ແຂວງວຽງຈັນ ລົງວິນັຍພະນັກງານ, ສະມາຊິກພັກ

ສຸພັດຕາ
2022.01.27
ແຂວງວຽງຈັນ ລົງວິນັຍພະນັກງານ, ສະມາຊິກພັກ ຫ້ອງການເທສບານ ເມືອງໜື່ນ ແຂວງວຽງຈັນ (ຮູບຖ່າຍ ປີ 2015)
ນັກຂ່າວ ພົລເມືອງ

ໃນວາຣະກອງປະຊຸມ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແຂວງວຽງຈັນ ໃນມື້ວັນທີ່ 18 ມົກກະຣາ 2022 ທີ່ຜ່ານມາ ໄດ້ມີການຣາຍງານວ່າ ໃນຮອບ 5 ປີຜ່ານມາ ກໍຄືປີ 2016-2020 ອໍານາດການປົກຄອງ ແຂວງວຽງຈັນ ໄດ້ລົງວິນັຍພະນັກງານຣັຖ ແລະສະມາຊິກພັກ ຈໍານວນ 216 ຄົນ ໃນນັ້ນ ໃຫ້ອອກຈາກພັກ 125 ຄົນ ແຕ່ບໍ່ມີການເປີດເຜີຍຣາຍລະອຽດ ເຣື່ອງການລົງໂທດໃຫ້ຮັບຮູ້.

ດັ່ງເຈົ້າໜ້າທີ່ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ມົກກະຣາ ນີ້ວ່າ:

“ຜິດລະບຽບວິນັຍ ວຽກງານໜ້າທີ່ ຈະເຈົ້າທີ່ມັນກ່ຽວຂ້ອງເນາະ ແລ້ວກະຖືກປະຕິບັດວິນັຍຫັ້ນນ່າ ເຮົາກະບໍ່ຮູ້ວ່າ ເພິ່ນຖືກປະບັດວິນັຍຂັ້ນໃດເນາະ ຂະເຈົ້າກະຊິເຮັດຕ່າງຫາກ.”

ທ່ານກ່າວອີກວ່າ ການປະຕິບັດວິນັຍພະນັກງານຣັຖ ແລະສະມາຊິກພັກ ຈະຂຶ້ນກັບໜ່ວຍງານນັ້ນໆ ເປັນຜູ້ປະບັດຕິວິນັຍ ແລະສ່ວນຫຼາຍຈະບໍ່ຖືກເປີດເຜີຍ ໃຫ້ຮັບຮູ້ຢູ່ແລ້ວ ທັງຂໍ້ມູນ, ຊື່, ຕໍາແໜ່ງ ແລະຂໍ້ກ່າວຫາຕ່າງໆ ແມ້ແຕ່ໃນກອງປະຊຸມພັກ-ແຂວງ ກໍບໍ່ເຄີຍມີການເປີດເຜີຍໃນຣາຍລະອຽດ ກ່ຽວກັບເຣື່ອງດັ່ງກ່າວນີ້ເລີຍ.

ການລົງວິນັຍພະນັກງານ ແລະສະມາຊິກພັກ ໃນຈໍານວນ 216 ຄົນນັ້ນ ໃນນັ້ນປະກອບດ້ວຍ ພະນັກງານ-ຣັຖກອນ, ທະຫານ, ຕໍາຣວດ ໂດຍຢູ່ຂັ້ນກ່າວຕັກເຕືອນ 42 ຄົນ, ປົດຕໍາແໜ່ງ 9 ຄົນ, ໂຈະການຮ່ວມຊີວິດພັກ 38 ຄົນ ແລະໃຫ້ອອກຈາກພັກ 125 ຄົນ.

ກ່ຽວກັບເຣື່ອງນີ້ ຊາວລາວໃນແຂວງວຽງຈັນ ກ່າວວ່າ ເມື່ອເຈົ້າໜ້າທີ່ ພັກ-ຣັຖ ເຊິ່ງມີອໍານາດໜ້າທີ່ ໃນການຕິດຕາມກວດກາ ແລະຣາຍງານຂໍ້ແທ້ຈິງ ໃຫ້ກັບປະຊາຊົນລາວໄດ້ຮັບຮູ້ ແຕ່ການປະຕິບັດຂອງເຈົ້າໜ້າທີ່ເຫຼົ່ານັ້ນ ພັດບໍ່ຈິງໃຈທີ່ຈະເປີດເຜີຍຂໍ້ມູນ ການກະທໍາຄວາມຜິດ ຂອງເຈົ້າໜ້າທີ່ຜູ້ສໍ້ຣາດບັງຫຼວງ ແລະເຮັດຜິດວິນັຍ.

