ແມ່ຍິງລາວ ຫາຍສາບສູນ ຫຼັງຈາກແຕ່ງດອງ ໄປຢູ່ຈີນ
2022.03.31

ນາງ ເກດແກ້ວ ໄຊຍະວົງ ຫຼື ຊື່ຫຼິ້ນວ່າ ນາງແກ້ວ, ອາຍຸ 26 ປີ, ຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ຫາຍສາບສູນໄປ ເມື່ອວັນທີ 23 ເດືອນກຸມພາ ທີ່ຜ່ານມາ ພາຍຫຼັງທີ່ຖືກນາຍໜ້າ ຕົວະໄປເຮັດວຽກ ຢູ່ແຂວງບໍ່ແກ້ວ ແຕ່ເດືອນ 8 ປີ 2020 ເປັນເວລາ 8 ເດືອນ, ຫຼັງຈາກນັ້ນ ກໍຖືກພາໄປແຕ່ງດອງ ກັບຜູ້ຊາຍຄົນຈີນ ຢູ່ໃນປະເທດຈີນ ຢູ່ເຂດຢວນໂຈ, ເມືອງອີ້ຊຸນ ມົລທົລຈຽງຊີ, ອີງຕາມຄຳເວົ້າຂອງເອື້ອຍ ນາງເກດແກ້ວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ມິນານີ້.
ເອື້ອຍຂອງນາງແກ້ວ ກ່າວຕື່ມວ່າ ນາງແກ້ວ ໄດ້ໜີຈາກຜົວຈີນ ໄປຢູ່ກັບເອື້ອຍຮັກ ຍ້ອນຜົວຈີນ ຕີລາວ.
“ເພິ່ນບອກແຕ່ວ່າ ເອື້ອຍບໍ່ໃຫ້ເປັນຫ່ວງນ້ອງເດີ້ ນ້ອງບໍ່ໄດ້ຢູ່ກັບຜົວແລ້ວ ນ້ອງໄດ້ໜີມາຢູ່ກັບເອື້ອຍຮັກ ວ່າຊັ້ນເດ້ ຄັນວ່າຊະນັ້ນແລ້ວ ນ້ອງໜີ ກະໜີໃຫ້ມັນໄກ ຢ້ານເພິ່ນຊິພົບຊິພໍ້ ຢ້ານເພິ່ນຈັບຈິຕີຈິຂ້າ ບອກລາວແນວນີ້ ລາວກະວ່າໂດຍ ບໍ່ເປັນຫຍັງ ວ່ານ້ອງຢູ່ນີ້ຊໍາບາຍແລ້ວ ບໍ່ເປັນຫຍັງ ຄົນລາວຄືກັນເພິ່ນວ່າ ລະມາຮອດມື້ວັນທີ່ 23 ເດືອນ 2 ວ່າງນຶ່ງນີ້ ແລ້ວຜູ້ເອື້ອຍຮັກ ເພິ່ນເລີຍແຊັດມາຫາວ່າ ໂອ່ຍ ນາງແກ້ວ ກັບລາວບໍ່ ລະຂ້ອຍວ່າ ບໍ່ ອ່າວລະລາວໄປໃສ ຂ້ອຍກະບອກລາວໂທກັບມາ ລາວໂທມາ ລາວໂທມາວ່າ ເອີ່ນາງແກ້ວຖືກສຸດຕົວໄປແລ້ວເດີ້ວ່າຊີ້ ຈັກໃຜເອົາໄປໃສທາງໃດບໍ່ຮູ້ ເຂົາຈັບຂຶ້ນຣົຖເອົາໄປເລີຍ ບາດດຽວຫັ້ນເນ່ ເຄື່ອງຂອງຫຍັງບໍ່ໄດ້ຫຍັງ ເພິ່ນເວົ້າແນວນີ້ ເຮົາກໍບໍ່ຮູ້ແນວຊິເຮັດ.”
ກ່ຽວກັບການຫາຍສາບສູນ ຂອງນາງແກ້ວນີ້ ໝູ່ຂອງລາວທີ່ເປັນຄົນລາວ ຊຶ່ງໄດ້ສ້າງຄອບຄົວ ຢູ່ບ້ານດຽວກັນກັບຜົວຈີນຂອງນາງແກ້ວ ທີ່ປະເທດຈີນ ຢູ່ເຂດຢວນໂຈ, ເມືອງອີ້ຊຸນ ມົລທົລຈຽງຊີ, ຊຶ່ງໝູ່ຂອງນາງແກ້ວ ສົງໃສວ່າ ອາຈແມ່ນການຈັບໂຕໄປ ເພື່ອຕ້ອງການເງິນຄ່າໄຖ່ ເພາະນາຍໜ້າຄົນເກົ່າ ສົ່ງຄລິບ ແລະ ຮູບຂອງນາງແກ້ວ ມາໃຫ້ຜົວຄົນຈີນ ແລະບອກວ່າ ຕ້ອງການເງິນຈໍານວນ 2 ແສນຢວນ ຫຼືປະມານ 360 ປາຍລ້ານກີບ ແລ້ວຈຶ່ງຈະປ່ອຍໂຕນາງແກ້ວ.
