ຊາວບ້ານ ຂ.ອຸດົມໄຊ ຍັງບໍ່ໄດ້ຄ່າຊົດເຊີຽ ທີ່ດິນຄົບຖ້ວນ

ສຸພັດຕາ
2022.03.31
ຊາວບ້ານ ຂ.ອຸດົມໄຊ ຍັງບໍ່ໄດ້ຄ່າຊົດເຊີຽ ທີ່ດິນຄົບຖ້ວນ ທາງຣົຖໄຟລາວ-ຈີນ ທີ່ແລ່ນຜ່ານເຂດ ບ້ານຫ້ວຍຂຸມ (ທາງຫຼັງໂຮງຮຽນ ບ້ານຫ້ວຍຂຸມ), ເມືອງໄຊ ແຂວງອຸດົມໄຊ.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ການຊົດເຊີຽແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບທາງອ້ອມ ຈາກການສ້າງທາງຊອຍ ແລະອື່ນໆ ຂອງໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ເຂດເມືອງໄຊ ແລະເມືອງນາໝໍ້ ແຂວງອຸດົມໄຊ ຍັງຄ້າງຄາຢູ່ອີກປະມານ 69.6 ຕື້ກີບ ຊຶ່ງສ່ວນໃຫຍ່ແມ່ນຊາວບ້ານ ທີ່ຖືກຜົລກະທົບ ຈາກການກໍ່ສ້າງທາງຊອຍ ເຂົ້າຫາບ່ອນກໍ່ສ້າງທາງຣົຖໄຟ ແລະອື່ນໆ ໃນນັ້ນມີທັງຊາວບ້ານທີ່ບໍ່ທັນໄດ້ຮັບ ເງິນຄ່າຊົດເຊີຽ ແລະອີກຈໍານວນນຶ່ງ ກໍໄດ້ຄ່າຊົດເຊີຽໄປແດ່ແລ້ວບາງສ່ວນ ແຕ່ຍັງບໍ່ທັນຄົບຕາມຈໍານວນເທື່ອ.

ດັ່ງຊາວບ້ານ ທ່ານນຶ່ງ ຢູ່ເມືອງໄຊ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽຄົບຖ້ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 31 ມິນາ ນີ້ວ່າ:

ຂອງເອື້ອຍກະຍັງບໍ່ໝົດເທື່ອ ບໍ່ຫຼາຍແລ້ວ ຍັງປະມານລ້ານປາຍກີບ ຕອນນັ້ນ ດິນເອື້ອຍມັນບໍ່ມີທາງ ແລ້ວກະທາງຣົຖໄປມາ ແລ້ວກະຖືກໂຄງການທາງຣົຖໄຟ ເຂົາເຈົ້າຈ່າຍໄປແລ້ວ ແບບຄວາມໝາຍວ່າ ເຂດແດງເຂົາເຈົ້າຈ່າຍແລ້ວ ຍັງເຂດເຫຼືອງວ່າຊັ້ນ.”

ໃນຂະນະທີ່ ຊາວບ້ານຢູ່ເມືອງໄຊ ອີກທ່ານນຶ່ງ ກ່າວວ່າ ສໍາລັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ເຂດເມືອງໄຊ ກໍເຫັນວ່າ ໄດ້ຮັບຄ່າຊົດເຊີຽໄປຫຼາຍແລ້ວ ຍັງເຫຼືອພຽງແຕ່ຊາວບ້ານ ທີ່ຖືກຜົລກະທົບຈາກທາງຊອຍ ທີ່ຕັດເຂົ້າໄປຫາສະຖານີຣົຖໄຟເມືອງໄຊ ເຫຼືອເຂດທີ່ເຄີຍເປັນບ່ອນພັກເຊົາຂອງຄົນງານ ສ້າງທາງຣົຖໄຟ.

ດັ່ງທ່ານກ່າວວ່າ:

ກ່ຽວກັບທາງຊອຍນີ້ແຫຼະ ຖືກຜົລກະທົບທາງອ້ອມຫັ້ນນ່າ ແຕ່ບາງເຈົ້າກໍ ແມ່ນຖືກທາງກົງແດ່ ແລ້ວກໍເອົາມາໃສ່ເປັນທາງຊອຍ ມັນເປັນບຸກຄົນຄອບຄົວດຽວຫັ້ນນ່າ ມັນຈະເປັນແນວນັ້ນ.”

