ນໍ້າມັນ ຂຶ້ນລາຄາ ປວງປະຊາ ໄດ້ຮັບຄວາມ ເດືອດຮ້ອນ
2022.01.28

ເມື່ອວັນທີ 26 ມົກກະຣາ ທີ່ຜ່ານມາ ກະຊວງອຸດສະຫະກັມ ແລະການຄ້າ ອອກແຈ້ງການສະບັບ ເລກທີ 0094/ອຄ.ກຄພນ ວ່າຈະປັບຂຶ້ນ ລາຄານໍ້າມັນແອັດຊັງ ພິເສດ ຈາກ 15,140 ກີບ ຂຶ້ນມາເປັນ 15,730 ກີບ/ລິດ, ແອັດຊັງທັມມະດາລາຄາ 13,720 ກີບປັບຂຶ້ນ13,980 ກີບ/ລິດ ແລະ ນໍ້າມັນກະຊວນຈາກລາຄາ 11,450 ກີບ/ຕໍ່ລິດ ປັບຂຶ້ນ 12,340ກີບ/ລິດ. ໂດຍຈະເຣີ້ມປະຕິດບັດ ລາຄາໃໝ່ນັບແຕ່ ວັນທີ 28 ມົກກະຣາ 2022 ເວລາ 6 ໂມງເຊົ້າເປັນຕົ້ນໄປ ຊຶ່ງຖືວ່າເປັນການປັບຂຶ້ນ ລາຄານໍ້າມັນຄັ້ງທີ 3 ແລ້ວໃນຮອບເດືອນ ທຳອິດຂອງປີ 2022.
ກ່ຽວກັບການປັບຂຶ້ນລາຄານໍ້າມັນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ມັນໄດ້ສົ່ງຜົລກະທົບໂດຍກົງ ຕໍ່ກັບຣາຍຮັບ-ຣາຍຈ່າຍ ໃນແຕ່ລະເດືອນ ຂອງປະຊາຊົນ ຍ້ອນພວກເຂົາເຈົ້າ ຈຳເປັນຕ້ອງຈ່າຍ ຄ່ານໍ້າມັນສະເລັ່ຽມື້ລະປະມານ 20,000 ກີບ ສຳລັບຜູ້ຂີ່ຣົຖຈັກ ໄປເຮັດວຽກ ແລະໄປສົ່ງລູກໄປໂຮງຮຽນ ຊຶ່ງຄິດເປັນຄ່າໃຊ້ຈ່າຍປະມານ 5 ແສນກີບ/ເດືອນ ຫຼືເປັນເງິນເກືອບເຄິ່ງນຶ່ງ ຂອງຣາຍໄດ້ໃນແຕ່ລະເດືອນ.
ດັ່ງປະຊາຊົນຜູ້ມີຣາຍໄດ້ມື້ລະ 43,000 ກີບ ນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 27 ມົກກະຣາ 2022 ນີ້ວ່າ:
“ແຕ່ກີ້ເນາະເຄີຍຊື້ແຕ່ 10,000 ກີບ ເນາະດຽວນີແຕ່ລິດນຶ່ງກໍ 15 ພັນກີບທຽບໃສ່ຜູ້ທີ່ຫາເງິນຣາຍວັນເນາະ ກໍໄລ່ເປັນມື້ຣາຍວັນ ຂັ້ນຕໍ່າກໍໄລ່ເປັນມື້ ຣາຍວັນ ຂັ້ນຕໍ່າກໍມີແຕ່ 40,000 ປາຍ 50,000 ປາຍມາໄລ່ໃສ່ ຄ່ານໍ້າມັນຣົຖ ສົມມຸດເຮົາເຮັດວຽກ ຢູ່ໄກມັນກໍບໍ່ຄຸ້ມແລ້ວຫັ້ນນ່າ ເຮັດວຽກມັນກໍມີມື້ພັກເນາະພັກເດືອນນຶ່ງກໍພັກ 4 ມື້ ເຮົາກໍເຮັດວຽກແຕ່ 26 ມື້ 27 ເຮົາກໍໄດ້ແຕ່ 1 ລ້ານປາຍເນາະ ຍັງຄ່າຊື້ຢູ່ຊື້ກິນມັນກໍບໍ່ພຽງພໍ ຢູ່ແລ້ວ.”
