ນັກເຄື່ອນໄຫວ ເພື່ອປະຊາທິປະໄຕລາວ ຖືກຈັບ

ຈຳປາທອງ
2022.01.31
ນັກເຄື່ອນໄຫວ ເພື່ອປະຊາທິປະໄຕລາວ ຖືກຈັບ ທ້າວ ຄູຄຳ ແກ້ວມະນີວົງ
ຮູບພາບຈາກ: ເພຈ Bao Champasak

ຕໍາຣວດໄທຍ ຈັບທ້າວ ຄູຄໍາ ແກ້ວມະນີວົງ ນັກເຄື່ອນໄຫວເພື່ອສິດທິມະນຸດ ແລະປະຊາທິປະໄຕໃນລາວ ທີ່ອາສັຍຢູ່ປະເທດໄທຍ ຢູ່ສະຖານີຕໍາຣວດ ທົ່ງສອງຫ້ອງ ບາງກອກ ໃນມື້ວັນທີ 29 ມົກກະຣານີ້ ໃນຂໍ້ຫາວີຊາໝົດອາຍຸ.

ເຈົ້າໜ້າທີ່ຕໍາຣວດ ປະຈໍາສະຖານີຕໍາຣວດ ນະຄອນບານທົ່ງສອງຫ້ອງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 31 ມົກກະຣານີ້ວ່າ ຂະນະນີ້ ໜ່ວຍງານຂອງທ່ານໄດ້ຈັບຕົວ ທ້າວ ຄູຄໍາ ແກ້ວມະນີວົງ ແທ້ ແລະ ໃນມື້ວັນທີ 31 ມົກກະຣານີ້ ກໍໄດ້ສັ່ງຟ້ອງ ແລະນໍາຕົວຜູ້ກ່ຽວ ໄປສານແຂວງດອນເມືອງ ທີ່ບາງກອກໃນຂໍ້ຫາວີຊາໝົດອາຍຸ, ເບື້ອງຕົ້ນຜູ້ກ່ຽວອາຈຖືກປັບໄໝ ແລະສົ່ງຕົວໄປສໍານັກງານ ຕໍາຣວດກວດຄົນເຂົ້າເມືອງສວນພລູ.

ທ່ານກ່າວວ່າ:

“ຄູຄໍາ ຍັງຢູ່ ຍັງຢູ່ໃນຫ້ອງຂັງຢູ່ ຈັກໜ່ອຍຈະເອົາໄປສົ່ງສານ ແຂວງດອນເມືອງ ສັ່ງຟ້ອງ ແຕ່ວ່າໄປສົ່ງມື້ນີ້ແຫລະ ແຕ່ວ່າເຂົາກໍອາຈສົ່ງ ແລ້ວອາຈມີການເສັຍຄ່າປັບ ແລ້ວກໍຜັກດັນອອກນອກປະເທດ ປະມານນີ້ ກໍຍັງບໍ່ຮູ້ ຢູ່ທີ່ຮ້ອຍເວນເຂົາ ເພາະວ່າປັບສໍາເລັດແລ້ວ ເຂົາອາຈເອົາໄປທີ່ ຕມ. ໄປປະມານຊ່ວງບ່າຍໂມງ ເພາະວ່າ ຮ້ອຍເວນເຂົາຍັງບໍ່ໄດ້ສອບສວນ.”

ເມື່ອປະມານບ່າຍ 4 ໂມງ ຂອງມື້ວັນທີ 31 ມົກກະຣານີ້ ຕໍາຣວດກວດຄົນເຂົ້າເມືອງ ສວນພລູ ເວົ້າວ່າ ທ້າວ ຄູຄໍາ ແກ້ວມະນີວົງ ໄດ້ຖືກສົ່ງຕົວມາແລ້ວ ເພື່ອລໍຖ້າການ ພິຈາລະນາຄະດີ ໃນການຜັກດັນອອກນອກປະເທດ. ໃນຂະນະດຽວກັນ ໂຄງການ Asylum Access Thailand ຫລື AAT ແລະອົງການຈັດຕັ້ງທາງສັງຄົມ ທີ່ເຄື່ອນໄຫວ ວຽກງານກ່ຽວກັບ ສິທທິມະນຸດສາກົລ ກໍພະຍາຍາມຊ່ອຍເຫລືອຜູ້ກ່ຽວ ໃນຄະດີທີ່ວ່ານັ້ນ.

