ການດຳເນີນຄະດີ ກັບເຈ້ທິບ ພາຍຫຼັງ ສົງກັບລາວ
2022.08.29

ເປັນເວລາ 1 ເດືອນແລ້ວ ນັບແຕ່ວັນທີ 29 ກໍຣະກະດາ 2022 ທີ່ທາງການໄທຍ ຈັບໂຕ ເຈ້ທິບ ຫຼື ນາງ ພອນພິບ ໄຊປັນຍາ ອາຍຸ 30 ປີ ແລະ ຜົວຂອງລາວ ຄື ທ້າວ ອະນຸສິດ ພຸດທະວົງ ອາຍຸ 34 ສົ່ງໃຫ້ທາງການລາວ ໃນຂໍ້ຫາໂກງເງິນປະຊາຊົນລາວ 5,000 ຄົນ.
ນາງ ພອນທິບ ໄດ້ລະດົມໃຫ້ປະຊາຊົນ ເອົາເງິນມາຝາກ ໂດຍສເນີໃຫ້ດອກເບັ້ຽ 30 ເປີເຊັນ ຕໍ່ເດືອນ, ແຕ່ຫຼັກຈາກນັ້ນ ກໍບໍ່ຈ່າຍເງິນຄືນໃຫ້ລູກຄ້າ ແລ້ວ ກໍຫຼົບໜີມາປະເທດໄທຍ ແລະ ໃນວັນທີ 31 ກໍຣະກະດາ 2022 ເຈົ້າໜ້າທີ່ ໄທຍ ກໍຈັບ ນາງ ພອນທິບ ແລ້ວສົ່ງກັບຄືນໃຫ້ທາງການລາວ.
ແຕ່ມາຮອດປັດຈຸບັນ ເຈົ້າໜ້າທີ່ທາງການລາວ ກໍຍັງບໍ່ທັນໄດ້ເປີດເຜີຍ ຄວາມຄືບໜ້າການດຳເນີນຄະດີແນວໃດ ແລະ ຜູ້ເສັຽຫາຍກໍຕ້ອງການ ໃຫ້ເຈົ້າໜ້າທີ່ດຳເນີນການຢ່າງໂປ່ງໃສ.
ຜູ້ເສັຽຫາຍ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ສິງຫາ ວ່າ:
“ຮູ້ແຕ່ວ່າ ຢູ່ໄທຍ ສົ່ງໂຕກັບມາລາວ ແຕ່ວ່າ ພໍແຕ່ມາຮອດລາວ ກະບໍ່ຮູ້ຂ່າວຄາວ. ເອົາໄປໄວ້ໃສ ຫຼືວ່າ ຈັ່ງໃດ ບໍ່ໄດ້ ຊີ້ແຈງຍັງເລີຍ. ເອົາມາແລ້ວ ກະງຽບເລີຍ ຢ້ານບໍ່ມີຄວາມຫວັງ ຊິໄດ້ຄືນຢູ່ ແນ່ນອນ. ເຂົາເຈົ້າຈົ່ມກັນຢູ່ແລ້ວວ່າ ຢາກໃຫ້ເຈົ້າໜ້າທີ່ ຫັ້ນອອກມາຊີ້ແຈງແດ່ ວ່າຄະດີຄືບໜ້າໄປຮອດໃສແລ້ວ. ຢາກໃຫ້ລາວຮັບຜິດຊອບຫັ້ນນ່າ ໜີ້ທີ່ລາວເຮັດມາຫັ້ນນ່າ.”
