ອຸດົມໄຊ ເປີດສົກຮຽນໃໝ່ ຫຼັງຈາກ ນ້ຳຖ້ວມ ຮ້າຍແຮງ
2022.08.31

ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊ ພ້ອມເປີດສົກຮຽນຕາມກຳນົດ ໃນວັນທີ 01 ກັນຍາ 2022 ນີ້ ຍົກເວັ້ນໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມຮຸນແຮງ ຍັງບໍ່ມີຄວາມພ້ອມ ໃນການເປີດສົກຮຽນ ຈຶ່ງມີຄວາມຈຳເປັນຕ້ອງ ໄດ້ເລື່ອນເປີດສົກຮຽນອອກໄປກ່ອນ ແລະຈະກັບມາເປີດສົກຮຽນຄືນໃໝ່ ໃນວັນທີ 05 ກັນຍາ 2022 ນີ້.
ດັ່ງຄຣູ ທ່ານນຶ່ງຢູ່ໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ສິງຫານີ້ວ່າ:
“ມາຮອດມື້ວານມື້ນີ້ຫັ້ນ ອະນາມັຍໂຮງຮຽນບໍ່ ແລ້ວເທື່ອຂີ້ຕົມນໍ້ານອງ. ອະນາມັຍຍັງບໍ່ແລ້ວເທື່ອ ດຽວນີ້ຫັ້ນນ່າ ເພິ່ນຈະເລື່ອນມາເປັນວັນທີ 5 ຂອງເດືອນ 9 ຈະໄດ້ເປີດຮຽນ. ຈັ່ງໃຫ້ນັກຮຽນມາໂຮງຮຽນໄດ້ຫັ້ນນ່າ.”
ຄຣູທ່ານນີ້ ຍັງກ່າວຕື່ມອີກວ່າ ພາຍຫຼັງທີ່ລະດັບນໍ້າຖ້ວມຫຼຸດລົງ ກໍສ້າງຄວາມເສັຽຫາຍ ໃຫ້ກັບໂຮງຮຽນຫຼາຍສົມຄວນ ເນື່ອງຈາກມີຂີ້ຕົມ ແລະເສດຂີ້ເຫຍື້ອ ເຕັມທົ່ວໝົດພື້ນທີ່ຂອງໂຮງຮຽນ ຊຶ່ງຄະນະຄຣູ-ອາຈານ, ເຈົ້າໜ້າທີ່ ຈາກຫຼາຍພາກສ່ວນ ແລະຜູ້ປົກຄອງ ຈຳນວນນຶ່ງກໍພາກັນມາຊ່ອຍ ເກັບມ້ຽນ ແລະອະນາມັຍໂຮງຮຽນ ເພື່ອໃຫ້ໄດ້ເປີດສົກຮຽນໄວທີ່ສຸດ.
ສ່ວນອຸປກອນການຮຽນຕ່າງໆ ພາຍໃນໂຮງຮຽນເປັນຕົ້ນ ຄອມພີວເຕີ້, ໂຕະ, ຕັ່ງ ແລະ ໜັງສືຮຽນບໍ່ໄດ້ຮັບຄວາມເສັຽຫາຍ ຈາກພັຍນໍ້າຖ້ວມໃນຄັ້ງນີ້. ແນວໃດກໍຕາມ ຫາກນັກຮຽນຄົນໃດ ທີ່ຍັງບໍ່ພ້ອມມາຮຽນໄດ້ຕາມກຳນົດ ຍ້ອນການເດີນທາງບໍ່ສະດວກ ຫຼືໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ກໍໃຫ້ແຈ້ງມາຍັງໂຮງຮຽນ ເພື່ອຫາຊ່ອງທາງຊ່ອຍເຫຼືອຕໍ່ໄປ.
ຜູ້ປົກຄອງນັກຮຽນຄົນນຶ່ງ ຢູ່ເມືອງໄຊ ກ່າວວ່າ ພັຍນໍ້າຖ້ວມໃນປີນີ້ຖືວ່າ ຮຸນແຮງຫຼາຍສົມຄວນ ເພາະໄດ້ສ້າງຄວາມເສັຽຫາຍ ຢ່າງໜັກຕໍ່ຊີວິຕ, ຊັພສິນ ແລະ ໂຄງຮ່າງພື້ນຖານຈຳເປັນພາຍໃນແຂວງ ໂດຍເຫດການໃນຄັ້ງນີ້ ໄດ້ມີຊາວບ້ານຈຳນວນນຶ່ງ ເຮືອນຊານຖືກຊຸໄຫຼໄປກັບສາຍນໍ້າ ກໍມີຄວາມເປັນໄປໄດ້ວ່າເຮືອນເລົ່ານັ້ນ ອາຈເປັນເຮືອນຂອງນັກຮຽນ ຊົນເຜົ່າຜູ້ໃດຜູ້ນຶ່ງກໍເປັນໄດ້.
