ພນັກງານ ອາສາສມັກ ຫຼາຍຄົນ ຍັງບໍ່ມີຫວັງ ໄດ້ເປັນຣັຖກອນ

ຈຳປາທອງ
2022.04.07
ພນັກງານ ອາສາສມັກ ຫຼາຍຄົນ ຍັງບໍ່ມີຫວັງ ໄດ້ເປັນຣັຖກອນ ໂຮງຮຽນແຫ່ງນຶ່ງ ທີ່ຢູ່ເຂດຫ່າງໄກ ສອກຫລີກ ທາງພາກເໜືອ ຂອງລາວ.
ນັກຂ່າວ ພົລເມືອງ

ນາຍົກຣັຖມົນຕຣີ ສປປ ລາວ ໄດ້ອອກຂໍ້ຕົກລົງໃນມື້ວັນທີ 17 ມິນາ 2022 ວ່າດ້ວຍການແບ່ງຕົວເລກຣັຖກອນໃໝ່ ປີ 2022 ທີ່ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະທ້ອງຖິ່ນ ຈະໄດ້ຮັບໃນປີນີ້ທັງໝົດ 1,300 ຄົນ ຄືຫລຸດຈາກປີກາຍ 300 ຄົນ. ກະຊວງສຶກສາທິການ ແລະກິລາ ໄດ້ໂຄຕ້າ (Quota) ຣັຖກອນ 350 ຄົນ. ໃນນັ້ນ ຣັຖກອນຄຣູ 340 ຄົນ ແລະຣັຖກອນບໍຣິຫານ 10 ຄົນ. ກະຊວງສາທາຣະນະສຸກໄດ້ 335 ຄົນ. ໃນນັ້ນ ຣັຖກອນແພດ 320 ຄົນ ແລະຣັຖກອນບໍຣິຫານ 15 ຄົນ ຊຶ່ງຖືວ່າ 2 ກະຊວງນີ້ ໄດ້ຫລາຍກວ່າ ກະຊວງ ແລະອົງການທຽບເທົ່າອື່ນໆ.

ການທີ່ກະຊວງສຶກສາທິການ ແລະກິລາ ໄດ້ໂຄຕ້າຣັຖກອນຫລາຍຄືແນວນີ້ ເຮັດໃຫ້ຄຣູອາສາສມັກມີຄວາມຫວັງວ່າຈະຖືກບັນຈຸເຂົ້າເປັນຣັຖກອນ ພາຍຫລັງທີ່ໄດ້ລໍຖ້າມາຫລາຍປີ. ເພື່ອຂໍຮູ້ລາຍລະອຽດກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຍັງ ສໍານັກງານນາຍົກຣັຖມົນຕຣີ ແລະກະຊວງພາຍໃນ ສປປ ລາວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ແຕ່ເຖິງຢ່າງໃດກໍຕາມ ພາຍຫລັງທີ່ສື່ມວນຊົນຂອງທາງການລາວ ໄດ້ເຜີຍແພ່ຂໍ້ຕົກລົງວ່າດ້ວຍຈໍານວນຣັຖກອນໃໝ່ ໃນປີ 2022 ນີ້ແລ້ວ ກໍເຮັດໃຫ້ຜູ້ທີ່ລໍຖ້າເຂົ້າເປັນຣັຖກອນ ໂດຍສະເພາະຄຣູອາສາສມັກ ທີ່ເຮັດວຽກມາໄດ້ຫລາຍປີ ມີຄວາມຫວັງ ແລະຄິດວ່າ ຄົງຈະຖືກບັນຈຸເຂົ້າເປັນຣັຖກອນໃນປີນີ້, ແຕ່ກໍຍັງບໍ່ແນ່ໃຈ ຍ້ອນວ່າ ຈະຖືກບັນຈຸເຂົ້າ ຫລືບໍ່ ຍ້ອນວ່າກະຊວງສຶກສາທິການ ແລະກິລາໄດ້ໂຄຕ້າພຽງ 350 ຄົນ ໃນຂະນະທີ່ໃນທົ່ວປະເທດ ມີຄຣູອາສາສມັກຫລາຍພັນຄົນ ທີ່ໄດ້ຜ່ານການສອບເສັງ ເຂົ້າເປັນຣັຖກອນມາແລ້ວຫລາຍເທື່ອ.