ທ່ານ ກ່າວຕື່ມວ່າ ນີ້ກໍຜ່ານໄປ 1 ເດືອນແລ້ວ ຫຼາຍຄົນ ກໍຢາກໃຫ້ຕຳຣວດລາວ ເປີດເຜີຍ ຂໍ້ມູນ ຫຼື ຖແລງຂ່າວ ໃນການດຳເນີນຄະດີກັບເຈ້ທິບ ໃຫ້ທຸກຄົນຮັບຮູ້ ຍ້ອນວ່າ ຫຼາຍຄົນຕ້ອງການເງິນ ທີ່ຖືກໂກງໄປນັ້ນ ຄືນ ແລະ ທີ່ຜ່ານມາຫຼາຍຄົນ ກໍໄດ້ນຳຫຼັກຖານໄປຢືນຢັນ ກັບເຈົ້າໜ້າທີ່ຕຳຣວດແລ້ວ.
ກໍຣະນີ ທີ່ເຈ້ທິບ ຖືກຈັບ ໃນຂໍ້ຫາສໍ້ໂກງເງິນ ຂອງປະຊາຊົນ ມີຄວາມຄ້າຍຄືກັນ ກັບຄະດີ ບໍຣິສັດ PS ແລະ ສຸດທ້າຍລູກຄ້າ ທີ່ເອົາເງິນໄປຝາກ ກໍບໍ່ໄດ້ເງິນຄືນ.
ຊາວລາວຄົນນຶ່ງ ທີ່ຮູ້ຈັກກັບຜູ້ເສັຽ ໄດ້ກ່າວວ່າ:
“ບໍ່ຮູ້ນ່າ ຄືວ່າ ມິດເລີຍ ຍັງບໍ່ໄດ້ວ່າ ຈັ່ງໃດ ຊ້ວງນີ້ ຄື ບໍ່ເຫັນຄືບໜ້າອີ່ຫຍັງ ຕັ້ງແຕ່ລາວມາ ກະຂ່າວປະມານອາທິດນຶ່ງ. ທາງ ເຈ້ທິບ ກະຊິລໍສູ້ສານຢູ່ ຄືວ່າ ງຽບໄປເລີຍ ແຕ່ສ່ວນຫຼາຍເຂົາກໍຊິວ່າ ກະບໍ່ຫວັງຊິໄດ້ຄືນແລ້ວແຫຼະ. ສ່ວນຫຼາຍກະຢ້ານບໍ່ໄດ້ເງິນຄືນດອກ ເພາະວ່າ ມັນມີຄະດີຂອງ PS ຕອນນັ້ນຫັ້ນເດ້ ເຄີຍມີຄະດີແບບນີ້ຢູ່ ມິດງຽບ.”
ກ່ຽວກັບການດຳເນີນຄະດີ ກັບເຈ້ທິບນີ້ ທາງການຍັງ ກໍຍັງບໍ່ສາມາດເປີດເຜີຍ ຣາຍລະອຽດໄດ້ ເພາະຖ້າເປີດເຜີຍໄປ ກໍຈະເສັຽຮູບຄະດີ ຍັງຢູ່ລະຫວ່າງການດຳເນີນການ ຕາມຂັ້ນຕອນ ເຊິ່ງຜູ້ເສັຽຫາຍຫຼາຍຄົນ ຕ້ອງລໍຖ້າ ທາງການຖແລງຂ່າວອີກ.
ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໃນກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວໃນວັນທີ 29 ສິງຫາ ວ່າ:
“ອັນນີ້ນ່າ. ມີກົມວິຊາສະເພາະ ເຮັດຕ່າງຫາກນ່າ. ຄະດີມັນກໍຍັງບໍ່ທັນໄດ້ແລ້ວ ຫັ້ນນ່າ. ເພິ່ນກໍຍັງບໍ່ທັນໄດ້ໃຫ້ຢາກເປີດເຜີຍເທື່ອຫັ້ນນ່າ, ເພິ່ນກຳລັງດໍາເນີນຢູ່ ຍັງສະຣຸບບໍ່ໄດ້ ມີແຕ່ລໍຖ້າຟັງຂ່າວຫັ້ນແຫຼະ.”
