ຣັຖບານລາວ ຂາຍຮຸ້ນ ຣັຖວິສາຫະກິຈ ໄປສະນີລາວ ໃຫ້ບໍຣິສັດເອກຊົນ ຖືຄອງ

ໄຊຍາ
2022.05.06
ຣັຖບານລາວ ຂາຍຮຸ້ນ ຣັຖວິສາຫະກິຈ ໄປສະນີລາວ ໃຫ້ບໍຣິສັດເອກຊົນ ຖືຄອງ ຫ້ອງການໄປສະນີ ດົງໂດກ
ນັກຂ່າວ ພົລເມືອງ

ກະຊວງການເງິນ ຕາງໜ້າຣັຖບານລາວ (ຈັດພິທີເຊັນສັນຍາ) ຂາຍຮຸ້ນບໍຣິສັດ ຣັຖວິສາຫະກິຈໄປສະນີລາວຈຳນວນ 51% ໃຫ້ກັບບໍຣິສັດ ເອເຊັຽລົງທຶນພັທນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຫຼື AIDC ນຶ່ງຫົວໜ່ວຍທຸຣະກິຈຂອງກຸ່ມບໍຣິສັດ ເອເຊັຽລົງທຶນ ແລະ ບໍຣິການ ຈຳກັດຜູ້ດຽວ ຫຼື AIF. ສ່ວນກະຊວງການເງິນຖືຮຸ້ນຢູ່ 49% ໂດຍມີການເຊັນສັນຍາ ຊື້-ຂາຍໃນວັນທີ 28 ເມສາ 2022 ທີ່ຫ້ອງປະຊຸມກະຊວງການເງິນ. ສຳລັບຂັ້ນຕອນການຊື້-ຂາຍຮຸ້ນໃນຄັ້ງນີ້ ກໍເປັນໄປຕາມກົດໝາຽຄຸ້ມຄອງ ຣັຖວິສາຫະກິຈຂອງປະເທດລາວ.

ດັ່ງເຈົ້າໜ້າທີ່ ກະຊວງການເງິນທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 6 ພຶສພາ ນີ້ວ່າ:

ເພິ່ນກາຈັດການໃນຣະດັບ ຂອງຂາຮຸ້ນພວກເພິ່ນເນາະ ແລ້ວກາກຸ່ມເປົ້າໝາຽກາຂາຍກັນແຕ່ວ່າ ເພິ່ນກາຂາຍພາຍໃຕ້ການຄຸ້ມຄອງ ພວກເຮົານີ້ແຫຼະເຂົາກາອີງໃສ່ ກົດໝາຽວິສາຫະກິຈທົ່ວໄປ.

ທາງດ້ານເຈົ້າໜ້າທີ່ກົມປະຕິຮູບ ຣັຖວິສາຫະກິຈແລະການປະກັນພັຍ ກະຊວງການເງິນກ່າວວ່າ ການປະຕິຮູບບໍຣິສັດຣັຖວິສາຫະກິຈລາວ ຖືເປັນພາຣະບົດບາດໃໝ່ ທີ່ຣັຖບານລາວຈະເຮັດໃຫ້ສຳເຣັດ ເພື່ອຫຼຸດຜ່ອນການສ້າງໜີ້ສິນແລະເຮັດວຽກ ບໍ່ມີປະສິດທິພາບຂອງພະນັກງານ ພາຍໃນອົງກອນ. ການຊື້-ຂາຍຮຸ້ນຂອງບໍຣິສັດຣັຖວິສາຫະກິຈ ໄປສະນີລາວໃນຄັ້ງນີ້ ກໍເປັນນຶ່ງໃນແຜນການປະຕິຮູບ ຣັຖວິສາຫະກິຈລາວເພາະຣັຖບານລາວ ຕ້ອງການເຫັນການປ່ຽນແປງທີ່ດີຂຶ້ນ ແລະ ຫວັງວ່າບໍຣິສັດຈະບໍ່ສ້າງພາຣະ ໃຫ້ກັບຣັຖບານອີກ.

