ອັນດັບ ການສໍ້ຣາດບັງຫຼວງ ໃນປະເທດລາວດີຂຶ້ນ

ໄຊຍາ
2022.01.28
ອັນດັບ ການສໍ້ຣາດບັງຫຼວງ ໃນປະເທດລາວດີຂຶ້ນ ກະຊວງການເງິນ ສປປລ ທີ່ ນະຄອນຫຼວງວຽງຈັນ (NY)
RFA

ອົງການຄວາມໂປ່ງໃສ່ສາກົລ ຫລື Transparency International ໄດ້ຣາຍງານເຣື່ອງການຮັບຮູ້ ການສໍ້ຣາດບັງຫລວງ ຫລື Corruption Perceptions Index (CPI) ປະຈຳປີ 2021 ໃນວັນທີ 25 ມົກກະຣາ 2022 ທີ່ຜ່ານມານີ້. ໂດຍປະເທດລາວໄດ້ຄະ ແນນການປະເມີນ 30 ສ່ວນຕໍ່ 100 ຄະແນນຢູ່ອັນດັບທີ 128 ຈາກ 180 ປະເທດທົ່ວໂລກ.

ເຖິງວ່າປະເທດລາວ ຈະມີອັນດັບທີ່ດີຂຶ້ນບັນຫາການປາບປາມ ການສໍ້ຣາດບັງຫລວງພາຍໃນປະເທດ ກໍຍັງເປັນສີ່ງທ້າທາຍ ແລະຫຍຸ້ງຍາກທີ່ສຸດ ຍ້ອນວ່າບໍ່ສາມາດຕິດຕາມກວດກາບັນດາ ພະນັກງານພັກ-ຣັຖໄດ້ຢ່າງມີປະສິດຕິພາບ ໂດຍສະເພາະພະນັກງານພັກ-ຣັຖ ຜູ້ມີອຳນາດ ແລະອິດທິພົນໃນພື້ນທີ່.

ດັ່ງເຈົ້າໜ້າທີ່ຜແນກກວດກາພັກ-ຣັຖ ແຂວງຫລວງພຣະບາງທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 28 ມົກກະຣາ ນີ້ວ່າ:

ໂຕຢ່າງວ່າ ຄັນເຮົາຊິລົງໄປກວດ ພາກສ່ວນໃດ ພາກສ່ວນນຶ່ງເນາະ ເຮົາຊິລົງໄປເຮົາກາຕ້ອງມີຄຳຮ້ອງມາ ສົມມຸດວ່າຫົວໜ້າ ເຂົາປ້ອງກັນແຫລະມັນກາວິດໄປ ມັນກາຊິຍາກແດ່ໜ້ອຍນຶ່ງ ມັນເປັນເຄືອຂ່າຍໄປເລີຍ ມັນຈະຍາກແດ່ໜ້ອຍນຶ່ງ.

ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າ ເຖິງຈະຮັບຮູ້ແລະມີຫລັກຖານ ກໍຕາມວ່າ ພະນັກງານພັກ-ຣັຖບາງຄົນສໍ້ຣາດບັງຫລວງ ຫລືສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົລປໂຍດ ສ່ວນໂຕ ແຕ່ຫາກພະນັກງານພັກ-ຣັຖ ຄົນນັ້ນມີຄວາມສນິດສນົມໄກ້ຊິດກັບຜູ້ມີອຳນາດ ທາງການເມືອງໃນພື້ນທີ່ ກໍເປັນເຣື່ອງຍາກທີ່ສຸດໃນການຕິດຕາມ ກວດກາ ຫລື ລົງວິນັຍໄດ້ຕາມລະບຽບກົດໝາຽ.

