ເຣື້ອງທີ່ເກັບບັນທຶກໄວ້
2022-03-31
ຄົນງານລາວ ກຸ່ມທຳອິດ ເຣີ່ມເດີນທາງ ໄປເຮັດວຽກ ໃນປະເທດໄທຍ ພາຍໃຕ້ ບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ທາງການໄທຍ ແລະ ທາງການລາວ ຊຶ່ງກໍຕ້ອງຜ່ານ ຂັ້ນຕອນຕ່າງໆ ຫຼາຍຂັ້ນຕອນເຊັ່ນກັກໂຕ ເພື່ອກວດຫາ ເຊື້ອໂຄວິດ-19 ເປັນຕົ້ນ ລວມທັງມີຄ່າໃຊ້ຈ່າຍສູງ.
2022-03-31
ຊາວບ້ານ ບ້ານຫ້ວຍຢໍ້, ເມືອງຈອມເພັດ ທີ່ຖືກຜົລກະທົບ ຈາກໂຄງການ ເຂື່ອນຫຼວງພຣະບາງ ຮຽກຮ້ອງໃຫ້ຜູ້ພັທນາໂຄງການ ກໍ່ສ້າງເຮືອນຈັດສັນ ໃຫ້ໄດ້ຕາມສັນຍາ ພ້ອມມີມາຕຖານ ແລະ ຊົດເຊີຍໃຫ້ສົມເຫດສົມຜົລ
2022-03-31
ປະຊາຊົນ ທີ່ໄດ້ຮັບຜົລກະທົບ ທາງອ້ອມ ຈາກໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ຍັງລໍຖ້າ ເງິນຊົດເຊີຽ ຊຶ່ງຜູ້ທີ່ໄດ້ຮັບຜົລກະທົບ ຈຳນວນນຶ່ງ ຍັງບໍ່ທັນໄດ້ ຄົບຖ້ວນຕາມຈຳນວນ.
2022-03-31
ແມ່ຍິງລາວ ອາຍຸ 26 ປີ ໄດ້ຫາຍສາບສູນ ຫຼັງຈາກທີ່ນາງຖືກນາຍໜ້າ ຕົວະໄປເຮັດວຽກ ຢູ່ແຂວງບໍ່ແກ້ວ, ຈາກນັ້ນ ກໍຖືກພາໄປແຕ່ງດອງ ກັບຄົນຈີນ ຢູ່ເຂດຢວນໂຈ, ເມືອງອີ້ຊຸນ ມົລທົນຈຽງຊີ ແລະບໍ່ສາມາດຕິດຕໍ່ໄດ້ອີກ ຊຶ່ງທາງພີ່ນ້ອງເປັນຫ່ວງວ່າ ອາດຖືກລັກພາໂຕ ເພື່ອຮຽກຄ່າໄຖ່.
2022-03-30
ໃນຂະນະທີ່ ເງິນບາດແຂງໂຕ, ສະພາບເງິນກີບເຟີ້ ຢູ່ລາວ ຍ້ອນວ່າ ມີກຸ່ມຄົນທີ່ສວຍໂອກາດ ປັ່ນຄ່າເງິນ ເຮັດໃຫ້ ສະຖານະ ການເງິນໃນລາວ ຜັນຜວນ ແລະກະທົບ ອັດຕຣາການແລກປ່ຽນ ເງິນຕຣາຕ່າງປະເທດ.
2022-03-30
ເຈົ້າຂອງທີ່ດິນຜູ້ນຶ່ງ ຢູ່ບ້ານທ່າແຮ່ ເມືອງທ່າແຂກ ແຂວງຄໍາມ່ວນ ຕູ່ຫາວ່າມີ ພະນັກງານຣັຖ ໄປໂກງເອົາດິນຂອງຕົນ ໃນຂະນະທີ່ ຊາວບ້ານໃນພື້ນທີ່ ບອກວ່າ ດິນຕອນດັ່ງກ່າວ ເປັນດິນຂອງຊາວບ້ານຜູ້ນັ້ນແທ້ ແຕ່ອາຈຖືກໂຄງການ ພັທນາຂອງຣັຖ ຫຼືເອກະຊົນ ກໍເປັນໄປໄດ້.
2022-03-30
ທາງການລາວແຈ້ງການ ໃຫ້ປະຊາຊົນ ໄປສັກວັກຊີນ ປ້ອງກັນໂຄວິດ-19 ເຂັມທີ 4 ຊຶ່ງປະຊາຊົນ ສ່ວນນຶ່ງຍັງມີຄວາມກັງວົນ ເຣື່ອງສຸຂພາບ ຫຼັງຈາກການສັກວັກຊີນ ແຕ່ບາງຄົນກໍຢາກສັກ ເຂັມທີ 4 ເພາະຄິດວ່າ ຈະຊ່ອຍປ້ອງກັນ ເຊື້ອໂຄວິດ-19 ສາຍພັນໃໝ່ໄດ້ດີ.
