ຈ.ມ ຈາກຜູ້ຟັງ 01/29/22

ໄມ​ຊູ​ລີ
2022.01.30
ຈ.ມ ຈາກຜູ້ຟັງ 01/29/22 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຄົນງານລາວໃນປະເທດ ຍັງຖືກນາຍຈ້າງເອົາປຽບ, ກວດຄົ້ນຮ້ານກິນດື່ມ, ສົງໄສ ຄ້າປະເວນີ ແອບແຝງ, ຄົນລາວ ພາກັນລັກເຂົ້າ ໄປເຮັດວຽກ ຢູ່ໄທຍຫລາຍຂຶ້ນ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ:

ກ່ຽວກັບຂ່າວ “ກວດຄົ້ນຮ້ານກິນດື່ມ, ສົງໄສ ຄ້າປະເວນີ ແອບແຝງ”

“ແຕ່ກ່ອນນ້ອງເປັນ ລູກເຈົ້າຫລານນາຍ ບໍ່ຫ່ວງບໍ່ໃຍ ວຽກບ້ານການເຮືອນ ເພາະສົງຄົມເກົ່າ ເນົ້າເຫມັນ ເຈົ້າເອີຍ. ນ້ອງເຄີຍປ່ອຍປະ ລະຜົມລົງ ນຸ່າສົ້ງຂາບານ ຫລິ້ນກິນ ຟຸມເຟືອຍ ໂອ້ໂຖ ນ້ອງເອີຍ ນ້ອງຫລ້າຄຳແພງ. ອ້າຍບໍ່ຕິນ້ອງດອກ ເພາະສັງຄົມເກົ່າພາໄປ…

ອັນນີ້ ກໍແມ່ນເພງດັງທີ່ສຸດ ຂອງລະບອບໃຫມ່ ພວກເຮົາ ທີ່ເວົ້າເອົາດີໃສ່ໂຕເອງ ແຕ່ພັດ ກ່າວປະນາມໃຊ້ຮ້າຍປ້າຍສີ ລະບອບເກົ່າ ຕຳນິລະບອບເກົ່າ. ແຕ່ພໍ່ແຕ່ແມ່ເຮົາ ເພິ່ນເຄີຍເວົ້າສູ່ຟັງວ່າ ສັງຄົມລາວ ໃນສະໄໝກ່ອນ ບໍ່ໄດ້ເປື່ອຍເຫຍື່ອເນົ່າເໝັນ ເທົ່າທຸກມື້ນີ້ດອກ. ແຕ່ກ່ອນ ກໍມີໂສເພນີຄືກັນ ແຕ່ມີໜ້ອຍແລະບໍ່ເປີດເຜີຍ. ມີກໍແມ່ນພວກໂສເພນີ ຈາກປະເທດໃກ້ຄຽງເຂົ້າມາ ຫາເງິນຢູ່ເມືອງລາວ. ແຕ່ໂສເພນີ ໃນທຸກມື້ນີ້ ແມ່ນມາຈາກ ຄວາມທຸກຍາກປາກໝອງ ຂອງແມ່ຍິງລາວ ທີ່ເກີດມາຈາກ ການນຳພາ ຂອງກົມການເມືອງ ສູນກາງພັກ, ເກີດມາຈາກ ເຈົ້າໜ້າທີ່ລັດ ໄປທຳລາຍ ຄວາມສາວ ຂອງເຂົາ ເພາະເຈົ້າໜ້າທີ່ ໃຊ້ເງິນຫລິ້ນກິນຟຸມ ຫລິ້ນແສ້ຫລິ້ນສາວ ເອົາເມຍນ້ອຍຫ້ອຍເມຍປາຍ, ເອົາພວກຕ່າງຊາດ ມາທຳລາຍ ແມ່ຍິງສາວ ຂອງລາວ ແລະ ໃຊ້ເຂົາ ໄປຂາຍບໍລິການ ໃນໂຮງແຮມ ແລະ ຫລ້າສຸດ ກໍເອົາໄປບັງຄັບ ຂາຍປະເວນີ ໃນເຂດເສດຖະກິດພິເສດ ຕາມທີ່ເຫັນຂ່າວອອກມາທາງເຟດບຸກ. ຜູ້ນຳລາວທຸກມື້ນີ້ ກໍເງິນແກ່ແຕ່ເງິນ ສ້າງຮັ່ງຄູນມີ ໃຫ້ຄອບຄົວ ແລະ ພັກພວກ. ຕຳແໜ່ງສຳຄັນຕ່າງໆ ກໍ່ສະຫງວນໃຫ້ ຫລູກຫລານແລະພັກພວກ. ເຮັດແບບນີ້ ຈັ່ງໃດ ຈະເຮັດໃຫ້ ປະເທດຊາດຈະເລີນຈັ່ງໃດ ຈະເຮັດໃຫ້ປະຊາຊົນ ມີຢູ່ມີກິນ. ທ່ານທອງລຸນ ກໍໍ່ໄດ້ຮັບທຸກໆໜ້າທີ່ແລະຕຳແໜ່ງ ອັນໃດກໍຮູ້ຈັກໝົດ ແຕ່ປະເທດຊາດຫລົ້ມຈົມ ປະຊາຊົນນັບມື້ນັບທຸກຍາກ ກໍ່ໝາຍຄວາມວ່າ ເປັນຜູ້ນຳທີ່ບໍ່ມີປະສິດທິພາບ ທີ່ບໍ່ເຫັນແກ່ສ່ວນຮວມ ບໍ່ເຫັນແກ່ ປະຊາຊົນ ແຕ່ພັດເຫັນແຕ່ ຄວາມມັ່ງຄັ້ງ ຂອງໂຕເອງ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດຕາມມາດ້ວຍ ເພງ “ເງິນ”, ຜົລການເພງ ຂອງທ່ານ ຄຳຫຼ້າ ໜໍ່ແກ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.