ຈໍານວນນັກຮຽນ ຈົບຊັ້ນມັດທະຍົມຫຼຸດລົງ ເລື້ອຍໆ
2024.06.05
ໃນຮອບສາມປີມານີ້ ໂຮງຮຽນຊັ້ນມັດທະຍົມສຶກສາ ຕອນຕົ້ນ ແລະ ຕອນປາຍ ໃນຂອບທົ່ວປະເທດມີນັກຮຽນສອບເສັງ ໃນລະດັບຊັ້ນ ມ.4 ຫຼຸດລົງປະມານ 7,000 ປາຍຄົນຕໍ່ສົກຮຽນ ສ່ວນຊັ້ນ ມ.7 ຫຼຸດລົງສະເລັ່ຍ 4,000 ປາຍຄົນຕໍ່ສົກຮຽນ ໂດຍມີສາເຫດສຳຄັນ ມາຈາກບັນຫາ ເສດຖະກິດ-ການເງິນ ພາຍໃນຄອບຄົວ.
ດັ່ງນັກຮຽນຈົບຊັ້ນ ມ.4 ຢູ່ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 05 ມິຖຸນາ 2024 ວ່າ. ຕັດສິນໃຈຈະບໍ່ຮຽນຕໍ່.
“ບໍ່ຮຽນແລ້ວບໍ່ຢາກຮຽນໃດ ຢູ່ລ້າໃດຍັງບໍ່ໄດ້ສ້າງຄອບຄົວ ບໍ່ຮຽນຕໍ່ຄືກັນກໍຢູ່ຄືກັນຫັ້ນແຫຼະ ຢາກຮຽນຕໍ່ບໍ່ມີເງິນໄປຮຽນ ຕ້ອງໄປຮຽນຢູ່ເມືອງ. ອໍ ກໍ່ຊອກແດ່ ແຕ່ວ່າບໍ່ຮູ້ວ່າບໍ່ມີເຂົາບໍ່ຮູ້ພາສາລາວ.”
ນາງກ່າວຕື່ມວ່າ ພາຍຫຼັງທີ່ຈົບຊັ້ນມັດທະຍົມຕົ້ນ ກໍ່ບໍ່ໄດ້ຮຽນຕໍ່ຊັ້ນມັດທະຍົມປາຍ ຍ້ອນສະພາບຄອບຄົວທຸກຍາກ. ສ່ວນໂຮງຮຽນມັດທະຍົມປາຍ ທີ່ຈະໄປຮຽນຕໍ່ນັ້ນກໍ່ຢູ່ໃນຕົວເມືອງ ຕ້ອງເດີນທາງໄກເຊິ່ງສະພາບຄອບຄົວ ບໍ່ພ້ອມທີ່ຈະສົ່ງໄປຮຽນ. ນອກນີ້ຍັງມີໝູ່ຄູ່ ບາງຄົນກໍ່ບໍ່ໄດ້ຮຽນຕໍ່ມັດທະຍົມປາຍ ເຊັ່ນກັນ.
ນັກຮຽນ ມັດທະຍົມປາຍ ທີ່ລາອອກຈາກໂຮງຮຽນກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ອອກໂຮງຮຽນມາຊອກວຽກເຮັດງານທຳ ເພື່ອຊ່ວຍເຫຼືອຄອບຄົວ. ສ່ວນວຽກທີ່ເຮັດກໍ່ແມ່ນຮັບຈ້າງທົ່ວໄປ ເພາະເປັນແຮງງານບໍ່ມີທັກສະ.
“ບາງຄົນ ກໍ່ຍ້ອນຖານະຄອບຄົວ ບາງຄົນກໍ່ຢາກເຮັດວຽກອັນນີ້ ເຮົາກໍ່ບໍ່ຮູ້ຫັ້ນນ່າ. ມັນຫຼາຍຄົນແລ້ວເຮົາກໍບໍ່ຮູ້ ເພິ່ນຊິເອົາອິຫຍັງ ປະມານບາງຄົນກໍ່ຈົບ ມ.4 ແລ້ວຈັ່ງອອກ ເພາະວ່າຈົບ ມ.4 ແລ້ວມັນກໍ່ສາມາດເຮັດວຽກໄດ້ ແມ່ນບັນຫາເລື່ອງການເງິນ.”
