ເດັກນ້ອຍແມ່ຍິງ ຖືກຊ່ອຍເຫຼືອ ຈາກການຄ້າມະນຸສ

ໄຊຍາ
2022.03.29
ເດັກນ້ອຍແມ່ຍິງ ຖືກຊ່ອຍເຫຼືອ ຈາກການຄ້າມະນຸສ ໂຕຢ່າງ: ແມ່ຍິງລາວ ໄດ້ຮັບການຊ່ອຍເຫຼືອ ແລະໄດ້ພົບກັບພໍ່ເທື່ອທຳອິດ ຫຼັງຈາກທີ່ນາງຖືກຕົວະ ໃຫ້ໄປເຮັດວຽກຢູ່ປະເທດໄທຍ ເປັນເວລາຫຼາຍເດືອນ.
RFA

ປີ 2021 ທີ່ຜ່ານມາຄະນະກັມການ ຕ້ານການຄ້າມະນຸສ ນະຄອນຫລວງວຽງຈັນ ໄດ້ຊ່ອຍເຫລືອເດັກຍິງອາຍຸຕໍ່າກ່ວາ 18 ປີ ແລະ ແມ່ຍິງອາຍຸກາຍ 18 ປີທັງໝົດ 13 ຄົນໃນນັ້ນຢູ່ເມືອງປາກງື່ມ 5 ຄົນ, ເມືອງໄຊທານີ 5 ຄົນ ແລະ ເມືອງຫາດຊາຍຟອງ 3 ຄົນ ພາຍຫລັງພວກເຂົາເຈົ້າ ເປັນກຸ່ມສ່ຽງຈາກການຄ້າມະນຸສຢູ່ຈີນ ແລະໄທຍ.

ສຳລັບເດັກນ້ອຍຍິງຈາກເມືອງຫາດຊາຍຟອງ 3 ຄົນ ເຈົ້າໜ້າທີ່ດ່ານສາກົລບໍ່ເຕັນ ແຂວງຫລວງນໍ້າທາ ສະກັດກັ້ນໄວ້ໄດ້ທີ່ດ່ານເຂົ້າ-ອອກ ລາວ-ຈີນ ແລ້ວສົ່ງກັບຄືນສູ່ຄອບຄົວ ພາຍຫລັງປະເມີນວ່າພວກເຂົາເຈົ້າ ຈະສ່ຽງຕົກເປັນເຫຍື່ອການຄ້າມະນຸສຢູ່ຈີນ ຍ້ອນພວກເຂົາເຈົ້າຈະໄປຂາຍແຮງງານຢູ່ຈີນ ແລ້ວບໍ່ມີເອກະສານຖືກຕ້ອງ ແລະອາຍຸກໍຍັງນ້ອຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຫາດຟອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມີນານີ້ວ່າ:

ກຸ່ມສ່ຽງໂຕນີ້ ທີ່ວ່າເພິ່ນອອກໄປຫາວຽກເຮັດ ງານທຳຫັ້ນນ່າເພິ່ນໄປທາງຈີນ ໂຕນີ້ຫັ້ນນ່າແບບວ່າເພິ່ນປິດປະເທດແລ້ວ ເພິ່ນອອກໄປເນາະ ລະພໍດີທາງຕຳຣວດຊາຍແດນ ເພິ່ນກັກໂຕໄວ້ມັນມີຜູ້ຊັກຊວນໄປຫັ້ນນ່າ ເພິ່ນວ່າຊິໄດ້ເງິນ ແຕ່ວ່າຍັງບໍ່ທັນຊິໄດ້ຫຍັງ ໂຊກດີຕຳຣວດຢູ່ຊາຍແດນເພິ່ນກັກໂຕໄດ້ກ່ອນ.

ຍານາງໄດ້ກ່າວຕື່ມວ່າ ພາຍຫລັງການສືບສວນ-ສອບສວນ ຈຶ່ງຮູ້ວ່າເດັກຍິງອາຍຸ 13-14 ປີ ທັງ 3 ຄົນແມ່ນຖືກຄົນລາວ ຈາກເຟສບຸກຄ໌ຊັກຊວນໄປເຮັດວຽກ ໄດ້ຣາຍໄດ້ດີທີ່ຈີນ, ຂະນະທີ່ ສະພາບໂຕຈິງເດັກຍິງທັງ 3 ຄົນ ກໍມີຖານະຄອບຄົວທຸກຍາກ ຈຶ່ງໄດ້ຕັດສິນໃຈຂີ່ຣົຖຕູ້ ຂອງນາຍໜ້າລາວໄປດ່ານສາກົລບໍ່ເຕັນ ແຂວງຫລວງນໍ້າທາ ແຕ່ຖືກເຈົ້າໜ້າທີ່ຕຳຣວດຊາຍແດນ ລາວ-ຈີນ ສະກັດກັ້ນໄດ້ກ່ອນ.

