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ເງິນ, ຄະ​ແນນ​ເສັງ40 ຄະ​ແນນ.
  6. ທ້າວ ໂພ​ຄຳ ລາ​ດ​ຊະ​ວົງ ອາ​ຍຸ 33 ປີ, ຜູ້ສ​ເນີຝາກ ຍາ​ນາງ ນາ​ລີ ສີ​ສຸ​ລິດ ຄອບ​ຄົວ ທ່ານ ທອງ​ລຸນ​ ສີ​ສຸ​ລິດ ປະ​ທານ​ປະ​ເທດ, ຄະ​ແນນ​ເສັງ 20 ຄະ​ແນນ.

ອີງ​ຕາມ​ເອກ​ສານດັ່ງ​ກ່າວ ທີ່​ເຜີຍ​ແຜ່​ອອກ​ໄປ, ຍັງ​ມີອີກ 4 ຄົນ ຄື ນາງ ບຸນ​ປາດ​ຖະ​ໜາ ກັນ​ຍາ​ວົງ, ທ້າວ ຄຳ​ພາ ພົມ​ວິ​ໄຊ, ນາງ ອັກ​ສອນ ແກ້ວ​ຫາ​ວົງ ແລະ ນາງ ຊະ​ໄມ​ພອນ ຫລວງ​ລາດ ທີ່ບໍ່​ໄດ້​ຜ່ານ​ການ​ສອບ​ເສັງ ແຕ່ ຖືກ​ບັນ​ຈຸ​ເຂົ້າ​ເປັນ​ຣັ​ຖກອນ ​ກະ​ຊວງ​ການ​ເງິນ ເຊິ່ງ​ແຕ່​ລະ​ຄົນ ໄດ້​ຈ່າຍ​ເງິນ​ສິ​ບົນ ໃຫ້ເຈົ້າ​ໜ້​າ​ທີ່ ​ກະ​ຊວງ​ການ​ເງິນຈຳ​ນວນ 100,000 ໂດ​ລ້າ​ຣ໌.  

ແຕ່​ເຈົ້າ​ໜ້າ​ທີ່​ ກະ​ຊວງ​ການ​ເງິນ ໄດ້​ຊີ້​ແຈງວ່າ ທັງ 4 ຄົນ ໄດ້​ຈັດ​ຕັ້ງ ​ປະ​ຕິ​ບັດໃນ​ຮູບ​ແບບ​ ສັມ​ພາດ​ໂຕ​ຈິງ ຍ້ອນ​ວ່າ ຕ້ອງ​ໄດ້​ປະເມີນ​ສະ​ເພາະ ຕາມ​ໜ້າ​ວຽກ​ໂຕ​ຈິງ ທີ່​ພວກ​ກ່ຽວ ປະ​ຕິ​ບັດ​ຢູ່ບັນ​ດາ​ກົມ ​ໃນ​ໄລ​ຍະ​ນຶ່ງ ຖ້າບໍ່​ຜ່ານ​ການ​ປະ​ເມີນ ກໍ​ຈະ​ບໍ່​ບັນ​ຈຸ​ເຂົ້າ​ເປັນ​ ຣັ​ຖກອນ ແຕ່​ປະ​ກົດ​ວ່າ ຜົ​ລ​ການ​ປະ​ເມີນຂອງ​ທັງ​ 4 ຄົນ ຜ່ານ​ການ​ປະ​ເມີນ​ຕາມ​ເງື່ອນ​ໄຂ ຂອງ​ກະ​ຊວງ​ການ​ເງິນ​ກຳ​ນົດ ຈຶ່ງ​ຖືກ​ບັນ​ຈຸ​ເຂົ້າ​ເປັນ​ຣັ​ຖກອນ.

ສ່ວນ​ເຣື່ອງ​ການ​ຮັບ​ເອົາ​ເງິນ​ສິນ​ບົນ ຈຳ​ນວນ 100,000 ໂດ​ລ້າ​ຣ໌ ນັ້ນ ເຈົ້າ​ໜ້າ​ທີ່​ ກະ​ຊວງ​ການ​ເງິນ ​ຊີ້​ແຈງວ່າ ບໍ່​ເປັນ​ຄວາມ​ຈິງ.

​ກ່ຽວ​ກັບ​ບັນ​ຫາ ​ກາ​ນ​ຮັບ​ເອົາ​ພະ​ນັກ​ງານ ​ເປັນ​ຣັ​ຖກອນ, ທ່ານ ທອງ​ຈັນ ມະ​ນີ​ໄຊ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ພາຍ​ໃນ ເຄີຍ​ກ່າວ​ ຢູ່​ໃນກອງ​ປະ​ຊຸມ​ ຣັ​ຖ​ບານເປີດກວ້າງ ໃນ​ຕົ້ນ​ປີ 2022 ຕອນ​ນຶ່ງວ່າ “ບາງ​ບ່ອນ​ຍັງ​ມີ​ປະ​ກົດ​ການ​ຫຍໍ້​ທໍ້ເກີດ​ຂຶ້ນ ແລະ ບໍ່​ໄປ​ຕາມ​ຂະ​ບວນ​ການ ​ທີ່​ກຳ​ນົດ, ຍ້ອນ ຍັງ​ມີ​ບັນ​ຫາ​ເຈັ້ຽນ້ອຍ, ເຈັ້ຽ​ໃຫຍ່ ຫຼື ບັນ​ຫາ ຄົນ​ເຈົ້າ, ຄົນ​ຂ້ອຍ​ເກີດ​ຂຶ້ນ ເຊິ່ງນີ້ ໄດ້​ກາຍ​ເປັນບັນ​ຫາ​ສໍ​າ​ຄັນ ທີ່​ຕ້ອງ​ໄດ້​ແກ້​ໄຂ ໃຫ້​ໄດ້​ຢ່າງ​ເດັດ​ຂາດ​ໃນ​ຕໍ່​ໜ້າ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.