ຕຳຣວດ ຈັບຄົນປອມເປັນທະຫານ ຕົວະປະຊາຊົນ

ສຸພັດຕາ
2022.01.27
ຕຳຣວດ ຈັບຄົນປອມເປັນທະຫານ ຕົວະປະຊາຊົນ ຕໍາຣວດ ນະຄອນຫລວງວຽງຈັນ ກຳລັງສືບສວນ ແລະ ສອບສວນ ຄົນທີ່ປອມເປັນນາຍທະຫານ ຕົວະຕົ້ມເອົາເງິນປະຊາຊົນ ວ່າຈະເອົາເຂົ້າເປັນຣັຖກອນໄດ້, ວັນທີ 26 ມົກກະຣາ 2022.
ຮູບພາບ: ວິດີໂອ ປກສ ນະຄອນຫຼວງວຽງຈັນ

ກອງບັນຊາການ ຕໍາຣວດປ້ອງກັນຄວາສງົບ ນະຄອນຫລວງວຽງຈັນ ເປີດເຜີຍໃນມື້ວັນທີ 26 ມົກກະຣານີ້ວ່າ ຕໍາຣວດໄດຈັບທ້າວ ຄໍາແພງ ຄົງຄະນິດ ຢູ່ເຮືອນຂອງຜູ້ກ່ຽວ ທີ່ບ້ານດອນແດງ ເມືອງຈັນທະບູຣີ ນະຄອນຫລວງວຽງຈັນ ໃນມື້ວັນທີ 31 ທັນວາ 2021 ຍ້ອນຜູ້ກ່ຽວໄດ້ແອບອ້າງວ່າ ເປັນທະຫານ ຊັ້ນພັນຕຣີ, ສາມາດແລ່ນເອົາຄົນເຂົ້າເຮັດວຽກ ເປັນທະຫານໄດ້, ເຮັດໃຫ້ມີຄົນເຊື່ອ 3 ຄົນ ແລະຈ່າຍເງິນໃຫ້ຜູ້ກ່ຽວລວມກັນທັງໝົດ 300 ລ້ານກີບ.

ປັດຈຸບັນ ຜູ້ຕ້ອງຫາ ກໍາລັງຖືກເຈົ້າໜ້າທີ່ສອບສວນ ສືບສວນ ເພື່ອຊອກຫາ ຜູ້ຮ່ວມຂະບວນການຄົນອື່ນໆ ແລະເຈົ້າໜ້າທີ່ໄດ້ປະກາດໃຫ້ປະຊາຊົນ ທີ່ຕົກເປັນເຫຍື່ອຂອງຜູ້ກ່ຽວ ມາແຈ້ງຄວາມ.

ເມື່ອຮູ້ຂ່າວກ່ຽວກັບ ການຈັບຜູ້ແອບອ້າງເປັນນາຍທະຫານ ທີ່ວ່ານີ້ແລ້ວ ປະຊາຊົນຈໍານວນນຶ່ງ ກໍຢາກໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງ ຕິດຕາມຊອກຫາ ແລະຈັບຂະບວນການຕົ້ມຕຸນ ທີ່ແອບອ້າງວ່າ ສາມາດແລ່ນເອົາຄົນເຂົ້າ ເປັນຣັຖກອນໃນວົງການຕ່າງໆ ເປັນຕົ້ນ ຄຣູ, ແພດ, ໝໍ ນໍາດ້ວຍ ຍ້ອນເຫັນວ່າ ປາກົດການດັ່ງກ່າວ ມັກເກີດຂຶ້ນຢູ່ເລື້ອຍໆ ເຮັດໃຫ້ຜູ້ຫລົງເຊື່ອ, ເສັຍເງິນເສັຍຄໍາໄປຫລາຍແລ້ວ ກໍບໍ່ໄດ້ເຂົ້າເປັນຣັຖກອນ.

ດັ່ງປະຊາຊົນນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ມົກກະຣານີ້ວ່າ:

ເພິ່ນວ່າເຂົາຊິແລ່ນໃຫ້ ໃຫ້ໄດ້ເຂົ້າຣັຖກອນຊີ້ນະ ແຕ່ເອົາເງິນໃຫ້ເຂົາກ່ອນ ແບບເອົາເຄິ່ງນຶ່ງຊີ້ນະ ແຕ່ວ່າສຸດທ້າຍລະບໍ່ໄດ້ ບໍ່ໄດ້ແລ້ວເຂົາກະບໍ່ສົ່ງເງິນຄືນເລີຍຊີ້ນະ ສົມມຸດວ່າ ເຂົາວ່າ 30 ລ້ານຊີ້ນະ ໄດ້ຖອກ 15 ລ້ານກ່ອນ ຕາມ ໄດ້ຍິນປະມານນີ້ແຫລະ.”