ສ່ວນການຊົດເຊີຽແກ່ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ຢູ່ເຂດເມືອງນາໝໍ້ ກໍສໍາເຣັດຫຼາຍແລ້ວເຊັ່ນກັນ ແຕ່ກໍຍັງເຫຼືອບາງຄອບຄົວ ທີ່ບໍ່ທັນໄດ້ຮັບການຊົດເຊີຽ ຫຼືໄດ້ຮັບແຕ່ພຽງບາງສ່ວນ ຕໍ່ບໍ່ທັນໄດ້ຮັບຄົບຖ້ວນ ເຊິ່ງເປັນຜູ້ທີ່ໄດ້ຮັບຜົລກະທົບທາງອ້ອມ ຈາກການສ້າງທາງຊອຍແລະອື່ນໆ ທີ່ຢູ່ໃນໂຄງການດັ່ງກ່າວ.

ດັ່ງຊາວບ້ານ ຢູ່ເມືອງນາໝໍ້ ນາງນຶ່ງ ກ່າວວ່າ:

ຜູ້ໄດ້ບໍ່ຄົບຖ້ວນກໍມີ ຜູ້ເຂົາຍັງຕັດໄວ້ແດ່ກະມີນ່າ ຈັກຍັງຫຼາຍປານໃດບໍ່ຮູ້ນ່າ ຢູ່ເຮືອນເທິງນີ້ ເຂົາກະໄລ່ໝົດແລ້ວນ່າ ເອື້ອຍແທ້ ໄດ້ຄົບໝົດແລ້ວ ເງິນທົດແທນນ່າ.”

ທາງດ້ານເຈົ້າໜ້າທີ່ ຫ້ອງການສະພາປະຊາຊົນ ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ ສໍາລັບການຊົດເຊີຽ ແກ່ຊາວບ້ານທີ່ໄດ້ຮັບຜົລກະທົບທາງອ້ອມ ຈາກການສ້າງທາງຊອຍ ແລະອື່ນໆ ຂອງໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ຢູ່ເມືອງໄຊ ແລະເມືອງນາໝໍ້ນັ້ນ ຍັງຄ້າງຄາຢູ່ທັງໝົດມູນຄ່າ 69,633,403,060 (ຫົກສິບເກົ້າຕື້ປາຍກີບ), ແຕ່ຍັງບໍ່ທັນໄດ້ສຣຸບວ່າ ໃນຈໍານວນນັ້ນ ມີຈັກຄອບຄົວ ເຊິ່ງທາງພາກສ່ວນທີ່ກ່ຽວຂ້ອງ ກໍາລັງເລັ່ງສືບຕໍ່ແກ້ໄຂຢູ່ເລື້ອຍໆ.

ດັ່ງທ່ານກ່າວວ່າ:

ການຊົດເຊີຽນີ້ຖືວ່າ ມັນກະຍັງມີຜູ້ທີ່ວ່າ ຍັງຕົກຄ້າງຈໍານວນນຶ່ງເນາະ ບັນດາຜົລກະທົບທີ່ວ່າເປັນ ບໍ່ແມ່ນພື້ນຖານ ຜົລກະທົບສໍາຮອງເນາະ ທີ່ວ່າເປັນຜົລກະທົບ ກ່ຽວກັບທາງຊອຍ.”

ໃນຂະນະດຽວກັນ ທາງດ້ານໂຮງຮຽນມັທຍົມສົມບູນຫ້ວຍຂຸມ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ທີ່ຖືກສ້າງຂຶ້ນໃໝ່ ໂດຍໄດ້ຮັບເງິນທຶນ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ເພື່ອສ້າງທົດແທນໂຮງຮຽນຫຼັງເກົ່າ ທີ່ຖືກເສັ້ນທາງຣົຖໄຟລາວ-ຈີນ ກໍ່ສ້າງຜ່ານນັ້ນ ເຖິງແມ່ນວ່າປັດຈຸບັນ ໂຮງຮຽນຫຼັງໃໝ່ແຫ່ງນີ້ໄດ້ສ້າງສໍາເຣັດ ແລະເປີດໃຊ້ມາຕັ້ງແຕ່ປີ 2021 ແລ້ວກໍຕາມ ແຕ່ຍັງພົບຫຼາຍບັນຫາ ທີ່ຈະຕ້ອງແກ້ໄຂຢູ່ ເປັນຕົ້ນ ໂຕອາຄານຮຽນ ຍັງບໍ່ທັນໄດ້ມາຕຖານເທົ່າທີ່ຄວນ ເຖິງແມ່ນວ່າຈະສ້ອມແປງຄືນຢູ່ກໍຕາມ.