“ມື້ທີ່ວ່າເມັຍມັນໜີຫັ້ນນ່າ ມັນໄປແຈ້ງຄວາມ ເຮົາກະໄດ້ໄປ ສະຖານີຕໍາຣວດມື້ນັ້ນຫັ້ນນ່າ ເພາະວ່າຜົວເຮົາພາມັນໄປເອົາເມັຍເດ້ ຜົວເຮົາກະໄດ້ໄປ ໄປໃຫ້ປາກຄໍາ ຜົວເຮົາກະໃຫ້ປາກຄໍາໝົດທຸກສິ່ງທຸກຢ່າງຫັ້ນແຫຼະ ມັນກະໄປ ແຈ້ງຄວາມວ່າເມັຍມັນໜີ ລະບາດນີ້ ອີກດົນເຕີບ ມື້ທີ່ວ່າອີ່ແກ້ວຖືກຂະເຈົ້າສຸດໜີຫັ້ນແຫຼະ ບໍ່ເກີນອີກ 3-4 ມື້ ລະບາດນີ້ນາຍໜ້າຜູ້ເກົ່າຫັ້ນ ສົ່ງຄລີບອີ່ແກ້ວມາ ຄລິບມາໃຫ້ຜົວອີ່ແກ້ວ ແບບຄືຢາກຕໍ່ລາຄາ ຢາກຂາຍອີ່ແກ້ວ ໃຫ້ຜົວເກົ່າວ່າຊັ້ນສາ ມາໄລ່ເອົາວ່າເວົ້າເອົາເງິນວ່າຊັ້ນນ່າ ຜົວເກົ່າຢູ່ເຮືອນໃກ້ເຮົານີ້ແຫຼະ ມັນສົ່ງມັນຖ່າຍຮູບເມັຍມັນມາເດ້ ຖ່າຍຄລິບອີ່ແກ້ວ ມາໃຫ້ຜູ້ຜົວເກົ່າຜູ້ທີ່ວ່າຢູ່ນໍາເຮົານີ້ ລະມັນເວົ້າວ່າ ນາຍໜ້າຕ້ອງການເງິນ ຕ້ອງການເງິນ ລະຊິປ່ອຍໂຕອີ່ແກ້ວ ວ່າຊັ້ນເດ້ ຊໍ່າກັບໄປເອົາໃໝ່ໆເລີຍ 20 ໝື່ນວ່າຊັ້ນເດ້ ເອີ່ 20 ໝື່ນຢວນກະ ຕອນນີ້ເງິນຢວນຂຶ້ນ ກະເກືອບ 500-600 ປາຍລ້ານລະ ລະບາດນີ້ເຮົາເຫັນພັດ ຜົວອີ່ແກ້ວແຊັດໄປຫາເອື້ອຍອີ່ແກ້ວ ວ່າ 20 ພັນ (ຢວນ) 20 ພັນກະຖືກຢູ່ 2 ໝື່ນ 20 ພັນຫັ້ນ ເຮົາບໍ່ຮູ້ວ່າແມ່ນໝາຍຄວາມວ່າແນວໃດ ໄປໄຖ່ເອົາເມັຍມັນຫວາ ຫຼືວ່າເງິນອີ່ຫຍັງ ເຮົາກະບໍ່ຮູ້.”
ເພື່ອຂໍຮູ້ ກ່ຽວກັບເຣື່ອງການຫາຍສາບສູນໄປ ຂອງນາງແກ້ວນັ້ນ ໃນວັນທີ່ 29 ມິນາ 2022 ນີ້ ເອເຊັຽເສຣີ ສາມາດຕິດຕໍ່ຫາ ຜູ້ທີ່ເປັນເອື້ອຍຮັກ ຊຶ່ງເປັນຄົນລາວ ທີ່ນາງເປັນຄົນລາວ ທີ່ນາງແກ້ວມາຢູ່ນໍາ ພາຍຫຼັງທີ່ນາງແກ້ວ ໄດ້ໜີອອກຈາກເຮືອນຂອງຜົວຈີນ ແລ້ວມາຢູ່ທີ່ນີ້, ແຕ່ແມ່ຍິງຜູ່ນີ້ ເວົ້າວ່າ:
“ອັນນີ້ກະບໍ່ຮູ້ ເພາະວ່າອັນນີ້ ບໍ່ໄດ້ເຮັດຫຍັງນໍາເຂົາ ບໍ່ຮູ້ເຣື່ອງເລີຍ ຂ້ອຍບໍ່ຮູ້ນໍາ ເພາະວ່າ ຂ້ອຍບໍ່ໄດ້ເປັນຄົນເອົານາງແກ້ວມາ ຈະມີຄົນເອົາມາ ຢາກຮູ້ແລ້ວຕ້ອງຖາມເອື້ອຍຮັກ ເພາະວ່າເອື້ອຍຮັກເປັນຄົນເອົາ ນາງແກ້ວມາ.”