ດັ່ງເຈົ້າໜ້າທີ່ ກົມປະຕິຮູບຣັຖວິສາຫະກິຈ ແລະການປະກັນພັຍ ກະຊວງການເງິນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ພຶສພາ ນີ້ວ່າ:

ຄືໄປສະນີກາຢູ່ໃນແຜນເນາະ ກາອີງໃສ່ພາຣະບົດບາດໃໝ່ ແລ້ວກາການຄຸ້ມຄອງແບບໃໝ່

ຢ່າງໃດກໍຕາມການຊື້-ຂາຍຮຸ້ນໃນຄັ້ງນີ້ ຣັຖບານລາວບໍ່ມີການເປີດເຜີຍ ສາເຫດທີ່ແທ້ຈິງວ່າເປັນຍ້ອນຫຍັງ ຈຶ່ງຂາຍຮຸ້ນໃຫ້ກັບບໍຣິສັດເອກຊົນ ແລະລາຄາການຊື້-ຂາຍ ຫຼາຍໜ້ອຍເທົ່າໃດ. ຂະນະທີ່ວິທຍຸເອເຊັຽເສຣີໄດ້ຕິດຕໍ່ໄປຫາ ບໍຣິສັດເອເຊັຽລົງທຶນພັທນາ ແລະ ກໍ່ສ້າງຈຳກັດ ຜູ້ດຽວ ຫຼື AIDC ເພື່ອສອບຖາມຣາຍລະອຽດ ແລະມູນຄ່າການຊື້-ຂາຍຮຸ້ນໃນຄັ້ງນີ້ ແຕ່ເຈົ້າໜ້າທີ່ບໍ່ຂໍເປີດເຜີຍຂໍ້ມູນ. ກ່ຽວກັບເຣື່ອງນີ້ຊາວລາວຈຳນວນນຶ່ງ ເຫັນວ່າຣັຖບານລາວບໍ່ຄວນຂາຍຮຸ້ນ ຂອງບໍຣິສັດຣັຖວິສາຫະກິຈໄປສະນີລາວ ໃຫ້ກັບບໍຣິສັດຕ່າງປະເທດ ເພາະບໍຣິສັດຣັຖວິສາຫະກິຈ(ໄປສະນີ)ລາວ ປຽບສະເໝືອນ ບໍຣິສັດຂອງຄົນລາວ ທັງປະເທດ ຊຶ່ງໄລຍະຜ່ານມາກໍເປັນແຫຼ່ງລາຍໄດ້ ຂອງປະເທດທີ່ນຳໄປພັທນາ ດ້ານໂຄງຮ່າງພື້ນຖານສຳຄັນ.

ປັດຈັຍສຳຄັນທີ່ເຮັດໃຫ້ ຣັຖບານລາວຂາຍຮຸ້ນບໍຣິສັດໄປສະນີລາວ ໃນຄັ້ງນີ້ອາດຈະມາຈາກບັນຫາໜີ້ສິນ ແລະການສໍ້ຣາສບັງຫຼວງພາຍໃນອົງກອນ ທີ່ຊໍ້າເຮື້ອແກ້ໄຂບໍ່ໄດ້ຈັກເທື່ອ ຫຼືເຫດຜົລອື່ນທີ່ຣັຖບານລາວ ບໍ່ສາມາດເປີດເຜີຍໄດ້.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ພຶສພານີ້ວ່າ:

ເຣື່ອງການຂາຍຮຸ້ນຂອງຣັຖບານນີ້ ຄັນເວົ້າແທ້ລະມັນກາບໍ່ຄວນຫັ້ນແຫຼະ ແຕ່ວ່າອັນນີ້ເຮົາມາເບິ່ງແລ້ວມັນເປັນພະຍາດຣະບາດ ອັນນີ້ນ່າເຣື່ອງການຄຸ້ມຄອງມັນບໍ່ລະອຽດລະອໍ ອັນນັ້ນຈຶ່ງເປັນເຫດເຮັດໃຫ້ໜີ້ ແຕ່ລະຣັຖວິສາຫະກິຈຂອງຣັຖ ມັນຈຶ່ງວ່າໄປບໍ່ລອດ.

ຊາວລາວອີກຜູ້ນຶ່ງກ່າວວ່າ ຫຼາຍສາເຫດທີ່ຣັຖບານລາວຈະຂາຍຮຸ້ນ ບໍຣິສັດຣັຖວິສາຫະກິຈ ເພື່ອໃຫ້ບໍຣິສັດເອກະຊົນ ເຂົ້າມາບໍຣິຫານຈັດການຄືບັນຫາໜີ້ສິນ, ການສໍ້ຣາສບັງຫຼວງພາຍໃນອົງກອນ, ປະສິດທິພາບການເຮັດວຽກ ຂອງພະນັກງານ ແລະ ການແຂ່ງຂັນກັບຕລາດ ຄູ່ແຂ່ງຊຶ່ງປັດຈຸບັນບໍຣິສັດຣັຖວິສາຫະກິຈ ໄປສະນີລາວຍັງຫຼ້າຫຼັງ ບໍ່ມີການປ່ຽນແປງທີ່ດີຂຶ້ນ.