ຜູ້ທີ່ຮູ້ເຣື່ອງການຈັບນີ້ ທີ່ບໍ່ປະສົງອອກຊື່ ແລະສຽງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕໍາຣວດເຄີຍໄດ້ຈັບ ທ້າວ ຄູຄໍາ ແກ້ວມະນີວົງ ມາແລ້ວເທື່ອນຶ່ງ ເມື່ອປີກາຍ, ພິມລາຍນິ້ວມື ແລະບອກໃຫ້ຜູ້ກ່ຽວວ່າ ບໍ່ຕ້ອງໂຍກຍ້າຍໄປໃສ ຍ້ອນພວກເຂົາເຈົ້າ ມີຂໍ້ມູນກ່ຽວກັບທີ່ຢູ່ ຂອງຜູ້ກ່ຽວທັງໝົດແລ້ວ, ແຕ່ຕໍາຣວດ ບໍ່ໄດ້ນໍາຕົວໄປກັກຂັງຄືມື້ນີ້.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງໂຄງການ AAT ຊຶ່ງເປັນໜ່ວຍງານຊ່ອຍເຫລືອ ທາງກົດໝາຍດ້ານສິດທິ ແລະໃຫ້ຄໍາປຶກສາບຸກຄົນ ທີ່ຕ້ອງການສແວງຫາການລີ້ພັຍ ໃຫ້ເຂົ້າເຖິງຂະບວນການ ພິຈາລະນາສະຖານະ ຜູ້ລີ້ພັຍ ຂອງສໍານັກງານຂ້າຫລວງໃຫຍ່ເພື່ອຜູ້ລີ້ພັຍ ຂອງສະຫະປະ ຊາຊາດ ຫລື UNHCR ແລະໄດ້ຄໍາເຫັນສັ້ນໆ ວ່າ ຂະບວນການພິຈາລະນາ ສະຖານະຄະດີ ທີ່ເກີດຂຶ້ນກັບ ທ້າວ ຄູຄໍາ ແກ້ວມະນີວົງ ດັ່ງກ່າວນັ້ນ ເປັນໜ້າກັງວົນຫລາຍກວ່າ ປົກກະຕິ.

ທ້າວ ຄູຄໍາ ແກ້ວມະນີວົງ ມີບັດເປັນຜູ້ລີ້ພັຍ ຈາກສະຫະປະຊາຊາດ ຕາມຫລັກການ ຂອງຄະນະມົນຕຣີສິດທິມະນຸດສະຫະປະຊາຊາດ ໃນປີ 2019 ແລ້ວ, ໜ່ວຍງານທີ່ກ່ຽວຂ້ອງ ຂອງໄທຍ ບໍ່ຄວນສົ່ງກັບໄປປະເທດລາວ ຍ້ອນຜູ້ກ່ຽວຈະຖືກທໍາຮ້າຍ ແລະທໍລະມານ ດັ່ງທ່ານ ຟິລ ໂຣເບິດສັນ ຮອງຜູ້ອໍານວຍການອົງການ Human Rights Watch ປະຈໍາຂົງເຂດເອເຊັຽ-ປາຊິຟິກ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທາງ UNHCR ໄດ້ສໍາພາດ ແລ້ວກໍກໍານົດວ່າ ໂອເຄ ຄົນນີ້ ຖ້າເຂົາສົ່ງກັບກໍຈະທຸກທໍລະມານ ຖືກທໍາຮ້າຍອີ່ຫຍັງແນວນີ້ ຊຶ່ງກໍເປັນ ຖ້າເປັນຄົນມີບັດແບບນີ້ບໍ່ຄວນສົ່ງກັບ ເພາະວ່າມັນຜິດຫລັກການອະນຸສັນຍາຜູ້ລີ້ພັຍຂອງ UN.”

ໃນຂະນະດຽວກັນ ທະນາຍຄວາມ ດ້ານສິດທິມະນຸດຂອງຄົນງານ ຕ່າງປະເທດນາງນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມົກກະຣານີ້ວ່າ ປະເທດໄທຍ ຍັງບໍ່ໄດເປັນພາຄີຂອງອະນຸສັນຍາ ວ່າດ້ວຍຜູ້ລີ້ພັຍ ຂອງສະຫະປະຊາຊາດ ປີ 1951 ແລະຍັງບໍ່ມີກົດໝາຍ ຮອງຮັບສະຖານະພາບ ຂອງຜູ້ອົພຍົບ ແລະຜູ້ສແວງຫາລີ້ພັຍ ເປັນຕົ້ນຜູ້ລີ້ພັຍທາງການເມືອງ, ແຕ່ຣັຖບານໄທຍກໍມີຂໍ້ບັງຄັບ ທີ່ຈະປະຕິ ບັດຕາມ ເຣື່ອງການບໍ່ຜັກດັນ ຄົນກັບໄປສູ່ອັນຕະລາຍ.

