ລັດຖະບານ ຍົກວາລະເສດຖະກິດ-ການເງິນ ແກ້ໄຂຮີບດ່ວນ

ໄຊຍາ
2024.06.03
ລັດຖະບານ ຍົກວາລະເສດຖະກິດ-ການເງິນ ແກ້ໄຂຮີບດ່ວນ ການຊື້-ຂາຍ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ (TS), ເດືອນເມສາ 2024.
RFA

ລັດຖະບານລາວ ຍົກບັນຫາເສດຖະກິດ-ການເງິນ ຂຶ້ນມາເປັນວາລະເຄັ່ງຮ້ອນ ທີ່ຈະຕ້ອງໄດ້ຮັບການແກ້ໄຂຮີບດ່ວນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ, ໜີ້ສິນຕ່າງປະເທດ, ຮັບປະກັນການສະໜອງໄຟຟ້າ ແລະ ນໍ້າມັນເຊື້ອໄຟ ໃຫ້ພຽງພໍຕາມມະຕິຂອງກອງປະຊຸມ ສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2024 ນີ້. 

ດັ່ງເຈົ້າໜ້າທີ່ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 25 ພຶດສະພາ 2024 ວ່າ:

“ມະຕິຂອງກອງປະຊຸມລັດຖະບານເນາະ ມີທິດຊີ້ນໍາໃຫ້ກະຊວງໄປຈັດຕັ້ງປະຕິບັດ ແກ້ໄຂເລື່ອງບັນຫາເງິນເຟີ້ ກັບອັນການແກ້ໄຂ ບັນຫາເສດຖະກິດນີ້ ສອດຄ່ອງກັບອັນນະໂຍບາຍ ຫຼືວ່າ ກົນໄກພາກລັດເຮົາ ໃນການຊີ້ນຳ ແຕ່ລະໄລຍະຫັ້ນນ່າ”

ຕໍ່ກັບເລື່ອງດັ່ງກ່າວ ດຣ. ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເຫັນວ່າມີຫຼາຍບັນຫາ ທີ່ຈະຕ້ອງໄດ້ຮີບດ່ວນແກ້ໄຂ ແຕ່ບັນຫາເສດຖະກິດ-ການເງິນ ຖືວ່າເຄັ່ງຮ້ອນທີ່ສຸດ ເພາະຖືວ່າມີປະຊາຊົນລາວ, ຫົວໜ່ວຍທຸລະກິດ ລວມເຖິງໜ່ວຍງານຂອງ ພັກ-ລັດ ໃນທົ່ວປະເທດ ໄດ້ຮັບຜົນກະທົບຢ່າງໜັກ.

ອີງຕາມການລາຍງານ ຂອງທະນາຄານແຫ່ງ ສປປ ລາວ ວັນທີ 27 ພຶດສະພາ 2024 ລະບຸວ່າ ອັດຕາເງິນເຟີ້ ຍັງສູງເຖິງ 24.92% ສວນອັດຕາແລກປ່ຽນ ຢູ່ທີ່ 598 ກີບຕໍ່ 1 ບາດ (ໄທ) ແລະ 21,473 ກີີບຕໍ່ 1 ໂດລ້າຣ໌ສະຫະລັດ. ອີງຕາມຂໍ້ມູນວ່າ ໃນຕະຫຼາດມືດ ຢູ່ທີ່ 670 ກີບຕໍ່ 1 ບາດ (ໄທ) ແລະ 24,400 ກີບຕໍ່ 1 ໂດລ້າຣ໌ສະຫະລັດ.

ເຈົ້າໜ້າທີ່ກະຊວງການເງິນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ປັດຈຸບັນກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ທັງໝົດກໍ່ພະຍາຍາມທີ່ຈະຈັດຕັ້ງ ປະຕິບັດມາດຕະການ ແລະນະໂຍບາຍຕ່າງໆ ທີ່ລັດຖະບານກຳນົດ ອອກມາເປັນຕົ້ນການປີດຮ້ານ ແລກປ່ຽນເງິນຕາ ຕ່າງປະເທດ, ຈຳກັດການຊື້-ຂາຍ ເງິນຕາຕ່າງປະເທດ, ການຫັນປ່ຽນມາໃຊ້ເງິນກີບ, ການນໍາໃຊ້ລະບົບອີເລັກໂທຣນິກ ເຂົ້າໃນການຊື້-ຂາຍ ສິນຄ້າ ແລະ ສຳລະສິນຄ້າ ກັບຕ່າງປະເທດ.

“ເພາະວ່າຕອນນີ້ເຮົາກາຊິຄ່ອຍໆ ແກ້ໄຂກາຄືເຫັນແຫຼະ ສະພາບການແລກປ່ຽນ ທາງນອກມັນກາຊິເບົາບາງລົງ. ເງິນຕາຕອນນີ້ ເພິ່ນມີສະພາບຄ່ອງຫຼາຍຂຶ້ນ ທີ່ເຮົາຕ້ອງການ ໄປສຳລະ.”

