ເຣື້ອງທີ່ເກັບບັນທຶກໄວ້
2022-01-31
ປກສ ແຂວງບໍ່ແກ້ວ ຈັບຢາເສບຕິດ ລ໊ອດໃຫຍ່ໄດ້, ພົບຢາບ້າ 36 ລ້ານເມັດ ແລະ ຢາໄອສ໌ ອີກ 590 ກິໂລກຣາມ, ສຳລັບຈຸດໝາຽ ປາຍທາງ ທີ່ຈະຂົນສົ່ງຢາເສບຕິດ, ຄ່າຈ້າງທີ່ໄດ້ຮັບ ຈາກການຂົນສົ່ງ ຢາເສບຕິດ, ຜູ້ວ່າຈ້າງ ຂົນສົ່ງ ຢາເສບຕິດ ແມ່ນຍັງຢູ່ ໃນລະຫວ່າງ ຂັ້ນຕອນ ການສືບສວນ-ສອບສວນ.
2022-01-31
ສະຫະພັນກັມມະບານລາວ ຈະປະຊຸມກັບພາກສ່ວນ ທີ່ກ່ຽວຂ້ອງ ໃນເດືອນມິນານີ້ ເພື່ອສເນີ ໃຫ້ຣັຖບານປັບຂຶ້ນຄ່າ ແຮງງານ ຂັ້ນຕໍ່າ ຈາກ 1,100,000 ກີບເປັນ 1,500,000 ກີບ ຍ້ອນຄ່າຄອງຊີບ ຖີບໂຕສູງຂຶ້ນຫຼາຍ.
2022-01-31
ເກີດເຫດການ ຄົນງານຈີນ ແລະຄົນລາວປະມານ 30 ຄົນປະທ້ວງ ນາຍຈ້າງໂຮງງານບໍ່ເກືອ ຂອງບໍຣິສັດຈີນ ຢູ່ເຂດບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ຍ້ອນໂຮງງານ ບໍ່ເກືອບໍ່ຈ່າຍ ເງິນທີ່ຄ້າງປະມານ 2-3 ເດືອນ ຕາມສັນຍາ ກໍຄືວັນກຸດຈີນ.
2022-01-31
ຕໍາຣວດໄທຍຈັບ ທ້າວ ຄູຄໍາ ແກ້ວມະນີວົງ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ຢູ່ບາງກອກໃນມື້ວັນທີ 29 ມົກກະຣານີ້ ໃນຂໍ້ຫາວີຊາໝົດອາຍຸ ແລະ ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ວ່າ ຊາຕາກັມ ຂອງຜູ້ກ່ຽວຈະເປັນໄປ ແນວໃດກັນແທ້.
2022-01-31
ເຣີ່ມມີການເຄື່ອນໄຫວ ສແດງຄວາມບໍ່ພໍໃຈ ການປັບປຸງ ຄນະຣັຖບານ ໂດຍເອົາທະຫານ ແລະ ຊາວໜຸ່ມ ເຂົ້າຮ່ວມນໍາ ຕາມຄວາມເຫັນ ຂອງຫົວໜ້າ ຜແນກສືບຣາຊການລັບ ອາເມຣິກັນ ໃນລາວ.
2022-01-30
ຄົນໜຸ່ມ-ສາວ ຢູ່ປະເທດພະມ້າ ທີ່ຮັກ ປະຊາທິປະໄຕ ແລະ ເສຣີພາບ ພາກັນໜີເຂົ້າປ່າ ຕັ້ງກອງກໍາລັງປະກອບອາວຸດ ເພື່ອຕໍ່ສູ້ກັບ ທະຫານພະມ້າ ທີ່ຢຶດອໍານາດ ຈາກລະບອບ ປະຊາທິປະໄຕ.
2022-01-30
ຄົນງານລາວໃນປະເທດ ຍັງຖືກນາຍຈ້າງເອົາປຽບ, ກວດຄົ້ນຮ້ານກິນດື່ມ, ສົງໄສ ຄ້າປະເວນີ ແອບແຝງ, ຄົນລາວ ພາກັນລັກເຂົ້າ ໄປເຮັດວຽກ ຢູ່ໄທຍຫລາຍຂຶ້ນ.
2022-01-28
ບັນຫາ ການສໍ້ຣາດບັງຫຼວງ ໃນປະເທດລາວ ຢູ່ໃນອັນດັບທີ່ດີຂຶ້ນ ເມື່ອທຽບໃສ່ ປີທີ່ຜ່ານມາ ໂດຍ ບົດຣາຍງານ ເຣື່ອງການຮັບຮູ້ ການສໍ້ຣາດບັງຫຼວງ ຫຼື Corruption Perceptions Index (CPI) ປະຈຳປີ 2021 ໃນວັນທີ 25 ມົກກະຣາ 2022 ທີ່ຜ່ານມານີ້ ຂອງອົງການ ຄວາມໂປ່ງໃສ ສາກົລ.
