ຄົນລາວ ທີ່ເຮັດວຽກກັບບໍ່ເກືອກາລີ ຂອງຈີນ ໄດ້ເງິນໜ້ອຍກວ່າຄົນງານຈີນ

ພອນ ພູມມີທອນ
2024.06.05
ຄົນລາວ ທີ່ເຮັດວຽກກັບບໍ່ເກືອກາລີ ຂອງຈີນ ໄດ້ເງິນໜ້ອຍກວ່າຄົນງານຈີນ ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ (ຮູບຂວາມື) ລົງໄປຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ. ວັນທີ 17 ມັງກອນ 2024.
ຮູບພາບຈາກ ວິດີໂອ ສະຖານີວິທຍຸກະຈາຍສຽງ ແຂວງຄຳມ່ວນ

ຄົນງານລາວ ຈໍານວນບໍ່ໜ້ອຍ ທີ່ເຮັດວຽກຢູ່ ໂຄງການຂຸດຄົ້ນບໍ່ເກືອກາລີ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄໍາມ່ວນ ມັກໄດ້ຮັບເງິນເດືອນໜ້ອຍກວ່າຄົນງານຈີນ ແລະ ໄດ້ຮັບເງິນເດືອນຊ້າກວ່າຄົນງານຈີນ ນໍາດ້ວຍ ເຖິງແມ່ນວ່າຄົນງານລາວ ຈະມີໜ້າວຽກ ທີ່ໜັກຫລາຍກໍຕາມ ແຕ່ກໍ ບໍ່ໄດ້ຮັບການເອົາໃຈໃສ່ດີ ເທົ່າຄົນງານຈີນ ທີ່ຂຶ້ນກັບບໍລິສັດດັ່ງກ່າວໂດຍກົງ, ຕ່າງຈາກຄົນງານລາວ ທີ່ເຮັດວຽກພາຍໃຕ້ບໍລິສັດຮັບເໝົາ ຕ່າງໆ.

ດັ່ງ ອະດິດຄົນງານລາວ ທ່ານໜຶ່ງ ທີ່ເຄີຍເຮັດວຽກຢູ່ບໍ່ເກືອກາລີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ມີຖຸນາ ນີ້ວ່າ

ເຮັດດົນແລ້ວ ມັນບໍ່ຢາກເຮັດແລ້ວຊື່ໆ. ເອີ ຄົນລາວ ຄົນຈີນນີ້ ມັນເງິນຕ່າງກັນເດີ້ ດຽວນີ້ເຂົາໃຫ້ມື້ລະ 2 ແສນ ແລ້ວກະຖ້ຽວໜຶ່ງ 15,000 ມີບ່ອນພັກເຊົາໃຫ້.” 

ໃນຂະນະທີ່ຊາວບ້ານ ທ່ານໜຶ່ງ ທີ່ຢູ່ໃກ້ກັບເຂດ ໂຄງການຂຸດຄົ້ນບໍ່ເກືອກາລີ ດັ່ງກ່າວ ກໍເຫັນວ່າເງິນເດືອນ ທີ່ຄົນງານລາວທົ່ວໄປ ໄດ້ຮັບນັ້ນ ກໍໜ້ອຍກ່ວາ ເງິນເດືອນຂອງຄົນງານຈີນຂ້ອນຂ້າງຫລາຍ ແລະ ນາຍຈ້າງຂອງຈີນ ກໍມັກໃຫ້ຄ່າຈ້າງ ແກ່ຄົນງານລາວແບບລາຄາຖືກ ໂດຍໃຫ້ເຫດຜົນວ່າ ຄົນງານລາງມີສີມືບໍ່ຫລາຍ ຈຶ່ງເຮັດໃຫ້ຊາວບ້ານ ໃນທ້ອງຖິ່ນ ບໍ່ຄ່ອຍຢາກໄປເຮັດວຽກ ຢູ່ເຂດດັ່ງກ່າວພໍປານໃດ. ດັ່ງ ທ່ານກ່າວວ່າ: 

ແມ່ນໆ ເງິນໜ້ອຍ ບາດນີ້ຄ່າກິນຄ່າຢູ່ ກະບໍ່ຄ່ອຍຊິສົມທົບກັບໜ້າທີ່ ທີ່ເຮົາເຮັດປານໃດ ມັນກໍເລີຍບໍ່ຄ່ອຍຊິມີຄົນພື້ນທີ່ເຮັດ ຖ້າຄົນບໍ່ມີສີມືແຮງງານກະ ເງິນເດືອນມັນຈະບໍ່ ຄູ້ມຄ່ານ່າ ຈີນມັນກະຈ້າງແບບບໍ່ຄູ້ມຄ່າ.