ມາດຕະການທີ່ທາງລັດຖະບານ ກໍານົດຂຶ້ນ ເພື່ອຄວບຄຸມເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ການເກັບຊື້ເງິນຕາຕ່າງປະເທດ ເພື່ອນຳໄປສຳລະສິນຄ້າ ກັບຕ່າງປະເທດ ເຊິ່ງປັດຈຸບັນລັດຖະບານມີຄວາມຕ້ອງການ ເງິນຕາຕ່າງປະເທດຢ່າງໜ້ອຍ 10 ຕື້ໂດລ້າຣ໌ສະຫະລັດຕໍ່ປີ, ແຕ່ມີຄວາມສາມາດເກັບຊື້ໄດ້ພຽງແຕ່ 3,2 ຕື້ໂດລ້າຣ໌ສະຫະລັດ ເຊິ່ງບໍ່ພຽງພໍທີ່ຈະນຳໄປສຳລະ ເພື່ອນໍາເຂົ້າສິນຄ້າ ຈາກຕ່າງປະເທດ, ສຳລະຄ່າບໍລິການ ແລະ ສຳລະໜີ້ສິນ ໂດຍໃນປີ 2024 ລັດຖະບານຕັ້ງເປົ້າໝາຍ ຈະເກັບລາຍຮັບເປັນເງິນຕາ ຕ່າງປະເທດ ຈາກການສົ່ງອອກ ເຂົ້າສູ່ລະບົບທະນາຄານ ຢ່າງໜ້ອຍໃຫ້ໄດ້ 70%.

ຜູ້ປະກອບການ ທຸລະກິດແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ສະພາບເສດຖະກິດແຂວງຫຼວງນໍ້າທາ ຍັງຖືວ່າບໍ່ທັນຟື້ນຕົວ ເທົ່າທີ່ຄວນ. ການສົ່ງເສີມການປູກ, ການລ້ຽງສັດ ຍັງໃຊ້ຕົ້ນທຶນສູງ, ການສົ່ງອອກສິນຄ້າລາວ ໄປປະເທດຈີນຍັງມີຄວາມຫຍຸ້ງຍາກ ຈາກອັດຕາແລກປ່ຽນ ເງິນກີບກັບເງິນຢວນ. ນະໂຍບາຍຂອງລັດຖະບານ ແລະ ມາດຕະການແກ້ໄຂ ເສດຖະກິດ-ການເງິນ ຍັງຈັດຕັ້ງປະຕິບັດໄດ້ຊັກຊ້າ, ສັງຄົມຍັງມີການນໍາໃຊ້ ເງິນຕາຕ່າງປະເທດສະຊາຍ, ຍັງພົບເຫັນມີການແລກປ່ຽນເງິນຕາຕ່າງປະເທດ ໃນຕະຫຼາດມືດ ແລະສື່ສັງຄົມອອນລາຍ.

“ຜູ້ປະກອບການເຮົາຊ່ວງນີ້ ມັນກາຄ້າຍຄືກັນໝົດແລ້ວເນາະ ບາງຄົນກາຢຸດຈຶ້ງ ບາງຄົນກາເຮັດໄປແນວນັ້ນແຫຼະ. ສົ່ງສິນຄ້າໄປທາງຈີນ ບາງອັນກາມີຄວາມຫຍຸ້ງຍາກຫຼາຍເນາະ ດຽວນີ້. ເວົ້າເລື່ອງອັດຕາແລກປ່ຽນຫັ້ນ ມັນພຸ່ງຕົວສູງ. ເຂົາຊື້-ຂາຍ ເປັນເງິນຢວນ ແຕ່ວ່າມາຕີອອກ ຢູ່ທະນາຄານທຸລະກິດນັ້ນ ມັນຊິມາຫັກເປີເຊັນ ຄ່າໂອນສູງ ບາງເທື່ອກາ 1.5 ຕົວຢ່າງ.

ຜູ້ປະກອບການ ຢູ່ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ສະເພາະແຂວງຫຼວງພະບາງອາດຈະຟື້ນຕົວໄດ້ໄວກ່ວາ ແຂວງອື່ນໆ ເນື່ອງຈາກໄດ້ຮັບແຮງກະຕຸ້ນ ຈາກການທ່ອງທ່ຽວ ເຊິ່ງສົ່ງຜົນດີຕໍ່ທຸລະກິດ ທ່ອງທ່ຽວ ແລະບໍລິການ.

