ປະຊາຊົນ ຢາກໃຫ້ ເປີດເຜີຍ ການດຳເນີນຄະດີ ກັບເຈ້ທິບ

ຈຳປາທອງ
2022.08.01
ປະຊາຊົນ ຢາກໃຫ້ ເປີດເຜີຍ ການດຳເນີນຄະດີ ກັບເຈ້ທິບ ຮູບ ນາງ ພອນທິບ ໄຊປັນຍາ ຜູ້ຕ້ອງຫາ ໃນຄະດີ ສໍ້ໂກງຊັພ ພົລເມືອງ ຫລາຍກວ່າ 5,000 ຄົນ ຖືກຕໍາຣວດໄທຍ ນຳໄປສືບສວນ-ສອບສວນ, ວັນທີ 29 ກໍຣະກະດາ 2022.
ຮູບພາບ: Daily News Today

ພາຍຫລັງຕຳຣວດ ກວດຄົນເຂົ້າເມືອງ ຂອງໄທຍ ໄດ້ມອບຕົວນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ ແລະຜົວຂອງນາງ ທີ່ເປັນຜູ້ຕ້ອງຫາ ໂກງເງິນຮັບຝາກ ຂອງປະຊາຊົນ ທີ່ວ່າໃຫ້ດອກເບັ້ຍສູງ ຢູ່ດ່ານກວດຄົນເຂົ້າເມືອງ ແຂວງໜ້ອງຄາຍ (ໄທຍ) ໃນມື້ວັນທີ 31 ກໍຣະກະດາ 2022.

ຜູ້ເສັຍຫາຍຫລາຍກວ່າ 5 ພັນຄົນ ຕ້ອງການໃຫ້ຕໍາຣວດລາວ ເປີດເຜີຍຂໍ້ມູນ ແລະຄວາມຄືບໜ້າຕ່າງໆ ກ່ຽວກັບ ການດໍາເນີນຄະດີ ເຈ້ທິບ ໃຫ້ປະຊົນ ທີ່ຕ້ອງການເງິນຄືນນັ້ນຮູ້ ເພື່ອຄວາມໂປ່ງໃສ ເພາະເຊື່ອວ່າ ເຈ້ທິບ ມີເສັ້ນສາຍໃຫຍ່ຢູ່ເບື້ອງຫລັງ ທີ່ອາຈຊ່ອຍໃຫ້ນາງລອດຄະດີໄດ້.

ດັ່ງຜູ້ເສັຍຫາຍ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ສິງຫານີ້ວ່າ ບໍ່ຮູ້ວ່າຕໍາຣວດ ເພິ່ນດໍາເນີນຄະດີແນວໃດ.

ບໍ່ຮູ້ວ່າ ຕໍາຣວດເພິ່ນດໍາເນີນຄະດີແນວໃດ ເພາະວ່າຢູ່ລາວຫັ້ນ ແບບວ່າຄະດີຄືບໜ້າ ຫລືວ່າບໍ່ຄືບໜ້າອີ່ຫຍັງ ເຂົາເຈົ້າກໍບໍ່ຄ່ອຍອອກຂ່າວ ໃຫ້ປະຊາຊົນຮູ້ນໍາຫັ້ນນະ ກະມີແຕ່ຢາກໃຫ້ລາວມາຮັບຜິດຊອບໜີ້ ມາຕົກລົງກັນວ່າ ລາວຈະຈ່າຍແບບໃດຫັ້ນນະ ຢາກໃຫ້ເຈົ້າໜ້າທີ່ແບບວ່າດໍາເນີນຄະດີ ໃຫ້ເຖິງທີ່ສຸດ ແລ້ວກະເຮັດແບບໂປ່ງໃສຫັ້ນນະ ບໍ່ແມ່ນດໍາເນີນຄະດີແບບມິດໆ ເພາະວ່າເຈ້ທິບ ລາວຫັ້ນນະ ມີເສັ້ນສາຍໃຫຍ່ອາຈລອດ.
ນາງເວົ້າຕື່ມວ່າ ປັດຈຸບັນ ຜູ້ເສັຍຫາຍຫລາຍຄົນຍັງບໍ່ຮູ້ວ່າ ເຈ້ທິບ ເອົາເງິນຈໍານວນ 260 ຕື້ກີບ ທີ່ທາງການ ແຈ້ງການນັ້ນໄປໄວ້ໃສ, ມັນເປັນເງິນຝາກກິນດອກເບັ້ຍ 30% ຕາມການໂຄສະນາຂອງນາງ. ແລະຄາດວ່າ ເຈ້ທິບ ອາຈເອົາໄປຊື້ຄໍາເພັດ, ຊື້ບ້ານ, ຊື້ຣັຖໃຫ້ຍາດພິ່ນ້ອງຂອງນາງໄວ້ ຊຶ່ງເປັນເຣື່ອງຂອງເຈົ້າໜ້າທີ່ຕໍາຣວດ ຈະຕ້ອງໄດ້ກວດສອບຢ່າງລະອຽດ ເພື່ອຈະໄດ້ເງິນກັບຄືນມາ.