ນອກຈາກນີ້ ໝູ່ຂອງນາງແກ້ວ ຜູ້ດຽວກັນກັບຂ້າງເທິງນັ້ນ ຍັງກ່າວອີກວ່າ ສາເຫດທີ່ນາງແກ້ວໜີຈາກເຮືອນຜົວໄປນັ້ນ ຍ້ອນວ່າ ລາວ ຖືກຜູ້ເປັນຜົວຕົບຕີ.
“ຕົບຕີເມັຍໃດ໋ ມື້ນັ້ນນະ ເມັຍຈັ່ງໜີນ່າ ຕົບຕີເມັຍຕໍ່ໜ້າເຮົາ ຕໍ່ໜ້າຜົວເຮົາເລີຍໃດ໋ ມື້ນັ້ນນ່າ ລະມັນໄຫ້ມື້ນັ້ນນ່າ ມັນໄຫ້ລະມັນລະເວົ້າຈັ່ງຊິ ກູຊິໜີໃດ໋ລົດ ລະເຮົາກະບໍ່ປາກ ມັນກະໄຫ້ ເຮົາກະບໍ່ຮູ້ຊິປາກຈັ່ງໃດ ເຮົາກະມິດອິ້ມຊິ້ມແຫຼະເຮົາກະດາຍ ລະບາດນີ້ຕື່ນເຊົ້າມາ ກະໄປກິນເຂົ້າຢູ່ງານດອງ ເຮົາກະໄປນໍາກັນ ມັນກະໄປງານເທິງ ເຮົາກະໄປງານລຸ່ມຊັ້ນນ່າ ມັນມີເຮືອນເຈົ້າບ່າວ ເຈົ້າສາວເດ້ເນາະ ເຮົາລະໄປງານເຈົ້າສາວ ມັນລະໄປງານເຈົ້າບ່າວກັບຜົວມັນ ບາດມື້ແລງມາ ຜັດໜີລະບາດນີ້ ອ່າວຈົນຕົກໃຈເລີຍ ເຮົາກະດາຍນ່າ ມັນໜີວ່າງອັນກິນກຸດນີ້ນະ ກິນກຸດແລ້ວ ກິນກຸດແລ້ວໄດ້ 4-5 ມື້ ລະມັນກະໜີຊັ້ນນະ ປະມານເດືອນນຶ່ງນີ້ນະ.”
ກ່ຽວກັບເຣື່ອງການຫາຍສາບສູນໄປ ຂອງນາງແກ້ວນີ້ ທາງຄອບຄົວຢູ່ລາວ ກໍໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ຂັ້ນບ້ານຮັບຮູ້ແລ້ວ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 23 ມິນາ ນີ້ວ່າ:
“ເພາະວ່າໃນເບື້ອງຕົ້ນກະ ທາງບ້ານກະຍັງບໍ່ທັນໄດ້ຮູ້ເທື່ອ ວ່າຜູ້ກ່ຽວເຮັດວຽກຢູ່ບ່ອນໃດ ບ່ອນໃດຫັ້ນນ່າ ກະຫາໄດ້ຍິນຄອບຄົວເຂົາມາສເນີຊັ້ນນ່າ ຄຶດວ່າໄປເຮັດວຽກຢູ່ຕ່າງເມືອງ ຕ່າງແຂວງທັມມະດາຊັ້ນນ່າ ດຽວນີ້ເຂົາມາ ຣາຍງານມາສເນີນີ້ວ່າ ເຂົາໄປຕ່າງປະເທດພຸ້ນວ່າຊັ້ນ ວ່າໄປປະເທດຈີນວ່າຊັ້ນ ຈີນເອົາໄປນໍາວ່າຊັ້ນ.”
ນອກຈາກນັ້ນແລ້ວ ທາງຄອບຄົວຂອງນາງແກ້ວ ກໍຍັງໄດ້ຍື່ນຄໍາຮ້ອງ ຂໍຄວາມຊ່ອຍເຫຼືອ ເຣື່ອງນາງເກດແກ້ວ ໄຊຍະວົງ ຫາຍສາບສູນຢູ່ຈີນ ຈາກເຈົ້າໜ້າທີ່ ຜແນກພົວພັນການຕ່າງປະເທດ ແຂວງໄຊຍະບູຣີ ນໍາດ້ວຍ.