ເມື່ອປະຊາຊົນລາວອອກມາເວົ້າ ຫຼືຮຽກຮ້ອງ ໃຫ້ມີການຕິດຕາມ ກວດກາເຈົ້າໜ້າທີ່ພັກ-ຣັຖ ຫຼືບັນດາໂຄງການລົງທຶນຂອງຣັຖ ກໍຈະກາຍເປັນບັນຫາໃຫ້ປະຊາຊົນ ເກີດຄວາມກັງວົນວ່າ ຈະມີພັຍຄຸກຄາມຈາກເຈົ້າໜ້າທີ່ ສະນັ້ນແລ້ວ ປະຊາຊົນຈຶ່ງພາກັນມິດງຽບ ແລະເລືອກທີ່ ຈະຢູ່ບ່ອນໃຜບ່ອນແລ້ວ.

ດັ່ງຊາວລາວຜູ້ນຶ່ງ ໃນແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ມົກກະຣາ ນີ້ວ່າ:

“ອັນໂຕທີ່ຂ່າວດີໆນີ້ ລົງເຟສ ອອກໂຄສະນາ ໂຕທີ່ມັນບໍ່ດີ ກະເຊື່ອງໄວ້ ເວົ້າເຂົາຈັບຍັດເຂົ້າຄຸກ ຫາຍສາບສູນໄປເລີຍລະກະແລ້ວ ຢູ່ນີ້ເວົ້າບໍ່ໄດ້.”

ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຫາກຣັຖບານລາວ ຕ້ອງການຈະປະຕິຮູບພະນັກງານພັກ-ຣັຖ ແລະປາບປາມການສໍ້ຣາດ ບັງຫຼວງຢ່າງຈິງຈັງ ແລະມີປະສິດທິພາບ ກໍຄວນຈະເປີດເຜີຍ ຜົລການຕິດຕາມກວດກາ ເຈົ້າໜ້າທີ່ພັກ-ຣັຖທຸກຄົນ ທີ່ສໍ້ຣາດບັງຫຼວງ ແລະເຮັດຜິດວິນັຍຮ້າຍແຮງນັ້ນ ເພື່ອໃຫ້ສັງຄົມຮັບຮູ້ ແລະປະຕິບັດວິນັຍ ຕາມລະບຽບກົດໝາຍ ເພື່ອເປັນແບບຢ່າງໃຫ້ກັບພະນັກງານພັກ-ຣັຖຄົນອື່ນໆ ບໍ່ໃຫ້ປະຕິບັດຕາມ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ມົກກະຣາ ນີ້ວ່າ:

“ເຣື່ອງການສໍ້ຣາດບັງຫຼວງບໍ ຫຼືວ່າ ພາກເຣື່ອງປະຕິບັດໜ້າທີ່ບໍ ເວົ້າຊື່ໆແລ້ວນີ້ ລະມັນກະແບບວ່າ ອຸ້ມກັນໄວ້ຫັ້ນແຫຼະ ທັມມະດານີ້ ຄັນຖ້າວ່າ ຢາກໃຫ້ມັນເປັນບົດຮຽນແທ້ ເຈົ້າຕ້ອງປະກາດ ຜູ້ກ່ຽວມັນຜິດຫຍັງແທ້.”

ທາງດ້ານເຈົ້າໜ້າທີ່ ກົມກວດກາສູນກາງພັກ ຂັ້ນສູນກາງ ກ່າວວ່າ ບັນຫາການສໍ້ຣາດບັງຫຼວງ ແລະການເຮັດຜິດວິນັຍ ຂອງພະນັກງານຣັຖແລະສະມາຊິກພັກ ແມ່ນຖືເປັນບັນຫາທ້າທາຍ ແລະຫຍຸ້ງຍາກສົມຄວນ ທີ່ຈະປາບປາມໃຫ້ໝົດໄປໄດ້ ແຕ່ໄລຍະຫຼັງມານີ້ ກໍຖືວ່າຫຼຸດໜ້ອຍລົງ ຍ້ອນມີການຕິດຕາມກວດກາເປັນປະຈໍາທຸກປີ.

ຢ່່າງໃດກໍຕາມ ແຕ່ການປະຕິບັດວິນັຍພະນັງການຣັຖ ແລະສະມາຊິກພັກ ກໍຍັງເປັນພຽງການກ່າວຕັກເຕືອນ, ປົດຕໍາແໜ່ງ ແລະໂຈະການເຂົ້າຮ່ວມຊີວິດພັກ ເຊິ່ງໃນລະຫວ່າງນັ້ນ ຜູ້ກະທໍາຄວາມຜິດ ກະຕ້ອງປະຕິບັດໂຕໃໝ່ ໃຫ້ຢູ່ໃນລະບຽບຂອງພັກຂອງຣັຖ ແຕ່ຖ້າຫາກວ່າ ຍັງກະທໍາຄວາມຜິດ ຫຼື ລະເມີດກົດລະບຽບຄືເກົ່າ ເປັນເທື່ອທີ່ 2 ເທື່ອທີ່ 3 ກໍອາຈໃຫ້ອອກຈາກພັກແບບຖາວອນ ກໍຂຶ້ນຢູ່ກັບເຈົ້າໜ້າທີ່ເມືອງ ຫຼືແຂວງນັ້ນໆ ທີ່ຈະບັງຄັບໃຊ້ລະບຽບກົດໝາຍ ແລະໜ້ອຍຄົນທີ່ຈະຖືກດໍາເນີນຄະດີ.

