ເຊັນບົດບັນທຶກ ຄວາມເຂົ້າໃຈໂຄງການໄຟຟ້າພລັງລົມ
2022.01.28

ໃນວັນທີ 20 ມົກກະຣາ 2022 ທີ່ຜ່ານມາ ຍານາງ ຄຳຈັນ ວົງແສນບູນ ຮອງຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ແລະ ຍານາງ ພາຣາໄດ ສືບມາ ປະທານກຸ່ມບໍຣິສັດ ອິມແພກ ເອັນເນີຈີ ເອເຊັຽ ລິມິດເຕັດ ຫຼື Impact Energy Asia Limited ຂອງນັກລົງທຶນໄທຍ ໄດ້ຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ ຜ່ານຣະບົບທາງໄກ ເພື່ອສຶກສາ ສຳຣວດ ຄວາມເປັນໄປໄດ້ ໃນການພທັນາໂຄງການຜລິດໄຟຟ້າພລັງງານລົມ ຢູ່ເມືອງດາກຈຶງ ແລະ ເມືອງລະມາມ ແຂວງເຊກອງ.
ໂຄງການໄຟຟ້າພລັງງານລົມ ຂອງບໍຣິສັດດັ່ງກ່າວນີ້ ປະກອບດ້ວຍ 2 ໂຄງການ ຄື ໂຄງການມອນສູນວິນຟາມ ຂນາດ 600 ເມກາວັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບທາງການລາວມາແລ້ວຫຼາຍປີ ແຕ່ຍັງບໍ່ໄດ້ຈັດຕັ້ງປະຕິບັດ ຍ້ອນຖນົນຫົນທາງພາຍໃນພື້ນທີ່ ຍັງບໍ່ທັນພ້ອມ ສຳລັບຂົນຍ້າຍອຸປກອນ ທີ່ໃຊ້ໃນການກໍ່ສ້າງໂຄງຮ່າງຕ່າງໆ ແຕ່ ບໍຣິສັດດັ່ງກ່າວ ກໍໄດ້ເຊັນສັນຍາຊື້-ຂາຍ ໄຟຟ້າພລັງງານລົມ ທີ່ຈະຜລິດໄດ້ຈາກໂຄງການດັ່ງກ່າວ ໃຫ້ກັບປະເທດວຽດນາມແລ້ວ.
ນອກຈາກນີ້ ບໍຣິສັດດັ່ງກ່າວ ນີ້ ມີແຜນຈະເລີ່ມດຳເນີນການຜລິດໄຟຟ້າ ພລັງງານລົມໂຄງການທຳອິດນີ້ ໄປພ້ອມກັບ ໂຄງການຜລິດໄຟຟ້າພລັງງານລົມ ແຫ່ງທີ 2 ຄື ໂຄງການເຊກອງວິນຟາມ ຂນາດ 1,000 ເມກາວັດ ພາຍໃນປີ 2022 ນີ້ ແລະ ໃນເບື້ອງຕົ້ນ ທາງ ບໍຣິສັດ ກໍໄດ້ດຳເນີນການ ເກັບກຳຂໍ້ມູນກ່ຽວກັບລົມ, ການຕັ້ງເສົາ ແລະ ຜົລກະທົບທີ່ຈະເກີດຂຶ້ນແລ້ວ.
ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງເຊກອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມົກກະຣາ 2022 ວ່າ:
“ແມ່ນເພາະວ່າ ໃນເຂດນັ້ນ ເພິ່ນຈັດຕັ້ງເຄື່ອງວັດແທກໄປແລ້ວ 2-3 ຈຸດ ເຄື່ອງວັດແທກລົມຫັ້ນນ່າ ຕັ້ງໄປຫຼາຍປີແລ້ວຈຸດນຶ່ງນັ້ນ ຈຸດທຳອິດ ຂໍ້ມູນນັ້ນຖືວ່າໄດ້ແລ້ວ ຂໍ້ມູນລົມອີ່ຫຍັງນັ້ນ ຖືວ່າສົມບູນແບບ ເນື້ອທີ່ຕັ້ງເສົາ ກົງຫັນ ຖືວ່າເພິ່ນມີໝົດແລ້ວ ແຕ່ລະຈຸດໆ ເພິ່ນເອົາໄວ້ໝົດແລ້ວ ມີແຕ່ລົງມືຈັດຕັ້ງປະຕິບັດ ຄາດວ່າ 2022.”