ນາງກ່າວວ່າ:

“ຕໍ່ໃຫ້ບໍ່ໄດ້ລົງນາມໃນອະນຸສັນຍາຜູ້ລີ້ພັຍ ແຕ່ວ່າໄທຍກໍມີຂໍ້ບັງຄັບ ທີ່ຈະປະຕິບັດຕາມເຣື່ອງ ການບໍ່ຜັກດັນກັບໄປສູ່ອັນຕະລາຍ ເຣື່ອງ non-refoulement ຖ້າຄົນທີ່ເປັນຜູ້ລີ້ພັຍ, ຖ້າສົ່ງເຂົາກັບໄປນີ້ ຈະເຮັດໃຫ້ເຂົາເປັນອັນຕະລາຍຕໍ່ຊີວິດ ຊັພສິນ ຫລືເສຣີພາບໃນປະ ເທດຕົ້ນທາງ, ກໍຂໍທີ່ຈະບໍ່ໃຫ້ ຕມ. ສົ່ງກັບ, ດ້ວຍເຫດຜົລ ທາງດ້ານມະນຸດສະທໍາ ສາມາດຢັບຢັ້ງ ການສົ່ງກັບແບບນີ້ໄດ້.”

ນາງກ່າວຕື່ມວ່າ ປັດຈຸບັນ ທາງການໄທຍມີລະບຽບຄັດກອງ ຄົນຕ່າງດ້າວ ທີ່ເຂົ້າມາໃນປະເທດ ແລະບໍ່ສາມາດເດີນທາງກັບ ປະເທດຕົ້ນທາງຂອງຕົວເອງໄດ້ ເພື່ອໃຊ້ສໍາລັບຄັດກອງ ແລະຮັບຮອງວ່າ ຜູ້ລີ້ພັຍມີສະຖານະທີ່ຈະ ຢູ່ປະເທດໄທຍໄດ້ເປັນການຊົ່ວຄາວ ໃນໄລຍະລໍຖ້າໄປຕັ້ງຖິ່ນຖານ ຢູ່ປະເທດທີສາມ. ເຖິງແມ່ນລະບຽບດັ່ງກ່າວ ຈະຖືກປະກາດໃຊ້ ຢ່າງເປັນທາງການແລ້ວ ແຕ່ການຈັດຕັ້ງປະ ຕິບັດເປັນໄປຢ່າງຊັກຊ້າ ໃນຂະນະ ປະເທດໄທຍມີຈໍານວນຜູ້ລີ້ພັຍ ເຂົ້າມາເພິ່ມຂຶ້ນນໍາເລື້ອຍໆ ໃນແຕ່ລະປີ.

ປະເທດໄທຍ ໄດ້ເຂົ້າເປັນພາຄີໃນອະນຸສັນຍາ ວ່າດ້ວຍການຕໍ່ຕ້ານການທໍລະ ມານ ແລະການກະທໍາອື່ນໆທີ່ໂຫດຮ້າຍ, ບໍ່ມີມະນຸສທໍາ ຫລືຍໍ່າຍີກຽດສັກສີ ຫລືທໍລະມານ ຊຶ່ງໃນບົດທີ 3 ຂໍ້ 3 ວັກທີ 1 ກໍານົດເອົາໄວ້ວ່າ ຣັຖພາຄີຕ້ອງບໍ່ຂັບໄລ່, ສົ່ງກັບ ຫລືສົ່ງບຸກຄົນເປັນຜູ້ຮ້າຍຂ້າມແດນໄປຍັງອີກຣັຖນຶ່ງ ເມື່ອມີເຫດອັນຄວນເຊື່ອໄດ້ວ່າ ບຸກຄົນນັ້ນຈະຕົກຢູ່ພາຍໃຕ້ຂອງຄວາມອັນຕະລາຍ ທີ່ຈະຖືກທໍລະມານ.