ນອກຈາກຄົນງານລາວທົ່ວໄປ ຈະໄດ້ຮັບເງິນເດືອນໜ້ອຍກວ່າຄົນຈີນແລ້ວ ກໍໄດ້ຮັບເງິນເດືອນທີ່ຫລ້າຊ້າກ່ວາຄົນງານຈີນ ທີ່ເຮັດວຽກພາຍໃຕ້ບໍລິສັດ ດຽວກັນ ເຊິ່ງບາງເທື່ອກໍໄດ້ຮັບເງິນເດືອນ ຫລ້າຊ້າປະມານ 1-2 ເດືອນ ແບບບໍ່ຮູ້ສາເຫດ ຢ່າງຄັກແນ່ ໂດຍຄົນງານລາວສ່ວນໃຫຍ່ ມັກເຮັດວຽກພາຍໃຕ້ບໍລິສັດຮັບເໝົາ ຕ່າງໆ.

ດັ່ງ ຄົນງານລາວ ທ່ານໜຶ່ງກ່າວວ່າ: 

“15 ວັນ ຈັ່ງໄດ້ເງິນນີ້. ເຮົາເຮັດເດືອນ 5 ນີ້. ເດືອນ 6 ວັນທີ່ 15 ຈັ່ງໄດ້ເງິນ. ສົມມຸດແນວນັ້ນ ແຕ່ວ່າຢູ່ໃນບໍລິສັດແທ້ແຫລະ. ວັນທີ 10 ເຂົາເຈົ້າໄດ້ແນວນັ້ນນ່າ, ແຕ່ວ່າເຮົາພາຍນອກ ຂ້າງນອກນີ້ຢາກຊ້າໜ້ອຍໜຶ່ງ ກະ 2 ເດືອນ ຈັ່ງໄດ້ເທື່ອໜຶ່ງ, ແຕ່ວ່າເບີກໄດ້ຢູ່ ເດືອນ 3, ເດືອນ 4 ຫັ້ນໄດ້ແລ້ວ ຍັງເດືອນ 5 ນີ້. 

ໃນຂະນະດຽວກັນ ຄົນງານລາວອີກທ່ານໜຶ່ງ ກໍຍືນຍັນວ່າ ເງິນເດືອນຂອງຄົນລາວ ມັກອອກໃນວັນທີ 15 ຂອງແຕ່ລະເດືອນ ເຊິ່ງອອກຊ້າກວ່າເງິນເດືອນຂອງຄົນຈີນ ແລະ ວິຊາການຄົນຈີນ ເນື່ອງຈາກວ່າ ເງິນເດືອນຂອງທັງຄົນງານລາວ ແລະ ຄົນງານຈີນ ແມ່ນເປັນຄົນລະສ່ວນກັນ ແລະ ຫລາຍບໍລິສັດຮັບເໝົາ ເຮັດວຽກຢູ່ເຂດບໍ່ເກືອແຫ່ງນີ້ ກໍຍັງຮັບຄົນງານລາວຢູ່ເລື້ອຍໆ ໃນຫລາຍໜ້າວຽກ.

ດັ່ງ ທ່ານກ່າວວ່າ: 

ມີແຕ່ອອກວັນທີ 15 ຄົນຈີນບໍ່ກຽວກັບຄົນລາວ ເງິນເດືອນຂອງຄົນລາວ ຄືຂອງຄົນລາວ ຕອນນີ້ຮັບຕໍາແໜ່ງທີ່ວ່າ ກໍາມະກອນທົ່ວໄປ ບາງທີກໍຢູ່ເທິງ ບາງທີກະໄດ້ຢູ່ລຸ່ມ ລົງອຸໂມງ ກິນຢູ່ນໍາບໍລິສັດ. 

ບໍ່ພຽງເທົ່ານັ້ນ ປັດຈຸບັນ ບໍລິສັດ ຊິໂນ ອາກຣີ-ໂປຕາສ ຈໍາກັດ ຍັງໄດ້ຊອກຫາຄົນງານລາວ ຢູ່ເມືອງຕ່າງໆ ໃນແຂວງຄໍາມ່ວນ ເພື່ອມາເຮັດວຽກ ໃນແຕ່ລະຕໍາແໜ່ງ ໃນໂຄງການຂຸດຄົ້ນບໍ່ເກືອກາລີ ໂດຍ ໃຫ້ທາງຜແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄໍາມ່ວນ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ໃນຂັ້ນເມືອງ ເປັນຕົ້ນ ຢູ່ເມືອງຄູນຄໍາ ມີການປະກາດຫາຄົນງານລາວ ໃຫ້ມາສະມັກວຽກນໍາດ້ວຍ.