ເຈົ້າໜ້າທີ່ຜແນກກວດກາ ພັກ-ຣັຖ ແຂວງອຸດົມໄຊທ່ານນຶຶ່ງກ່າວວ່າ ໄລຍະຜ່ານມາເຖິງຈະມີຂ່າວ ເຜີຍແຜ່ຈາກຣັຖບານລາວວ່າມີການຕິດຕາມ ກວດກາ ແລະ ລົງວິນັຍພະນັກງານພັກ-ຣັຖ ຍ້ອນການສໍ້ຣາດບັງຫລວງ ຫລື ຜິດວິນັຍຂອງຣັຖກອນ ຫລື ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົລປໂຍດຂັ້ນຕອນທັງໝົດກາບໍ່ແມ່ນງ່າຍ ເພາະໃນບາງຂແນງການ ມີການສໍ້ຣາດບັງ ຫລວງແທ້ກາບໍ່ສາມາດ ເຂົ້າໄປຕິດຕາມກວດກາໄດ້ຍ້ອນບໍ່ມີອຳນາດພຽງພໍ. ນອກຈາກນີ້ບັນ ດາໂຄງການພັທນາຕ່າງ ໆ ຂອງອົງການຈັດຕັ້ງສາກົລຫລືໄດ້ຮັບທືນຊ່ອຍເຫລືອ ຈາກນານາຊາດກໍເປັນເຣື່ອງຫຍຸ້ງຍາກ ທີ່ຈະຕິດຕາມ ກວດກາຄືນ ຫາກບໍ່ໄດ້ຮັບການສເນີໃຫ້ກວດສອບ ຈາກອົງການ ຫລືປະເທດຜູ້ໃຫ້ທືນ.

ດ່ັງເຈົ້າໜ້າທີ່ ຜແນກກວດກາພັກ-ຣັຖ ແຂວງອຸດົມໄຊທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ມົກກະຣານີ້ວ່າ:

ແຕ່ວ່າພາລະບົດບາດ ຂອງພວກເຮົານີ້ກວດໄດ້ ເພິ່ນໃຫ້ກວດທຸກບັນຫາທີ່ ນັບທັງເອກະຊົນນັບທັງນັກທຸຣະກິຈອີ່ສັງພວກເຮົາ ກາສາມາດກວດໄດ້ໝົດຍ້ອນວ່າ ມັນບໍ່ມີມີຄວາມໂປ່ງໃສ ຫລືວ່າມັນຈັດຕັ້ງປະຕິບັດບໍ່ຖືກຕາມນິຕິກັມ ຂອງອົງການເນາະບໍ່ເຄີຍກວດຈັກເທື່ອໄດ້ອັນ ໂຄງການສາກົລຫັ້ນນ່າ.

ການຕິດຕາມ ກວດກາບັນດາພະນັັກງານພັກ-ຣັຖ ຫລື ບັນດາໂຄງການພັທນາຕ່າງໆ ຫາກບໍ່ໄດ້ຮັບອະນຸຍາດຈາກການນຳຂັ້ນສູງກາງ ຫລື ຂັ້ນແຂວງກໍເປັນເຣື່ອງທີ່ຫຍຸ້ງຍາກທີ່ ຈະດຳເນີນການຕິດຕາມກວດກາໄດ້ ແຕ່ເຖິງແມ່ນວ່າຈະກວດກາໄດ້ ຫລື ກວດພົບຜູ້ກະທຳ ຜິດການປະຕິບັດວິນັຍກໍບໍ່ໄດ້ເຂັ້ມງວດສຸດທ້າຍກາໄດ້ກັບມາເຮັດວຽກ ຢູ່ຫ້ອງການຄືເກົ່າ.

ດັ່ງເຈົ້າໜ້າທີ່ຜແນກກວດກາພັກ-ຣັຖ ແຂວງຈຳປາສັກ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ມົກກະຣາ ນີ້ວ່າ:

ທຸກໆ ທີ່ພວກເຮົາຈະກວດການີ້ ຈະຂໍຂໍ້ມູນນຳເພິ່ນນີ້ພວກເຮົາຕ້ອງເຮັດໜັງສື ມາກ່ອນເພື່ອຂໍທິດນຳເພິ່ນເພິ່ນໃຫ້ທິດແນວໃດຄັນຖ້າວ່າ ສົມມຸດບໍ່ໄດ້ເພິ່ນຈະວ່າບໍ່ສາມາດກວດກາໄດ້.

