ກອງຫຼອນບ້ານ ເກັບຄ່າພັກເຊົາ ຍາມເດິກດື່ນ ຊາວລາວ ເຫັນວ່າ ບໍ່ເໝາະສົມ

ຈຳປາທອງ
2025.01.03
ກອງຫຼອນບ້ານ ເກັບຄ່າພັກເຊົາ ຍາມເດິກດື່ນ ຊາວລາວ ເຫັນວ່າ ບໍ່ເໝາະສົມ ໂຕຢ່າງ ປຶ້ມອະນຸຍາດ ພັກເຊົາຊົ່ວຄາວ ຂອງພົນລະເມືອງລາວ ໃນນະຄອນຫຼວງວຽງຈັນ. ເດືອນກຸມພາ ປີ 2020
Credit photos: ຮູບພາບຈາກພົນລະເມືອງ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ກອງຫຼອນບ້ານ ຈໍານວນໜຶ່ງ ໄດ້ໄປເຄາະປະຕູ ຫ້ອງແຖວ ແຫ່ງນຶ່ງ ທີ່ບໍ່ລະບຸວ່າ ຢູ່ເມືອງໃດ ແຂວງໃດ ໃນເວລາປະມານ 1 ໂມງກາງຄືນ ຫຼື ໜຶ່ງໂມງເຊົ້າ ທີ່ບໍ່ຮູ້ວ່າ ເປັນມື້ໃດ ຍ້ອນເລື່ອງໃດແທ້ ຫຼືເພື່ອກວດກາ ການພັກເຊົາ, ຮຽກເກັບຄ່າພັກ ຢູ່ຫ້ອງແຖວ ຈາກຊາວບ້ານ, ຊຶ່ງມາຈາກຕ່າງແຂວງ.

ພາຍຫຼັງທີ່ໄດ້ມີ ການຖ່າຍວິດີໂອ ກ່ຽວກັບເຫດການດັ່ງກ່າວ ເຜີຍແພ່ທາງສື່ສັງຄົມອອນລາຍ ກໍເກີດມີຫາງສຽງສັງຄົມຂຶ້ນ ເພາະເຫັນວ່າ ການກະທໍາ ຂອງເຈົ້າໜ້າທີ່ ກອງຫຼອນບ້ານ ຕໍ່ປະຊາຊົນ ຄືແນວນັ້ນ  ເປັນເລື່ອງບໍ່ຖືກຕ້ອງ ເພາະເປັນຍາມຄົນຫຼັບນອນ ແລະ ຫຼາຍຄົນ ກໍຄາດຄະເນກັນໄປ ຕ່າງໆ-ນາໆ  ຮວມທັງວ່າ ອາດເປັນໄປໄດ້ ທີ່ເຈົ້າໜ້າທີ່ ຈະມາເລາະ ຫາເງິນເຂົ້າກະເປົ໋າ ຂອງຕົນເອງ.

ກ່ຽວກັບເຫດການ ທີ່ວ່ານີ້, ເຈົ້າຂອງຫ້ອງແຖວ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ນາງໜຶ່ງ ທີ່ເຄີຍຢູ່ບ້ານໂພນຕ້ອງ ຈອມມະນີ ແລະ ເຊົ່າຫ້ອງແຖວຢູ່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ມັງກອນ ນີ້ວ່າ ເຄີຍພົບເຫດການ ຄືກັນນີ້ ເພິ່ນເອົາທ້າຍປືນ ເຄາະປະຕູ ບັກແຮງໆ ເຮັດຄືເຮົາ ເປັນນັກໂທດ, ຖາມຫາໃບພັກເຊົາ ແລະ ຫຼາຍອັນຫຼາຍແນວ, ເຮັດແນວນັ້ນ ກໍບໍ່ຄວນ. ດັ່ງທີ່ນາງກ່າວວ່າ:

“ບໍ່ຮູ້ວ່າຢູ່ໃສ, ກະບໍ່ຄວນແຫຼະ ຄັນກວດ ກະ 7-8 ໂມງ, ຊ່ວງເຮົາກິນເຂົ້າ ກິນນໍ້າເບາະ. ແຕ່ເກົ່າ, ຂ້ອຍເຄີຍຢູ່ ບ້ານໂພນຕ້ອງ ຈອມມະນີ ຂ້ອຍກະເຄີຍ ເຊົ່າຫ້ອງແຖວຢູ່ ກະມີເຫດການ ຄືກັນ. 1 ໂມງນ່າ, ມີນ່າ. ໂອ້ຍ, ເອົາທ້າຍປືນ ເຄາະປະຕູ ບັກແຮງໆ ແລ້ວກະເຮັດຄືເຮົາ ເປັນນັກໂທດນີ້ແຫຼະ, ແລ້ວກໍຖາມວ່າ ມີໃບພັກເຊົາບໍ່? ຄັນໃບພັກເຊົາ ໝົດອາຍຸ, ກະໄດ້ເສຍເງິນ, ປັບໃໝ ອີ່ຫຍັງນີ້ແຫຼະ, ຫຼາຍອັນຫຼາຍແນວ.”