ໃນຂະນະດຽວກັນ ປະຊາຊົນລາວຜູ້ນຶ່ງເວົ້າວ່າ ຜູ້ເສັຍຫາຍຕ້ອງການເງິນຄືນທັງໝົດ, ແຕ່ຕໍາຣວດຍັງບໍ່ທັນໄດ້ອອກຖແລງຂ່າວ, ຄືຈະຍາກຢູ່ກ່ອນຈະໄດ້ເງິນນັ້ນ ຄືນ ຖ້າຫາກທາງການລາວ ບໍ່ເອົາຈິງເອົາຈັງແທ້D

ຕໍາຣວດບໍ່ໄດ້ຖແລງຂ່າວອີ່ຫຍັງຄືຢູ່ໄທຍ ໄດ້ຄືນກໍຄືຊິຍາກ ຖ້າເກັ່ງແທ້ກໍຄືຊິໄດ້ຢູ່ ຖ້າເສີຍໆກໍຄືຈະເສັຍໄປເລີຍ. ເຄີຍມີມາແລ້ວ ບໍຣິສັດ ພີເອສ ຕອນນັ້ນກະບໍ່ໄດ້. ກະໄດ້ເອົາເງິນໄປຈ່າຍ ຕໍາຣວດອີກຄືເກົ່າ ເຂົາກໍບໍ່ຢາກເຮັດວຽກ ໃຫ້ຟຣີໆຫັ້ນນະ ບາງເທື່ອກະເອົາເງິນໃຫ້ຊີ້ນະ. ຮອດເຄິ່ງທາງກະບໍ່ໄດ້ ກະເສັຍເງິນໄປລ້າໆຊິນະ.

ແລະປະຊາຊົນລາວ ອີກຜູ້ນຶ່ງກໍເວົ້າວ່າ ຖ້າຫາກເປັນຕົນເອງຖືກ ເຈ້ທິບ ໂກງເງິນ, ເປັນຜູ້ເສັຍຫາຍ ກໍຕ້ອງຢາກໄດ້ເງິນນັ້ນຄືນ, ແຕ່ກໍຕ້ອງເຮັດໄປຕາມກົດລະບຽບບ້ານເມືອງ.

ກໍມີຫລາຍຄົນຢູ່ ທີ່ແບບອັນຖືກລາວເອົາໄປຫັ້ນນະ ເອື້ອຍຮັກເຮົາກະມີ ຄັນແມ່ນເຮົາເຮົາກໍຢາກໄດ້ເງິນຄືນ ເພາະເງິນເຮົາເສັຍໄປເດ. ແລ້ວກະເຮັດໄປຕາມກົດໝາຍແບບວ່າ ວ່າອັນແບບໄດ້ຮັບຜິດແມ່ນຫຍັງແດ່ ທີ່ລາວໂກງໄປຫັ້ນນະ.

