ຊາວບ້ານ ເຊື່ອວ່າ ຄວາຍຕາຍ ຍ້ອນສານເຄມີ ສວນກ້ວຍຈີນ

ສຸພັດຕາ
2022.08.31
ຊາວບ້ານ ເຊື່ອວ່າ ຄວາຍຕາຍ ຍ້ອນສານເຄມີ ສວນກ້ວຍຈີນ ແຜນທີ ເຂດບ້ານຫ້ວຍນຳ້ຍຸນ ເມືອງປາກງື່ມ.
ຮູບພາບ: OpneStreetMap contributors/DataWrapper

ຕັ້ງແຕ່ວັນທີ່ 27 ສິງຫາວັນທີ່ 31 ເດືອນສິງຫາ 2022 ເກີດເຫດຄວາຍຕາຍ ປະມານ 30 ໂຕ ຢູ່ເຂດບ້ານຫ້ວຍນໍ້າຍຸນ ແລະບ້ານໃກ້ຄຽງ ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ, ເຊິ່ງຊາວບ້ານອ້ອມຂ້າງ 4-5 ບ້ານ ເຊື່ອວ່າ ຄວາຍຕາຍຍ້ອນສານເຄມີ ຈາກສວນກ້ວຍຈີນ ບໍ່ແມ່ນຍ້ອນພຍາດເຕົ້າໂຮມເລືອດ ດັ່ງທີ່ທາງການເມືອງໄດ້ຖແລງຂ່າວໄປ.

ເນື່ອງຈາກ ເຂດທີ່ຄວາຍຕາຍນັ້ນ ຢູ່ຕິດສວນກ້ວຍ ແລະມີສວນກ້ວຍອ້ອມຂ້າງ ອີກທັງ ສະພາບໂຕຈິງ ສວນກ້ວຍນັ້ນພົ່ນຢາເຄມີຂ້າຫຍ້າ ແລະໃຊ້ຢາເຄມີລ້າງໝາກກ້ວຍ ໃຫ້ກ້ວຍສຸກຕາມໄລຍະເວລາທີ່ຕ້ອງການ ແລະການຕາຍຂອງຄວາຍຈໍານວນຫຼາຍແບບນີ້ ບໍ່ເຄີຍເກີດຂຶ້ນມາກ່ອນ ອີກທັງກໍໜ້າເຫັນໃຈ ເຈົ້າຂອງຄວາຍທີ່ຕາຍທັງໝົດ ແລ້ວບໍ່ໄດ້ຮັບການຊົດເຊີຽ ຈາກພາກສ່ວນໃດເທື່ອ ເນື່ອງຈາກກວດພົບວ່າ ເປັນການຕາຍດ້ວຍພຍາດ, ອີງຕາມຄວາມເວົ້າ ຂອງຊາວບ້ານ ຢູ່ບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ທີ່ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 31 ສິງຫາ ນີ້ວ່າ:

“ເປັນນໍາກິນຢາຈາກສວນກ້ວຍ ມັນກິນສວນກ້ວຍຈີນເດ້ ເຂົາສີດຢາຂ້າຫຍ້ານັ້ນເດ້ ນໍ້າມັນເລີຍໄຫຼມາແຕ່ເທິງລົງມາ ໂອ້ຍດູຕົນເຈົ້າຂອງມັນເດ້ ເວົ້າບໍ່ໄດ້ ວ່າບໍ່ໄດ້ ຄົນດູຕົນຊາດ ຢາກໄປເປັນກໍາລັງໃຈລາວຫັ້ນແຫຼະ ເຫັນຄົນໄປຫາແລ້ວ ນໍ້າຕາໄຫຼອອກຍ້າວໆ ທັງຜົວທັງເມັຍນ່າ.”

