ເຣື້ອງທີ່ເກັບບັນທຶກໄວ້
2024-06-05
ຈຸດທີ່ນ່າເປັນຫ່ວງ ຈາກການວິໄຈ ລົດຂົນສານເຄມີອາຊິດຊູນຟູຣິກ ຂວ້ຳ ແລະພົບວ່າ ຈຸດເກີດເຫດ ຍັງມີຄວາມເປັນກົດ ສູງຢູ່ ເຖິງແມ່ນວ່າ ໃນບາງເຂດສະພາບນ້ຳ ເປັນປົກກະຕິແລ້ວກໍ່ຕາມ.
2024-06-05
ໃນຮອບສາມປີມານີ້ ໂຮງຮຽນຊັ້ນມັດທະຍົມສຶກສາ ຕອນຕົ້ນ ແລະ ຕອນປາຍ ໃນຂອບທົ່ວປະເທດມີນັກຮຽນສອບເສັງ ໃນລະດັບຊັ້ນ ມ.4 ຫຼຸດລົງປະມານ 7,000 ປາຍຄົນຕໍ່ສົກຮຽນ ສ່ວນຊັ້ນ ມ.7 ຫຼຸດລົງສະເລັ່ຍ 4,000 ປາຍຄົນຕໍ່ສົກຮຽນ ໂດຍມີສາເຫດສຳຄັນ ມາຈາກບັນຫາ ເສດຖະກິດ-ການເງິນ.
2024-06-05
ຄົນງານລາວທີ່ເຮັດວຽກ ຢູ່ບໍ່ເກືອກາລີ ຂອງຈີນ ຢູ່ແຂວງຄຳມ່ວນ ໄດ້ຮັບເງິນເດືອນໜ້ອຍ ແລະ ໄດ້ເງິນເດືອນຊ້າ ກ່ອນຄົນຈີນ.
2024-06-05
ຮ່າງຍຸຸດທະສາດປ່າໄມ້ ສະບັບໃໝ່ ຂອງ ສປປ ລາວ ໄລຍະປີ 2021-2030 ກໍານົດເປົ້າໝາຍ ທີ່ຈະເຮັດໃຫ້ ເນື້ອທີ່ປ່າໄມ້ປົກຫຸ້ມ ກວມເອົາໃຫ້ໄດ້ 70% ໃນປີ 2030 ພາຍຫຼັງທີ່ຍຸດທະສາດ ປ່າໄມ້ສະບັບເດີມ ກຳນົດເປົ້າໝາຍໄວ້ໃນປີ 2020 ແຕ່ບໍ່ປະສົບຜົນສຳເລັດ.
2024-06-04
ນັກກິລາຍິມນາສຕິກຍິງ ທີມຊາດລາວໄດ້ຖືກຄັດເລືອກ ຈາກສະຫະພັນກິລາ ຍິມນາສຕິກ ສາກົນ ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນ ຍິມນາສຕິກປະເພດລີລາໃນກິລາໂອລິມປິກ ຄັ້ງທີ 33 ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ.
2024-06-04
ອັດຕາເງິນເຟີ້ ໃນເດືອນພຶດສະພາຍັງສືບຕໍ່ເໜັງຕິງ ເພີ່ມສູງຂຶ້ນຢູ່ທີ່ລະດັບ 25.8% ໃນນີ້ສິນຄ້າໝວດສຸຂະພາບ ແລະຢາເພີ່ມຂຶ້ນຫຼາຍກ່ວາໝູ່ເຖີງ 38% ອີງຕາມການລາຍງານ ຂອງສູນສິຖິຕິແຫ່ງຊາດ, ຕໍ່ສະພາບດັ່ງກ່າວຜູ້ປະກອບການ ກ່ຽວກັບຂາຍຢາ, ອາຫານເສີມ ແລະ ອຸປະກອນການແພດ ທັງຂາຍຍົກ ແລະ ຂາຍຫຍ່ອຍຈຳເປັນ ຕ້ອງໄດ້ປັບຂຶ້ນລາຄາສິນຄ້າ.
2024-06-04
ປັດຈຸບັນ ປະຊາຊົນ ທີ່ໃຊ້ລົດ ຜ່ານເສັ້ນທາງຫຼາຍສາຍຂອງແຂວງຈໍາປາສັກ ຕ້ອງໄດ້ເສຍເງິນຄ່າຜ່ານທາງ ຢ່າງໜ້ອຍ 7 ດ່ານ ເຖິງແມ່ນວ່າເສັ້ນທາງເຫຼົ່ານັ້ນ ເປັນທາງຫຼວງແຫ່ງຊາດ ຈຶ່ງເຮັດໃຫ້ປະຊາຊົນຫຼາຍຄົນ ເປັນຕົ້ນຜູ້ທີ່ຢູ່ນະຄອນປາກເຊ, ເມືອງໂພນທອງ, ເມືອງປາກຊ່ອງ ແລະເມືອງຈໍາປາສັກ.