ນາງເວົ້າຕື່ມວ່າ ເມື່ອກ່ອນໜ້ານີ້ ນາງເອງກໍເຄີຍຖືກຄົນຕົ້ມຕຸນ ເຂົາພະຍາຍາມຕົວະວ່າ ເຂົາສາມາດແລ່ນໃຫ້ເຂົ້າເປັນຣັຖກອນຄຣູໄດ້ ໂດຍບໍ່ຕ້ອງລໍຖ້າການສອບເສັງ. ແຕ່ເມື່ອເຫັນວ່າເຂົາສເນີເອົາເງິນນໍາເປັນຈໍານວນຫລາຍລ້ານກີບ ໂດຍທີ່ບໍ່ມີຫລັກຖານສະແດງວ່າເຂົາເປັນໃຜກັນແທ້ ນາງຈຶ່ງບໍ່ຫລົງເຊື່ອ ແລະບໍ່ໄດ້ໃຫ້ເງິນເຂົາໄປ. ແຕ່ເຖິງຢ່າງໃດກໍຕາມ ນາງກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ເລັ່ງກວດລ້າງ ແລະຈັບຂະບວນການ ຕົ້ມຕຸນໃຫ້ໝົດໄປ ເພື່ອບໍ່ໃຫ້ມີຄົນຕົກເປັນເຫຍື່ອ ແລະສູນເສັຍເງິນໄປຫລາຍຕື່ມອີກ ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ໃນໄລຍະຜ່ານມາ ຕົນກໍເຄີຍໄດ້ຍິນຂ່າວ ກ່ຽວກັບຄົນແອບອ້າງ ຮັບແລ່ນເອົາຄົນເຂົ້າເປັນຣັຖກອນໄດ້ ຫລາຍກໍລະນີ ແລະມີທັງຈັບຜູ້ຕ້ອງຫາໄດ້ ແລະບໍ່ໄດ້. ໃນນັ້ນມີທັງຕົວະວ່າ ສາມາດເອົາຄົນເຂົ້າເຮັດວຽກ ເປັນຕໍາຣວດ ຫລືເຂົ້າເປັນນັກສຶກສາແພດໄດ້ ແລະແລ່ນເຣື່ອງທຶນໃຫ້ໄປຮຽນຕ່າງປະເທດໄດ້.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ຂະເຈົ້າຕົວະນີ້ນໍ ທະຫານນີ້ໜ້ອຍ ເປັນຍົດຕໍາຣວດເຣື່ອງນຶ່ງ ອັນສອງມາກະໄປຮຽນແພດນໍ ໄດ້ຮຽນຕ່າງປະເທດບໍຫັ້ນນະ ໄປວຽດບໍ່ ໄປຈີນບໍ່ຫັ້ນນະ ສ່ວນຫລາຍເຫັນຂະເຈົ້າລົງເຟສແນວນັ້ນ ເຮົາພີ້ກະຍັງບໍ່ໄດ້ປະສົບປະການແນວຫັ້ນຈັກເທື່ອ ແຕ່ວ່າກົດໝາຍເພິ່ນວາງອອກມາ ຈະໜັກຫລືວ່າຈະເບົານີ້ກະຍັງບໍ່ທັນຮູ້ນໍາຂັ້ນເທິງເພິ່ນຊິວ່າເດນໍ.”

ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຢູ່ນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ ຢູ່ນະຄອນຫລວງວຽງຈັນນີ້ເອງ ເມື່ອກ່ອນໜ້ານີ້ ກໍເຄີຍຈັບຄົນທີ່ຕົວະວ່າ ສາມາດແລ່ນເອົາຄົນເຂົ້າເປັນ ຣັຖກອນນັ້ນໄດ້ຈໍານວນນຶ່ງ ແລະວ່າ ສາເຫດທີ່ເຮັດໃຫ້ມີຂະບວນການນີ້ ກໍເປັນຍ້ອນສະພາບເສຖກິຈບໍ່ດີ ເຮັດໃຫ້ພວກເຂົາອອກເຄື່ອນໄຫວ ຕົວະຕົ້ມເອົາເງິນນໍາປະຊາຊົນ.