ຢູ່ບ້ານໜອງດົງ ກໍມີຄວາຍຂອງຄົນບ້ານນີ້ ມາຕາຍຢູ່ເຂດບ້ານຫ້ວຍນໍ້າຍຸນ ແລະຊາວບ້ານກໍຢ້ານວ່າ ທີ່ຄວາຍຕາຍຫຼາຍໂຕພ້ອມກັນ ເນື່ອງຈາກສວນກ້ວຍຈີນ ມີນໍ້າຢາເຄມີຊຸບໝາກກ້ວຍ ເພື່ອກໍານົດຄວາມສຸກ-ດິບຂອງໝາກກ້ວຍຕາມໄລຍະທີ່ຕ້ອງການ ແລ້ວນໍ້າຢາເຄມີນັ້ນອາຈໄຫຼລົງທາງລຸ່ມທີ່ເປັນທົ່ງນາ ແລະເປັນໜອງນໍ້າ ເຊິ່ງເປັນບ່ອນທີ່ຄວາຍມັກລົງໄປແຊ່ນໍ້າ ແກ້ຮ້ອນ ແລະເລາະຫາກິນຫຍ້າຕາມທັມມະຊາດ.

ດັ່ງຊາວບ້ານ ຢູ່ບ້ານໜອງດົງ ເມືອງປາກງື່ມ ກ່າວໃນມື້ດຽວກັນນີ້ວ່າ:

“ເອື້ອຍຢ້ານແມ່ນມັນກິນສານເຄມີທີ່ວ່າ ນໍ້າເຂົ້າຊຸບໝາກກ້ວຍໃຫ້ມັນສຸກໄວ ສົມມຸດວ່າ ຖ້າມັນບໍ່ສຸກຢູ່ລາວແມ່ນບໍ ມັນຈະມີການຊຸບນໍ້າຢາ ຊຸບຂຶ້ນຊຸບຂຶ້ນ ຊຸບຂຶ້ນແລ້ວກໍຫໍ່ຜ້າຢາງໃສໆ ແລ້ວເຂົາໃສ່ຕູ້ຄອນເທນເນີ້ໄປຈີນພຸ້ນໃດ໋ ຖ້າມັນບໍ່ຖືກສານເຄມີແທ້ໆ ມັນບໍ່ອືດທ້ອງອືດຫຍັງ ມັນຈະຕາຍງ່າຍໆໃດ໋ຄວາຍນ່າ ມັນຕ້ອງມີສານພິດສານຫຍັງ ກິນນ່າ ມັນກໍອືດທ້ອງໄຄ່ ທ້ອງຫຍັງໄປຫັ້ນແຫຼະ.”

ຊາວບ້ານຢູ່ບ້ານຫ້ວຍນໍ້າຍຸນ ອີກຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ໃນສະພາບໂຕຈິງ ເຂດບ້ານຫ້ວຍນໍ້າຍຸນ ມີສວນກ້ວຍຂອງຈີນ ອ້ອມຮອບຫຼາຍກວ່າ 11-12 ສວນ ແຕ່ລະສວນ ກໍມີການປູກກ້ວຍເພື່ອສົ່ງຂາຍທັງພາຍໃນແລະໄປຈີນ ສວນລະຫຼາຍສິບ ຫຼາຍຮ້ອຍເຮັກຕ້າຣ໌ ແລະສ່ວນໃຫຍ່ ສວນກ້ວຍຈີນໃນເຂດນີ້ ເປັນດິນຂອງເຈົ້າໜ້າທີ່ລະດັບສູງ ແລະດິນຂອງຣັຖ ທີ່ອະນຸຍາດໃຫ້ນັກລົງທຶນຈີນເຊົ່າ ແຕ່ລະສວນ ຈະປູກກ້ວຍທຸກລະດູ ຍ້ອນມີເຕັກນິກວິຊາການຮອງຮັບການຂາຍກ້ວຍ ໄດ້ຕາມຄໍາສັ່ງຊື້ ແລະຕາມທີ່ໄດ້ລົງໄປເບິ່ງໂຕຈິງ ກໍເຫັນວ່າ ສະພາບທີ່ຄວາຍຕາຍສ່ວນໃຫຍ່ ຈະຕາຍຄານໍ້າ ຍ້ອນມັນລຸກຍ່າງບໍ່ໄຫວ ຂະນະທີ່ ຄວາຍທີ່ຕາຍອີກຈໍານວນນຶ່ງ ແມ່ນລຸກຈາກໜອງນໍ້າ ແລ້ວຍ່າງເຊໄປເຊມາ ໃຈມັນກໍຂາດລົ້ມລົງກາງໂຄກກໍມີ:

“ມັນມີຫຼາຍສວນເນາະ ອ້ອມຂ້າງບ້ານຫ້ວຍນໍ້າຍຸນ ໄທເຮົານີ້ ຮອດ 10 ປາຍສວນດອກ ໝວດນີ້ເຂົາເຮັດ ເຂົາບໍ່ໄດ້ຢ້ານລະດູແລ້ງ ລະດູຝົນດອກ ເພາະວ່າເຄື່ອງເຂົາຮັບປະກັນເດ້ ພໍແຕ່ວ່າ ມັນລຸກຈາກໜອງນໍ້າຫັ້ນແຫຼະ ມັນເຊຊ້າຍເຊຂວາ ຈົນມັນໄປບໍ່ໄດ້ ມັນກໍຂຶ້ນມານອນໂຄກ ນອນຢູ່ແຄມທົ່ງນາ ໃຈມັນກໍຂາດຢູ່ຫັ້ນເລີຍ ບາງໂຕຫັ້ໜ ມັນກໍຕາຍຢູ່ໃນນໍ້າ.”

ແລະຊາວບ້ານ ຊາວບ້ານຢູ່ບ້ານຫ້ວຍນໍ້າຍຸນອີກຜູ້ນຶ່ງ ກໍກ່າວວ່າ ໂຕເອງກໍໄດ້ລົງໄປຕິດຕາມການແກ້ໄຂບັນຫານີ້ ຢູ່ຂັ້ນບ້ານ ຄວາຍທີ່ຕາຍສ່ວນໃຫຍ່ ແມ່ນເປັນຄວາຍແມ່ໃຫຍ່ ແລະຄວາມແມ່ຖືພາ ທີ່ລາຄາຂາຍໃນທ້ອງຕລາດ ຢູ່ລະດັບ 14-20 ລ້ານກີບຕໍ່ໂຕ ເຊິ່ງມູນຄ່າຄວາມເສັຍຫາຍແມ່ນຫຼາຍ ແລະປັດຈຸບັນ ເຈົ້າຂອງຄວາຍ ກໍໄດ້ທະຍອຍຝັງຄວາຍທີ່ຕາຍນັ້ນແລ້ວ ຍ້ອນຊີ້ນຂອງຄວາຍທີ່ຕາຍນັ້ນ ບໍ່ສາມາດເອົາໄປກິນຫຼືເອົາໄປຂາຍໄດ້ ເນື່ອງຈາກເປັນຄວາຍທີ່ຕາຍດ້ວຍພຍາດ ຕາມຄໍາຮັບຮອງຂອງສັດຕະວະແພດເມືອງ.

ສ່ວນທາງດ້ານເຈົ້າຂອງຄວາຍ 30 ໂຕ ທີ່ຕາຍນັ້ນ ມີປະມານ 4-5 ຄອບຄົວ ກໍໄດ້ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໂຕຢ່າງນໍ້າ ແລະຫຍ້າໄປກວດຫາສານເຄມີ ເພື່ອຢັ້ງຢືນວ່າ ຄວາຍບໍ່ໄດ້ຕາຍຍ້ອນສານເຄມີແທ້ ຍ້ອນພວກຂະເຈົ້າ ລ້ຽງຄວາຍມາຫຼາຍ 10 ປີ ບໍ່ເຄີຍພົບພໍ້ເຫດການແບບນີ້ ແຕ່ເຈົ້າໜ້າທີ່ກໍບອກວ່າ ບໍ່ມີບ່ອນກວດໃຫ້ແລ້ວ, ດັ່ງຊາວບ້ານ ຢູ່ບ້ານຫ້ວຍນໍ້າຍຸນ ຜູ້ບໍ່ປະສົງອອກຊື່ ແລະສຽງ ກ່າວໃນມື້ດຽວກັນນີ້ວ່າ:

“ມັນຫັນໃຈບໍ່ໄດ້ ມັນນອນ ມັນໄຄ່ຢູ່ທົ່ງນາຫັ້ນລະ ມັນແປະສວນກ້ວຍໂຕນາຢູ່ລຸ່ມ ຮ່ອມນໍ້າເນາະ ມັນກໍຊ້ອນກັນຢູ່ນີ້ ຈັກຊິສາເຫດຫຍັງ ເຮົາກໍບໍ່ຮູ້ ເຮົາສເນີວ່າ ກວດສານເຄມີໄດ້ບໍ່ ເຮົາບໍ່ມີໝ້ອງກວດ ເປັນຈັ່ງໃດເຮົາຊິໂທຖາມຫົວໜ້າເບິ່ງ ຄັນມີໝ້ອງກວດ ໝ້ອງຫຍັງ ເຮົາກໍບໍ່ແນ່ນອນວ່າຊັ້ນນ່າ.”

