ເພີ່ມຫຼັກສູດ ກ່ຽວກັບ ຄວາມສເມີພາບ ຍິງ-ຊາຍ

ຈຳປາທອງ
2021.11.12
ເພີ່ມຫຼັກສູດ ກ່ຽວກັບ ຄວາມສເມີພາບ ຍິງ-ຊາຍ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ໃນແຂວງ ອຸດົມໄຊ ເດືອນຕຸລາ 2021
ນັກຂ່າວ ພົລເມືອງ

ກະຊວງສຶກສາທິການ ແລະກິລາ ກໍາລັງພັທນາຫຼັກສູດການຮຽນການສອນ ວິຊາຄຸນສົມ ບັດກ່ຽວກັບຄວາມສເມີພາບ ລະຫວ່າງຍິງ-ຊາຍ ສໍາລັບນັກຮຽນຊັ້ນປະຖົມ ປີທີ 4 ໂດຍໄດ້ຮັບການຊ່ອຍເຫລືອທາງດ້ານການເງິນ ຈາກອົງການຈັດຕັ້ງສາກົລ ເປັນຕົ້ນອົງການ United Nations Population Fund (UNFPA) ແລະອົງການ Korea International Cooperation Agency (KOICA).

ເນື້ອໃນຂອງຫຼັກສູດ ທີ່ຈະພັທນາໃຫ້ເໝາະສົມ ກັບອາຍຸຂອງນັກຮຽນນັ້ນ ຈະເນັ້ນໃສ່ດ້ານສຸຂພາບຈະເຣີນພັນ ແລະພະຍາດຕິດຕໍ່ທາງເພດສໍາພັນ ພາຍຫລັງທີ່ໄດ້ມີການສໍາ ຣວດປະຊາກອນລາວ ພົບວ່າ ເດັກນ້ອຍໃນວັຍຮຽນສາຍສາມັນ ມັກແຕ່ງດອງ ແລະຖືພາແຕ່ອາຍຸຍັງນ້ອຍ, ເປັນພະຍາດຕິດຕໍ່ທາງເພດສໍາພັນ ແລະຮຽນບໍ່ຈົບຊັ້ນ. ດັ່ງນັ້ນ ພາກ ສ່ວນທີ່ກ່ຽວຂ້ອງ ຈຶ່ງຕ້ອງໄດ້ແກ້ໄຂຜົລກະທົບດັ່ງກ່າວ ໂດຍເລັ່ງໃສ່ວຽກງານການສຶກສາ ໃຫ້ຄວາມຮູ້ ກ່ຽວກັບຄວາມສເມີພາບລະຫວ່າງຍິງ-ຊາຍ, ມີຄວາມເຄົາຣົບ ໃຫ້ກຽດກັນ,ປູກຈິດສໍານຶກເຣື່ອງຄວາມສເມີພາບໃຫ້ພວກເຂົາເຈົ້າ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ກະຊວງ ສຶກສາທິການ ແລະກິລາທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ພຶສຈິການີ້ ຊຶ່ງໃນນັ້ນມີຕອນນຶ່ງວ່າ:

ປັດຈຸບັນ ເຮົາກໍາລັງປັບປຸງຫຼັກສູດຊັ້ນປະຖົມສຶກສາ ເຮົາປັບປຸງຕັ້ງແຕ່ປີ 2016 ກໍາລັງຂຽນປຶ້ມ ປ.4 ທີ່ UNFPA ເຂົ້າມາຊ່ວຍນໍາເຮົາ ກໍຍ້ອນວ່າທີ່ຜ່ານມາ ເຮົາໄດ້ເຮັດເຣື່ອງປະຊາກອນເນາະ ຄວາມຮູ້ກ່ຽວກັບປະຊາກອນຕ່າງໆ. ຫລັງຈາກນັ້ນ ມັນບໍ່ແມ່ນແຕ່ເຣື່ອງນີ້ ມັນຈະມີຫຼາຍເຣື່ອງ ເຣື່ອງເອດສ ເຣື່ອງສຸຂພາບຈະເຣີນພັນຕ່າງໆ ແລ້ວຫົວຂໍ້ເຣື່ອງນີ້ມັນກໍນອນຢູ່ໃນ UNESCO ທີ່ເຂົາໃຫ້ເຮົາ ຕ້ອງເອົາຄວາມຮູ້ນີ້ ເຂົ້າໄປ.

ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາແຂວງວຽງຈັນ ກໍເວົ້າວ່າ ຖ້າຫາກມີຫຼັກສູດດັ່ງກ່າວໃຫ້ນັກຮຽນ ທັງຍິງແລະຊາຍ ໄດ້ຮຽນແຕ່ຍັງນ້ອຍ ກໍຈະຊ່ອຍໃຫ້ຄວາມສເມີພາບ ລະຫວ່າງຍິງ-ຊາຍໃນລາວ ມີການພັທນາໄປໃນທິດທາງທີ່ດີຂຶ້ນ ເນື່ອງຈາກຄວາມສເມີພາບ ລະຫວ່າງຍິງ-ຊາຍໃນລາວ ຍັງເປັນບັນຫາທີ່ໜ້າເປັນຫ່ວງ. ຫາກມີການປູກຈິດສໍານຶກສິ່ງດັ່ງກ່າວແຕ່ຍັງນ້ອຍ ກໍຈະຊ່ອຍໃຫ້ພວກເຂົາເຈົ້າ ບໍ່ປະລະການຮຽນ, ບໍ່ແຕ່ງດອງກ່ອນວັຍອັນຄວນ ດັ່ງທີ່ທ່ານກ່າວວ່າ:

ກໍຍັງໜ້າເປັນຫ່ວງຢູ່ ເພາະວ່າຄັນຖ້າເວົ້າກ່ຽວກັບໂຕເມືອງ ກັບຢູ່ເຂດນອກ ເຂົາເຈົ້າກໍຍັງຕ່າງກັນຫຼາຍ ເຣື່ອງສິດເຣື່ອງຄວາມສເມີພາບນີ້ ຍັງຖືຫຼັກເກນອັນແຕ່ກີ້ ບໍ່ແມ່ນເຣື່ອງສົມມຸດ ດຽວນີ້ຍັງມີຄວາມຈິງຢູ່ ເຮົາໄປບັງຄັຍ ອັນຜູ້ຍິງທີ່ບໍ່ໄດ້ມີຄວາມຮັກເຮົາ ເຂົາເຈົ້າບໍ່ໄດ້ມັກເຮົາຈັກໜ້ອຍ ເຮົາກໍຍັງໄປລັກເອົາເຂົາເຈົ້າມາເປັນເມັຍ.

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຢູ່ໃນໂຮງຮຽນຊັ້ນປະຖົມ ແລະມັທຍົມ ມີການສອນເຣື່ອງຄວາມສເມີພາບລະຫວ່າງຍິງ-ຊາຍ, ແຕ່ເປັນການສອນແບບຜິວເຜີນ, ບໍ່ໄດ້ເນັ້ນໃສ່ການຍົກຕົວຢ່າງກໍຣະນີທີ່ເກີດຂຶ້ນໃນສັງຄົມ ທີ່ບໍ່ມີຄວາມສເມີພາບລະຫວ່າງຍິງ-ຊາຍຫຼາຍຢູ່. ດັ່ງນັ້ນຈຶ່ງເປັນເຣື່ອງດີ ທີ່ຂັ້ນເທິງມີການພັທນາໃນເຣື່ອງນີ້.

ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຄວາມບໍ່ເຂົ້າໃຈເຣື່ອງຄວາມສເມີພາບລະຫວ່າງຍິງ-ຊາຍນີ້ ມັກຈະເກີດຢູ່ໃນກຸ່ມຄົນທີ່ເປັນຜູ້ປົກຄອງເດັກນ້ອຍ ໂດຍສະເພາະຄົນລຸ້ນເກົ່າ ໃນເຂດນອກ-ເຂດຫ່າງໄກ ຢູ່ເມືອງຮຸນ ແລະເມືອງປາກແບງ ແຂວງອຸດົມໄຊ. ຫາກການພັທນາຫຼັກສູດກ່ຽວກັບຄວາມ ສເມີພາບລະຫວ່າງຍິງ-ຊາຍ ເນັ້ນໃສ່ ແລະຍົກຕົວຢ່າງໃຫ້ນັກຮຽນຊັ້ນປະຖົມ ເຫັນໄດ້ແລະເຂົ້າໃຈກ່ຽວກັບເຣື່ອງທີ່ວ່ານັ້ນແຕ່ຍັງນ້ອຍ ກໍຈະເຮັດໃຫ້ຄົນລຸ້ນໃໝ່ໃນລາວ ເກີດມີແນວຄິດເຣື່ອງຄວາມສເມີພາບນັ້ນຕັ້ງແຕ່ຍັງນ້ອຍ ແລະເປັນກໍາລັງໃນການຊຸກຍູ້ປະເທດ ໄປຂ້າງໜ້າໄດ້ຫຼາຍກວ່າທີ່ເປັນຢູ່ໃນຂະນະນີ້ ດັ່ງທີ່ທ່ານກ່າວວ່າ:

ອ່າ ແບບວ່າ ມັນບໍ່ຢາກໃຫ້ລູກໄປຮຽນຫັ້ນນ່າ ໂດຍສະເພາະແມ່ນລູກຜູ້ຍິງ ເຂົາເຈົ້າບໍ່ສົ່ງເສີມ ເພາະວ່າຮຽນມັນຈະບໍ່ໄປເຖິງໃສ ໄປຮອດໃສຫັ້ນນ່າ ເຂົາບໍ່ເຂົ້າໃຈເຖິງແນວທາງ ຂອງພັກຽຣັຖ ທຸກຄົນມັນຕ້ອງໄດ້ເຂົ້າຮຽນໜັງສືເນາະ ຕາມແຜນຍຸທສາດຂອງຣັຖບານ.

ສໍາລັບຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາເມືອງໄຊທານີ ກໍກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ພຶສຈິການີ້ວ່າ ປັດຈຸບັນ ຫຼັກສູດກ່ຽວກັບຄວາມ ສເມີພາບ ລະຫວ່າງຍິງ-ຊາຍ ບໍ່ມີຢູ່ຊັ້ນມັທຍົມສຶກສາສະເພາະເຈາະຈົງ ບໍ່ຄືຫຼັກສູດຄະ ນິດສາດ, ວິທຍາສາດ ດັ່ງນັ້ນຈຶ່ງເຮັດໃຫ້ເດັກນ້ອຍນັກຮຽນສາຍສາມັນ ບໍ່ເຂົ້າໃຈກ່ຽວກັບ ເຣື່ອງດັ່ງກ່າວ. ແລະດຽວນີ້ ກໍຍັງບໍ່ຮູ້ວ່າ ຫຼັກສູດທີ່ທາງຂັ້ນເທິງພວມພັທນາຢູ່ນີ້ ຈະອອກມາໃນຮູບແບບໃດ, ແຕ່ຫາກມີການເວົ້າເຖິງບົດບາດ ແລະຄວາມສເມີພາບ ລະຫວ່າງຍິງ-ຊາຍທາງດ້ານວຽກງານ, ໃຫ້ແມ່ຍິງເປັນຫົວໜ້າໜ່ວຍງານ ກໍຈະເຮັດໃຫ້ແນວຄິດກ່ຽວກັບຄວາມສເມີພາບດັ່ງກ່າວນັ້ນ ໄດ້ຮັບການພັທນາໄປອີກກ້າວນຶ່ງ:

ເພາະວ່າເຂົາຍັງບໍ່ໄດ້ຮຽນດ້ານນີ້ ເພາະຢູ່ຊັ້ນປະຖົມ ຈະມີແຕ່ວິທຍາສາດທົ່ວໄປ ມັນຈະເວົ້າຮວມໝົດ ມັນຈະບໍ່ໄດ້ເວົ້າບົດ ບາດຍິງ-ຊາຍແນວໃດ ເຈົ້າເປັນນາຍ ແລະຜູ້ຍິງເປັນນາຍບໍ່ໄດ້ ມັນຕ້ອງເປັນຜູ້ຊາຍ ຈັ່ງຊັ້ນນ່າຍົກຕົວ ຢ່າງ.