ສໍາລັບກຸ່ມໂຮງຈັກໂຮງງານ, ທຸລະກິດຂະໜາດໃຫຍ່ ປັບຕົວໄດ້ລະດັບໜຶ່ງ ເພາະມີງົບປະມານ ພຽງພໍທີ່ສາມາດຈັດຕັ້ງ ປະຕິບັດຕາມມາດຕະການ ແລະ ນະໂຍບາຍທີ່ລັດຖະບານ ກຳນົດໄດ້ເຊັ່ນ ຂຶ້ນຄ່າແຮງຂັ້ນຕໍ່າ, ຈ່າຍເງິນເດືອນ ເປັນເງິນກີບ, ນຳເອົາຄົນງານເຂົ້າລະບົບ ປະກັນສັງຄົມ, ຈ່າຍເງິນລ່ວງເວລາ. ສ່ວນທຸລະກິດ ຂະໜາດນ້ອຍ ຍັງບໍ່ຟື້ນຕົວພໍປານໃດ ເນື່ອງຈາກຍັງໄດ້ຮັບແຮງກົດດັນ ຈາກອັດຕາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາແລກປ່ຽນ ແລະ ລາຄາສິນຄ້າທີ່ຍັງເໜັງຕີງ.

“ເສດຖະກິດບໍ່ມີຫຍັງປັ່ນປ່ວນ ຂຶ້ນມາ ມັນກາຈະຄ່ອຍໆ ຟື້ນຕົວແບບນີ້ໄປຍັງ ແຕ່ລາຄານໍ້າມັນນີ້ແຫຼະ ມັນກາແພງກັບໄພເງິນເຟີ້. ພວກມະລອກປອກແປກ ເຂົາກາຍັງເຮັດບໍ່ໄດ້ເທື່ອ ໂຮງງານໃຫຍ່ ເຂົາມີຄົນເຮັດເປັນປະຈຳ ແລ້ວກາເພິ່ນກາມີນະໂຍບາຍ ໃຫ້ເລື່ອງປະກັນສັງຄົມ.

ຊາວນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ບັນຫາເສດຖະກິດ-ການເງິນ ໃນລາວໄດ້ສົ່ງຜົນກະທົບ ຕໍ່ຜູ້ມີລາຍໄດ້ໜ້ອຍ, ສ່ວນຜູ້ມີລາຍໄດ້ສູງ ກໍ່ຍັງຈັບຈ່າຍຊື້ສິນຄ້າໄດ້ຢ່າງ ສະດວກສະບາຍ ເຊິ່ງອາດຈະບໍ່ໄດ້ຮັບຜົນກະທົບປານໃດ.

“ດຽວນີ້ມັນມີອັນສະພາບເງິນເຟີ້ເນາະ ມັນກາສົ່ງຜົນກະທົບເຖິງບາງກຸ່ມຄົນສື່ໆ ມັນກາບໍ່ໄດ້ໝົດໂດຍສະເພາະພວກທີ່ມີລາຍໄດ້ໜ້ອຍ ແຕ່ວ່າຜູ້ອື່ນເຂົາກາໄປຢູ່ໄດ້ລະ.

ຊາວແຂວງຊຽງຂວາງ ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າລັດຖະບານ ອອກມາດຕະການ ແລະນະໂຍບາຍຕ່າງໆ ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ ແຕ່ກໍ່ບໍ່ເຫັນເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ໃນລະດັບທ້ອງຖິ່ນ ຈະແກ້ໄຂບັນຫາໄດ້ເຫັນແຕ່ລາຄາສິນຄ້າ ແພງຂຶ້ນທຸກມື້.

“ແຜນປັບໃຫ້ອັດຕາເງິນເຟີ້ ຫຼຸດລົງ ປະຕິບັດຕົວຈິງບໍ່ໄດ້ຈັກຢ່າງ ບໍ່ຄວບຄຸມຫຍັງ ໄດ້ນ່າ ເບິ່ງສູ່ມື້ນີ້ຕອນເຊົ້າຂຶ້ນຕອນແລງ ກາຂຶ້ນ ຕອນເຊົ້າມື້ອື່ນຂຶ້ນອີກ ຈັ່ງຊັ້ນແຫຼະ.”

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມ ສົນທະນາ ຫົວຂໍ້ “ເງິນເຟີ້, ສະພາບ ແລະ ມາດຕະການແກ້ໄຂ” ທີ່ຈັດຂຶ້ນວັນທີ 22 ພຶດສະພາ 2024 ວ່າ ປີ 2024 ບໍ່ສາມາດຫຼຸດຜ່ອນອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບ 9% ໄດ້ຕາມເປົ້າໝາຍ ທີ່ກຳນົດໄວ້ເນື່ອງຈາກລາວ ຍັງປະເຊີນກັບແຮງກົດດັນ ຈາກການອ່ອນຄ່າ ຂອງເງິນກີບ, ຄວາມສາມາດໃນການແຊກແຊງຕະຫຼາດ ອັດຕາແລກປ່ຽນທີ່ມີຈຳກັດ, ການຊຸກຍູ້ສົ່ງເສີມ ການຜະລິດພາຍໃນ ຍັງຢູ່ໃນລະດັບຕໍ່າ, ມາດຕະຖານ ໃນການຄຸ້ມຄອງລາຄາສິນຄ້າ ຍັງບອບບາງລວມໄປເຖິງ ລະດັບໜີ້ສິນສາທາລະນະ ຍັງສູງເກີນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.