2022-01-28
ຮອງຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ແລະ ຍານາງ ພາຣາໄດ ສືບມາ ປະທານ ກຸ່ມບໍຣິສັດ ອິມແພກ ເອັນເນີຈີ ເອເຊັຽ ລິມິດເຕັດ ຫຼື Impact Energy Asia Limited ຂອງນັກລົງທຶນ ໄທຍ ໄດ້ຮ່ວມພິທີ ເຊັນບົດບັນທຶກ ຄວາມເຂົ້າໃຈ ເພື່ອສຳຣວດ ຄວາມເປັນໄປໄດ້ ໃນການພທັນາ ໂຄງການ ຜລິດໄຟຟ້າ ພລັງງານລົມ
2022-01-28
ທາງການລາວ ອອກແຈ້ງການ ປັບຂຶ້ນລາຄາ ນ້ຳມັນ ໂດຍຈະເຣີ່ມ ປະຕິດບັດ ນັບຕັ້ງແຕ່ ວັນທີ 28 ມົກກະຣາ 2022 ເວລາ 6 ໂມງເຊົ້າ ເປັນຕົ້ນໄປ, ຊຶ່ງຖືວ່າ ເປັນການປັບຂຶ້ນ ລາຄານໍ້າມັນ ຄັ້ງທີ 3 ໃນຮອບເດືອນ ທຳອິດ ຂອງປີ 2022.
2022-01-28
ລາວເປີດ ການທ່ອງທ່ຽວ ເພື່ອກະຕຸ້ນເສຖກິຈ ແຕ່ຈຳນວນ ນັກທ່ອງທ່ຽວ ຕ່າງປະເທດ ຍັງບໍ່ເຂົ້າມາຫຼາຍ ເຮັດໃຫ້ ທຸຣກິຈ ພາກການທ່ອງທ່ຽວ ຍັງງຽບເຫງົາ ສ່ວນເຂດ ການທ່ອງທ່ຽວ ສີຂຽວ ກໍຈະມີນັກທ່ອງທ່ຽວ ພາຍໃນປະເທດ ຈຳນວນນຶ່ງ ແວະວຽນມາ.
2022-01-27
ຕໍາຣວດ ປກສ ນະຄອນຫລວງວຽງຈັນ ຈັບຄົນບ້ານດອນແດງ ເມືອງຈັນທະບູຣີ ເມື່ອທ້າຍປີກາຍ ຍ້ອນຜູ້ກ່ຽວ ໄດ້ອ້າງວ່າເປັນ ນາຍທະຫານ ສາມາດແລ່ນເອົາຄົນ ເຂົ້າເຮັດວຽກເປັນ ທະຫານໄດ້, ຕົວະໄດ້ 3 ຄົນ ຊຶ່ງປັດຈຸບັນ ຜູ້ກ່ຽວຖືກຈັບ ແລະຍັງຢູ່ໃນ ຂັນຕອນການ ສອບສວນ, ສືບສວນຢູ່.
2022-01-27
ເຊື້ອ HIV ແລະ AIDS ຍັງເປັນພັຍມືດ ທີ່ຄຸກຄາມຊີວິດ ຂອງຄົນລາວ ຕາມຂແນງ ທີ່ກ່ຽວຂ້ອງ ຣາຍງານວ່າ ປີ 2021 ຜູ້ຕິດເຊື້ອຫຼຸດລົງ ແຕ່ຍອດຜູ້ຕິດເຊື້ອສະສົມ ຍັງເພີ່ມຂຶ້ນ.
2022-01-27
ໃນຮອບ 5 ປີຜ່ານມາ ຄືປີ 2016-2020 ອໍານາດ ການປົກຄອງ ແຂວງວຽງຈັນ ໄດ້ລົງວິນັຍ ພະນັກງານ ແລະສະມາຊິກພັກ ຈໍານວນ 216 ຄົນ ໃນນັ້ນ ປະກອບດ້ວຍ ພະນັກງານ, ຣັຖກອນ, ທະຫານ ແລະຕໍາຣວດ.
2022-01-27
ຊາວລາວຫຼາຍຄົນ ເຣີ່ມໃຊ້ຊີວິດ ແບບປົກກະຕິ ຫຼາຍຂຶ້ນ ແຕ່ບາງຄົນ ກໍບໍ່ເອົາໃຈໃສ່ ປະຕິບັດຕາມມາຕການປ້ອງກັນ ເຊື້ອໂຄວິດ-19 ເທົ່າທີ່ຄວນ ໂດຍມີການ ຊຸມແຊວ ດື່ມເຫຼົ້າ ດື່ມເບັຍຕາມຮ້ານບັນເທີງ ແລະຮ້ານກິນດື່ມ ຕ່າງໆ.