ດັ່ງເຈົ້າໜ້າທີ່ ກົມກວດກາສູນກາງພັກ ຂັ້ນສູນກາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ມົກກະຣາ ນີ້ວ່າ:

“ເຈົ້າປັບປຸງໂຕເອງດີຂຶ້ນແລ້ວ ເຫັນວ່າເອີ່ເຈົ້າປ່ຽນແປງ ເຂົາຈະໃຫ້ເຂົ້າ ຄັນບໍ່ປ່ຽນແປງຮ້າຍແຮງກວ່າເກົ່ານີ້ ເຂົາຈະພິຈາຣະນາ ວ່າໄລ່ອອກຈາກພັກ ຂັ້ນຕອນຕໍ່ໄປຫັ້ນນ່າ ເອີ່. ມັນກະຂຶ້ນກັບຄວາມຜິດ ແລ້ວກະຄວາມເຂັ້ມງວດ ຂອງການນໍາແຕ່ລະບ່ອນ ລະບຽບມັນກະມີຢູ່ດອກ ແຕ່ວ່າເຈົ້າຊິເຄັ່ງຄັດສໍ່າໃດ ການລົງວິນັຍຫັ້ນນ່າ.”

ໃນເດືອນກັນຍາ ປີ 2021 ທີ່ຜ່ານມາ ກະຊວງການເງິນ ກໍໄດ້ປະຕິບັດວິນັຍ ຕໍ່ພະນັກງານສ່ວຍສາອາກອນ ຜແນກການເງິນ ແຂວງຫົວພັນ ຈໍານວນ 2 ຄົນ ຄື ທ້າວ ມີຈວນ ພົມເມືອງງາ ຫົວໜ້າສ່ວຍສາອາກອນ ແລະ ທ້າວພູເພັດ ສີສົມທອງ ຮອງຫົວໜ້າສ່ວຍສາອາກອນ ຍ້ອນລະເມີດລະບຽບກົດໝາຍ ແລະ ລະບຽບຂອງທາງການ.

ໃນວັນທີ່ 22 ເດືອນທັນວາ ປີ 2021 ຫ້ອງການກວດກາພັກ-ຣັຖ ແຂວງບໍ່ແກ້ວ ຣາຍງານສລຸບວຽກງານ ຜົລກວດກາໂຄງການລົງທຶນຂອງຣັຖ ແລະສະພາແຫ່ງຊາດ ປະຈໍາປີ 2021 ລະບຸວ່າ ນັບແຕ່ປີ 2017-2021 ໄດ້ລົງວິນັຍ ພະນັກງານຂແນງການເງິນຂັ້ນແຂວງ ແລະຂັ້ນເມືອງ ຈໍານວນ 17 ຄົນ ໃນນີ້ ໂຈະການຮ່ວມຊີວິດພັກ 8 ຄົນ, ເອົາອອກຈາກພັກ 9 ຄົນ ຍ້ອນມີການສໍ້ຣາດບັງຫຼວງ ສ້າງຄວາມເສັຍຫາຍໃຫ້ແກ່ຣັຖ ສູງເຖິງ 1,590 ລ້ານກີບ.

ແລະເມື່ອປີ 2020 ທີ່ຜ່ານມາ ອົງການກວດກາແຫ່ງຣັຖ ແລະອົງການຕ້ານການສໍ້ຣາດບັງຫຼວງ ໄດ້ກວດກາບັນດາໂຄງການຕ່າງໆ ຈໍານວນ 650 ເປົ້າໝາຍໃນທົ່ວປະເທດ ໂດຍພົບເຫັນຫຼາຍໂຄງການ ບໍ່ປະຕິບັດຕາມລະບຽບກົດໝາຍ ເຊິ່ງສ້າງຄວາມເສັຍຫາຍໃຫ້ແກ່ຣັຖ ຫຼາຍເຖິງ 1,561 ຕື້ປາຍກີບ ເຊິ່ງມີພະນັກງານພັກ-ຣັຖ ເປັນຈໍານວນຫຼາຍ ສໍ້ຣາດບັງຫຼວງ ແຕ່ບໍ່ມີການເປີດເຜີຍຊື່, ຕໍາແໜ່ງ ແລະບົດລົງໂທດແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.