ອີງຕາມ ອະນຸສັນຍາວ່າ ດ້ວຍສະຖານພາບຜູ້ລີ້ພັຍປີ 1951 ແລະພິທີສານວ່າດ້ວຍສະຖານະພາບ ຜູ້ລີ້ພັຍປີ 1967, ຜູ້ລີ້ພັຍໝາຍເຖິງບຸກຄົນ ຜູ້ຢູ່ນອກອະນາເຂດຣັຖ ທີ່ເປັນສັນຊາດຂອງຕົວເອງ ແລະດ້ວຍຄວາມຫວາດກົວ ຊຶ່ງມີມູນອັນຈະກ່າວໄດ້ວ່າ ຈະໄດ້ຮັບອັນຕະລາຍ ດ້ວຍສາເຫດທາງເຊື້ອຊາດ, ສາສນາ, ສັນຊາດ, ສະມາຊິກໃນກຸ່ມໃດກຸ່ມນຶ່ງ ບໍ່ວ່າຈະເປັນທາງສັງຄົມ ຫລືວ່າທາງດ້ານແນວຄິດ ການເມືອງ ຫລືເປັນຍ້ອນບໍ່ສາມາດ ຫລືບໍ່ສມັກໃຈ ທີ່ຈະໄດ້ການຄຸ້ມຄອງຈາກຣັຖ ທີ່ເປັນສັນຊາດຂອງຕົວເອງ ເນື່ອງຈາກຄວາມຫວາດກົວດັ່ງກ່າວ.

ທ້າວ ຄູຄໍາ ແກ້ວຄໍາມະນີວົງ ອາຍຸ 38 ປີ, ເປັນຄົນແຂວງຈໍາປາສັກ, ໄດ້ໄປເຮັດວຽກຢູ່ບາງກອກ ປະເທດໄທຍ ມາຕັ້ງແຕ່ປີ 2002. ທີ່ຜ່ານມາ ທ້າວ ຄູຄໍາ ໄດ້ຮ່ວມເປັນຜູ້ຈັດຕັ້ງ ກຸ່ມຟຣີລາວ ຫລືກຸ່ມລາວເສຣີ, ເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະສິດທິມະນຸດໃນລາວ ໄດ້ຮຽກຮ້ອງທັງໃຫ້ທາງການລາວ ປ່ອຍຄົນງານລາວ 3 ຄົນຄື ທ້າວ ສຸການ ໃຈທັດ, ທ້າວ ສົມພອນ ພິມມະສອນ ແລະ ນາງ ຫລອດຄໍາ ທໍາມະວົງ ທີ່ກັບຈາກປະເທດໄທຍ ແລະຖືກຈັບໃນຂໍ້ຫາ ໃສ່ຮ້າຍປ້າຍສີຣັຖບານລາວ. ຄົນງານລາວ 3 ຄົນທີ່ວ່ານີ້ ໄດ້ຮຽກຮ້ອງໃຫ້ ທາງການລາວ ທັງເຣື່ອງການຊອກຫາ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນ ທີ່ຫາຍສາບສູນ ຢູ່ກາງນະຄອນຫລວງວຽງຈັນ, ຮຽກຮ້ອງໃຫ້ມີການຊອກຫາ ທ້າວ ອ໊ອດ ໄຊຍະວົງ ທີ່ຖືກຫາຍສາບສູນຢູ່ບາງກອກ ປະເທດໄທຍ, ຮຽກຮ້ອງໃຫ້ ທາງການລາວປ່ອຍ ນາງ ໝວຍ ຫລື ຮວ້າຍເຮືອງ ໄຊຍະບູລີ ໃຫ້ເປັນອິສຣະ.

ເມື່ອກ່ອນໜ້ານີ້ ທ້າວ ຄູຄໍາ ແກ້ວມະນີວົງ ເຄີຍໃຫ້ຂໍ້ມູນແກ່ ວິທຍຸເອເຊັຽເສຣີ ວ່າ ພາຍຫລັງໝູ່ເພື່ອນທີ່ເຄີຍຮວ່ມເຄື່ອນໄຫວ ຮຽກຮ້ອງເພື່ອປະຊາທິປະໄຕ ໃນລາວ ແລະສິດທິມະນຸດ ນໍາກັນ ໄດ້ຖືກຈັບ ແລະຖືກຫາຍສາບສູນໄປ ຕົນກໍຮູ້ສຶກຢ້ານ ຍ້ອນວ່າຈະຖືກຈັບ, ຕ້ອງໃຊ້ຊີວິດແບບລີ້ຊ່ອນ, ປິດບັງຕົວເອງຢູ່ເລື້ອຍໆ ແລະບໍ່ໄດ້ເຄື່ອນໄຫວແນວໃດອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.