ນັກຮຽນມັດທະຍົມປາຍ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ການອອກຮຽນໃນຊັ້ນມັດທະຍົມປາຍ ເພື່ອຮຽນຕໍ່ສາຍວິຊາຊີບ ແມ່ນກຳລັງເປັນທີ່ນິຍົມ ເຊິ່ງພວກເຂົາເຊື່ອວ່າ ເມື່ອຮຽນຈົບແລ້ວ ກໍ່ມີໂອກາດຊອກຫາວຽກເຮັດງານທຳໄດ້ ຫຼາຍຂຶ້ນ.
“ຕອນນີ້ນ້ອງ ມ.5, ປີໜ້າ ມ.6 ແລ້ວເອື້ອຍ ໂດຍບາງຄົນກໍ່ຮຽນຕໍ່ ບາງຄົນກໍ່ບໍ່ຮຽນ ແລ້ວແບບວ່າ ເຂົາບໍ່ພ້ອມຮຽນ ເຂົາຈະໄປຮຽນວີຊາການ ຫຼື ແບບວ່າໄປຮຽນອາຊີບນັ້ນນ່າ ກໍບໍ່ມີໝູ່ນ້ອງບໍ່ມີຢູ່ໂຮງຮຽນ ໜ້າຈະມີແຕ່ນ້ອງກາບໍ່ຮູ້ ບາງຄົນບາງຄົນອາດຈະອອກ ປະມານ 2 ຫາ 4 ຄົນແບບນີ້ບາງຄົນເຂົາບໍ່ຮຽນເຂົາກໍໍ່ໄປຮຽນວິຊາຊີບ ແບບນີ້ນ້ອງກໍ່ຢາກຮຽນຕໍ່ ແຕ່ວ່າຮຽນຈົບ ມ.7 ກ່ອນພໍ່ແມ່ຊິໃຫ້ໄປຮຽນອິຫຍັງໂດຍຕອນນີ້ຍັງບໍ່ຮູ້ເທື່ອ.”
ຜູ້ອໍານວຍການ ໂຮງຮຽນມັດທະຍົມ ສົມບູນແຂວງພາກກາງ ກ່າວວ່າ ສາເຫດທີ່ນັກຮຽນ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຈຳນວນຫຼາຍບໍ່ຍອມຮຽນຕໍ່ ສ່ວນໜຶ່ງນັກຮຽນມີຖານະຄອບຄົວ ທຸກຍາກກ ຈຶ່ງເຮັດໃຫ້ນັກຮຽນຕັດສິນໃຈ ປະລະການຮຽນ ເພື່ອອອກໄປເຮັດວຽກ ຫຼື ສ້າງຄອບຄົວ.
“ຂະເຈົ້າອອກໄປເຮັດວຽກແນວອື່ນເນາະ ສອງມາກໍ່ສ້າງຄອບຄົວຊິນ່າ ຂະເຈົ້າກໍ່ໄປເຮັດວຽກເຮັດວຽກກະເສດຢູ່ພາຍໃນນີ້ແຫຼະ ເຮັດຢູ່ນຳສອກນໍາສວນເປັນພາກສ່ວນຊົນເຜົ່າແດ່ເນາະ ຢູ່ບ້ານນອກແລ້ວສ່ວນຫຼາຍມັນເປັນໄກ ໂຕເມືອງກໍ່ເປັນພວກຊົນເຜົ່າ. ເອີ ຈຳນວນໜຶ່ງກໍໄດ້ມາມາ ກໍ່ໄດ້ຢູ່ຫ້ອງເກົ່າ ຂະເຈົ້າເປີດໂຮງຮຽນບໍາລຸງເນາະ ໂອ້ຍຂະເຈົ້າອອກໄປ ແລ້ວກໍ່ສ່ວນຫຼາຍກໍ່ບໍ່ຢາກມາຮຽນ. ເອີ ມັນມີຄືໆ ກັນເນາະຄືໆ ກັນກັບທັງ ມ.ຕົ້ນ, ມ.ປາຍ ຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ໃນຮອບຫຼາຍປີມານີ້ມີນັກຮຽນຊັ້ນ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຈຳນວນຫຼາຍລາອອກຈາກການຮຽນ ເພື່ອເປັນເຮັດວຽກຊ່ວຍຄອບຄົວ ເຊິ່ງທາງໂຮງຮຽນກໍ່ພະຍາຍາມ ແນະນໍາໃຫ້ກັບມາຮຽນຄືນ ແຕ່ກໍ່ມີພຽງສ່ວນໜ້ອຍ ທີ່ກັບມາຮຽນ. ຍ້ອນສະພາບຄອບຄົວ ທຸກຍາກຈຶ່ງບໍ່ສາມາດ ສົ່ງລູກຮຽນຕໍ່ໄດ້.