ໂຄງການຜລິດໄຟຟ້າພລັງງານລົມ ທັງ 2 ໂຄງການນີ້ ຕັ້ງຢູ່ພື້ນທີ່ດຽວກັນ ມີເນື້ອທີ່ປະມານ 80,000 ເຮັກຕ້າ ກວມເອົາ 5 ບ້ານ ໃນນັ້ນ ຢູ່ເມືອງດາກຈຶງ 4 ບ້ານ ແລະ ເມືອງລະມາມ 1 ບ້ານ.
ເຈົ້າໜ້າທີ່ ແຂວງເຊກອງ ຜູ້ດຽວກັນນີ້ ໄດ້ກ່າວວ່າ:
“ກະທົບແຕ່ໄຮ່ນາຮົ້ວສວນ ແລ້ວກໍເນື້ອທີ່ການຜລິດ ເພາະວ່າ ທາງໂຄງການເພິ່ນກໍຍັງສຶກສາຢູ່ ພາຍຫຼັງທີ່ໄດ້ເຊັນ CA ແລ້ວ ກໍໄດ້ມາພັທນາແລ້ວ ກໍຈະຊົດເຊີຍ ເພາະວ່າ ເຮັດຢູ່ໃນເນີນພູຫັ້ນນ່າ ມີແຕ່ຖືກເນື້ອທີ່ການຜລິດ ຢູ່ໃນເຂດເພິ່ນນີ້ ກະຊິປະມານ 5 ບ້ານ 4 ບ້ານ ນີ້ແຫຼະ.”
ຕາມການສຳຣວດຂອງບໍຣິສັດ ພົບວ່າ ມີປະຊາຊົນ ໄດ້ຮັບຜົລກະທົບໂດຍກົງ 1 ບ້ານ ປະກອບມີ 70-80 ຄົວເຮືອນ ແລະ ເຂົາເຈົ້າຈະຕ້ອງໄດ້ຖືກຍົກຍ້າຍອອກ.
ເຈົ້າໜ້າທີ່ແຂວງເຊກອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳ ແໜ່ງ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ກ່ຽວຂ້ອງກໍແມ່ນ ນຶ່ງນີ້ແມ່ນ ເຣື່ອງສຶກສາຜົລກະທົບ ອັນທີ່ສອງກໍເວົ້າເຣື່ອງ ບາດຄວາມມັນຊິເປັນໄປໄດ້ບໍ່ ໃນການກໍ່ສ້າງຫັ້ນນ່າ ເຂດພື້ນທີ່ທຳການຜລິດຂອງປະຊາຊົນຫັ້ນແຫຼະ ເພາະວ່າ ກໍຈະໄດ້ມີການຍົກຍ້າຍ ການຊອກຫາພື້ນທີ່ໃຫ້ກັບປະຊາຊົນໃໝ່ ເພື່ອທຳການຜລິດ ເຮັດໄຮ່ເຮັດສວນ ໃຫ້ຂະເຈ້າຫັ້ນແຫຼະ ເພາະວ່າ ມັນຕ້ອງໄດ້ຍົກຍ້າຍອອກ ກໍບ້ານນຶ່ງແຫຼະປະມານ 70-80 ຄົວເຮືອນ.”
ທ່ານ ກ່າວຕື່ມວ່າ ບໍຣິສັດ ໄດ້ມີແຜນຮັບເອົາຊາວບ້ານໄປເຮັດວຽກນຳບໍຣິສັດ ແຕ່ ຍັງບໍ່ໄດ້ລະບຸລະອຽດວ່າ ຈະຮັບເອົາຊາວບ້ານຈັກຄົນເຂົ້າມາເຮັດວຽກນຳ ເຊິ່ງມັນກໍຂຶ້ນກັບຄວາມຮູ້ ແລະ ຄວາມສາມາດຂອງຊາວບ້ານ.
ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດ ອິມແພກ ເອັນເນີຈີ ເອເຊັຽ ລິມິເຕັດ ເພື່ອຖາມລາຍລະອຽດເພີ່ມເຕີ່ມ ແຕ່ເຈົ້າໜ້າທີ່ບໍຣິສັດ ບໍ່ສະດວກໃຫ້ສຳພາດ. ຊາວບ້ານທີ່ຢູ່ໃກ້ຄຽງເຂດໂຄງການ ຍັງບໍ່ທັນຮູ້ ວ່າ ພາຍໃນເມືອງ ແລະ ແຂວງຂອງຕົນ ຈະມີນັກລົງທຶນຊາວໄທຍ ເຂົ້າມາດຳເນີນໂຄງການຜລິດໄຟຟ້າພລັງງານລົມ.
ຊາວບ້ານຢູ່ເມືອງດາກຈຶງ ທ່ານນຶ່ງ ກ່າວວ່າ:
“ອໍໂຕນີ້ ບໍ່ຮູ້ ໂຕນີ້ເຮົາກໍບໍ່ແນ່ໃນ ເພາະວ່າ ກໍຢູ່ໂຕເມືອງ ແຕ່ວ່າ ກໍບໍ່ຮູ້ເລີຍວ່າ ມັນຈະຢູ່ຈຸດໃດ ທີ່ວ່າ ເປັນພລັງງານລົມ ບໍ່ມີເລີຍເດີ.”
ໃນຂະນະດຽວກັນ ຊາວບ້ານ ຢູ່ເມືອງລະມາມ ກໍຍັງບໍ່ຮູ້ລາຍລະອຽດເຣື່ອງນີ້. ຊາວບ້ານຢູ່ເມືອງລະມາມ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຂ້ອຍບໍ່ຮູ້ຈັກວ່າ ເຂົາເຮັດອີ່ຫຍັງ ຂ້ອຍບໍ່ຮູ້ ຢູ່ໆທ ແຕ່ວ່າ ບໍ່ຮູ້ວ່າ ເຂົາເຮັດຫຍັງຢູ່ໃສ ຫຼືວ່າ ຈັ່ງໃດ ຂ້ອຍບໍ່ຮູ້ ເມືອງລະມາມ ກໍຊິວ່າ ໃຫຍ່ ກໍບໍ່ໃຫຍ່ປານໃດດອກ ພໍຮູ້ກັນຢູ່ຫັ້ນນ່າ ກໍພໍຮູ້ກັນຢູ່ຫັ້ນເນາະ ວ່າ ມີເຫດການຫຍັງເກີດຂຶ້ນ ເຫຼືອວ່າ ຈັ່ງໃດຫັ້ນນ່າ.”
ໃນເດືອນມົກກະຣາ 2020 ທີ່ຜ່ານມາ ກະຊວງອຸດສາຫະກັມ ແລະ ການຄ້າ ເຄີຍສເນີ ຂາຍໄຟຟ້າຈາກພລັງງານລົມ ຂອງໂຄງການມອນສູນ ວິນຟາມ ຂນາດ 600 ເມກະວັດ ທີ່ຈະຜລິດ ໂດຍ ບໍຣິສັດ ອິມແພກ ເອັນເນີຈີ ເອເຊັຽ ລິມິເຕັດ ຂອງນັກລົງທຶນຊາວໄທຍ ໃຫ້ແກ່ຣັຖບານວຽດນາມ ໃນລາຄາບໍ່ເກີນ 6.95 ໂດລາ ຕໍ່ກິໂລວັດໂມງ ໃນຂະນະທີ່ ລາຄາພາຍໃນປະເທດວຽດນາມມີການຊື້-ຂາຍກັນ ຢູ່ທີ່ 8.5-9.8 ໂດລາ ຕໍ່ກິໂລວັດໂມງ.