ສະນັ້ນແລ້ວຫາກໃຫ້ບໍຣິສັດເອກຊົນ ຊຶ່ງມີບຸກຄະລາກອນທີ່ຊ່ຽວຊານ ໃນຂແນງການຕ່າງໆ ເຂົ້າມາບໍຣິຫານຈັດການ ກໍອາດຈະມີປະສິດທິພາບທີ່ດີຂຶ້ນ ເຖິງແມ່ນວ່າຣັຖບານລາວ ຈະເສັຽຜົລປໂຍດກໍຕາມ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 6 ພຶສພາ ນີ້ວ່າ:

ມັນຮູ້ສຶກວ່າມັນມີໜີ້ເສັຽຫຼາຍແດ່ເບາະ ຣັຖບານບໍ່ຢາກອຸ້ມຫັ້ນນ່າ ຢາກປ່ອຍໃຫ້ເອກຊົນມາບໍຣິຫານ ມາຈັດການອີ່ຫຍັງຈັກຢ່າງນີ້ແຫຼະ. ຮູ້ສຶກວ່າໄປສະນີຕ່າງປະເທດ ມັນກຳໄລມະຫາສານ ແຕ່ໄປສະນີລາວນີ້ແບບຖອຍຫຼັງໄປ ເມື່ອກາຫຼາຍ 10 ປີຫັ້ນແຫຼະເນາະ.

ສ່ວນຊາວລາວອີກຜູ້ນຶ່ງກ່າວວ່າ ພາຍຫຼັງທີ່ເຊັນສັນຍາຊື້-ຂາຍກັນແລ້ວ ກໍສັງເກດເຫັນວ່າມີທັງຜູ້ເຫັນດີ ແລະບໍ່ເຫັນດີກ່າວຄືຜູ້ເຫັນດີ ກໍຕ້ອງການເຫັນບໍຣິສັດຣັຖວິສາຫະກິຈ ປັບປຸງອົງກອນໃຫ້ດີຂຶ້ນສາມາດແຂ່ງຂັນ ກັບຕລາດຄູ່ແຂ່ງໄດ້ ແລະທີ່ສຳຄັນບໍ່ຢາກໃຫ້ສ້າງພາຣະໜີ້ສິນເພີ່ມຕື່ມ.

ສ່ວນຜູ້ບໍ່ເຫັນດີ ກໍເຫັນວ່າບໍຣິສັດ ຣັຖວິສາຫະກິຈ ຖືເປັນບໍຣິສັດທີ່ຣັຖບານລາວ ຈັດຕັ້ງຂຶ້ນໂດຍໃຊ້ເງິນພາສີ-ອາກອນຂອງປະເທດ ແຕ່ພັດນຳໄປຂາຍໃຫ້ກັບບໍຣິສັດເອກະຊົນ ຂອງຕ່າງປະເທດ ຊຶ່ງເຮັດໃຫ້ປະເທດຊາດເສັຽຜົລປໂຍດ ເພາະຫຼັງຈາກນີ້ບໍຣິສັດເອກຊົນ ກໍຈະເຂົ້າມາຄວບຄຸມ ແລະບໍຣິຫານຈັດການທັງໝົດ ໃນຖານະຜູຖືີີີຮຸ້ນໃຫຍ່ບໍຣິສັດ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ພຶສພາ ນີ້ວ່າ:

ກາມີສຽງຜູ້ທີ່ເຫັນດີແລ້ວ ກາບໍ່ເຫັນດີປົນກັນຄັນປົກກະຕິຣັຖວິສາຫະກິຈ ຖືອັດຕຣາສ່ວນຫຼາຍເນາະຕ້ອງແມ່ນ 51% ຂຶ້ນເມືອເອກຊົນຖືກຮຸ້ນ 51 ກາໝາຽຄວາມວ່າ ກຳອຳນາດໃນການປົກຄອງ.

ກ່ຽວກັບເຣື່ອງການປະຕິຮູບ ບັນດາບໍຣິສັດຣັຖວິສາຫະກິຈຕ່າງໆ ແມ່ນເປັນເປົ້າໝາຽສຳຄັນ ຂອງຣັຖບານລາວນຳໂດຍ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ທີ່ໄດ້ກ່າວໃນກອງປະຊຸມ ສະພາແຫ່ງຊາດຊຸດທີ 9 ໃນວັນທີ 1 ພຶສຈິກາ 2021 ຜ່ານມາ ໃນຕອນນຶ່ງກ່າວວ່າ ຣັຖບານລາວຈະເລັ່ງປະຕິຮູບບັນດາຣັຖວິສາຫະກິຈ ທີ່ປັດຈຸບັນມີຢູ່ 7 ຣັຖວິສາຫະກິຈຂນາດໃຫຍ່ ເນື່ອງຈາກໄລຍະຜ່ານມາ ຣັຖບານແຕ່ລະສມັຍໄດ້ລົງທຶນໄປ ຈຳນວນຫຼາຍເພື່ອພັທນາເສຖກິຈ-ສັງຄົມ ຂອງປະເທດ ແລະຍັງເປັນຖານຣາຍຮັບສຳຄັນ ໃຫ້ກັບຣັຖບານ ແຕ່ມີຣັຖວິສາຫະກິຈຈຳນວນນຶ່ງ ໄດ້ສ້າງໜີ້ສິນຢ່າງມຫາສານ ຕົກເປັນພາຣະໃຫ້ແກ່ຣັຖບານລາວ ມາຮອດປັດຈຸບັນນີ້. ສະນັ້ນການປັບປຸງຣັຖວິສາຫະກິຈ ຕາມທິດທາງປະຕິຮູບ ຈຶ່ງມີຄວາມສຳຄັນແລະເລັ່ງດ່ວນທີ່ສຸດ.

ການຂາຍຮຸ້ນ ບໍຣິສັດ ຣັຖວິສາຫະກິຈ ທີ່ຣັຖບານເປັນເຈົ້າຂອງ ເຣີ່ມເກີດຂຶ້ນເທື່ອທຳອິດ ໃນປີ 2018 ເມື່ອຣັຖບານປະກາດຂາຍຮຸ້ນ ບໍຣິສັດ ການບິນລາວ ຊຶ່ງເປັນສາຍການບິນແຫ່ງຊາດ ໃຫ້ກັບບໍຣິສັດ ເອກຊົນຕ່າງປະເທດ ໂດຍຣັຖບານລາວອ້າງວ່າ ການຂາຍຮຸ້ນບໍຣິສັດການບິນລາວ ກໍເພື່ອເຮັດໃຫ້ທຸຣະກິຈການບິນລາວມີປະສິດທິພາບ ໄດ້ມາຕຖານສາກົນ ແລະມີກຳໄລເພີ່ມຂຶ້ນທຸກປີ.

ວັນທີ 2 ພຶສຈິກາ 2021 ທີ່ຜ່ານມາ ບໍຣິສັດພູສີກຣຸບ ຈຳກັດ ທີ່ເປັນບໍຣິສັດເອກຊົນ ຂນາດໃຫຍ່ຂອງຄົນລາວ ກໍໄດ້ສເນີຂໍຊື້ຮຸ້ນທນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຈຳນວນ 51% ທີ່ກະຊວງການເງິນຖືຄອງຢູ່ ແຕ່ຣັຖບານລາວກໍບໍ່ເຫັນດີຂາຍຮຸ້ນ ຂອງຣັຖບານໃນທນາຄານການຄ້າ ຕ່າງປະເທດລາວໃຫ້ກັບບໍຣິສັດເອກຊົນ ຍ້ອນເປັນທນາຄານທີ່ຈົດທະບຽນ ໃນຕລາດຫຼັກຊັບທີ່ມີການເຄື່ອນໄຫວ ໂປ່ງໃສ່ແລະມີສະພາບຄ່ອງ ທາງດ້ານການເງິນໃນລະດັບດີ.

ວັນທີ 1 ຕຸລາ 2020 ບໍຣິສັດຜລິດໄຟຟ້າລາວ ມະຫາຊົນ ຊຶ່ງເປັນບໍຣິສັດລູກຂອງຣັຖວິສາຫະກິຈໄຟຟ້າລາວ ໄດ້ຂາຍຮຸ້ນຈຳນວນ 24% ຂອງມູນຄ່າຮຸ້ນທັງໝົດ ໃຫ້ກຸ່ມບໍຣິສັດພົງຊັບທະວີ ຈຳກັດ. ວັນທີ 11 ທັນວາ 2020 ຣັຖບານລາວ ໄດ້ປະກາດຂາຍຮຸ້ນທນາຄານ ພັທນາລາວ ແລະທນາຄານສົ່ງເສີມກະສິກັມ ໃຫ້ແກ່ບໍຣິສັດຈະເລີນເຊກອງ ພລັງງານ ຈຳກັດ ແລະ ບໍຣິສັດ ພົງຊັບທະວີກໍ່ສ້າງ ຂົວ-ທາງ ຈຳກັດ ຂອງກຸ່ມບໍຣິສັດພົງຊັບທະວີຈຳກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.