ຄູໂຮງຮຽນ ມັດທະຍົມສົມບູນ ຢູ່ແຂວງສາລະວັນກ່າວວ່າ ປັດຈຸບັນລັດຖະບານລາວ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ພະຍາຍາມແກ້ໄຂບັນຫາ ການປະລະການຮຽນດ້ວຍການສະໜັບສະໜູນ ໃຫ້ນັກຮຽນຊັ້ນມັດທະຍົມຕົ້ນ ແລະ ຊັ້ນມັດທະຍົມປາຍ ໄດ້ຝຶກວິຊາຊີບໄປພ້ອມກັບການຮຽນຕາມລະບົບສາມັນສຶກສາເຊິ່ງຄາດວ່າ ຈະເລີ່ມດຳເນີນການໃນສົກຮຽນປີໜ້າ ເປັນຕົ້ນໄປ.
“ເອີ! ກໍ່ຫຼາຍຢູ່ເຈົ້າໃນຊ່ວງນີ້ ວິຊາຊີບເນາະ ມັນຊິມີນີເນາະປີຊິມາ ເພິ່ນຊິເປີດວິຊາຊີບ ໃນໂຮງຮຽນກໍ່ຄືສາມັນ-ວິຊາຊີບຫັ້ນເນາະ ຮຽນຄູ້ຂະໜານກັນໄປເລີຍຫັ້ນເດ້. ຊ່ວງນີ້ນັກຮຽນປະລະ ແລ້ວກໍ່ຫຼຸດລົງຫຼາຍກໍ່ບໍ່ດົນປານໃດ ກໍ່ມາໃນຊ່ວງໂຄວິດມານີ້ແຫຼະ ແລ້ວກໍ່ມາບວກເອົາເສດຖະກິດ ເຮົາແນ່ເນາະ ສ່ວນຫຼາຍກໍ່ເປັນ ມ.ຕົ້ນ ນີ້ແຫຼະໃນໄລຍະ ມ.ຕົ້ນນີ້ແຫຼະ.”
ທ່ານກ່າວຕື່ມວ່າ ສໍາລັບຫຼັກສູດ ສາມັນ-ວິຊາຊີບ ນີ້ ທາງລັດຖະບານ ແລະ ກະຊວງສຶກສາ ທິການແລະກິລາມີແຜນໃຫ້ ໂຮງຮຽນມັດທະຍົມສຶກສາ ເຮັດວຽກຮ່ວມກັບສູນຝຶກວິຊາຊີບ ດຳເນີນການຈັດການຮຽນການສອນ ແບບປະສົມປະສານໃຫ້ນັກຮຽນ ຊັ້ນມັດທະຍົມສຶກສາປີ 3 ແລະ ປີທີ 5 ແລະ 6 ສາມາດຮຽນວິຊາຊິບ ເປັນຕົ້ນສາຂາປຸງແຕ່ງອາຫານ, ຕັດຫຍິບ, ຊ່າງຕິດຕັ້ງໄຟຟ້າ ໃນອາຄານ, ຊ່າງສ້ອມແປງລົດຈັກ ແລະ ກະສິກຳ.
ອີງຕາມການລາຍງານ ຂອງກະຊວງສຶກສາທິການ ແລະກິລາ ໃນສົກຮຽນປີ 2021-2022 ມີນັກຮຽນເສັງຈົບຊັ້ນ ມັດທະຍົມຕົ້ນ ມ.4 ຈຳນວນ 83,544 ຄົນ ໃນສົກຮຽນ 2022-2023 ມີນັກຮຽນສອບເສັງຜ່ານ 76,322 ຄົນ ແລະ ໃນສົກຮຽນ 2023-2024 ແມ່ນຫຼຸດລົງເຫຼືອ 68,850 ຄົນ. ສ່ວນນັກຮຽນຊັ້ນມັດທະຍົມປາຍ ມ.7 ສອບເສັງໃນສົກຮຽນ 2021-2022 ຈໍານວນ 55,828 ຄົນ, ສົກຮຽນ 2022-2023 ຈໍານວນ 50,256 ຄົນ ແລະ ຫຼຸດລົງເຫຼືອ 46,744 ຄົນໃນສົກຮຽນ 2023-2024.