ຫລ້າສຸດພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຶກສາອົບຮົມເດັກຍິງທັງ 3 ຄົນ ແລະຜູ້ປົກຄອງຂອງພວກເຂົາເຈົ້າ ບໍ່ໃຫ້ຫລົງເຊື່ອຄຳຕົວະຍົວະຫລອກລວງ ຂອງຄົນແປກໜ້າພ້ອມທັງສົ່ງໂຕເດັກຍິງ ທັງໝົດກັບຄືນສູ່ການຮຽນຊັ້ນ ມ.3 ຕາມປົກກະຕິ ແລະມີມາຕການຕິດຕາມຊີວິດ ການເປັນຢູ່ຂອງ 3 ຄອບຄົວ ຢ່າງໃກ້ຊິດໂດຍໃຫ້ອຳນາດການປົກຄອງບ້ານ ຄອຍຣາຍງານຄວາມເຄື່ອນໄຫວ ຂອງຄອບຄົວດັ່ງກ່າວຢ່າງຕໍ່ເນື່ອງ.

ດັ່ງເຈົ້າໜ້າທີ່ສູນໃຫ້ຄຳປຶກສາແມ່ຍິງ-ເດັກນ້ອຍ ນະຄອນຫລວງວຽງຈັນ ຊຶ່ງເປັນຜູ້ທີ່ສັມພາດເດັກຍິງທັງ 3ຄົນກ່າວໃນມື້ດຽວກັນນີ້ວ່າ:

ໂອ້ຍລາວດີໃຈ ເພາະວ່າລາວບໍ່ຮູ້ຫຍັງເດ້ ເພິ່ນຍັງເປັນເດັກນ້ອຍແບບບໍ່ຮູ້ຫຍັງນ່າ ແບບປ່ອຍໄປກໍໄປບາດນີ້ໄດ້ກັບມາເຮືອນ ຫາພໍ່ຫາແມ່ໂອ້ຍຄວາມດີໃຈ ຂອງລາວນ່າບໍ່ມີເງິນ ບໍ່ມີຫຍັງ ຍັງວ່າຄອບຄົວທີ່ທຸກຍາກຫລາຍນ່າ.

ຂະນະທີີ່ຢູ່ເມືອງໄຊທານີ ເຈົ້າໜ້າທີ່ຄະນະກັມການ ຕ້ານການຄ້າມະນຸສ ນະຄອນຫລວງວຽງຈັນ ໄດ້ຊ່ອຍເຫລືອແມ່ຍິງອາຍຸກາຍ 18 ປີ ທີ່ສ່ຽງຈະຕົກເປັນເຫຍື່ອການຄ້າມະນຸສ ທັງໝົດ 5 ຄົນພາຍຫລັງຈຳນວນນຶ່ງ ແມ່ນຖືກຕົວະໃຫ້ແຕ່ດອງ ແລ້ວໄປຮອດດ່ານສາກົລບໍ່ເຕັນ ລາວ-ຈີນ ພັດຖືກເຈົ້າໜ້າທີ່ ສະກັດກັ້ນໄດ້ກ່ອນ ເນື່ອງຈາກພວກເຂົາເຈົ້າ ບໍ່ມີເອກະສານແຕ່ງດອງຢ່າງຖືກຕ້ອງ.

ສ່ວນອີກຈຳນວນນຶ່ງ ແມ່ນໂຕແມ່ຍິງລາວເອງ ທີ່ແລ່ນຂໍຄວາມຊ່ອຍເຫລືອ ຈາກເຈົ້າໜ້າທີ່ຈີນ ແລະ ສະຖານທູດລາວ ປະຈຳປະເທດຈີນ ພາຍຫລັງແຕ່ງດອງຢູ່ກັບຜົວທີ່ເປັນຄົນຈີນ ແລ້ວອົດທົນຕໍ່ການໃຊ້ແຮງງານບໍ່ໄດ້. ທາງເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຈຶ່ງຈັດໃຫ້ວ່າເປັນກຸ່ມສ່ຽງທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ ເນື່ອງຈາກແມ່ຍິງລາວເຕັມໃຈ ຈະແຕ່ງດອງກັບຜົວຈີນ ແຕ່ບໍ່ສາມາດທົນການໃຊ້ແຮງງານໄຫວ ຈຶ່ງຂໍຄວາມຊ່ອຍເຫລືອກັບມາລາວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງໄຊທານີ ກ່າວໃນມື້ດຽວກັນນີ້ວ່າ:

