ເຣື້ອງທີ່ເກັບບັນທຶກໄວ້
2022-05-09
ທ່ານຜຸຍ ລໍຖ້າຄໍາຕອບ ຈາກນາຍພົນພູມີ ໜໍ່ສວັນ ວ່າ ຈະໃຫ້ທ່ານໄປຊ່ອຍ ໃນການເຮັດປຕິວັຕຊ້ອນ ເພື່ອປົດປ່ອຍ ນະຄອນຫຼວງວຽງຈັນ ຕາມການຂໍຮ້ອງ ຂອງທາງການ ສະຫະຣັຖອາເມຣິການັ້ນ ຫຼືບໍ່.
2022-05-08
ນັບແຕ່ ມີການກໍ່ຣັຖປະຫານ ໃນປະເທດພະມ້າ ປະຊາຊົນຊາວພະມ້າ ຈຳນວນຫຼາຍ ທີ່ຖືກທະຫານສັງຫານ ຍ້ອນປະຊາຊົນ ອອກມາປະທ້ວງ ແລະຕໍ່ຕ້ານ ທະຫານພະມ້າ, ຄວາມຮຸນແຮງ ໃນພະມ້າຍິ່ງເພີ່ມທະວີຂຶ້ນ ບໍ່ເວັ້ນແຕ່ລະມື້.
2022-05-08
ສິດຜົລປໂຍດ ຂອງຄົນງານລາວ ຍັງບໍ່ໄດ້ຄຸ້ມຄອງ ຈາກຣັຖ ຢ່າງຈິງຈັງ, ພະນັກງານ ຣັຖ ວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ, ຄົນງານລາວ ຍັງລັກລອບ ເຂົ້າໄປເຮັດວຽກຢູ່ໄທຍ.
2022-05-06
ຊາວລາວ ເຫັນວ່າ ການແຕ່ງຕັ້ງ ຄະນະ ປະຕິຮູບ ຣັຖວິສະຫະກິຈໄຟຟ້າລາວ ຄະນະໃໝ່ ກໍຍັງບໍ່ມີຫຍັງຮັບປະກັນວ່າ ຈະສາມາດແກ້ໄຂ ບັນຫາໜີ້ສິນຄຸມເຄືອ ແລະ ຣາຍຮັບຮົ່ວໄຫລ ໄດ້ດີຂຶ້ນ ແຕ່ຢ່າງໜ້ອຍ ກໍຖືວ່າເປັນສັນຍານທີ່ດີ ທີ່ຈະແກ້ໄຂບັນຫາດັ່ງກ່າວ.
2022-05-06
ທາງການລາວ ຕ້ອງການໃຫ້ປະຊາຊົນ ໄດ້ຮັບການສັກວັກຊິນ ເຂັມທີ 3-4 ເພື່ອຕຣຽມເປີດປະເທດ ແບບເຕັມຮູບແບບ ອີກຢ່າງນຶ່ງ ເພື່ອເປັນການສ້າງພູມຄຸ້ມກັນໝູ່ ຊຶ່ງຈະສະດວກຕໍ່ການດຳເນີນ ກິຈກັມອື່ນໆທາງສັງຄົມ ທີ່ຈຳເປັນ ໃຫ້ມີປະສິດທິພາບເພີ່ມຂຶ້ນ.
2022-05-06
ທາງການລາວ ໄດ້ປະກາດນຳໃຊ້ກົດໝາຍ ວ່າດ້ວຍຄົນພິການ ເພື່ອຄຸ້ມຄອງສິດແລະຜົລປໂຍດ ຂອງຄົນພິການໃນລາວ ໃຫ້ສາມາດໄດ້ຮັບການສຶກສາ ແລະມີວຽກເຮັດງານທຳ ເທົ່າທຽມກັບຄົນອື່ນ ໃນສັງຄົມ ແຕ່ທີ່ຜ່ານມາ ການບັງຄັບໃຊ້ກົດໝາຍ ບໍ່ສັກສິດເພາະໜ່ວຍງານ ທີ່ກ່ຽວຂ້ອງຍັງບໍ່ປະຕິບັດ ກົດໝາຍເທົ່າທີ່ຄວນ.
2022-05-06
ທາງການລາວ ຂາຍຮຸ້ນ 51% ຂອງຣັຖວິສາຫະກິຈ ໄປສະນີລາວ ໃຫ້ບໍຣິສັດເອເຊັຽ ລົງທຶນພັທນາ ແລະກໍ່ສ້າງ ຈຳກັດຜູ້ດຽວ ຊຶ່ງສາຍເຫດທີ່ແທ້ຈິງ ຂອງການຂາຍຮຸ້ນ ໃນຄັ້ງຍັງບໍ່ເປັນທີ່ເປີດເຜີຍ ຂະນະທີ່ປະຊາຊົນລາວ ຈຳນວນນຶ່ງບໍ່ເຫັນດີ ໃຫ້ຂາຍທຸຣະກິຈ ຣັຖວິສາຫະກິຈລາວ ໃຫ້ຕ່າງຊາດ ຖືຄອງ.
2022-05-06
ສນາມບິນສາກົນບໍ່ແກ້ວ ຈະສ້າງສຳເຣັດໃນທ້າຍປີນີ້ ເພື່ອຮອງຮັບນັກຫລິ້ນ ການພະນັນຄົນຈີນ ແລະຄົນລາວ ທີ່ຈະເດີນທາງ ເຂົ້າໄປຫຼິ້ນ ການພະນັນໃນ ກາສິໂນ ຄິງສ໌ໂຣມັນສ໌ ແລະນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າໄປແຂວງບໍ່ແກ້ວ, ສນາມບິນແຫ່ງນີ້ ສຳເຣັດການກໍ່ສ້າງ ໄປແລ້ວ 75%.