2024-06-04
ທ່ານ ວອລເກີ້ ເທີກ (Volker Turk) ຂ້າຫຼວງໃຫຍ່ສິດທິມະນຸດ ແຫ່ງສະຫະປະຊາຊາດ ຫຼື UN Human Rights ພ້ອມຄະນະຈະເດີນທາງຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 6-7 ມິຖຸນາ 2024 ເພື່ອປະຊຸມຫາລືກັບລັດຖະບານລາວ, ສະພາແຫ່ງຊາດ, ຜູ້ແທນພິເສດ ຂອງປະທານອາຊຽນ ດ້ານມຽນມ້າ, ຜູ້ແທນ ສປປ ລາວ.
2024-06-04
ລົດບັນທຸກສານເຄມີ ອາຊິດຊູນຟູຣິກ ຂອງບໍລິສັດຈີນ ທີ່ກໍາລັງຂົນຈາກເມືອງປາກແບງ ແຂວງອຸດົມໄຊ ໄປແຂວງຊຽງຂວາງ ຕົກໜ້າຜາ, ສານເຄມີໄຫລລົງຫ້ວຍນ້ຳງາ ເປັນອັນຕະລາຍ ເຮັດໃຫ້ປາຕາຍຈຳນວນຫລາຍ ດ້ວຍເຫດນີ້ ທາງການແຂວງອຸດົມໄຊ ຈຶ່ງຫ້າມປະຊາຊົນໃຊ້ນ້ຳ ແລະກິນປາຈາກນ້ຳງາ.
2024-06-03
ກໍາມະກອນລາວ ທີ່ໄປເຮັດວຽກນໍາ ໂຄງການ ເຂດເສດຖະກິດໃໝ່ ສີທັນດອນ ແຕ່ນາຍຈ້າງ ບໍ່ໄດ້ຄ່າແຮງງານ ຍ້ອນວ່າ ເຈົ້າຂອງໂຄງການ ບໍ່ມີເງິນ ແລະຕອນນີ້ ຍັງເຫຼືອກໍາມະກອນ ບໍ່ຮອດ 50 ຄົນ.
2024-06-03
ລາວ-ກຳປູເຈຍ ໄດ້ຮ່ວມກັນປັກຫຼັກໝາຍຊາຍແດນ ເລກທີ 034 ຢູ່ເຂດບ້ານບຶງງາມ ເມືອງໂຂງ ແຂວງຈຳປາສັກ ເມື່ອວັນທີ 29 ພຶດສະພາຜ່ານມາ ໂດຍທັງສອງຝ່າຍ ໄດ້ມີການກວດກາ ຊາຍແດນຮ່ວມກັນບາງຈຸດທີ່ຄາດວ່າ ຈະມີການປັກຫຼັກໝາຍ ຊາຍແດນເພີ່ມ.
2024-06-03
ເກີດເຫດ ຊາຍຊາວຈີນ ລັກເງິນ ໃນລົດຂອງປະຊາຊົນ ຢູ່ຕະຫຼາດຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ຖືກຈັບ ໃນວັນທີ 30 ເດືອນພຶດສະພາ ປີ 2024 ໂດຍມີປະຊາຊົນ ຈຳນວນຫຼາຍຮ່ວມແຮງຮ່ວມໃຈ ກັນ ຊຶ່ງຕໍ່ມາໄດ້ສົ່ງໃຫ້ເຈົ້າໜ້າທີ່.
2024-06-03
ລັດຖະບານລາວ ຍົກບັນຫາເສດຖະກິດ-ການເງິນ ຂຶ້ນມາເປັນວາລະເລັ່ງດ່ວນ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ໜີ້ສິນຕ່າງປະເທດ, ຮັບປະກັນ ການສະໜອງໄຟຟ້າ ແລະ ນໍ້າມັນເຊື້ອໄຟ ໃຫ້ພຽງພໍ.
2024-06-03
ໃນໂອກາດດັ່ງກ່າວ ວັນສິ່ງແວດລ້ອມແຫ່ງຊາດ ທ່ານ ສອນໄຊ ສີພັນດອນ, ນາຍົກລັດມົນຕີ ໄດ້ສົ່ງສານ ແລະຮຽກຮ້ອງ ໃຫ້ຫຼາຍພາກສ່ວນ ຍຸຕິການຕັດໄມ້ທໍາລາຍປ່າ ແລະຈູດປ່າແບບຊະຊາຍ ໂດຍຜ່ານຄໍາຂວັນ ວັນສິ່ງແວດລ້ອມ ໃນປີນີ້ ວ່າ “ຮ່ວມກັນຢຸດທໍາລາຍປ່າໄມ້, ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພແຫ້ງແລ້ງ ແລະໄພນໍ້າຖ້ວມ.”
2024-06-01
ພາລະບົດບາດ ແລະ ຜົນງານ ຂອງສະມາຄົມ ແມ່ຍິງພິການ ຢູ່ ປະເທດລາວ ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ ເຊິ່ງເຮົາຈະໄດ້ຮຽນຮູ້ ຈາກ ທ່ານນາງ ຈັນເພັງ ສີວິລາ ປະທານສະມາຄົມ ດັ່ງກ່າວ.