ໂຄງການສີທັນດອນ ຍັງບໍ່ຈ່າຍຄ່າແຮງ ໃຫ້ກໍາມະກອນ

ອຸ່ນແກ້ວ
2024.06.03
ໂຄງການສີທັນດອນ ຍັງບໍ່ຈ່າຍຄ່າແຮງ ໃຫ້ກໍາມະກອນ ກໍາມະກອນ ທີ່ເຮັດວຽກຢູ່ໂຄງການພັດທະນາ ເສດຖະກິດໃໝ່ ສີທັນດອນ, ເດືອນ ພຶດສະພາ 2024.
ນັກຂ່າວພົນລະເມືອງ

ເຂດເສດຖະກິດພິເສດ ສີທັນດອນ ຫຼື ໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນທອນ ຢູ່ເມືອງໂຂງແຂວງ ຄ້າງຈ່າຍເງິນຄ່າຈ້າງ ໃຫ້ແກ່ກໍາມະກອນລາວຫຼາຍຄົນ ຈົນເຂົາເຈົ້າພາກັນທະຍອຍອອກຈາກວຽກ.

ໃນເບື້ອງຕົ້ນ ມີກໍາມະກອນຫຼາຍ 100 ຄົນ ມາເຮັດວຽກກໍ່ສ້າງຢູ່ໃນເຂດ ເສດຖະກິດໃໝ່ສີທັນດອນ, ແຕ່ ປັດຈຸບັນ ເຫຼືອກໍາມະກອນ ບໍ່ຮອດ 50 ຄົນ.

ຊາວເມືອງໂຂງ ແຂວງຈໍາປາສັກ ທ່ານໜຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ຕອນນີ້ ມັນບໍ່ມີຄົນ ບ່ອນຕິບເຂົ້າ ບ່ອນເຂົາເຮັດແຄນຄູ່ ບ່ອນເຂົາເຮັດແລ້ວ 3 ຊັ້ນ 4 ຊັ້ນ 5 ຊັ້ນ ຫັ້ນ ມັນບໍ່ມີຄົນເຮັດແລ້ວດຽວນີ້​ ບໍ່ມີໃຜໄປເຮັດ.

ຊາວເມືອງໂຂງ ທ່ານນີ້ ກ່າວຕື່ມອີກວ່າ:

ບາດນີ້ຍັງໂຕໂຮງແຮມ ບ່ອນລີສອດ ຫັ້ນກະຄົນໜ້ອຍດຽວນ່າ ຢູ່ຫັ້ນ ເຂົາບໍ່ໄດ້ເງິນ, ແຕ່ກ່ອນມີກໍາມະກອນຫຼາຍແຕ່ກ່ອນ ລູກນ້ອງມັນກະວ່າ ບໍ່ມີເງິນ ພວກກໍມະກອນທົ່ວໄປເຂົາຕິດໜີ້ຜູ້ ເດືອນໜຶ່ງ ຜູ້ 6 ລ້ານ ກີບ, ຜູ້ 7 ລ້ານ ກີບ, ຜູ້ 3 ລ້ານ, ຜູ້ 5 ລ້ານ. ຄືຜູ້ໃຫຍ່ໆ ເປັນທໍ່ໃດ ຮ້ອຍລ້ານ ເປັນຕີ້ກະມີ. ບໍລິສັດຄ້າງຈ່າຍຫຼາຍເດືອນ ເປັນປີກໍມີ.

ຊາວໂຂງ ກ່າວວ່າ:

ແຕ່ກ່ອນ ມີກໍາມະກອນຫຼາຍ 100​ ຄົນ ແຕ່ ຕອນນີ້ ກໍາມະກອນພາກັນໜີໝົດ ເຫຼືອແຕ່ 30 ປາຍ, 40 ຄົນ.

ນັກທຸລະກິດ ຢູ່ ແຂວງພາກໃຕ້ທ່ານໜຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ມັນບໍ່ມີລາຍຮັບ ບັນຫາສອງ ມັນກະບໍ່ມີເງິນ ບໍ່ເຫັນມັນເຮັດຫຍັງໂຄງການສີທັນດອນ ຢ້ານບໍ່ມີເງິນຫຼາຍກວ່າ ເພາະຖ້າມີເງິນ ກໍຕ້ອງຈ່າຍໃຫ້ກໍາມະກອນແລ້ວ.

ກໍາມະກອນ ຜູ້ທີ່ເຮັດວຽກແລ້ວ ບໍ່ໄດ້ເງິນ ກໍສາມາດຂຽນຄໍາຮ້ອງທຸກເຖິງ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລ້ວ ສົ່ງມາຫາພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຕໍາລໍາດັບ.

ເຈົ້າໜ້າທີ່ແຮງງານ ແລະ ສະຫວັດດີການສັ່ງຄົມ ໄດ້ກ່າວວ່າ:

ໂຕນີ້ກະຕ້ອງສະເໜີ ຫາຫ້ອງການແຮງງານ ປະຈໍາເມືອງໂຂງຫັ້ນແຫຼະ ວ່າ ເຂົາແກ້ກັນບໍ່ໄດ້ລະກະສະເໜີມາ ພະແນກແຮງງານແຂວງ ກໍຕ້ອງໄດ້ລົມກັນລະອຽດກ່ອນ ເອົາຂໍ້ມູນກ່ອນ.

ນອກຈາກນີ້ ມີຄົນສະແດງຄວາມເປັນຫ່ວງ ວ່າ ໃນຕໍ່ໜ້າ ໃນຕໍ່ໜ້າເຂດດັ່ງກ່າວ ມີຄວາມເປັນໄປໄດ້ ຈະມີກຸ່ມຄົນຈາກປະເທດເພື່ອນບ້ານ ສວຍໃຊ້ເປັນເປັນອາດສະຍາກໍາທາງອອນລາຍ ໂດຍສະເພາະ ແກ້ງຄໍເຊັນເຕີ້.

ນັກທຸລະກິດ ຢູ່ເມືອງໂຂງ ແຂວງ ຈໍາປາສັກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ລ້ວນແລ້ວ ແຕ່ເປັນສີເທົາທັງຊິ້ນ ອາດຈະເປັນເທົາເຂັ້ນສະດ້ວຍ ແບບເມຍວະດີຂອງພະມ້າແຫຼະ ບໍ່ຕ່າງຫັ້ນດອກ ອັນຊິວ່າ ຊິຄຸມໄດ້ ມັນບໍ່ມີດອກ.”

ນັກຂ່າວ ຖາມ: ແນວໂນ້ມມັນຊິມີກຸ່ມຄໍເຊັນເຕີ້ ມາແຝງຢູ່ບໍ່ ຫຼັງຈາກແລ້ວລະນິ?

ນັກທຸລະກິດ: ບໍ່ເຫຼືອ ມີແນ່ນອນ ຄ້າມະນຸດ ມີແນ່ນອນ. 

ໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ ແມ່ນຢູ່ລະຫວ່າງໄລຍະ ທີ່ 1 ຈາກທັງໝົດ 6 ໄລຍະ.

ໃນໄລຍະທໍາອິດນີ້ ໄດ້ເລີ່ມຕັ້ງແຕ່ເດືອນ ພະຈິກ ປີ 2019 ເປັນຕົ້ນມາ ໂດຍມີການກໍ່ສ້າງເສັ້ນທາງນ້ໍາປະປາສາຍໄຟຟ້າ ແລະ ສ້າງໂຮງຮຽນປະຖົມສົມບູນ ບ້ານຂີ້ນາກ ສໍາເລັດໄປແລ້ວ.

ໂຄງການພັດທະນາເຂດເສດຖະກິຈໃໝ່ ສີທັນດອນ ປະກອບດ້ວຍ ສະໜາມ ກັອຟ, ຕຶກແຄນຄູ່ ທີ່ລວມເອົາ ແຫລ່ງທ່ອງທ່ຽງ ແລະ ແຫລ່ງບັນເທີງກາສິໂນທະນາຄານສະຖາບັນການເງິນໂຄງສ້າງພື້ນຖານດ້ານການສຶກສາ, ໂຄງການກະສິກໍາ ແລະ ສາທາລະນະສຸກ.

ໂຄງການດັ່ງກ່າວ ມີເນື້ອທີ່ດິນເກືອບ 10,000 ເຮັກຕ້າຣ໌ ທີ່ຄອບຄຸມ ທັງດິນດອນ ແລະ ແມ່ນ້ໍາຂອງ ມູນຄ່າການລົງທຶນ ປະມານ 9 ຕື້ໂດລ້າຣ໌, ມີອາຍຸສຳປະທານ 50 ປີ ແລະ ສາມາດຕໍ່ສັນຍາ ສຳປະທານໄດ້, ຊຶ່ງກວມເອົາປະມານ 30 ປາຍບ້ານ ໃນເມືອງໂຂງ ແຂວງຈໍາປາສັກ ອີງຕາມຂໍ້ມູນຈາກທາງການລາວ.

ບໍລິສັດ Laos Maha Nathi Sithandone (Hong Kong) Investment ຊຶ່ງເປັນຂອງນັກລົງທຶນຈີນ ແລະ ບໍລິສັດ LTV Road and Bridge Construction Sole ເປັນເຈົ້າຂອງໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.