ແຕ່ງງານ ສ່ວນຫລາຍຈະເປັນກໍຣະນີນີ້ໝົດ ແຕ່ວ່າເອກະສານຈະບໍ່ຄົບຖ້ວນຫັ້ນນ່າ ແບບວ່າບາງຄົນກໍລັກໄປ ເຮັດພາສປອດໄປຮອດພຸ້ນ ແຕ່ວ່າມັນທົນບໍ່ໄດ້ອີ່ຫຍັງຫັ້ນແຫລະ ຈະບໍ່ໄດ້ໄປໃສ ເຂົາເຈົ້າກັກຂັງບໍ່ໄດ້ເຫັນໂລກພາຍນອກ ແລ້ວເຂົາເຈົ້າກໍພະຍາຍາມໜີອອກມາວ່າຊັ້ນສະ ມີແຕ່ວ່າເຂົາເຈົ້າພໍໃຈໄປໄດ້ຄ່າດອງເທົ່ານັ້ນ ເທົ່ານີ້ໄປແລ້ວເຂົາເຈົ້າຢູ່ບໍ່ໄດ້ ແລ້ວພະຍາຍາມຊ່ອຍເຫລືອໂຕເອງອອກມາຈາກຈຸດນັ້ນ.

ຍານາງໄດ້ກ່າວຕື່ມວ່າ ມາຕການປົກປ້ອງແມ່ຍິງ ແລະເດັກຍິງບໍ່ໃຫ້ມີສ່ຽງ ຫລືຕົກເປັນເຫຍື່ອການຄ້າມະນຸສ ໃນຕໍ່ໜ້າແມ່ນເລັ່ງໃສ່ວຽກງານ ໂຄສະນາເຜີຍແຜ່ກົດໝາຽ ກ່ຽວກັບສິທທິເດັກ, ການຄ້າມະນຸສ ແລະ ການປົກປ້ອງແມ່ຍິງ ແລະເດັກຍິງ ບໍ່ໃຫ້ຕົກເປັນເຫຍື່ອຄ້າມະນຸສ ເປັນຕົ້ນໃຊ້ສື່ວີດີໂອ ໃນຮູບສາຣະຄະດີ ຫລືບົດລະຄອນລົງເຜີຍແຜ່ ຕາມບ້ານເປົ້າໝາຽ ແລະສື່ສັງຄົມອ໋ອນລາຍນ໌.

ນອກຈາກນີ້ໃນປີ 2021 ທີ່ຜ່ານມາ ເຈົ້າໜ້າທີ່ຄະນະກັມການ ຕ້ານການຄ້າມະນຸສ ນະຄອນຫລວງວຽງຈັນ ຍັງຊ່ອຍແມ່ຍິງທີ່ສ່ຽງຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ ຢູ່ເມືອງປາກງື່ມ 5 ຄົນນຳດ້ວຍ ແລະທັງໝົດກໍໄດ້ຈັດພິທີມອບ-ຮັບ ຄືນສູ່ຄອບຄົວແລ້ວ ແຕ່ຣາຍລະອຽດກ່ຽວກັບຮູບແບບ ການຖືກຕົວະຍົວະ ຈົນເຮັດໃຫ້ມີຄວາມສ່ຽງຈະຕົກເປັນເຫຍື່ອ ການຄ້າມະນຸສນັ້ນ ແມ່ນວິທຍຸເອເຊັຽເສຣີ ບໍ່ສາມາດຕິດຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເພື່ອສອບຖາມຂໍ້ມູນໄດ້.

ຄະນະກັມການ ຕ້ານການຄ້າມະນຸສ ນະຄອນຫລວງວຽງຈັນ ໄດ້ມີແຜນເພີ່ມທະວີນຳພາຈັດຕັ້ງ ປະຕິບັດວຽກງານ ຈຸດສຸມໃນວຽກງານຕ້ານການຄ້າມະນຸສ ໂດຍສະເພາະລົງເຜີຍແຜ່ ວຽກງານໂຄສະນາ ທົ່ວນະຄອນຫລວງວຽງຈັນ ແລະຕາມໂຮງງານບໍ່ໃຫ້ແມ່ຍິງ ແລະເດັກຍິງຕົກເປັນເຫຍື່ອ ຂອງການຄ້າມະນຸສ ຢູ່ຕ່າງປະເທດ.

ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ກ່າວວ່າ:

ເຮັດວຽກງານໂຄສະນາ ໃຫ້ເຂົາເຈົ້າຣະມັດຣະວັງ ໄປຊອກເຮັດວຽກຫັ້ນເທົ່ານັ້ນແຫລະ ອັນນີ້ກໍບໍ່ສາມາດເຮັດໄດ້ ວິທີສະກັດກັ້ນໃຫ້ມີສະຕິເນາະ ປ້ອງກັນສະກັດກັ້ນໂຄສະນາ ໃຫ້ເຂົາເຈົ້າມີສະຕິຣະວັງໂຕ ບໍ່ໝາຽຄວາມວ່າບໍ່ໃຫ້ເຂົາເຈົ້າໄປເຮັດຫັ້ນ ເຮັດນີ້ ບໍ່ແມ່ນ.

ເຖີງຢ່າງໃດກໍຕາມ ນອກຈາກຈຳນວນແມ່ຍິງ ແລະເດັກຍິງ ທີ່ເປັນກຸ່ມສ່ຽງຈາກການຄ້າມະນຸສ ທັງ 13 ຄົນດັ່ງກ່າວແລ້ວນັ້ນ ກໍຄາດວ່າຍັງມີແມ່ຍິງ ແລະເດັກຍິງ ອີກຈຳນວນຫລາຍ ທີ່ຕົກເປັນເຫຍື່ອ ແລະສ່ຽງຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ຈີນ ແລະ ໄທຍ ແລະ ບໍ່ສາມາດຮີບໂຮມຂໍ້ມູນໄດ້ວ່າ ເປັນຈຳນວນເທົ່າໃດ ເນື່ອງຈາກພວກເຂົາເຈົ້າລັກອອກໄປຈີນ ຫລືໄທຍແບບບໍ່ຖືກຕ້ອງ ອີກທັງພໍ່-ແມ່ຜູ້ປົກຄອງ ບໍ່ໃຫ້ຄວາມຮ່ວມມື ໃນການຊ່ອຍເຫລືອລູກ ໃຫ້ກັບຄືນສູ່ຄອບຄົວ ຢ່າງຄັກແນ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຫາດຊາຍຟອງ ຜູ້ດຽວກັນໄດ້ກ່າວໃນຕອນຕົ້ນໃນມື້ດຽວກັນວ່າ:

ຄັນວ່າເພິ່ນຕິດຕໍ່ກັນໄດ້ ເພິ່ນກໍບໍ່ມາແຈ້ງເຮົາ ຖ້າວ່າຕິດບໍ່ໄດ້ເນາະ ພໍ່-ແມ່ເພິ່ນກໍໂທຖາມ ຫລືວ່າເຮັດໜັງສື ຂໍມາມາປຶກສາກໍມີຍັງມີຫລາຍຢູ່ ບາງເທື່ອພໍ່-ແມ່ກໍປິດບັງ ບໍ່ໄດ້ໄປແບບຖຶກຕ້ອງ ໜັງສ້ຽນໜັງສືກໍບໍ່ໄດ້ ບາງເທື່ອກໍໄປທາງໄທຍ ຊ່ວງເປີດດ່ານຫັ້ນ ເຂົາພາກັນໄປທາງໄທຍ ມີຄົນແນະນຳພາໄປທ່ຽວ ແລ້ວກໍໄປກໍອອກໄປເລີຍ.

ນອກຈາກນີ້ໃນປີ 2021 ທີ່ຜ່ານມານັ້ນ ເຈົ້າໜ້າທີ່ຄະນະກັມການ ຕ້ານການຄ້າມະນຸສ ນະຄອນຫລວງວຽງຈັນຍັ ງສາມາດແກ້ໄຂເປົ້າໝາຽ ການຄ້າປະເວນີໄດ້ 22 ຮ້ານ ໃນນັ້ນໄດ້ສຶກສາອົບຮົມ 18 ຮ້ານ, ດຳເນີນຄະດີ 14 ຮ້ານ, ສຶກສາອົບຮົມສາວບໍຣິການ 112 ຄົນ, ຊ່ອຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ 6 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.