ດັ່ງທີ່ນາງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ມົກກະຣານີ້ວ່າ:

ເພິ່ນຕົວະເດ ນໍວ່າ ເອ ເອົາໄປເຂົ້ານັ້ນ ເຂົ້ານີ້ໄດ້ ແລ້ວເອົາເງິນໃຫ້ເຂົາຊີ້ ຫວ່າງຊຸດກ່ອນຫັ້ນໄດ້ຍິນຢູ່ວ່າ ຈ້າງເຂົ້າຕໍາຣວດ ທະຫານ ຊຸມນີ້ຫັ້ນກໍໄດ້ຈ້າງໝົດນໍ ຊິເອົາອີ່ຫຍັງກະດາຍນີ້ນະ ກະບໍ່ໄດ້ ສູ່ມື້ສະພາບເສຖກິຈນໍ ໃຜກໍຮູ້ນໍ.”

ເວົ້າເຖິງຄວາມຜິດ ຂອງຜູ້ທີ່ແອບອ້າງວ່າເປັນເຈົ້າໜ້າທີ່ ຕົວະຕົ້ມເອົາເງິນຄົນ ນັກຊ່ຽວຊານດ້ານກົດໝາຍລາວທ່ານນຶ່ງເວົ້າວ່າ ສໍາລັບກໍລະນີທີ່ມີຜູ້ແບບອ້າງ ເປັນເຈົ້າໜ້າທີ່ຣັຖ ແລ້ວຕົວະວ່າ ສາມາດແລ່ນເອົາຄົນເຂົ້າເປັນຣັຖກອນໄດ້ນັ້ນ ຖືວ່າມີຄວາມຜິດ ທັງໃນຖານປອມເປັນເຈົ້າໜ້າທີ່ຣັຖ ແລະສໍ້ໂກງເອົາຊັພພົລເມືອງ, ສ່ວນການລົງໂທດວ່າຈະໜັກ ຫລືເບົາ ນັ້ນແມ່ນຂຶ້ນຢູ່ກັບມູນຄ່າ ຄວາມເສັຍຫາຍ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ວ່າເອົາຄົນເຂົ້າຣັຖກອນ ເອົາຄົນເຂົ້າທະຫານ ຕໍາຣວດຫັ້ນນະ ເອົາເງິນນໍາເຂົານີ້ນະ ຜິດສອງສະຖານນໍ ສະຖານນຶ່ງແລ້ວປອມແປງເປັນເຈົ້າໜ້າທີ່ ສະຖານສອງແລ້ວ ສໍ້ໂກງຊັພຂອງພົລເມືອງ ຖ້າມີຄວາມເສັຍຫາຍຫລວງຫລາຍ ກໍຈະຖືກລົງໂທດໜັກສົມຄວນຫັ້ນແຫລະ ການສໍ້ໂກງຫັ້ນນະ.”

ຄວາມຜິດໃນລັກສະນະດັ່ງກ່າວ ແມ່ນຖືກລະບຸໄວ້ຢູ່ໃນປະມວນກົດໝາຍອາຍາ ມາດຕຣາ 233 ວ່າດ້ວຍການສໍ້ໂກງ, ວັກທີ 1 ກໍານົດເອົາໄວ້ວ່າ ບຸກຄົນໃດ ຫາກໃຊ້ເລ້ລ່ຽມຕົວະຍົວະ ຫລອກລວງດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັພໃຫ້ຕົນ ຈະຖືກລົງໂທດຕັດ ອິສຣະພາບແຕ່ 3 ເດືອນຫາ 3 ປີ ແລະຈະຖືກປັບໃໝແຕ່ 5 ລ້ານກີບຫາ 20 ລ້ານກີບ.

ແລະວັກທີ 2 ກໍານົດເອົາໄວ້ວ່າ ໃນກໍລະນີເອົາການສໍ້ໂກງເປັນອາຈິນ ຫລື ບໍ່ເຂັດຫລາບ, ມີການຈັດຕັ້ງເປັນກຸ່ມ ຫລືໃນກໍລະນີກໍ່ຄວາມເສັຍຫາຍ ຢ່າງຫລວງຫລາຍ ຈະຖືກລົງໂທດຕັດອິສຣະພາບແຕ່ 3-8 ປີ ແລະຈະຖືກປັບໃໝແຕ່ 10-50 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.