ກ່ຽວກັບເຣື່ອງດັ່ງກ່າວ ນັກສຶກສາຈາກມະຫາວິທຍາລັຍສວັນນະເຂດ ກ່າວໃນມື້ດຽວກກັນນີ້ວ່າ ການພັທນາດ້ານແນວຄິດຂອງຄົນ ບໍ່ແມ່ນເຣື່ອງງ່າຍ ຊຶ່ງຕ້ອງໄດ້ໃຊ້ເວລາຫຼາຍປີ ເນື່ອງຈາກສະພາບຕົວຈິງຢູ່ປະເທດລາວ ຜູ້ຊາຍຍັງບໍ່ປົດປ່ອຍ ບໍ່ປະຖິ້ມຮີດຄອງປະເພນີດັ້ງເດີມ ທີ່ກົດຂີ່ຂົ່ມເຫັງແມ່ຍິງໃນຫຼາຍດ້ານ ທັງບັງຄັບໃຫ້ອອກແຮງງານ, ບໍ່ໃຫ້ມີສິດມີສຽງ ໃນການສະແດງຄວາມຄິດເຫັນ, ໃນການຕັດສິນໃຈເຣື່ອງຕ່າງໆພາຍໃນຄອບຄົວ ດັ່ງທີ່ທ່ານກ່າວວ່າ:

​“ກໍມີຜົລດີ ຖ້າວ່າມັນມີຫຼັກສູດໂຕນີ້ອອກມາຫັ້ນນ່າ ໃຫ້ກະຈາຍທົ່ວເຖິງ ເຖິງແມ່ນຈະບໍ່ທັນໄດ້ປີນີ້ ຫລືປີໜ້າ ຫລືອີກ 50 ປີຕໍ່ໜ້າ ເພາະການພັທນາມັນບໍ່ງ່າຍເດ໋ ການພັທນາຄົນຫັ້ນນ່າ ມັນຍາກທາງດ້ານແນວຄິດຫັ້ນແຫຼະ ກວ່າສິປົດປ່ອຍຮີດຄອງປະເພນີອິຫຍັງ ເຊື່ອຖືຕ່າງໆແລະຜູ້ຍິງບໍ່ມີບົດບາດອິຫຍັງ ຂົ່ມເຫັງກັນໄປຫຼາຍດ້ານຢູ່ເນາະ.

ແຕ່ເຖິງຢ່າງໃດກໍຕາມ ທີ່ຜ່ານມາ ຫຼັກສູດວິຊາກ່ຽວກັບຄວາມສເມີພາບລະຫວ່າງຍິງ-ຊາຍ ໄດ້ຖືກບັນຈຸຢູ່ໃນວິຊາຄຸນສົມບັດ ແລະວິຊາພົລເມືອງ ແຕ່ ປ.1 ຫາ ມ.7 ຊຶ່ງທາງພາກ ສ່ວນທີ່ກ່ຽວຂ້ອງເຫັນວ່າ ຕ້ອງມີການພັທນາຫຼັກສູດນີ້ໃຫ້ສອດຄ່ອງ ກັບແຜນພັທນາເຣື່ອງຄວາມເທົ່າທຽມກັນທາງເພດແຫ່ງຊາດ ສໍາລັບປີ 2021-2025 ຄືຕ້ອງມີການພັທນາຫຼັກ ສູດໃນຣະດັບຊັ້ນ ປ.4, ອີງຕາມຂໍ້ມູນຂອງຫ້ອງການກະຊວງສຶກສາທິການ ແລະກິລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.