ໃນຂະນະດຽວກັນ ສິນຄ້າທີ່ຈຳເປັນຕໍ່ ການດຳຣົງຊີວິດ ປະຈຳວັນປະເພດຕ່າງໆ ພັດປັບລາຄາຂຶ້ນສູງນຳດ້ວຍ ເປັນຕົ້ນສະເພາະໃນ ເດືອນມົກກະຣາ ປີ 2022 ລາຄາຊີ້ນໝູ ປັບຂຶ້ນນຈາກ 45,000-48,000 ກີບ ປັບຂຶ້ນເປັນ 53,000-58,000 ກີບຕໍ່ກິໂລກຣາມ ແລະ ລາຄາໄຂ່ໄກ່ ຈາກລາຄາ 34,000-35,000 ກີບ/ແຕະ ປັບຂຶ້ນເປັນ 42,000-45,000 ກີບ/ແຕະ ຍ້ອນເຫຕຜົລດັ່ງກ່າວນີ້ ຈຶ່ງເຮັດໃຫ້ປະຊາຊົນຈຳນວນຫລາຍ ຕ້ອງການໃຫ້ໜ່ວຍງານ ທີ່ກ່ຽວຂ້ອງພິຈາຣະນາ ປັບຂຶ້ນຄ່າແຮງຂັ້ນຕໍ່າ ໃຫ້ສອດຄ່ອງກັບຄ່າຄອງຊີບ ໃນປັດຈຸບັນ.
ດັ່ງຊາວບ້ານ ຢູ່ນາສ້ຽວເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ຢາກໃຫ້ ປັບຂຶ້ນເພາະວ່າ ເງິນເດືອນພື້ນຖານບໍ່ລວມ OT ເດືອນນຶ່ງມີແຕ່ 1,100,000 ກີບ ແລ້ວກໍມັນຈະບໍ່ພໍວ່າຄ່າແຮງເຮົາ ກໍໜ້ອຍອະໄຣແບບນໍ້າມັນ ກໍຂຶ້ນເຄື່ອງຢູ່ເຄື່ອງໃຊ້ອີ່ຫຍັງ ກໍຂຶ້ນແລ້ວແຕ່ລະເດືອນຈະໄດ້ຢືມມາໃຊ້ມາຈ່າຍ ເງິນເດືອນອອກແລ້ວ ກໍຕ້ອງໄດ້ໄປຈ່າຍຂະເຈົ້າ ແລ້ວເດືອນຕໍ່ມາກໍໄດ້ຢືມໝູນຖ້າເດືອນນຶ່ງນ້ອງຊິຢືມຢູ່ປະມານ 4 ແສນ ຫາ 5 ແສນ ກີບພຸ້ນແຫຼະ ຕ້ອງໄດ້ມາຈ່າຍຄ່ານໍ້າໄຟ.”
ປະເທດລາວ ໄດ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ມາແລ້ວ 8 ຄັ້ງ ເຣີ້ມ ໃນປີ 1991, ເປັນການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຄັ້ງທຳອິດ 26,000 ກີບ/ເດືອນ, ຈາກນັ້ນກໍມີການປັບຂຶ້ນມາເລື້ອຍໆ ດັ່ງໃນປີ 1997 ປັບຂຶ້ນມາ 36,400 ກີບ/ເດືອນ, ປີ 2000 ປັບຂຶ້ນເປັນ 93,000 ກີບ/ເດືອນ, ປີ 2005 ປັບຂຶ້ນເປັນ 290,000ກີບ/ເດືອນ, ປີ 2009 ປັບຂຶ້ນ 348,000 ກີບ/ເດືອນ, ປີ 2011 ປັບຂຶ້ນເປັນ 626,000 ກີບ/ເດືອນ, ປີ 2015 ປັບຂຶ້ນເປັນ 900,000 ກີບ/ເດືອນ ແລະ ໃນປີ 2018 ປັບຄ່າແຮງງານຂັ້ນຕໍ່າມາເປັນ 1,100,000 ກີບ/ເດືອນ. ອີງຕາມການຣາຍງານ ຂອງກະຊວງແຮງງານ ແລະສວັດດີການສັງຄົມ.
ເຖິງແມ່ນວ່າໃນໄລຍະຕົ້ນປີ 2022 ທີ່ຜ່ານມາ ທາງການລາວ ມີທ່າອ່ຽງຈະປັບຂຶ້ນ ເງິນເດືອນໃຫ້ແກ່ຣັຖກອນ 150 ກີບ/ດັດສະນີ ແຕ່ຢ່າງໃດກໍຕາມ ພະນັກງານຈຳນວນນຶ່ງ ຍັງເຫັນວ່າການປັບຂຶ້ນເງິນເດືອນໃນຈຳນວນດັ່ງກ່າວນີ້ ຍັງບໍ່ທັນສອດຄ່ອງກັບຄ່າຄອງຊີບ ທີ່ສູງຂຶ້ນເລື້ອຍໆ ເປັນຕົ້ນຣັຖກອນທີ່ມີເງິນເດືອນເກົ່າຢູ່ທີ 1,188,000 ກີບ/ເດືອນ ຈະຖືເປັນການປັບຂຶ້ນເປັນ 1,212,750 ກີບ/ເດືອນ ຊຶ່ງເພີ່ມຂຶ້ນພຽງແຕ່ 24,750 ກີບຕໍ່ເດືອນເທົ່ານັ້ນ.
