ແມ່ຍິງ, ເດັກນ້ອຍແມ່ຍິງລາວ ຖືກສົ່ງກັບປະເທດ
2022.03.30
ໃນປີ 2018 ຫາປີ 2021 ເຈົ້າໜ້າທີ່ຕໍາຣວດຈີນ ຢູ່ດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ ໄດ້ສົ່ງໂຕແມ່ຍິງແລະເດັກນ້ອຍແມ່ຍິງລາວ ຊາວແຂວງອຸດົມໄຊ ກັບຄືນສູ່ຄອບຄົວ ຈໍານວນ 30 ຄົນ ໃນນັ້ນ ເດັກນ້ອຍແມ່ຍິງ ອາຍຸຕໍ່າກວ່າ 18 ປີ ມີ 15 ຄົນ ແລະແມ່ຍິງ ອາຍຸກາຍ 18 ປີ ມີ 15 ຄົນ, ໂດຍຈໍານວນນຶ່ງ ພວກຂະເຈົ້າ ຖືກເຈົ້າໜ້າທີ່ຈີນຕັ້ງຂໍ້ຫາ ວ່າ ລັກເຂົ້າເມືອງແບບຜິດກົດໝາຍ ຄື: ບໍ່ມີເອກະສານແຕ່ງດອງກັບຄົນຈີນ ຫຼືບໍ່ມີເອກະສານຢັ້ງຢືນ ໃນການເຮັດວຽກຢູ່ຈີນຢ່າງຖືກຕ້ອງ, ແຕ່ອີກຈໍານວນນຶ່ງ ພວກຂະເຈົ້າຖືກຕົວະແຕ່ງດອງ ຫຼືຖືກຕົວະໃຫ້ມາເຮັດວຽກຢູ່ຈີນ ແຕ່ພໍໄປຮອດຈີນແລ້ວ ພັດຖືກຂາຍໃຫ້ຜູ້ອື່ນ ແລະຖືກໃຊ້ແຮງງານຢ່າງໜັກ ໂດຍບໍ່ໄດ້ຮັບຄ່າຈ້າງ.
ສະເພາະຢູ່ເມືອງປາກແບງ ແຂວງອຸດົມໄຊ ເຈົ້າໜ້າທີ່ກ່ຽວຂ້ອງຈີນ ແລະລາວ ກໍໄດ້ຊ່ອຍເຫຼືອແມ່ຍິງລາວ ອາຍຸກາຍ 18 ປີ ກັບຄືນສູ່ຄອບຄົວ ໃນປີ 2018 ໄດ້ 1 ຄົນ, ທີ່ຖືກຕົວະໃຫ້ໄປເຮັດວຽກ ຢູ່ໂຮງງານໃນປະເທດຈີນ ວ່າຈະໄດ້ເງິນດີ ແຕ່ພໍໄປຮອດຈີນ ລາວກໍຕິດຕໍ່ຫາຜູ້ໃດກໍບໍ່ໄດ້ ແລະຖືກຄອບຄົວຈີນ ສັ່ງໃຫ້ເຮັດວຽກໃນສວນສາລີ ໂດຍບໍ່ໄດ້ຮັບຄ່າຈ້າງຈັກຢວນ ແລະພໍຮອດນຶ່ງສັປດາ ລາວກໍຖືກຂາຍຕໍ່ໃຫ້ຄອບຄົວຈີນຜູ້ອື່ນ ເຊິ່ງເປັນແນວນີ້ເລື້ອຍໆ ຮວມເປັນເວລາ 1 ປີປາຍ ນັບແຕ່ທ້າຍປີ 2016 ຫາຕົ້ນປີ 2018 ທີ່ລາວຢູ່ຈີນ ແບບທຸກທໍຣະມານ, ອີງຕາມຄວາມເວົ້າຂອງສະຫະພັນແມ່ຍິງ ແຂວງອຸດົມໄຊ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 30 ມິນາ ນີ້ວ່າ:
“ອັນເຣື່ອງອັນຢູ່ ອັນກິນ ເພິ່ນກໍໃຫ້ກິນ ແຕ່ວ່າເງິນບໍ່ໄດ້ ແຕ່ວ່າໄດ້ໄປເຮັດວຽກເຮັດການ ຢູ່ສວນຫັ້ນແຫຼະ ແຕ່ວ່າ ເຣື່ອງອັນຢູ່ນໍາຜູ້ຊາຍຫັ້ນ ອາທິດນຶ່ງ ຢູ່ນໍາຜູ້ນຶ່ງເນາະ ແລ້ວອາທິດໜ້າມາ ຈະມີຣົຖຈັກມາຮັບເອົາຕື່ມໄປ.”