ສ່ວນຄວາມຄິດເຫັນ ຂອງປະຊາຊົນຈຳນວນນຶ່ງເຫັນວ່າ ບັນຫາການສໍ້ຣາດບັງຫລວງ ໃນລາວຫາກທຽບໃສ່ກັບປະເທດເພື່ອນບ້ານກໍຖືວ່າ ຍັງເປັນບັນຫາຫຍຸ້ງຍາກສົມຄວນ ເພາະປະເທດ ລາວບໍ່ມີໜ່ວຍງານຕິດຕາມ ກວດກາ ທີ່ເປັນໜ່ວຍງານອິສຣະ ຫລື ຝ່າຍຄ້ານສະນັ້ນຈຶ່ງເຮັດໃຫ້ປະເທດລາວຍັງມີພະນັກງານພັກ-ຣັຖ ສໍ້ຣາດບັງຫລວງ ເມື່ອມີໂອກາດໂດຍສະເພາະພະນັກງານ ພັກ-ຣັຖ ໃນລະດັບຂັ້ນເມືອງ ແລະ ແຂວງ ອາດຈະເຮັດເປັນຂະບວນການ ເພື່ອຫລີກລ້ຽງບໍ່ໃຫ້ຖືກກວດສອບ.

ດັ່ງຊາວລາວຜູ້ນຶ່ງ ໃນແຂວງສວັນນະເຂດກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ມົກກະຣາ ນີ້ວ່າ:

ຢູ່ຝັ່ງພຸ້ນໄທຍ ມັນມີການສ່ອງແສງໄດ້ ມັນມີການແບບວ່າມັນມີຫລາຍພັກ ປະຈານໄດ້ເວົ້າໄດ້ຢູ່ນີ້ມັນເວົ້າບໍ່ໄດ້ມັນກິນໂກງຫລາຍໂພດ ຢູ່ທາງນີ້ນັ້ນທາງນັ້ນກໍອາດຈະກິນຢູ່ ແຕ່ອາດຈະກິນໜ້ອຍໆ ທາງນີ້ມັນກິນຫລາຍໂພດ ບໍ່ໃຫ້ຮອດເຖິງກັນນ່າ ວ່າງ່າຍໆ ວ່າຊັ້ນສະຄັນເດັ້ງກາເດັ້ງຜູ້ດຽວ.

ຊາວບ້ານຜູ້ນຶ່ງ ຢູ່ແຂວງສາຣະວັນໄດ້ກ່າວວ່າ ເມື່ອບໍ່ດົນມານີ້ກໍເຫັນຂ່າວວ່າ ມີເຈົ້າໜ້າທີ່ຣັຖກອນ 1 ຄົນສໍ້ຣາດບັງຫລວງ ໂຄງການພັທນນາຂອງຣັຖ ຕໍ່ມາກະຖືກປະຕິບັດວິນັຍໂດຍໃຫ້ ຍັບຍ້າຍໄປເຮັດວຽກຢູ່ຂແນງການອື່ນ ບໍ່ໄດ້ປັບໄໝໃສ່ໂທດ ຫລື ດຳເນີນຂະດີແຕ່ຢ່າງໃດ ຊຶ່ງສະທ້ອນໃຫ້ເຫັນວ່າ ການບັງຄັບໃຊ້ກົດໝາຽໃນປະເທດລາວ ຍັງບໍ່ມີປະສິທິພາບ.

ນັບແຕ່ ທ່ານ ພັນຄຳ ວິພາວັນ ເຂົ້າມາເປັນນາຍົກຣັຖມົນຕຣີ ກໍມີການປະກາດ ຢ່າງຈະແຈ້ງວ່າຈະດຳເນີນ ການປະຕິຮູບພະນັກງານພັກ-ຣັຖ ແລະ ປາບປາມ ການສໍ້ຣາດບັງ ຫລວງໃຫ້ເຂັ້ມງວດຂຶ້ນຕື່ມຊິ່ງຊາວລາວຈຳນວນບໍ່ໜ້ອຍ ກໍຄາດຫວັງວ່າບັນຫາການສໍ້ຣາດ ບັງຫລວງ ຢູ່ພາຍໃນປະເທດລາວ ຈະຫລຸດໜ້ອຍລົງເລື້ອຍໆ.