ດັ່ງເຈົ້າຂອງທຸຣະກິຈ ຢູ່ແຂວງຫົວພັນທ່ານນຶ່ງກ່າວວ່າ:
“ໂດຍປະຊາຊົນກາຈົ່ມວ່າ ອັນຄວບຄຸມລາຄານໍ້າມັນບໍ່ໄດ້ຊິນ່າ ອ່າກໍມີຄວາມຫຍຸ້ງຍາກ ຄືບາງຄົນກໍຊີ້ວ່າເປັນພະນັກງານຣັຖ ເປັນຣັຖກອນຊິນ່າ ທີ່ວ່າໄດ້ເງິນເດືອນໜ້ອຍ ຄ່າຄອງຊີບສູງ ແຕ່ວ່າຣາຍຮັບຂະເຈົ້າຕໍ່າຊິນ່າ ຂະເຈົ້າກໍຈະມີຫາງສຽງໂຕນີ້ອອກມາ.”
ກ່ອນໜ້ານີ້ ກະຊວງການເງິນ ໄດ້ອອກຄຳແນະນຳວ່າດ້ວຍ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງຣັຖ ປະຈຳປີ 2022 ສະບັບເລກທີ 5880/ກງ ລົງວັນທີ 22 ພຶສຈິກາ 2021 ທີ່ຜ່ານມາ ຊຶ່ງມີເນື້ອໃນຕອນນຶ່ງ ຣະບຸວ່າ ຂໍໃຫ້ມີການປັບເງິນເດືອນຣັຖກອນ, ທະຫານ, ຕຳຣວດ ແລະ ພະນັກງານບໍານານໂດຍເພີ່ມຈາກ ດັດສະນີເງິນເດືອນເກົ່າຄື 7,200 ກີບ ເປັນ 7,350 ກີີບ. ພາຍຫຼັງມີການສຳຣວດພົບວ່າຄ່າຄອງຊີບ ໃນປະເທດສູງຂຶ້ນ ເຮັດໃຫ້ເງິນ ເດືອນທີ່ພະນັກງານ ຣັຖກອນໄດ້ຮັບຕໍ່ເດືອນ ບໍ່ພຽງພໍສຳລັບເບິ່ງແຍງຄອບຄົວ ແລະບໍ່ມີເງິນເກັບ.
ທີ່ຜ່ານມາ ທາງການລາວໄດ້ດຳເນີນການ ປັບຫລຸດອາກອນມູນຄ່າເພີ່ມ ຂອງນໍ້າມັນເຊື້ອໄຟຈາກ 10% ເຫລືອ 7% ເພື່ອຫລຸດຜ່ອນບັນຫາ ລາຄານໍ້າມັນແພງ ແຕ່ຢ່າງໃດກໍຕາມນະໂຍບາຍດັ່ງກ່າວນີ້ ພັດບໍ່ສາມາດຢັ້ງຢືນໄດ້ວ່າ ຈະຊ່ອຍໃຫ້ລາຄານໍ້າມັນຫລຸດລົງໄດ້ ຍ້ອນຍັງມີປັດຈັຍທີ່ກ່ຽວພັນ ກັບລາຄາການຂຶ້ນ-ລົງຂອງນໍ້າມັນອື່ນໆ ນຳດ້ວຍ ໂດຍສະເພາະຕົ້ນທຶນ ໃນການນຳເຂົ້ານໍ້າມັນ ຈາກຕ່າງປະເທດ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຄວບຄຸມລາຄານໍ້າມັນ ພາຍໃນປະເທດ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງກ່າວວ່າ:
“ດຽວນີ້ ພວກເຮົາໄດ້ເຮັດເບິດແລ້ວ ທຸກກົນໄກແລ້ວ ຕົ້ນປີເພິ່ນຫລຸດອາກອນມູນຄ່າເພີ່ມ 10% ເຫລືອ 7% ແຕ່ວ່າມັນຍ້ອນປັດຈັຍ ພາຍນອກ ບໍ່ແມ່ນປັດຈັຍພາຍໃນ ກໍຕົ້ນທຶນໃນ ການນຳເຂົ້າຄັນຖ້າວ່າຝັ່ງໄທຍເພິ່ນຫລຸດຄ່າຂົນສົ່ງ ກໍອາດຈະເຮັດໃຫ້ລາຄາຫລຸດລົງເພີ່ມຕື່ມໄດ້ ເບື້ອງຣັຖເຮົາພວກເຮົາ ໄດ້ນີ້ແມ່ນພວກເຮົາໄດ້ນຳໃຊ້ທຸກກົນໄກ ຂອງພາຍໃນແລ້ວແຕ່ຍ້ອນປັດຈັຍພາຍນອກເດ້ ນີ້ມັນເຮັດໃຫ້ລາຄາມັນຍັງສູງ.”