ຍາງນາງກ່າວຕື່ມວ່າ ການຊ່ອຍເຫຼືືອແມ່ຍິງລາວຜູ້ນີ້ ໃຫ້ກັບມາລາວໄດ້ນັ້ນ ແມ່ນຍ້ອນໂຕຂອງຜູ້ກ່ຽວເອງ ທີ່ໃຊ້ໂທຣະສັບຂອງແມ່ເຖົ້າຄົນຈີນ ຕິດຕໍ່ມາຫາຜູ້ບ່າວຂອງລາວຢູ່ປະເທດລາວ ເພື່ອຂໍຄວາມຊ່ອຍເຫຼືອຈາກເຈົ້າໜ້າທີ່ລາວ ດ້ວຍຕົນເອງ ແລະລາວກໍເລົ່າຕື່ມອີກວ່າ ຍັງມີແມ່ຍິງລາວ ຈາກແຂວງອຸດົມໄຊ ອີກ 3 ຄົນ ທີ່ໄປຈີນພ້ອມກັບລາວ ແລະກໍສາມາດຕິດຕໍ່ຫາໄດ້ເລີຍ.
ສໍາລັບຄວາມຮູ້ສຶກ ຂອງແມ່ຍິງລາວຜູ້ນີ້ ພາຍຫຼັງໄດ້ກັບຄືນສູ່ຄອບຄົວ ລາວກໍດີໃຈ ຄືດັ່ງໄດ້ເກີດໃໝ່ ແລະປັດຈຸບັນ ລາວກໍໄປຊອກຫາເຮັດວຽກຢູ່ພາຍໃນແຂວງໄດ້ແລ້ວ.
ດັ່ງເຈົ້າໜ້າທີ່ ຂແນງຕ້ອນຮັບແມ່ ແລະເດັກ ທີ່ຖືກເຄາະຮ້າຍຈາກການຄ້າມະນຸສ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ໂອ້ ເພິ່ນດີໃຈ ເອົາແທ້ເອົາວ່າ ເພິ່ນມາຮອດບ້ານ ຮອດເມືອງແລ້ວນ່າ ແບບວ່າ ຄືອັນເກີດຊາດໃໝ່ ວ່າຈັ່ງຊັ້ນສາ ເພິ່ນວ່າຫັ້ນນ່າ ອັນນີ້ກໍໄດ້ສຶກສາອົບຮົມ ເພິ່ນວ່າໃຫ້ໄດ້ມາບ້ານເຮົາແລ້ວ ກໍສຶກສາອົບຮົມລາວ ດຽວນີ້ລາວກໍຢູ່ ຕາມບ້ານຕາມເມືອງເຮົານີ້ແຫຼະ ຊອກຢູ່ຫາກິນ ຢູ່ຕາມບ້ານຕາມເມືອງນີ້ແຫຼະ.”
ຍານາງກ່າວຕື່ມວ່າ ປັດຈຸບັນ ຫ້ອງການສະຫະພັນແມ່ຍິງເມືອງປາກແບງ ມີແຜນຈະລົງໂຄສະນາ ຜົລຮ້າຍຂອງການຄ້າມະນຸສ ຕາມເຂດທີ່ນັກງລົງທຶນຈີນ ເຂົ້າມາສັມປະທານ ຂຸດຄົ້ນແຮ່ທາດ ຫຼືຕາມໂຄງການສົ່ງເສີມປູກພືດຕ່າງໆ ເນື່ອງຈາກເປັນເຂດສ່ຽງ ທີ່ແມ່ຍິງແລະເດັກນ້ອຍແມ່ຍິງ ຈະຕົກເປັນເຫຍື່ອການຄ້າມະນຸສໄດ້ງ່າຍ ຍ້ອນທີ່ຜ່ານມາ ມີແມ່ຍິງລາວໄປເປັນກັມມະກອນຢູ່ສວນກ້ວຍຈີນ ແລ້ວຖືກຄົນຈີນຕົວະຍົວະໃຫ້ແຕ່ງດອງກັບຜູ້ຊາຍຈີນ ນອກຈາກນີ້ ຫ້ອງການແມ່ຍິງ ເມືອງປາກແບງ ຍັງມີແຜນສຶກສາອົບຮົມຜູ້ປົກຄອງຂອງເດັກນ້ອຍແມ່ຍິງ ໃນເຂດສ່ຽງນັ້ນນໍາ ໃຫ້ຕັກເຕືອນລູກ-ຫຼານຂອງໂຕເອງ ກ່ຽວກັບພັຍອັນຕລາຍນີ້ນໍາດ້ວຍ.