ກ່ຽວກັບຄະດີຂອງ ເຈ້ທິບ ທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດ ພາກສ່ວນທີ່ກ່ຽວຂ້ອງ ກະຊວງປ້ອງກັນຄວາມສງົບ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ສິງຫາ ນີ້ວ່າ ປັດຈຸບັນ ທາງການຍັງບໍ່ຂໍເປີດເຜີຍຂໍ້ມູນ, ແຕ່ທ່ານກໍຢືນຢັນວ່າ ຈະດໍາເນີນຄະດີ ເຈ້ທິບ ໄປຕາມຂັ້ນຕອນຂອງກົດໝາຍ.

ດຽວນີ້ ກ່ຽວກັບການດໍາເນີນຄະດີ ຂອງເຈົ້າໜ້າທີ່ຂອງພວກເຮົານໍ ເຮົາຍັງບໍ່ສາມາດຈະເປີດເຜີຍ ໃຫ້ໄດ້ນໍ ເພິ່ນກໍຕ້ອງດໍາເນີນຂັ້ນຕອນ ຂອງກົດໝາຍຂອງລາວເຮົາແຫລະນໍ ເພາະວ່າ ຕົວນາງທິບ ກໍຫາມອບຮັບໃຫາທາງຝ່າຍລາວເຮົາ. ປັດຈຸບັນນີ້ ໃນການດໍາເນີນຂັ້ນຕອນຕໍ່ໄປຫັ້ນ ເຮົາຍັງບໍ່ທັນ ໄດ້ເທື່ອນໍວ່າ ຈະດໍາເນີນແບບໃດ ບໍ່ເຫລືອຈາກກົດໝາຍຫັ້ນແຫລະ ຕາມຂັ້ນຕອນຫັ້ນແຫລະ.

ນັກກົດໝາຍລາວ ທີ່ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ ອີງຕາມກົດໝາຍລາວ ຄະດີ ເຈ້ທິບ ນີ້ ເມື່ອມີຜູ້ມາແຈ້ງຄວາມເອົາຜິດ ວ່າໂກງເງິນ  ນາງກໍຈະຖືກຂໍ້ຫາສໍ້ໂກງ. ຈາກນັ້ນ ຕໍາຣວດກໍຈະນໍາຕົວນາງໄປສືບສວນ-ສອບສວນ ວ່າມີຄວາມຜິດສະຖານໃດແທ້, ຖ້າເປັນຖານສໍ້ໂກງຊັພພົລເມືອງ ກໍເປັນຄວາມຜິດທາງອາຍາ ຊຶ່ງມີໂທດຈໍາຄຸກຢ່າງໜ້ອຍບໍ່ຕໍ່າກວ່າ 10 ປີ.

ເຈົ້າໜ້າທີ່ຕໍາຣວດແຫລະ ດໍາເນີນສືບສວນ-ສອບສວນ ອອກມາ. ຊອກນໍາລາວຫັ້ນແຫລະ ຈັກລ້ານແຕ່ລະຄົນ ສອບສວນມາມັນແມ່ນຄວາມຈິງ ມັນກະຜິດໃນຂໍ້ຫາໄປສໍ້ໂກງຊັພພົລເມືອງ ມັນກໍເປັນຄວາມຜິດທາງອາຍາຫັ້ນແລ້ວ ເຂົາກໍຕ້ອງເອົາໃຊ້ແທນຄືນໝົດຫັ້ນແຫລະ. ເອົາຊັພສິນ, ເອົາຣົຖເອົາລາງ ເອົາທຸກຢ່າງແລ້ວມາຂາຍ. ໂທດຈໍາຄຸກເດ ໂຕ້ນີ້ແດ່ 10 ປີບໍ່ຫລຸດແຫລະ.