ເຈົ້າໜ້າທີ່ຕຳຣວດ ທີ່ກ່ຽວຂ້ອງອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ ທາງການຍັງດຳເນີນການຕາມຂັ້ນຕອນ ແລະ ບໍ່ສາມາດຕອບໄດ້:
“ຕອນນີ້ ເພິ່ນຍັງບໍ່ທັນຮູ້ເນາະ ເພິ່ນຈະມີຂັ້ນຕອນຂອງເພິ່ນເນາະ. ເບິ່ງຕາມຂັ້ນຕອນຕໍ່ໄປ ເຮົາດຳເນີນຕາມລະບຽບຫັ້ນແຫຼະ ມີແຕ່ຕິດຕາມເບິ່ງຂ່າວທາງການ ເພິ່ນຈະມີຖແລງຂ່າວຕາມຫຼັງ.”
ຂັ້ນຕອນການໂອນເງິນຂອງເຈ້ທິບ ຈາກບັນຊີລູກຄ້າ ມັນມີຫຼາຍຂັ້ນຕອນ ທີ່ເຈົ້າໜ້າທີ່ ຈະຕ້ອງຈະສືບສວນ.
ນັກກົດໝາຍ ທ່ານນຶ່ງ ໄດ້ກ່າວ ວ່າ:
“ສ່ວນຫຼາຍມັນຈະມີບັນຫາ ເຣື່ອງນີ້ແຫຼະ ເຂົາໂອນເງິນໄປບໍ່ໄດ້ຜ່ານລາວໂດຍຕຣົງ ແບບຜ່ານມືລູກຄ້າຂອງລາວຫັ້ນນ່າເນາະ ເພາະວ່າ ເຂົາເອົາໄປສືບສວນ ມັນຕ້ອງຮູ້ລູກທີບ ເຈົ້າມີຈັກຄົນ ແລ້ວກະມັນຈັ່ງຂຍາຍຜົລ ອອກມາຫັ້ນນ່າ ເຂົາກໍນຳຄືນໄປຕາມໂຕຫັ້ນແຫຼະ.”
ເຖິງຢ່າງໃດກໍຕາມ, ຄະດີເຈ້ທິບນີ້ ກໍຈະເປັນລັກສະນະ ຄື ກັບຄະດີອື່ນໆ ທີ່ເກີດຂຶ້ນໃນລາວ ທີ່ຜູ້ເສັຽຫາຍບໍ່ໄດ້ເງິນຄືນ ເຊັ່ນ ຄະດີແອບ SHBC ທີ່ລະດົບຮັບຝາກ ສ້າງຄວາມເສັຽຫາຍ ຫຼາຍກວ່າ 2 ຕື້ ກີບ ໃນປີ 2021, ຄະດີ Fingo ທີ່ລົງທະບຽນຮັບເປີເຊັນ ການແນະນຳລູກຄ້າ ສ້າງຄວາມເສັຽຫາຍ ຫຼາຍກວ່າ 500 ລ້ານກີບ ໃນປີ 2020.
ຄະດີ ບໍຣິສັດ PS ທີ່ລະດົມທຶນຮັບຝາກເງິນ ແລະ ໃຫ້ດອກເບັ້ຽ 6 ເປີເຊັນ ຕໍ່ເດືອນ ສ້າງຄວາມເສັຽຫາຍກວ່າ 900 ຕື້ ກີບ ໃນປີ 2017, ຄະດີບໍຣິສັດ ASEAN Face ຮັບຝາກເງິນ ເພື່ອໃຫ້ດອກເບັ້ຽ 30 ເປີເຊັນ ຕໍ່ເດືອນ ສ້າງ ຄວາມເສັຽຫາຍ 16 ລ້ານໂດລ້າຣ໌ ໃນປີ 2017, ແລະ ຄະດີ ບໍຣິສັດ ແມ່ກີ້ ຮັບຝາກເງິນ ແລ້ວໃຫ້ດອກເບັຽ 6 ເປີເຊັນ ຕໍ່ເດືອນ ສ້າງຄວາມເສັຽຫາຍ 16 ລ້ານໂດລ້າຣ໌ໃນປີ 2015.