ເມື່ອວັນທີ 29 ທັນວາ ທີ່ຜ່ານມາກະຊວງການເງິນ ໄດ້ຈັດກອງປະຊຸມ ສລຸປຜົລການຄຸ້ມຄອງ ການເກັບພັນທະຈາກທຸຣະກິຈນໍ້າມັນເຊື້ອໄຟ ວ່າໃນປີ 2022 ທາງການລາວ ກຳນົດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທຸຣະກິຈ ປະເພດນໍ້າມັນເຊື້ອໄຟ ຈະຕ້ອງປັບຫລຸດອາກອນ ມູນຄ່າເພີ່ມຈາກ 10% ເຫລືອ 7%. ອີງຕາມກົດໝາຽວ່າດ້ວຍການປັບປຸງ ບາງມາຕຣາຂອງກົດໝາຽ ກ່ຽວກັບສ່ວຍສາອາກອນ ສະບັບເລຂທີ 10/ສພຊ, ລົງວັນທີ 7 ສິງຫາ 2021 ຊຶ່ງມີຜົລບັງຄັບໃຊ້ຕັ້ງແຕ່ວັນທີ 1 ມົກກະຣາ 2022 ເປັນຕົ້ນໄປ.
ທີ່ຜ່ານມາ ຫາກມີການປັບຂຶ້ນລາຄານໍ້າມັນ ທາງການຈະອອກແຈ້ງການລ່ວງໜ້າ ປະມານ 1-2 ວັນ ຫລັງຈາກນັ້ນ ປໍ້ານໍ້າມັນໃນເມືອງ ແລະແຂວງຕ່າງໆ ທົ່ວປະເທດ ກໍຈະດຳເນີນການປັບຂຶ້ນລາຄານໍ້າມັນທັນທີ ຕາມວັນເວລາທີ່ທາງການກຳນົດ.
ດັ່ງເຈົ້າຂອງທຸຣະກິຈ ປໍ້ານໍ້າມັນຢູ່ ເມືອງວັງວຽງ ແຂວງວຽງຈັນ ອີກນາງນຶ່ງກ່າວວ່າ:
“ໂດຍແມ່ນແລ້ວ ຖ້າມີແຈ້ງການອອກມາຈະປັບຂຶ້ນທັນທີເລີຍ ຈະໄດ້ປັບນໍ້າມັນຂຶ້ນຕາມທີ່ໄດ້ແຈ້ງການເລີຍປະຊາຊົນມາຊື້ນໍ້າມັນ ແມ່ນຂະເຈົ້າຈະໄດ້ຊື້ນໍ້າມັນໄວ້ ຖ້າຮູ້ວ່າມື້ຶອື່ນຈະຂຶ້ນໝົດມື້ນີ້ກໍຈະມາຊື້ນໍ້າມັນໄວ້.”
ກ່ອນໜ້ານີ້ ເມື່ອວັນທີ 13 ມົກກະຣາ ທີ່ຜ່ານມາ ກະຊວງອຸດສາຫະກັມ ແລະການຄ້າ ອອກແຈ້ງການສະບັບເລກທີ 0038/ອຄ.ກຄພນ ຣະບຸວ່າ ມີການປັບຂຶ້ນລາຄານໍ້າມັນ ທຸກຊະນິດ ກໍຄືແອັດຊັງພິເສດ ຈາກລາຄາ 13,950 ກີບ/ລິດ ປັບຂຶ້ນ 14,770 ກີບ/ລິດ, ແອັດຊັງທັມມະດາ ຈາກລາຄາເດີມ 12,290ກີບ/ລິດ, ປັບຂຶ້ນເປັນ 12,900 ກີບ/ລິດ ແລະ ກະຊວນລາຄາເດີມ 10,470 ກີບ/ລິດ, ປັບຂຶ້ນເປັນ 11,080 ກີບ/ລິດ. ແຈ້ງການ ເມື່ອວັນທີ 13 ມົກກະຣານີ້ ຖືວ່າເປັນການປັບຂຶ້ນລາຄານໍ້າມັນ ຄັ້ງທີ 2 ຂອງ ປີ 2022, ໃນຂະນະທີ່ ກ່ອນໜ້ານີ້ໃນປີ 2021 ມີການປັບຂຶ້ນລາຄານໍ້າເຖິງ 18 ຄັ້ງ.