2022-03-30
ການສົ່ງອອກ ສິນຄ້າຂອງລາວ ໄປຈີນຍັງພົບບັນຫາຫຼາຍຢ່າງ ແລະ ທີ່ຜ່ານມາສິນຄ້າກະສິກັມ ພາຍໃນປະເທດລາວ ທີ່ຖືກສົ່ງອອກ ໄປຍັງປະເທດຈີນ ສ່ວນຫລາຍເປັນກິຈການ ຂນາດໃຫຍ່ ຂອງນັກລົງທຶນຊາວຈີນ ທີ່ເຂົ້າມາ ສັມປະທານໃນລາວ.
2022-03-30
ຕໍາຣວດຈີນ ສົ່ງໂຕແມ່ຍິງ ແລະເດັກນ້ອຍແມ່ຍິງລາວ ຊາວແຂວງອຸດົມໄຊ ກັບຄືນສູ່ຄອບຄົວ ຈໍານວນ 30 ຄົນ ພາຍຫຼັງຖືກຕົວະ ໃຫ້ໄປເຮັດວຽກຢູ່ຈີນ, ແຕ່ງດອງກັບຄົນຈີນ ຫຼືເຂົ້າເມືອງຜິດກົດໝາຍ ຊຶ່ງແມ່ຍິງ ແລະເດັກນ້ອຍແມ່ຍິງລາວ ດັ່ງກ່າວຖືກຊ່ອຍອອກມາໄດ້.
2022-03-30
ທ່ານ ສຸລິຍາ ທັມມະວົງສາ, ໜຸ່ມລາວ ຂັບຣົຖບັນທຸກ 18 ລໍ້ ຂົນສົ່ງໄປທົ່ວ ສະຫະຣັຖ ອາເມຣິກາ, ບາງຄັ້ງ 3 ມື້ ຫຼື ອາທິດນຶ່ງ ຈຶ່ງໄດ້ກັບບ້ານ.
2022-03-29
ຄົນຈີນທຳຮ້າຍຮ່າງກາຍຄົນລາວ ເກີດຂຶ້ນໃນປະເທດລາວ ເປັນປະຈຳ ຊຶ່ງກໍ່ມີທັງຜູ້ຊາຍຈີນຕີກັບຜູ້ຊາຍຄົນລາວ ແລະຫຼາຍເທື່ອກໍແມ່ນ ຜູ້ບ່າວຈີນຕີແມ່ຍິງລາວ ເຖິງຢ່າງກໍຕາມ ມີຫຼາຍເທື່ອ ທີ່ຜູ້ກະທຳຜິດ ບໍ່ໄດ້ຮັບການລົງໂທດ ຕາມກົດໝາຍລາວ.
2022-03-29
ແມ່ຍິງ ແລະເດັກນ້ອຍລາວ ມີຄວາມສ່ຽງສູງ ທີ່ຈະຕົກເປັນເຫຍື່ອ ການຄ້າມະນຸສຫຼາຍ, ທີ່ຜ່ານມາ ເຈົ້າໜ້າທີ່ ໄດ້ຊ່ອຍເຫື້ອກຸ່ມ ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ໄດ້ຈຳນວນນຶ່ງ ແລະອີກຈຳນວນນຶ່ງ ຂາດຮ່ອງຮອຍການຕິດຕໍ່ ເພື່ອຊ່ອຍເຫຼືອ.
2022-03-29
ປະຊາຊົນ ຂໍໃຫ້ພາກຣັຖແກ້ໄຂ ບັນຫາເຣື່ອງການ ຂາດແຄນນ້ຳມັນ ໂດຍສະເພາະ ແມ່ນຢູ່ແຂວງຫຼວງນ້ຳທາ ຊຶ່ງປະຊາຊົນ ຕ່າງກໍ່ໄດ້ຮັບ ຄວາມເດືອດຮ້ອນ ໃນຂະນະທີ່ທາງການ ກໍ່ຄາດວ່າ ການຂົນສົ່ງນ້ຳມັນ ຈະມາເຖິງ ແຂວງຫຼວງນ້ຳທາ ພາຍໃນວັນທີ 30 ມີນານີ້.
2022-03-29
ອັດຕຣາແລກປ່ຽນເງິນ ຖີບຂຶ້ນສູງຫຼາຍ ເປັນປວັດການ, ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຈົນເຮັດໃຫ້ ຣັຖບານລາວ ເລັ່ງຄວບຄຸມ ສະພາບເງິນເຟີ້ ແລະ ສິນຄ້າລາຄາແພງ.
2022-03-28
ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ສັ່ງປິດຮ້ານອາຫານ 10 ແຫ່ງ ຊົ່ວຄາວ ໃນມື້ວັນທີ 24 ມິນານີ້ ຍ້ອນລະເມີດ ມາຕການປ້ອງກັນ ໂຄວິດ-19, ບໍ່ມີໃບອະນຸຍາດ, ເຄື່ອນໄຫວຜິດຈາກ ປະເພດໃບ ອະນາຍາດ ແລະເປີດຮ້ານ ກາຍເວລາ ທີ່ທາງການກໍານົດ.