ເຖິງນັກຮຽນເລົ່ານັ້ນ ຈະບໍ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ໃນຄັ້ງນີ້ແຕ່ກໍຍັງຕ້ອງການ ຄວາມຊ່ອຍເຫຼືອໃນຫຼາຍເຣື່ອງ ທັງຊຸດນັກຮຽນ, ອຸປກອນການຮຽນ ແລະເຂົ້າສານ, ອາຫານແຫ້ງ ເນື່ອງຈາກນັກຮຽນເກືອບໝົດທຸກຄົນ ແມ່ນມາຈາກຄອບຄົວ ທຸກຍາກໃນເຂດຫ່າງໄກ ສອກຫຼີກ ຫຼືບາງຄົນກໍເປັນກຳພ້າ, ກຳພອຍ ຂາດຜູ້ເບິ່ງແຍງ ກໍຍັງຕ້ອງການ ຄວາມຊ່ອຍເຫຼືຶອ ໃນດ້ານອື່ນໆ ຢ່າຕໍ່ເນື່ອງ.
ດັ່ງຜູ້ປົກຄອງທ່ານນຶ່ງ ຢູ່ເມືອງໄຊ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊ່ວງນີ້ກາເປັນຊ່ວງພັກແລ້ງ ພັກຮຽນຂະເຈົ້າຂະເຈົ້າ ຍັງບໍ່ທັນມາເນາະ ເພາະວ່ານັກຮຽນຊົນເຜົ່ານີ້ ຢາກບໍ່ຢາກ ມັນກາຜູ້ທຸກ ມັນກໍບໍ່ມີຢູ່ແລ້ວຫັ້ນນ່າ ບາງທີຂະເຈົ້າອາຈບໍ່ຖືກຢູ່ນີ້ຢູ່ ຢູ່ບ້ານຂະເຈົ້າ ຄົນຖືກກາມີໃດ ຂະເຈົ້າອາຈຖືກນໍ້າຖ້ວມ ເຮືອນແມ່ນຫຍັງ ຂະເຈົ້າຢູ່ບ້ານພຸ້ນເນາະ.”
ຂະນະທີ່ ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊ ກ່າວວ່າ ເຫດການນໍ້າຖ້ວມ ໃນຄັ້ງນີ້ໄດ້ສົ່ງຜົລກະທົບ ໃຫ້ໂຮງຮຽນຫຼາຍແຫ່ງ ພາຍໃນແຂວງອຸດົມໄຊ ຖືກນໍ້າຖ້ວມ ໄດ້ຮັບຄວາມເສັຽຫາຍ ມີຂີ້ຕົມຂີເຫຍື້ອ ກະຈາຍໄປທົ່ວພື້ນທີ່ ແຕ່ໂຮງຮຽນສ່ວນໃຫຍ່ ກໍໄດ້ອະນາມັຍສຳເຣັດແລ້ວ ແລະພ້ອມເປີດສົກຮຽນຕາມກຳນົດ.
ສ່ວນໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ທີ່ມີເດັກນ້ອຍນັກຮຽນປະມານ 500 ປາຍຄົນ ຖືວ່າໄດ້ຮັບ ຄວາມເສັຽຫາຍໜັກທີ່ສຸດ ແລະປັດຈຸບັນກໍຍັງຊ່ອຍກັນ ອະນາມັຍພື້ນທີ່ ເພື່ອໃຫ້ໂຮງຮຽນກັບມາເປີດ ສົກຮຽນໃຫ້ໄວທີ່ສຸດ.
ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍຈະເປີດຮຽນ ໃຫ້ມັນທັນເນາະ ໃຫ້ທັນທັນເວລາຄືຊິແມ່ນ ວັນທີ 1 ເດືອນ 9 ນີ້ ນ່່າຈະເປີດໄດ້. ມັນນໍ້າຖ້ວມຢູ່ ແຕ່ຂະເຈົ້າກໍຊ່ອຍກັນ ອະນາມັຍກໍຖືວ່າແລ້ວໄປຫຼາຍເຕີບ.”
ຂະນະດຽວກັນ ຜົລກະທົບຈາກພັຍນໍ້າຖ້ວມ ໃນຄັ້ງນີ້ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງອຸດົມໄຊ ຍັງຕ້ອງການເຄື່ອງຊ່ອຍເຫຼືອ ອີກເປັນຈຳນວນຫຼາຍ ເພື່ອນໍາໄປແຈກຢາຍ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຢ່າງພຽງພໍ ແລະທົ່ວເຖິງ.