ແລະ ຊາວບ້ານຜູ້ໜຶ່ງ ທີ່ເຄີຍເຊົ່າຫ້ອງແຖວຢູ່ ກໍເວົ້າວ່າ ໄດ້ເຫັນເຫດການດັ່ງກ່າວ ໃນຄລິບວິດີໂອ ນັ້ນແລ້ວ ທີ່ເຈົ້າໜ້າທີ່ ກອງຫຼອນບ້ານ ໄປເຄາະປະຕູຫ້ອງແຖວ ໃນຍາມກາງຄືນ, ຊຶ່ງຕົນຄິດວ່າ ເຮັດຄືແນວນັ້ນ ເປັນເລື່ອງທີ່ບໍ່ເໝາະສົມ ແລະ ຄາດວ່າ ອາດເປັນໄປໄດ້ ທີ່ກອງຫຼອນ ກຸ່ມດັ່ງກ່າວ ຢາກຫາເງິນ ນໍາຊາວບ້ານ ແລະ ວ່າ ແຕ່ກ່ອນ, ຕົນກໍເຄີຍ ຖືກເພິ່ນເກັບນໍາ, ແຕ່ເກັບເທື່ອດຽວ 50,000 ກີບ, ບໍ່ໄດ້ເກັບ ນໍາທຸກເດືອນ.

“ຂ້ອຍເຄີຍຢູ່. ຕະກີ້, ເຂົາເກັບບໍ່ທຸກເດືອນເດ, ມີແຕ່ເອົາເທື່ອນຶ່ງ ແລ້ວໆເລີຍ. ແມ່ນ, 50 ພັນ, ໂຕນັ້ນ ມັນໜ້າຈະບໍ່ຖືກເບາະ, ມັນເປັນນໍາເຂົາເຈົ້າ ຢາກເບິ່ງໄປແນວອື່ນ ຄືເຂົາຢາກໄດ້ເງິນ ນໍາເຮົາບໍ່ ຫຼືແນວໃດ ຫຼືວ່າຈັ່ງໃດ. ບາງທີ, ກໍຕີລາຄາໄປໄດ້ ຖ້າມາເກັບຫຼາຍເທື່ອນີ້ ກໍບໍ່ແມ່ນແລ້ວ, ບໍ່ເໝາະສົມ.”

ໃນຂະນະດຽວກັນ, ເຈົ້າໜ້າທີ່ບ້ານ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວເຖິງ ເລື່ອງດັ່ງກ່າວວ່າ ສໍາລັບຄລິບວິດີໂອ ທີ່ເຫັນເຈົ້າໜ້າທີ່ ກອງຫຼອນບ້ານ ໄປເຄາະປະຕູຫ້ອງແຖວ ທີ່ວ່ານັ້ນ ເປັນເລື່ອງປົກກະຕິ ຂອງເຈົ້າໜ້າທີ່ ກອງຫຼອນບ້ານ ທີ່ສາມາດ ເຂົ້າໄປກວດກາໄດ້, ຊຶ່ງອາດເປັນ ເປົ້າໝາຍສົງສັຍ, ເອົາຄົນບໍ່ດີ ມາຢູ່ນໍາ ຫຼືມີການຊຸມແຊວ ສຽງດັງ, ບໍ່ເກງໃຈ ຜູ້ຢູ່ຫ້ອງອື່ນ, ເຈົ້າໜ້າທີ່ ສາມາດໄປກວດກາ ຕາມພາລະບົດບາດ ຂອງຕົນ ເວລາໃດກໍໄດ້. ສ່ວນເລື່ອງການເກັບ ຄ່າພັກເຊົາ ຂອງຄົນຕ່າງແຂວງ ທີ່ເຂົ້າມາ ຢູ່ໃນນະຄອນຫຼວງວຽງຈັນ ຈະຕ້ອງໄດ້ເສຍທຸກຄົນ ຕາມລະບຽບ ຂອງ ປກສ ນະຄອນຫຼວງວຽງຈັນ. ດັ່ງທີ່ທ່ານກ່າວວ່າ:

“ຄ່າພັກເຊົາ ໂຕນີ້ ແມ່ນປົກກະຕິ ຫັ້ນແຫຼະ, ຕ້ອງໄດ້ ແມ່ນປົກກະຕິ ຫັ້ນແຫຼະ ເພາະວ່າ ເຈົ້າມາພັກເຊົາ ເຈົ້າຕ້ອງໄດ້ຈ່າຍ ແຕ່ລະເດືອນ. ເອກກະພາບ ມີແຕ່ເດືອນໜຶ່ງ 5 ພັນກີບ. ບັດໂຕນີ້ ມັນທົ່ວນະຄອນຫຼວງແລ້ວ, ມັນຈາກ ກອງບັນຊາການ ນະຄອນຫຼວງ ມາໃຫ້ບ້ານ ປະຕິບັດເດ. ຢາກວ່າປົກ ກະຕິແລ້ວ ຖ້າວ່າຫ້ອງແຖວ ໂຕນັ້ນ ມັນເປັນເປົ້າໝາຍ ສົງສັຍ ຫຼືເອົາໝູ່, ເອົາພວກບໍ່ດີ ມາຢູ່ນໍາ, ວ່າຊັ້ນສາ ເຂົາເຈົ້າກໍກວດ.”

ແລະ ເຈົ້າໜ້າທີ່ຕໍາຫຼວດ ປ້ອງກັນຄວາມສະຫງົບ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍກ່າວວ່າ ເລື່ອງການຈ່າຍ ຄ່າພັກເຊົາ ຂອງຄົນຕ່າງແຂວງ ຕ້ອງໄດ້ຈ່າຍ ຢູ່ແລ້ວ ຖ້າຢູ່ເຖິງ 3 ເດືອນຂຶ້ນໄປ, ຕາມລະບຽບ ທີ່ມີການແຈ້ງການອອກມາ ເປັນເອກກະພາບກັນ ໃນນະຄອນຫຼວງວຽງຈັນ. ຖ້າເຈົ້າໜ້າທີ່ ບໍ່ປະຕິບັດຕາມນັ້ນ, ກໍຈະເປັນການ ສວຍໂອກາດ ເກັບເງິນຄ່າຄຸ້ມຄອງ, ມັນກໍຜິດ. ດັ່ງທີ່ທ່ານກ່າວວ່າ:

“ເອີ, ຄົນຕ່າງແຂວງ ມາພັກເຊົານີ້ ມີປື້ມ ຕາມກໍານົດທີ່ວ່າ ເຈົ້າພັກເຊົາ 3 ເດືອນ ຂຶ້ນໄປພຸ້ນດອກ, ເຂົາຈັ່ງເກັບ. ຖ້າ 3 ເດືອນລົງມາ ຈະບໍ່ໄດ້ເສຍ, ເປັນລະບຽບ ຂອງເບື້ອງ ປກສ ເຮົາ, ເບື້ອງກະຊວງເຮົາ ໃນການກວດ ຈໍານວນພົນ ມາພັກເຊົາ ທີ່ເອົາໄປແລ້ວ. ແລ້ວແຕ່ລະເດືອນ ຈະມາເອົາອີກນັ້ນ, ບໍ່ມີ. ຈັ່ງຊີ້, ຈະເປັນການ ສວຍໂອກາດໂລດ. ຄວາມໝາຍ ຖ້າໄປເອົາແນວນັ້ນ ມັນກໍເກັບຄ່າຄຸ້ມຄອງ ແລ້ວກະຜິດແຫຼະເນາະ. ຫຼາຍຄົນ, ມັນກໍໄດ້ແຫຼະເນາະ ແຕ່ລະເດືອນ.”

ທ່ານກ່າວຕື່ມອີກວ່າ ຖ້າເຈົ້າໜ້າທີ່ຕໍາຫຼວດ ຂັ້ນເມືອງ ແລະ ຂັ້ນນະຄອນຫຼວງວຽງຈັນ ກວດພົບວ່າ ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບບ້ານ ຫຼືເຈົ້າໜ້າທີ່ ທີ່ເປັນພະນັກງານລັດ ສວຍໃຊ້ຕໍາແໜ່ງ, ໜ້າທີ່ ເອົາເງິນ ນໍາຄົນຕ່າງແຂວງ ທີ່ມາພັກເຊົາ ຢູ່ນະຄອນຫຼວງວຽງຈັນ ບໍ່ເຖິງກໍານົດ ທີ່ໃຫ້ເກັບ ຕາມທີ່ໄດ້ລະບຸໄວ້ ຢູ່ໃນລະບຽບການນັ້ນ, ກໍຈະຖືກດໍາເນີນການ ຕາມລະບຽບ ຄືກະທໍາຜິດຄັ້ງທີ 1 ແລະ ຄັ້ງທີ 2 ຈະຖືກອົບຮົມ, ຕັກເຕືອນ ແລະ ເຮັດບົດບັນທຶກ. ຖ້າກະທໍາຜິດ ຄັ້ງທີ 3 ຈະຖືກໄລ່ອອກຈາກການ, ແຕ່ບໍ່ເຖິງຂັ້ນ ສັ່ງຟ້ອງ ດໍາເນີນຄະດີ ຢູ່ສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.