ດັ່ງເຈົ້າໜ້າທີ່ ຜແນກດັ່ງກ່າວນີ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອມື້ວັນທີ່ 28 ມິນາ 2022 ນີ້ວ່າ:
“ອາທິດແລ້ວ ທາງພີ່ນ້ອງເພິ່ນກະມາຫາໄທເຮົາຢູ່ນີ້ແຫຼະ ແລ້ວພວກເຮົາກໍາລັງຮ່າງເອກະສານຂໍ້ມູນເນາະ ຣາຍງານຜູ້ໃຫຍ່ ລະຊິຣາຍງານໄປຍັງກະຊວງການຕ່າງປະເທດຂອງລາວ ລະກະສະຖານທູດລາວ ປະຈໍາຢູ່ປະເທດຈີນຫັ້ນ ເພື່ອຊ່ວຍຜູ້ກ່ຽວເນາະ ອັນນີ້ພວກເຮົາດໍາເນີນການໄປແລ້ວ ແຕ່ວ່າ ແຕ່ກະຊິໄດ້ໃຊ້ເວລາໜ້ອຍນຶ່ງເນາະ.”
ໃນຂະນະດຽວກັນ ເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມໄປຍັງສະຖານທູດລາວ ປະຈໍາປະເທດຈີນ ກ່ຽວກັບເຣື່ອງການຊ່ອຍເຫຼືອ ນາງເກດແກ້ວ ໄຊຍະວົງ ທີ່ຫາຍສາບສູນຢູ່ຈີນ, ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະຖານທູດລາວ ໃນເທດຈີນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 30 ມິນາ ນີ້ວ່າ:
“ໂຕນີ້ຫັ້ນ ມັນຕ້ອງແມ່ນເຈົ້າໜ້າທີ່ຝ່າຍຈີນ ເປັນຜູ້ຊອກຫາ ແລ້ວຈັ່ງແຈ້ງມາສະຖານທູດ ເພາະດຽວນີ້ຫັ້ນ ກະບໍ່ແນ່ໃຈວ່າ ມັນຢູ່ໃນຂັ້ນຕອນໃດຫັ້ນນ່າ ພວກເຮົາກະຕິດຕາມ ແລະໃຊ້ການຊ່ວຍເຫຼືອພົລເມືອງລາວ ຢູ່ຈີນນີ້ແຫຼະ ຜູ້ວ່າມີບັນຫາເນາະ ໃຫ້ການຊ່ວຍເຫຼືອຂະເຈົ້າຫັ້ນນ່າ ເຖິງວ່າຊິຖືກກົດໝາຍ ບໍ່ຖືກກົດໝາຍ ພວກເຮົາກະຕ້ອງໄດ້ ສົມທົບກັບທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເນາະ ກະໄດ້ແກ້ໄຂເປັນແຕ່ລະກໍຣະນີ ພວກເຮົາເຮັດວຽກໃນນາມປົກປ້ອງ ແລະຮັກສາຜົລປະໂຫຍດ ຂອງພົລເມືອງລາວຢູ່ຕ່າງປະເທດ ພວກເຮົາຕ້ອງໄດ້ ໃຫ້ການຊ່ອຍເຫຼືອຂະເຈົ້າຢ່າງເຕັມທີ່.”
ນອກຈາກນີ້ ເອເຊັຽເສຣີ ຍັງໄດ້ຕິດໄປຍັງ ຫ້ອງການສະຫະພັນແມ່ຍິງ ແຂວງໄຊຍະບູຣີ ແລະຫ້ອງການຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ເພື່ອສອບຖາມ ກ່ຽວກັບການຊ່ອຍເຫຼືອ ກໍຣະນີ ນາງເກດແກ້ວ ໄຊຍະວົງ ທີ່ຫາຍສາບສູນ ຢູ່ຈີນ ແຕ່ເຈົ້າໜ້າທີ່ທັງສອງຫ້ອງການດັ່ງກ່າວ ຍັງບໍ່ສະດວກໃຫ້ຂໍ້ມູນ.
ເຖິງແນວໃດກໍດີ ກ່ຽວກັບກໍຣະນີ ນາງເກດແກ້ວ ໄຊຍະວົງ ອາຍຸ 26 ປີ ຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ທີ່ຫາຍສາບສູນໄປໃນຈີນນີ້ ວິທຍຸເອເຊັຽເສຣີ ຍັງຈະສືບຕໍ່ຣາຍງານຄວາມຄືບໜ້າໃນຂັ້ນຕໍ່ໄປ.