ດັ່ງຄຣູອາ ສາສມັກນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສານີ້ວ່າ:

ຫາກໍ່ເຫັນແຈ້ງການຢູ່ ກະຍັງບໍ່ຮູ້ວ່າເພິ່ນເຮັດແນວໃດເນາະ ຍັງລໍຖ້າຢູ່. ຖ້າວ່າຈະມີລາຍຊື່ສອບເສັງບໍ່ປີນີ້ ແຕ່ປີນີ້ຍັງລໍເບິ່ງວ່າ ເພິ່ນຊິເຮັດໃນຮູບແບບໃດ, ຍັງບໍ່ຮູ້. ເພິ່ນຊິສອບເສັງບໍ່ ຫລືເພິ່ນເຮັດແນວໃດຫັ້ນນ່າ.

ນາງກ່າວຕື່ມວ່າ ສໍາລັບນາງເອງ ກໍເປັນຄຣູອາສາສມັກມາໄດ້ 8 ປີແລ້ວ ແລະໄດ້ຜ່ານການສອບເສັງເຂົ້າເປັນຣັຖກອນຢູ່ເລື້ອຍໆ ແຕ່ສຸດທ້າຍກໍຍັງບໍ່ໄດ້ເປັນ ຣັຖກອນຄຣູຢູ່ຄືເກົ່າ. ແຕ່ເຖິງຢ່າງໃດກໍຕາມ ນາງກໍຍັງຕັ້ງໜ້າຕັ້ງຕາລໍໂອກາດນັ້ນຕໍ່ໄປ ເຖິງແມ່ນວ່າຈະບໍ່ໄດ້ຮັບເງິນເດືອນ ແລະມີຂ່າວໃນວົງການຄຣູອາສາ ສມັກຢູ່ເລື້ອຍໆ ວ່າ ຜູ້ທີ່ຈະໄດ້ໂອກາດເຂົ້າເປັນຣັຖກອນຄຣູ ໄວກວ່າໝູ່ນັ້ນສ່ວນນຶ່ງແມ່ນ ຜູ້ທີ່ມີເສັ້ນສາຍກັບເຈົ້າໜ້າທີ່ຊັ້ນຜູ້ໃຫຍ່.

ໃນຂະນະດຽວກັນ ກໍມີຄຣູອາສາສມັກຈໍານວນບໍ່ໜ້ອຍ ທີ່ຫາກໍໄດ້ລາອອກຈາກການເປັນຄຣູ ອາສາສມັກໃນຕົ້ນປີ 2022 ນີ້, ແລ້ວໄປສມັກເປັນຄຣູຢູ່ໂຮງຮຽນເອກະຊົນ ເນື່ອງຈາກຫລາຍຄົນ ທີ່ອົດທົນລໍຖ້າເຂົ້າເປັນຮັຖກອນຄຣູ ມາແລ້ວຫລາຍປີ ຍັງບໍ່ມີວິແວວວ່າຈະໄດ້ເຂົ້າເປັນ ແລະຈໍາເປັນຕ້ອງໄດ້ຫາເງິນເດືອນມາໃຊ້ຢູ່ ໃຊ້ກິນ.

ດັ່ງອາດີດຄຣູອາສາສມັກນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ບໍ່ໄດ້ອາສາແລ້ວ ຫາກໍ່ອອກປີນີ້ແຫລະ ມາສອນເອກຊົນ ເພາະວ່າສອນ 8 ປີແລ້ວບໍ່ໄດ້ເງິນເດືອນ ກະບໍ່ໄຫວຊີ້ນ່າ ແຕ່ລະໂຄຕ້າກະຄືວ່າແຫລະ ມາໜ້ອຍທຸກທີເລີຍ.

ແລະຄຣູໂຮງຮຽນເອກກະຊົນທ່ານນຶ່ງກໍເວົ້າວ່າ ຫລັງຈາກຮຽນຈົບວິທະຍາລັຍສ້າງຄຣູແລ້ວ ບໍ່ໄດ້ຖືກສັບຊ້ອນເຂົ້າເປັນຄຣູ ແລະບໍ່ຢາກເປັນຄຣູອາສາສມັກ ເພື່ອລໍຖ້າເປັນເຂົ້າເປັນຣັຖກອນຄຣູ ແລະກ່ອນຈະມາເປັນຄຣູຢູ່ໂຮງຮຽນເອກະຊົນນີ້ ກໍຍ້ອນວ່າ ເຄີຍມີເຈົ້າໜ້າທີ່ທາງການ ມາເວົ້ານໍາວ່າຈະເຮັດໃຫ້ ໄດ້ເຂົ້າເປັນຮັຖກອນຄຣູໄດ້ ໂດຍບໍ່ຕ້ອງຜ່ານການສອບເສັງ ແຕ່ຕ້ອງໄດ້ເສັຍເງິນປະມານ 30-40 ລ້ານກີບ, ແຕ່ທ່ານບໍ່ເຮັດນໍາ.

ດັ່ງທີ່ທ່ານກ່າວວ່າ:

ເງິນລາວຫັ້ນປະມານ 30-40 ລ້ານນີ້ແຫລະ ຖືວ່າບໍ່ມີເສັ້ນສາຍ ແລ້ວກະຕົວເລກຣັຖກອນໜ້ອຍ ແລ້ວບໍ່ອາສາສມັກເລີຍ ມີແຕ່ໄປສອນເອກຊົນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຂແນງສຶກສາທິການ ແລະກິລາທ່ານນຶ່ງກ່າວວ່າ ໃນແຕ່ລະປີ ກະຊວງສຶກສາທິການ ແລະກິລາ ມີທິດທາງໃຫ້ໂຄຕ້າຣັຖກອນຄຣູ ແກ່ຄຣູອາສາສມັກຫລາຍທີ່ສຸດ ເທົ່າທີ່ເຮັດໄດ້ ໂດຍຈະເນັ້ນໃສ່ເຂດຫ່າງໄກສອກຫລີກ ເປັນຈຸດໜັກ ແລະພ້ອມດຽວກັນນັ້ນ ກໍມີທິດທາງໃຫ້ຄຣູອາສາສມັກ ຫັນໄປເປັນຄຣູໂຮງຮຽນເອກກະຊົນ ຍ້ອນວ່າຄຣູອາສາສມັກມີຈໍານວນຫລວງຫລາຍ ກວ່າໂຄຕ້າທີ່ທາງກະຊວງໄດ້ຮັບ ໃນແຕ່ລະປີ. ດັ່ງນັ້ນຈຶ່ງບໍ່ສາມາດຮັບເຂົ້າເປັນ ຣັຖກອນຄຣູໄດ້ໝົດ.

ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສານີ້ວ່າ:

ຈະໃຫ້ທຶນແບບວ່າ ເປັນພະນັກງານຣັຖກອນ ພະນັກງານຄຣູຫັ້ນ ໂຕຢ່າງໂກຕ້າວ່າ 300 ປາຍກໍກະຈ່າຍໄປແຂວງລະ 10 ທຶນ, 20 ທຶນໄປຫັ້ນແຫລະ. ສ່ວນຫລາຍແມ່ນເພິ່ນ ຈະເລັ່ງຢູ່ດ້ານເຂດນອກ. ເພາະເຂດນອກມັນມີອາສາສມັກຢູ່ ບໍ່ໄດ້ຣັຖກອນຄຣູ ເພິ່ນກະມີແນວທາງຢູ່ວ່າ ໂຮງຮຽນເອກຊົນຫັ້ນ ເພິ່ນຍັງຮອງຮັບຢູ່.
ນອກຈາກຄຣູອາສາສມັກ ທີ່ມີຈໍານວນຫລວງຫລາຍແລ້ວ ກໍຍັງມີແພດອາສາສມັກ ອີກຈໍານວນຫລວງຫລາຍ ທີ່ລໍຖ້າໂອກາດຖືກບັນຈຸ ເຂົ້າເປັນຣັຖກອນແພດ. ໃນຂະນະທີ່ໂຄຕ້າມີໜ້ອຍ ເຮັດໃຫ້ແພດອາສາສມັກ ມີໂອກາດໜ້ອຍທີ່ຈະໄດ້ເຂົ້າເປັນຣັຖກອນແພດ, ມີເງິນເດືອນ, ຈະໄດ້ປິ່ນປົວຜູ້ຄົນທີ່ເຈັບປ່ວຍຢູ່ຕາມໂຮງໝໍ ຕ່າງໆ ຂອງຣັຖ.

ດັ່ງແພດອາສາສມັກນາງນຶ່ງ ທີ່ລໍຖ້າເຂົ້າເປັນຣັຖກອນແພດມາໄດ້ 6 ປີແລ້ວ ເວົ້າໃນມື້ດຽວກັນນີ້ວ່າ:

ກະບໍ່ຮູ້ດອກ ເຂົາຊິເອົາ ຫລືບໍ່ ເພາະວ່າເມືອງນຶ່ງມີແຕ່ຄົນດຽວ ລໍຖ້າມາ 6 ປີແລ້ວ. ນ້ອງເຮັດຢູ່ໂຮງໝໍນ້ອຍ ບໍ່ໄດ້ເງິນອີ່ສັງ ມີແຕ່ເງິນຍາມເດືອນນຶ່ງ ແສນນຶ່ງ ເຂົາໄລ່ແຕ່ເດືອນນຶ່ງ 10 ມື້, ວັນນຶ່ງ 10 ພັນ.

ກ່ຽວກັບເຣື່ອງທີ່ວ່ານີ້ ອາດີດເຈົ້າໜ້າທີ່ລາວທ່ານນຶ່ງເວົ້າວ່າ ພາຍຫລັງຂໍ້ກໍານົດນັ້ນໄດ້ຖືກເຜີຍແພ່ອອກມາແລ້ວ ໃນອີກບໍ່ດົນ ແຕ່ລະກະຊວງກໍຈະທໍາການສອບເສັງ ເອົາຣັຖກອນໃຫ້ໄດ້ຕາມຈໍານວນໂຄຕ້າ ທີ່ກະຊວງໄດ້ຮັບ, ຊຶ່ງມີຈໍານວນນ້ອຍຫລາຍ. ບາງຄົນໄດ້ລໍຖ້າມາເປັນ 7-8 ປີ ກໍຍັງບໍ່ໄດ້ເຂົ້າ.

ດັ່ງທີ່ທ່ານກ່າວວ່າ:

ຕ້ອງຄັດເລືອກ ເສັງໄດ໋, ເພິ່ນຊິເສັງເອົາ ທຸກມື້ນີ້ ເຣື່ອງເສຖກິຈລາວ ຄືຮູ້ນໍາກັນເນາະ ຫຍຸ້ງຍາກຫລາຍເພາະວ່າ ໂຄວິດນີ້ແຫລະເນາະ ຄຸກຄາມ ຣັຖກອນນີ້ຍາກ ບາງຄົນ 7-8 ປີ ກະບໍ່ໄດ້ເຂົ້າຄຣູ ກັບແພດຫັ້ນແຫລະ.
ໃນມາດຕຣາ 4 ຂອງຂໍ້ຕົກລັງດັ່ງກ່າວ ລະບຸວ່າ ການບັນຈຸຣັຖກອນໃໝ່ ຕ້ອງຢູ່ບົນພື້ນຖານຫລັກການຄວາມສເມີພາບ, ເປີດເຜີຍ, ພາວະວິສັຍ ແລະເປັນທັມ ໂດຍຜູ້ທີ່ຖືກບັນຈຸເປັນຣັຖກອນ ຕ້ອງຜ່ານການສອບເສັງເຂົ້າເປັນຣັຖກອນ ແລະຫ້າມຮັບເອົາພະນັກງານ ອາສາສມັກເຂົ້າເປັນຣັຖກອນ ໂດຍບໍ່ໄດ້ຜ່ານການສອບເສັງ ແລະໃນມາດຕຣາ 7 ລະບຸວ່າ ການບັນຈຸຣັຖກອນໃໝ່ ໃຫ້ສໍາເຣັດກ່ອນວັນທີ 1 ກໍຣະກະດາ 2022 ນີ້.

ເມື່ອປີ 2021 ຣັຖບານໄດ້ແບ່ງຕົວເລກຣັຖກອນໃໝ່ທັງໝົດ 1,600 ຄົນ. ໃນນັ້ນ ຣັຖກອນຄຣູໄດ້ຮັບໂຄຕ້າ 530 ຄົນ ແລະຣັຖກອນແພດໄດ້ຮັບໂຄຕ້າ 301 ຄົນ.

ອີງຕາມຂໍ້ມູນ ຈາກກະຊວງ ສຶກສາທິການ ແລະກິລາ ປີ 2020, ຢູ່ແຂວງຕ່າງໆ ໃນທົ່ວປະເທດ ມີຄຣູອາສາສມັກ ທີ່ຍັງບໍ່ທັນໄດ້ຖືກບັນຈຸ ເຂົ້າເປັນຣັຖກອນ ປະມານ 9,800 ຄົນ. ໃນນັ້ນ ແຂວງທີ່ມີຄຣູອາສາສມັກຫລາຍກວ່າໝູ່ ແມ່ນແຂວງສວັນນະເຂດ ທີ່ມີ 2,298 ຄົນ, ຮອງລົງມາແມ່ນແຂວງຫລວງພຣະບາງ ທີ່ມີ 1,154 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.