ເຣື່ອງຄະດີ ເຈ້ທິບ ເຈົ້້າໜ້າທີ່ຕໍາຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍຂອງໄທຍ ທ່ານນຶ່ງເວົ້າວ່າ ທີ່ຜ່ານມາ ທາງເຈົ້າໜ້າທີ່ຕໍາຣວດລາວ ກໍໄດ້ປະສານງານກັບ ເຈົ້າໜ້າທີ່ຕໍາຣວດໄທຍ ເພື່ອຂໍຄວາມຮ່ວມມືໃນການຊອກຫາຈັບຕົວ ເຈ້ທິບ ທີ່ໜີຄະດີສໍ້ໂກງເງິນຈາກລາວມາໄທຍ, ແຕ່ຕໍາຣວດໄທຍຈັບນາງສົ່ງກັບຄືນລາວໃນຂໍ້ຫາຢູ່ໄທຍເກີນເວລາກໍານົດ.

ທ່ານກ່າວວ່າ:

“ກໍຮູ້ແຫລະວ່າ ເປັນທີ່ຕ້ອງການຕົວ ເຂົາກໍປະສານຂໍ້ມູນມາສ່ວນນຶ່ງ. ເຈ້ທິບ ທີ່ເຮົາຈັບ. ເຮົາບໍ່ໄດ້ຈັບກ່ຽວກັບຄະດີຂອງລາວເລີຍນະ. ເຮົາຈັບໃນຄະດີກ່ຽວກັບຄະດີ ເຂົາຢູ່ເກີນກໍານົດອະນຸຍາດ. ເຮົາກໍຈໍາເປັນຕ້ອງສົ່ງກັບ ເຂົາຈະໄປດໍາເນີນຄະດີ ຕາມກົດໝາຍຂອງລາວ ເຂົາກໍວ່າກັນໄປຕາມກົດໝາຍເຂົາ.

ກ່ອນໜ້ານີ້ ເມື່ອວັນທີ 29 ມິຖຸນາ 2022 ນາງ ພອນທິບ ໄຊປັນຍາ ແລະຜົວຂອງນາງ ໄດ້ເດີນທາງຫລົບໜີອອກຈາກລາວ ໄປລີ້ຊ່ອນຢູ່ປະເທດໄທຍ ຜ່ານດ່ານຂົວມິຕພາບລາວ-ໄທຍ ວຽງຈັນ-ໜອງຄາຍ  ພາຍຫລັງ ທີ່ໄດ້ຕົວະຄົນລາວຫລາຍພັນຄົນ ໃຫ້ໂອນເງິນມາຝາກນໍາ ດ້ວຍການໃຫ້ດອກເບັ້ຍສູງເຖິງ 30%.       

ມາເຖິງມື້ວັນທີ 29 ກໍຣະກະດາ 2022 ຕໍາຣວດກວດຄົນເຂົ້າເມືອງຂອງໄທຍ ໄດ້ຄວບຄຸມຕົວນາງ ພອນທິບ ໄຊປັນຍາ ອາຍຸ 30 ປີ ແລະຜົວຂອງນາງ ຄືທ້າວ ອະນຸສິດ ພຸດທະວົງ ອາຍຸ 34 ປີ, ສັນຊາຕລາວ ຢູ່ໂຮງແຮມແຫ່ງນຶ່ງ ທີ່ເຂດຄອງຫ້າ, ເມືອງຄອງຫລວງ ແຂວງປະທຸມທານີ ໃນຂໍ້ຫາຢູ່ປະເທດໄທຍ ເກີນ ໄລຍະເວລາທີ່ກໍານົດ ພາຍຫລັງທີ່ຜູ້ກ່ຽວ ໄດ້ລົງທະບຽນເຂົ້າໃຊ້ເຟສບຸກຄ໌ ແລະໄດ້ນໍາຕົວໄປສອບປາກຄໍາ ທີ່ສໍານັກງານ ຕໍາຣວດກວດຄົນເຂົ້າເມືອງ, ຈາກນັ້ນກໍມອບຕົວ ໃຫ້ເຈົ້າໜ້າທີ່ລາວ ນໍາກັບຄືນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.