ດັ່ງເຈົ້າໜ້າທີ່ຫ້ອງການ ສຶກສາທິການ ແລະກິລາ ເມືອງໄຊ ກ່າວວ່າ:

ໂຕອາຄານຫ້ອງຮຽນຫັ້ນ ກາໂລ້ຟູຂຶ້ນຫຼາຍ ບໍຣິສັດກະມາສ້ອມແປງຄືນ ແຕ່ບໍ່ແນ່ໃຈວ່າ ປີຕໍ່ໆໄປ ຫັ້ນນ່າມັນຊິຟູແບບໃດຕື່ມ ເພາະວ່າເຫັນມັນໂນນໆຢູ່ນິ່.”

ທ່ານກ່າວອີກວ່າ ນອກຈາກນັ້ນແລ້ວ ເດີ່ນໃນໂຮງຮຽນ ທີ່ໄວ້ສໍາລັບເປັນບ່ອນຫຼິ້ນກິລາ ແລະເຮັດກິຈກັມຕ່າງໆນັ້ນ ກໍຍັງມີສະພາບນໍ້າອັ່ງທົ່ວເດີ່ນໃນເວລາຝົນຕົກ ແລະໃນຍາມປົກກະຕິ ກໍມີເສດຫິນຫຼາຍຢູ່ເທິງໜ້າເດີ່ນ ເຮັດໃຫ້ບັນດານັກຮຽນ ບໍ່ສາມາດຫຼິ້ນກິລາຢູ່ເດີ່ນໄດ້ຢ່າງສະດວກ ເຊິ່ງບັນຫາທັງໝົດນີ້ ຍັງຈະຕ້ອງຫາແນວທາງແກ້ໄຂຕື່ມ.

ໃນໄລຍະວັນທີ່ 28-29 ມິນາ ທີ່ຜ່ານມານີ້ ທ່ານພົລໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ລົງພື້ນທີ່ເຄື່ອນໄຫວຕິດຕາມກວດກາ ການຊົດເຊີຽແກ່ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ຢູ່ເມືອງໄຊ ແລະເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງໃນໂອກາດດັ່ງກ່າວ ທ່ານຄໍາດີ ວົງລ້ອມ ປະທານສະພາປະຊາຊົນ ແຂວງອຸດົມໄຊ ກໍໄດ້ຣາຍງານວ່າ ການຊົດເຊີຽແກ່ຜູ້ທີ່ໄດ້ຮັບຜົລກະທົບຈາກໂຄງການດັ່ງກ່າວ ຢູ່ແຂວງອຸດົມໄຊ ມີມູນຄ່າທັງໝົດປະມານ 253 ຕື້ກີບ ໂດຍໃນໄລຍະຜ່ານມາ ສາມາດເບີກຈ່າຍຄ່າຊົດເຊີຽແລ້ວຈໍານວນ 7 ຄັ້ງ ຮວມມູນຄ່າ 183 ຕື້ກີບ ແລະຍັງເຫຼືອອີກປະມານ 69.6 ຕື້ກີບ ທີ່ຍັງຕ້ອງສືບຕໍ່ຊົດເຊີຽຕໍ່ໄປ.

ສໍາລັບການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຜ່ານແຂວງອຸດົມໄຊ ມີຄວາມຍາວທັງໝົດ 126.6 ກິໂລແມັດ ຜ່ານເມືອງໄຊ, ເມືອງນາໝໍ້ ແລະເມືອງງາ ຮວມເນື້ອທີ່ທັງໝົດ 39 ບ້ານ ໃນນັ້ນ ມີຊາວບ້ານໄດ້ຮັບຜົລກະທົບ ຈໍານວນ 1,541 ຄອບຄົວ ໂດຍມີເນື້ອທີ່ໄດ້ຮັບຜົລກະທົບ ທັງໝົດ 439.61 ເຮັກຕ້າຣ໌ ແລະຖືກເຮືອນປະຊາຊົນທັງໝົດ 107 ຫຼັງ, ອີງຕາມຂໍ້ມູນຈາກ ສະພາບປະຊາຊົນ ແຂວງອຸດົມໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.