2022-05-05
ສື່ສັງຄົມອ໋ອນລາຍນ໌ ໄດ້ເຂົ້າມາມີບົດບາດ ໃນການສແດງອອກ ທາງຄວາມຄິດ, ຄວາມເຫັນ ຂອງປະຊາຊົນລາວ ໂດຍສະເພາະກຸ່ມຄົນໜຸ່ມ-ສາວ ຜູ້ທີ່ມີຄວາມຫ່ວງໃຍ ໃນສັງຄົມລາວ ແລະການບໍຣິຫານບ້ານເມືອງ ຂອງຄະນະຣັຖບານ, ເຈົ້າໜ້າທີ່ຣັຖ ເຮັດໃຫ້ເກີດມີການປັບປຸງ ໃນລະບົບເທື່ອລະໜ້ອຍ ແຕ່ກໍເປັນອັນຕຣາຍ ຕໍ່ຜູ້ສແດງອອກ ແລະວິພາກ-ວິຈານ ຄວາມຜິດພາດ ຂອງຣັຖບານ ເຊັ່ນກັນ.
2022-05-05
ແມ່ຍິງໄທຍ ຫາຍສາບສູນ ຫຼັງຈາກທີ່ເດີນທາງເຂົ້າໄປ ເຮັດວຽກຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ, ສ່ວນຍາຕິພີ່ນ້ອງ ໄດ້ແຈ້ງຄວາມ ກັບເຈົ້າໜ້າທີ່ຕຳຣວດໄທຍ ເພື່ອປະສານຂໍຄວາມຊ່ອຍເຫຼືອ ຈາກທາງການລາວ.
2022-05-05
ປະຊາຊົນ ທີ່ຈະຖືກຜົລກະທົບ ຈາກໂຄງການເຂື່ອນເຊກອງ ຕອນລຸ່ມ A ໃນເມືອງສນາມໄຊ ແຂວງອັດຕະປື ຢາກໄດ້ຄ່າຊົດເຊີຍ ທີ່ເໝາະສົມ ແຕ່ວ່າຈົນມາເຖິງປັດຈຸບັນນີ້ ຊາວບ້ານກໍຍັງບໍ່ທັນເຫັນພາກສ່ວນທີ່ກ່ຽວຂ້ອງ ຈ່າຍຄ່າຊົດເຊີຍໃຫ້ກັບຊ້າວ ຊຶ່ງຫຼາຍຄົນກໍເປັນກັງວົນໃຈ.
2022-05-05
ປະຊາຊົນຢາກໃຫ້ ພາກຣັຖແກ້ໄຂ ບັນຫານ້ຳມັນຂາດປ້ຳ ໂດຍສະເພາະ ຢູ່ແຂວງສວັນນະເຂດ ນອກຈາກຄາລານ້ຳມັນ ຈະແພງແລ້ວ ບາງປ້ຳຍັງບໍ່ມີນ້ຳມັນຂາຍ ເຮັດໃຫ້ປະຊາຊົນ ຜູ້ທີ່ໃຊ້ຣົຖ ຈຳເປັນຕ້ອງຊອກຫາຊື້ ນ້ຳມັນທີ່ໃສ່ຕຸກຂາຍ ຕາມແຄມທາງ ພໍໄດ້ໃສ່ຣົຖ.
2022-05-05
ປະຊາຊົນ 5 ຄົນທີ່ຖືກທະຫານ ຄ້າຍ 513 ຈັບໄປ ຕັ້ງແຕ່ວັນທີ 10 ເມສາ ທີ່ຜ່ານມາ ຍ້ອນເກີດການຖຽງກັນ ເຣື່ອງຂໍ້ຂັດແຍ່ງທີ່ດິນ ກັບທະຫານ ແລະຖືກທະຫານຄວບຄຸມໂຕ ໄປກອງບັນຊາການທະຫານ ນະຄອນຫຼຼວງວຽງຈັນ ຈົນມາເຖິງຕອນນີ້ ກໍຍັງບໍ່ຮັບການປ່ອຍໂຕເທື່ອ.
2022-05-04
ທາງການລາວ ມີແຜ່ນການ ຈະສ້າງທາງດ່ວນ ສາຍໃຕ້ ຈາກນະຄອນຫລວງວຽງຈັນ ຫາເມືອງປາກເຊ ແຂວງຈຳປາສັກ ແຕ່ຍັງຢູ່ລະຫວ່າງສຶກສາ ແລະ ຄົ້ນຄວ້າຂໍ້ມູນຢ່າງຮອບດ້ານ ເພື່ອສຶກສາຜົລກະທົບທີ່ຈະມມີຕໍ່ຊາວບ້ານ.
2022-05-04
ທາງການລາວ ໄດ້ຂໍປາຂ່ານ້ຳຈືດ 1 ຄູ່ ຈາກຣັຖບານກັມພູຊາ ເພື່ອຂຍາຍພັນປາດັ່ງກາວ ໃນປະເທດລາວ ຍ້ອນວ່າ ປາຂ່າທີ່ລາວເຄີຍມີ ຢູ່ຕາມລຳແມ່ນ້ຳຂອງ ໄດ້ຕາຍ ຫຼືສູນຫາຍ ໄປໝົດແລ້ວ, ສ່ວນສາຍເຫດ ການສູນຫາຍ ຂອງປາຂ່າລາວນັ້ນ ຍັງບໍ່ຈະແຈ້ງວ່າເປັນ ຍ້ອນຫຍັງແທ້.