ຕາມການຢັ້ງຢືນ ຂອງສັດຕະວັດແພດເມືອງ ຄວາຍຕາຍທັງໝົດ 30 ໂຕ ຕາຍຍ້ອນພຍາດເຕົ້າໂຮມເລືອດ ແລະບໍ່ທັນມີພາກສ່ວນໃດຢັ້ງຢືນໄດ້ວ່າ ຄວາຍນັ້ນຕາຍຍ້ອນສານເຄມີເທື່ອ ແຕ່ທາງຂັ້ນບ້ານ ກໍໄດ້ຂໍໃຫ້ຂັ້ນເມືອງ ກວດສານເຄມີໃນນໍ້າ ແລະຫຍ້າຕື່ມແລ້ວ ແລະສ່ວນຫຼາຍ ຄວາຍທີ່ຕາຍນັ້ນ ມັນຈະອອກອາການລົງແຊ່ນໍ້າເກືອບໝົດທຸກໂຕ ເນືື່ອງຈາກອາກາດມັນຮ້ອນ ມັນກະວົນກະວາຍ ຈຶ່ງລົງໄປແຊ່ນໍ້າ ບາດນີ້ ມັນກໍຫັນໃຈບໍ່ອອກ.

ດັ່ງອໍານາດການປົກຄອງບ້ານ ບ້ານຫ້ວຍນໍ້າຍຸນ ກ່າວໃນມື້ດຽວກັນນີ້ວ່າ:

“ໂຕສານເຄມີ ຫຼືວ່ານໍ້າເສັຍທີ່ວ່າມັນໄຫຼລົງມາຫັ້ນ ກໍຍັງບໍ່ທັນໄດ້ເອົາໄປກວດ ໄປວິຈັຍ ວ່າມັນກ່ຽວຂ້ອງແທ້ບໍ່ ມັນມີພຍາດແທ້ບໍ່ ຫຼືວ່າ ມັນເປັນເຊື້ອໂຣຄແນວໃດ ກໍຍັງບໍ່ທັນຮູ ມີແຕ່ວ່າ ທາງບ້ານກະດາຍ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມາກວດເບິ່ງອີກບາດນຶ່ງຢູ່ ສ່ວນຫຼາຍມັນດອອກອາການນີ້ ມັນຢາກລົງແຊ່ນໍ້າ ໝົດທຸກໂຕ ມັນແບບລັກສະນະ ແບບກະວົນກະວາຍ ມັນຢູ່ບໍ່ໄດ້ ມັນພາກັນລົງແນບນໍ້າ ໄລ່ກໍບໍ່ຂຶ້ນເລີຍນ່າ ຕາຍຈໍານວນທີ່ຕາຍ ກໍຕາຍແບບຫັນໃຈຍາກນີ້ແຫຼະ ກໍບໍ່ເຂົ້າໃຈໂຕນີ້.”

ອາການຕາຍຂອງຄວາຍ ຕາຍຍ້ອນພຍາດເຕົ້າໂຮມເລືອດ ຈະມີແບບກະທັນຫັນ ທີ່ເຮົາບໍ່ທັນເຫັນອາການ ແລ້ວຕາຍ, ສ່ວນແບບບໍ່ກະທັນຫັນ ຄື ຄວາຍຈະເປັນໄຂ້ສູງ, ຄໍຕີບ ຫາຍໃຈບໍ່ໄດ້, ຈະມີນໍ້າລາຍໄຫຼ ຖ້າບໍ່ສັກຢາປົວ ກໍຕາຍ ເຊິ່ງພຍາດເຕົ້າໂຮມເລືອດ ຈະພົບຫຼາຍໃນຄວາຍ ແລະໄລຍະເວລາທີ່ມີອາກາດປ່ຽນແປງ ເປັນຕົ້ນ ແດດອອກ 2-3 ມື້ ແລ້ວຝົນກໍໃສຕົກ 2-3 ສລັບໄປ-ມາ. ເຊິ່ງໃນກໍຣະນີຄວາຍຕາຍເປັນພ້ອມກັນ ຈະບໍ່ພົບເຫັນ ຈະພົບເຫັນ ຕາຍເທື່ອລະໂຕ 2 ໂຕ ແລະເຖິງແມ່ນວ່າ ຄວາຍຕາຍມີອາການຂອງພຍາດເຕົ້າໂຮມເລືອດ ເຖິງຈະເອົາຢາສັກປົວ ກໍບໍ່ໄດ້ໝາຍຄວາມວ່າ ຈະຊ່ອຍຊີວິດຄວາຍໄດ້ ຖ້າຄວາຍຢູ່ໃນອາການຂັ້ນຮຸນແຮງແລ້ວ.