ດັ່ງ ເຈົ້າໜ້າທີ່ຜະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄໍາມ່ວນ ນາງໜຶ່ງກ່າວວ່າ:

ແມ່ນ ເພິ່ນຕ້ອງການແຮງງານຢູ່ແລ້ວ ມີແຕ່ເຂົ້າມາສອບຖາມ ຢູ່ຜແນກເລີຍ ມັນຈະມີຂະແໜ່ງຈັດຫາງານ ເຂົາເຈົ້າຮັບຜິດຊອບ ເຂົ້າມາລົງທະບຽນ ຢູ່ ຂະແໜ່ງກະໄດ້ ແລ້ວເຂົາເຈົ້າຈະຕິດຕໍ່ຫາບໍລິສັດໃຫ້ ຖ້າຢາກໄປຜ່ານບໍລິສັດໂດຍກົງກະໄດ້. 

ກ່ຽວກັບປະເດັ່ນ ທີ່ວ່າຄົນງານລາວທີ່ເຮັດວຽກ ໃນໂຄງການດັ່ງກ່າວ ມັກໄດ້ເງິນເດືອນໜ້ອຍ ແລະ ໄດ້ເງິນເດືອນຊ້າ ກວ່າຄົນງານຈີນນັ້ນ ເຈົ້າໜ້າທີ່ ນາງນີ້ ຊີ້ແຈງວ່າ ບໍ່ທັນໄດ້ຮັບຂໍ້ມູນ ຢ່າງລະອຽດເທື່ອ ຈຶ່ງບໍ່ສາມາດ ໃຫ້ຄວາມເຫັນໄດ້.

ສໍາລັບເງິນເດືອນທີ່ບໍລິສັດ ຊິໂນ ອາກຣີ-ໂປຕາສ ຈໍາກັດ ໄດ້ລະບຸໄວ້ ໃຫ້ກັບຄົນງານລາວນັ້ນ ກໍມີຕັ້ງແຕ່ລະດັບ 3 ລ້ານກີບຕໍ່ເດືອນ ໄປຈົນຮອດສູງສຸດ 7 ລ້ານກີບຕໍ່ເດືອນ ເປັນຕົ້ນ ກໍາມະກອນລົງອຸໂມງ ເງິນເດືອນ 5,400,000 ກີບ ຫາ 6,000,000 ກີບຕໍ່ເດືອນ, ນັກວິໄຈແຮ່ ເງິນເດືອນ 3,000,000 ກີບ ຫາ 4,000,000 ກີບ, ຜູ້ຊ່ວຍວັດແທກ ແລະ ນັກທໍລະນີ ລົງອຸໂມງ ເງິນເດືອນ 5,000,000 ກີບ ຫາ 6,000,000 ກີບ ແລະ ອື່ນໆ... 

ເຖິງຢ່າງໃດກໍຕາມ ເມື່ອປີ 2022 ຄົນງານຈີນຈໍານວນໜຶ່ງ ທີ່ເຮັດວຽກຢູ່ໂຄງການຂຸດຄົ້ນ ບໍ່ເກືອກາລີ ດັ່ງກ່າວ ກໍເຄີຍກໍ່ເຫດ ປະທ້ວງນາຍຈ້າງຊາວຈີນ ຍ້ອນ ບໍ່ໄດ້ຮັບເງິນເດືອນ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຕໍາຫລວດ ແຂວງຄໍາມ່ວນ ຕ້ອງພາກັນໄປລະງັບເຫດການ ແຕ່ຖືກຄົນງານຈີນຈໍານວນໜຶ່ງ ພະຍາຍາມຍາດອາວຸດ ເຮັດໃຫ້ທາງເຈົ້າໜ້າທີ່ ຕ້ອງໄດ້ຍິງປືນຂຶ້ນຟ້າ ຈົນສາມາດຄວບຄຸມ ເຫດການໄວ້ໄດ້. 

ສໍາລັບບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເລີ້ມຕົ້ນສະເໜີ ຂໍອະນຸຍາດ ສັມປະທານຂຸດຄົ້ນເກືອກາລີ ຢູ່ບ້ານ ໜອງລົ່ມ ເມືອງໜອງບົກ ແຂວງຄໍາມ່ວນ ໃນເນື້ອທີ່ 48.52 ກິໂລຕາແມັດ ໃນເດືອນເມສາ ປີ 2022, ຈາກນັ້ນ ໄດ້ຂະຫຍາຍເນື້ອທີ່ສໍາຫລວດເພີ່ມຕື່ມ ເຊິ່ງກວມເອົາ ເນື້ອທີ່ຫລາຍບ້ານ ໃນເມືອງທ່າແຂກ ແລະ ໜອງບົກ ເປັນຕົ້ນ ບ້ານດົງບູນ, ບ້ານນາຄໍາ, ບ້ານນາຫລຸບ, ບ້ານປ່າຕິ້ວ, ບ້ານຊຽງຫວາ ແລະ ບ້ານຄົງໃຕ້ ຈົນມາຮອດປັດຈຸບັນ ມີເນື້ອທີ່ທັງໝົດ ປະມານ 214 ກິໂລຕາແມັດ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.