ແຕ່ໃນໄລຍະ 2-3 ມື້ນີ້ ໄດ້ມີຫຼາຍພາກສ່ວນທັງພາກຣັຖ ແລະ ເອກຊົນ ກໍໄດ້ສົມທົບເງິນຊ່ອຍເຫຼືອ ແລະ ບໍຣິຈາກເຄື່ອງຊ່ອຍເຫຼືອ ດ້ານຕ່າງໆ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ກໍຈະທະຍອຍນຳໄປມອບ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບນັ້ນ.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ເປັນເຄື່ອງນຸ່ງຮົ່ມ ມາມອບໃຫ້ຜແນກແຮງງານນີ້ກາໄດ້ ທັງຜແນກແຮງງານ ຂອງເຮົາບໍ່ຮັບເງິນສົດ ແຕ່ວ່າໂອນເຂົ້າທັງຫ້ອງວ່າການເລີຍ ຜົລເສັຽຫາຍໜັກຫັ້ນ ຂະນາດຜົລເສັຽຫາຍ ເລັກນ້ອຍກາຊິມີ.”
ສ່ວນວຽກງານ ການຟື້ນຟູຊີວິຕ ແລະໂຄງຮ່າງພື້ນຖານຕ່າງໆ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ໃນຄັ້ງນີ້ ຜແນກໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ຊຶ່ງເປັນນຶ່ງໃນພາກສ່ວນ ທີ່ໄດ້ລົງພື້ນທີ່ ເກັບກຳຂໍ້ມູນ ເປີດເຜີຍວ່າ ບ້ານເຮືອນ, ເສັ້ນທາງ ໄຟຟ້າ ນໍ້າປະປາ ສາຍສື່ສານ ໄດ້ຮັບຄວາມເສັຽຫາຍ ຢ່າງໜັກໜ່ວງ ໂດຍສະເພາະໃນເຂດເມືອງຫຼາ ແລະ ເມືອງໄຊ ໂດຍຄວາມເສັຽຫາຍ ທັງໝົດອາຈຕ້ອງໃຊ້ເວລາ ໃນການຟື້ນຟູ ປະມານ 2-4 ເດືອນ ຈຶ່ງຈະກັບຄືນມາ ເປັນປົກກະຕິ.
ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ ຍັງປະເມີນລາຄາບໍ່ໄດ້ເທື່ອ ປະເມີນຄວາມເສັຽຫາຍ ລະອຽດບໍ່ໄດ້ເທື່ອ ເພາະວ່າຕາມເບິ່ງນີ້ ໜັກພໍສົມຄວນ ເພາະວ່າລະບົບໄຟຟ້າ, ນໍ້າປະປາ, ລະບົບຄົມມະນາຄົມ ແມ່ນເສັຽຫາຍໝົດ ປັດຈຸບັນນີ້ການໄປ-ການມາ ກາຍັງຫຍຸ້ງຍາກ ການຟື້ນຟູຄົວເຮືອນ ຫຼືວ່າການອະນາມັຍ ກາຍັງບໍ່ທັນແລ້ວເທື່ອເດ້ ພໍແຕ່ແກ້ໄຂສຸກເສີນ ພໍໄປມາຫາກັນໄດ້ກ່ອນ.”
ອີງຕາມການຣາຍງານ ຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ທີ່ໄດ້ຮັບຣາຍງານຄວາມເສັຽຫາຍເບື້ອງຕົ້ນ ໃນວັນທີ 29 ສິງຫາ 2022 ທີ່ຜ່ານມາລະບຸວ່າ ມີບ້ານໄດ້ຮັບຜົລກະທົບ 25 ບ້ານ, 469 ຫຼັງຄາເຮືອນ, 2,324 ຄົນ, ເສັຽຊີວິຕ 2 ຄົນ, ບາດເຈັບ 3 ຄົນ, ເຮືອນຖືກຜົລກະທົບ 66 ຫຼັງ, ເຮືອນຖືກນໍ້າຊຸໄຫຼ 58 ຫຼັງ, ດິນເຊາະເຈື່ອນໃສ່ເຮືອນ 2 ຫຼັງ, ເສັ້ນທາງເລຂທີ 2E ເມືອງໄຊ ຫາ ເມືອງຫຼາ ຖືກຕັດຂາດ 4 ຈຸດ, ຂົວຖືກຕັດຂາດ 4 ແຫ່ງ, ເປ່ເພ 3 ແຫ່ງ, ດິນເຈື່ອນຖົມທັບທາງ 15 ຈຸດ ແລະ ເສັ້ນທາງຊົນນະບົດ ຖືກເປ່ເພ, ຂົວຖືກຕັດຂາດ 11 ແຫ່ງ. ໂຮງຮຽນປະຖົມ ຖືກຜົລກະທົບ 5 ແຫ່ງ ລະບົບນໍ້າລິນເປ່ເພ 7 ຈຸດ ແລະ ມີເນື້ອທີ່ທຳການກະເສຕ ເສັຽຫາຍ 35 ເຮັກຕ້າຣ໌.