ດັ່ງສັດຕະວະແພດ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ຄັນຖ້າຕາຍເປັນກອງນີ້ ຍາກຊິເຫັນຕາຍເປັນກອງເນາະ ຕາຍອາຈແມ່ນໂຕນຶ່ງເຈັບ ເຈັບ ໂຕນຶ່ງຕາຍແລ້ວ ຢູ່ 2-3 ມື້ ນີ້ມານີ້ ຈະມີໂຕນຶ່ງເຈັບ ບາງເທື່ອກໍເຈັບຫຼາຍໂຕ ແລ້ວກໍຕາຍ ກໍບໍ່ໄດ້ພ້ອມກັນດອກ ມັນເປັນໄຂ້ຮ້ອນຂຶ້ນສູງ ອຸນຫະພູມຂຶ້ນຮ້ອນ ແລ້ວມັນຫັ້ນໄປພົມນໍ້າ ຄັນຖ້າເຮົາບໍ່ຮູ້ວິທີແກ້ ກໍຕາຍແຫຼະ ບໍ່ເຫຼືອເນາະ ສ່ວນຫຼາຍມີອາການແລ້ວບໍ່ເຫຼືອ ຄັນຖ້າເຮົາບໍ່ປົວ.”

ເຖິງຢ່າງໃດກໍຕາມ ວັນທີ່ 30 ສິງຫາ ທີ່ຜ່ານມາ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງ ເມືອງປາກງື່ມ ໄດ້ໃຫ້ສັມພາດ ຜ່ານຣາຍການຮອບບ້ານຜ່ານເມືອງ ຂອງວິທຍຸກະຈາກສຽງ ແຫ່ງຊາດລາວວ່າ ຄາດວ່າ ຄວາຍທີ່ຕາຍນັ້ນ ອາດເປັນຍ້ອນພຍາດເຕົ້າໂຮມເລືອດ ເນື່ອງຈາກມີອາການຄ້າຍຄືກັບພຍາດດັ່ງກ່າວ.

ຢ່າງໃດກໍຕາມ ປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງ ພວມຮີບຮ້ອນວິຈັຍຫາສາເຫດການຕາຍ ຂອງຄວາຍດັ່ງກ່າວ ເພື່ອໃຫ້ໄດ້ຂໍ້ມູນທີ່ລະອຽດຈະແຈ້ງທີ່ສຸດ ແລະຄວາຍທີ່ຕາຍໃນຄັ້ງນີ້ ແມ່ນບໍ່ໄດ້ຕາຍຍ້ອນກິນນໍ້າຢາ ຫຼືເຄມີ ຈາກໂຮງງານຂອງຕ່າງປະເທດ ທີ່ມາລົງທຶນຢູ່ໃນເມືອງປາກງື່ມ ແຕ່ຢ່າງໃດ ເພາະໄລຍະຜ່ານມາ ມີງົວ-ຄວາຍ ຂອງປະຊາຊົນຫຼາຍຄອບຄົວ ກໍໄປໃນຂົງເຂດດັ່ງກ່າວເຊັ່ນດຽວກັນ ແຕ່ກໍບໍ່ມີປະກົດການຫຍັງ ຫຼື ມີງົວ-ຄວາຍຕາຍເກີດຂຶ້ນ.

ນອກຈາກນີ້ ໄລຍະຜ່ານມາ ຄວາຍຂອງຄອບຄົວ ທີ່ຄວາຍຕາຍໃນຄັ້ງນີ້ ແມ່ນບໍ່ໄດ້ຮັບການສັກຢາປ້ອງກັນພຍາດມາກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.