ດ່ັງຊາວລາວຜູ້ນຶ່ງ ໃນແຂວງ ສາຣະວັນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມົກກະຣານີ້ວ່າ:

ຢູ່ໃນເຂດເຮົາ ມີຜູ້ນຶ່ງສໍ້ຣາດບັງຫລວງ ເພິ່ນກາຍ້າຍໄປຢູ່ບ່ອນອື່ນ ຢ້ານມັນບໍ່ຫລວງ ບໍ່ຫລາຍເພິ່ນກໍຍ້າຍໄປເນາະ ຫາກມາເບິ່ງແລ້ວດຽວນີ້ເພິ່ນເຄັ່ງຄັດຢູ່ ນາຍົກໃໝ່ເພິ່ນກາເວົ້າແທ້ ກາຢາກເຮັດແທ້ໃດແຕ່ວ່າຄືຜ່ານມາບໍ່ເຫັນນ່າ.

ອົງການຄວາມໂປ່ງໃສສາກົລ ຫລື Transparency International ໄດ້ຣາຍງານຜົລ ເຣຶ່ອງການຮັບຮູ້ການສໍ້ຣາດບັງຫລວງ ຫລື Corruption Perceptions Index (CPI) ປະຈຳປີ 2021 ໃນມື້ວັນທີ 25 ມົກກະຣາ 2022 ທີ່ຜ່ານມານີ້. ໂດຍປະເທດລາວໄດ້ຄະແນນການປະເມີນ 30 ສ່ວນຕໍ່ 100 ຄະແນນ ຢູ່ອັນດັບທີ 128 ຈາກ 180 ປະເທດ ທົ່ວໂລກ ຖືວ່າມີອັນດັບດີຂຶ້ນກວ່າປີ 2020 ທີ່ໄດ້ຄະແນນການປະເມີນ 29 ສ່ວນຕໍ່ 100 ຄະແນນ ຢູ່ອັນດັບທີ 134 ຂອງໂລກ.

ສາມອັນດັບ ທີ່ມີການຮັບຮູ້ການສໍ້ຣາດບັງຫລວງ ແລະສໍ້ຣາດບັງຫລວງໜ້ອຍທີ່ສຸດ ໃນໂລກຄືປະເທດ ເດັນມ໋າກ, ຟີນແລນ ແລະ ນີວຊີແລນ ດ້ວຍຄະແນນການປະເມີນເທົ່າກັນຄື 88 ຄະແນນ ຢູ່ອັນດັບ 1 ທັງ 3 ປະເທດ.

ສາມອັນດັບ ທີ່ມີການຮັບຮູ້ການສໍ້ຣາດ ບັງຫລວງ ແລະສໍ້ຣາດບັງຫລວງໜ້ອຍທີ່ສຸດ ໃນອາຊ້ຽນ ອັນດັບ 1 ປະເທດສິງກະໂປຣ໌ 85 ຄະແນນ ອັນດັບ 4 ຂອງໂລກ, ມາເລເຊັຽ 48 ຄະແນນ ອັນດັບ 62 ຂອງໂລກ ແລະ ວຽດນາມ 48 ຄະແນນ ອັນດັບ 87 ຂອງໂລກ. ສ່ວນປະເທດທີ່ ມີການສໍ້ຣາດບັງຫລວງ ຫລາຍທີ່ສຸດໃນອາຊ້ຽນ 3 ອັນດັບຄື ປະເທດກັມພູຊາ 23 ຄະແນນ ອັນດັບ 157 ຂອງໂລກ, ພະມ້າ 28 ຄະແນນ ອັນດັບ 140 ຂອງໂລກ ແລະ ລາວ 30 ຄະແນນ ອັນດັບ 128 ຂອງໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.