ສ່ວນຢູ່ເມືອງໄຊ ແຂວງອຸດົມໄຊ ເຈົ້າໜ້າທີ່ຕໍາຣວດຈີນ ແລະຕໍາຣວດລາວ ກໍໄດ້ຊ່ອຍເຫຼືອແມ່ຍິງລາວ ອາຍຸ 30 ປາຍປີ ທີ່ເສັຽຈິດ ຫຼືເປັນບ້າ ຄືນສູ່ຄອບຄົວ ພາຍຫຼັງໄປແຕ່ງດອງຢູ່ກິນກັບຜົວຈີນ ໄດ້ຫຼາຍປີຈົນມີລູກນໍາກັນ 2 ຄົນ ແລ້ວຜົວຈີນໄດ້ເສັຽ ສ່ວນລູກຂອງລາວນັ້ນ ກໍຢູ່ຈີນຄືເກົ່າ ແລະບໍ່ສາມາດສືບສວນ-ສອບສວນ ແມ່ຍິງຜູ້ນີ້ໄດ້ຕື່ມ ຍ້ອນລາວເປັນຄົນບ້າ-ເສັຍຈິດ ບໍ່ສາມາດລົມກັບຜູ້ໃດໄດ້ແລ້ວ ສ່ວນເຈົ້າໜ້າທີ່ຈີນ ກໍພຽງແຕ່ສົ່ງໂຕລາວກັບມາລາວ ແລະກໍຕັ້ງຂໍ້ຫາເຂົ້າເມືອງແບບຜິດກົດໝາຍເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ ຄະນະກັມມະການຕ້ານການຄ້າມະນຸສ ແຂວງອຸດົມໄຊ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ວ່າ ເປັນບ້າແລ້ວອັນນັ້ນນ່າ ອັນນັ້ນ ລະຜົວລາວຕາຍ ມັນມົ້ງຫັ້ນນ່າ ມີລູກ 2-3-4 ຄົນພຸ້ນນ່າ ລູກນ່າ ຜົວຕາຍກໍຊິກັບ ມົ້ງນີ້ ຮີດຄອງເຂົາເຈົ້ານີ້ ເອົາຜົວແລ້ວມາແລ້ວ ຢູ່ນໍາຜົວໃດ໋ ຕາຍບໍ່ທັນກັບເຮືອນພໍ່ແມ່ໃດ໋ເຂົາບໍ່ຮັບໃດ໋ ແນວຊື້ຂາດຕົວລະດ້ ມາລະກໍມີຜູ້ຍົວະລາວໄປຢູ່ຈີນພຸ້ນ ແລ້ວກໍໄດ້ລູກຢູ່ພຸ້ນກໍໄດ້ແລ້ວ ເອົາໄປເອົາມາ ເຂົາກໍທຸກທໍຣະມານ ທາງການຈີນທີ່ຊອກເຫັນກໍມາສົ່ງ.”
ໃນໄລຍະ 4 ປີທີ່ຜ່ານມາ ທີ່ເຈົ້າໜ້າທີ່ຈີນ ສົ່ງແມ່ຍິງແລະເດັກນ້ອຍແມ່ຍິງລາວ ກັບຄືນສູ່ຄອບຄົວ ຈໍານວນ 30 ຄົນນັ້ນ ໃນນີ້ ສ່ວນຫຼາຍ ພວກຂະເຈົ້າຈະຖືກຕັ້ງຂໍ້ຫາ ຈາກເຈົ້າໜ້າທີ່ຈີນວ່າ ເຂົ້າເມືອງແບບຜິດກົດໝາຍ ພາຍຫຼັງທີ່ພວກຂະເຈົ້າ ຖືກຕົວະໄປເຮັດວຽກຈີນ ວ່າຈະໄດ້ເຮັດວຽກສະບາຍ ໄດ້ເງິນດີ ເຮັດວຽກຢູ່ໂຮງງານ, ຮ້ານຂາຍເຄື່ອງ ແລະເປັນແມ່ບ້ານ, ແຕ່ເມື່ອເຈົ້າໜ້າທີ່ທ້ອງຖິ່ນໄປກວດກາ ກໍພົບວ່າ ພວກເຂົາເຈົ້າບໍ່ມີໃບອະນຸຍາດເຮັດວຽກ ຈຶ່ງຖືກສົ່ງໂຕກັບຄືນປະເທດລາວ.
ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງອຸດົມໄຊ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ພໍໃຈໄປແດ່ ແລະຈໍານວນນຶ່ງກໍ ເປັນການຕົວະຍົວະກັນແຫຼະ ພັດໄປແລ້ວ ວ່າຊິໄປເຮັດຕາມເຂົາສເນີຫັ້ນນ່າ ບາດໄປລະກໍບໍ່ໄດ້ເຮັດ ບາງເທື່ອກໍວ່າ ເອົາໄປຂາຍເຄື່ອງ ບາດສຸດທ້າຍ ໄປຮອດພຸ້ນໄປອອກແຮງງານຢູ່ໄຮ່ຢູ່ສວນ ຢູ່ສວນສ່ວນຫຼາຍເປັນຈັ່ງຊັ້ນນ່າ.”
ໃນຂະນະທີ່ ເຈົ້າໜ້າທີີ່ຄະນະກັມມະການ ຕ້ານການຄ້າມະນຸສ ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ ທາງຄະນະກັມມະການ ຕ້ານການຄ້າມະນຸສ ແຂວງອຸດົມໄຊ ກໍໄດ້ສເນີຕໍ່ຂັ້ນເທິງແລ້ວວ່າ ຫາກຂັ້ນເທິງມີງົບປະມານ ກໍໃຫ້ນໍາງົບນັ້ນ ມາຊຸກຍູ້ການປະກອບອາຊີພໃຫ້ແມ່ຍິງ ແລະເດັກນ້ອຍແມ່ຍິງຢູ່ເຂດຫ່າງໄກສອກຫຼີກ ເພື່ອສະກັດກັ້ນບັນຫາການຄ້າມະນຸສ.
ດັ່ງທ່ານກ່າວວ່າ:
“ເຄີຍສເນີແລ້ວ ໂຕນີ້ ຖ້າວ່າຣັຖບານເຮົາ ມີທຶນມີຮອນ ກໍເວົ້າເຣື່ອງການປະກອບມີອາຊີິພ ວິຊາຊີພໃຫ້ເຂົາເຈົ້ານັ້ນແຫຼະ ທຸກມື້ນີ້ ຄືນ້ອງເຫັນນີ້ ນັກຮຽນນັກສຶກສານິ່ ບາງປີ ອອກເປັນຈັກພັນຄົນ ຈັກໝື່ນຄົນ ຍ້ອນຫຍັງ ຍ້ອນການໃຊ້ຈ່າຍນີ້ແຫຼະ ຄ່າໂຮງຮຽນບໍ່ພຽງພໍກັນ ບາງທີບາງຄອບຄົວ ເຂົາກໍມີລູກເປັນ 4-5 ຄົນ ກໍບໍ່ຄຸ້ມສາ ຢູ່ເຂດນອກ ບາດນີ້ອອກມາແລ້ວ ບໍ່ມີວຽກເຮັດງານທໍາ ມີແຕ່ເຮັດໄຮ່ໄຖນາ ແລ້ວກໍຂີ້ຄ້ານ ຄ່າຄອງຊີພທຸກມື້ນີ້ ນັບຖີບຂຶ້ນ ແລ້ວຄ່ານິຍົມ ຢາກໄດ້ໂທຣະສັບບໍ ຢາກໄດ້ຣົຖຈັກ ຢາກໄດ້ເຄື່ອງນຸ່ງເຄື່ອງງາມ ຊິເອົາຢູ່ໃສລະ ພໍ່ແມ່ກໍບໍ່ມີ ສ່ວນຫຼາຍເຂົາກະໄປເອງນ່າ ຍ້ອນມີຄວາມຈໍາເປັນນ່າ.”
ທ່ານກ່າວຕື່ມວ່າ ວຽກງານໂຄສະນາ ຜົລຮ້າຍຂອງການຄ້າມະນຸສ ແລະການປະກອບເອກະສານ ແຕ່ງດອງກັບຄົນຕ່າງປະເທດ ຫຼືການສມັກໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງ ຢູ່ຕາມໂຮງຮຽນ ແລະເສັນທາງຣົຖໄຟລາວ-ຈີນ ກໍຖືເປັນວຽກທີ່ສໍາຄັນ ທີ່ພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການເຄື່ອນໄຫວໃນປີ 2022 ນີ້ ເພື່ອປົກປ້ອງແມ່ຍິງ ແລະເດັກນ້ອຍແມ່ຍິງ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸສ.